ໃນຕອນເຊົ້າວັນທີ 14 ກຸມພາ 2024 ຄະນະໂຄສະນາອົບຮົມແຂວງໄດ້ເປີດຮຽນສະໜັບສະໜຸນໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ເຊີ່ງຈັດຂື້ນຢູ່ຫ້ອງປະຊຸມນ້ອຍຊັ້ນ 5 ຕືກສຳນັກງານອົງການປົກຄອງແຂວງ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ບັນລະຍາຍເອກະສານ ຂອງ ສະຫາຍ ສຸກເສິມ ຢາງຈາງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີມະຫາຊົນຜູ້ທີ່ກ້າວໜ້າ ມາຈາກບັນດາຮາກຖານພັກ, ໜ່ວຍພັກ ອ້ອມຂ້າງແຂວງ ມີມະຫາຊົນກ້າວໜ້າເຂົ້າຮຽນທັງໝົດ 8 ສະຫາຍ, ຍິງ 3 ສະຫາຍ.

ໃນພິທີມະຫາຊົນຜູ້ທີ່ມີຄວາມກ້າວໜ້າໄດ້ຮັບຟັງການເຊື່ອມຊືມເອກະສານຕ່າງໆ ກ່ຽວກັບການນໍາໃຊ້ເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ເຊິ່ງປະກອບມີ 17 ຄໍາຖາມ 17 ຄໍາຕອບ ກ່ຽວກັບພັກປະຊາຊົນປະຕິວັດລາວມາຈັດຕັ້ງເຜີຍແຜ່, ຮໍ່າຮຽນໃຫ້ມະຫາຊົນກ້າວໜ້າເຂົ້າໃຈຢ່າງເລິກເຊິ່ງ ຜ່ານການເຊື່ອມຊຶມເອກະສານສຶກສາອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ໄດ້ເຮັດໃຫ້ມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ໄດ້ຮັບຮູ້ເຂົ້າໃຈເບື້ອງຕົ້ນ ກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກ, ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຂອງສະມາຊິກພັກ.

ໃນຕອນທ້າຍຂອງພິທີ ສະຫາຍ ສຸກເສິມ ຢາງຈາງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ມອບໃບຢັ້ງຢືນໃຫ້ແກ່ມະຫາຊົນກ້າວໜ້າ ທີ່ໄດ້ຜ່ານການຮຽນສະໜັບສະໜູນຄັ້ງນີ້ ເພື່ອເປັນການຢັ້ງຢືນ ແລະ ເປັນການທົດສອບໃນການຝຶກຝົນຫຼໍ່ຫຼອມວຽກງານຂອງມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ຕາມການມອບໝາຍຂອງຂັ້ນເທິງ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa