ເມືອງວຽງໄຊຈັດພິທີປາຖະກະຖາວັນສຳຄັນຂອງພັກຂອງຊາດ

 

ໃນວັນທີ 22 ມີນາ 2024 ທີຜ່ານມາເມືອງ ວຽງໄຊ ໄດ້ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນວັນສ້າງຕັ້ງພັກຄົບຮອບ 69 ປີ, ວັນຄຽດແຄ້ນຂອງປະຊາຊົນລາວ-ວັນເສຍອົງຄະ ແລະ ສະລະເພື່ອປະເທດຊາດຄົບຮອບ 78 ປີ ແລະ ເຊື່ອມຊຶມມະຕິ 7 ຂອງສູນກາງພັກສະໄໝທີ XI, ມະຕິ 12 ຂອງຄະນະພັກແຂວງສະໄໝທີ X, ມະຕິ 17 ຂອງອົງຄະນະພັກເມືອງ ສະໄໝທີ XI; ຂຶ້ນຢູ່ທີຫໍວັດທະນະທຳເມືອງວຽງໄຊ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄຳ ໂຮມມີໄຊ ກຳມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງວຽງໄຊ ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຄະນະຫ້ອງການ, ນັກປະຕິວັດອາວຸໂສ, ອາດີດການນຳ, ພະນັກງານບຳນານ, ສະມາສິກພັກ, ພະນັກງານ -ລັດຖະກອນ,  ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ; ລັດວິສາຫະກິດ, ອານຸສອນສະຖານ, ໂຮງຮຽນ, ໂຮງໝໍ,ນາຍບ້ານ 5 ບ້ານ ພາຍໃນເທດສະບານເມືອງ ວຽງໄຊ ເຂົ້າຮ່ວມ 217 ສະຫາຍ, ຍິງ 64 ສະຫາຍ;

ເພື່ອເປັນການທົບທວນຄືນມູນເຊື້ອ ແລະ ໄຊຊະນະອັນຍິງໃຫຍ່ຂອງການປະຕິບັດພາຍໃຕ້ການນຳພາ-ຊີ້ນຳຂອງພັກຕະຫຼວດ 69 ປີ ຜ່ານມາເພື່ອເສີມຂະຫຍາຍມູນເຊື້ອ ແລະ ທາດແທ້ຂອງພັກເຮົາເຂົ້າໃນການນຳພາ-ຊີ້ນຳການຈັດຕັ້ງພາລະກິດປຽ່ນແປງໃໝ່ໂດຍສະເພາະແມ່ນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ ຄັ້ງທີ XI ຂອງພັກ, ມະຕິ X ຂອງແຂວງ, ມະຕິ XI ຂອງເມືອງວຽງໄຊໃຫ້ບັນລຸຕາມລະດັບຄາດໝາຍ, ບຸກທະລຸທາງດ້ານແນວຄິດ, ຈິນຕະນາການ, ສ້າງໃຫ້ມີການຫັນປຽ່ນຢ່າງແຂງແຮງ, ເລິກເຊິງຮອບດ້ານສ້າງຄວາມຮູ້ດ້ານແນວຄິດ ແລະ ການກະທຳ, ສົ່ງເສີມດ້ານດີ, ແກ້ໄຂບັນຫາຂໍ້ຄົງຄ້າງສິງທ້າທ້າຍທີເກີດຂຶ້້ນ, ສ້າງຄວາມເຊື້ອໝັ້ນໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າ, ຕໍ່ການນຳພາຂອງພັກ ພ້ອມກັນນັ້ນເພື່ອໃຫ້ບັນດາກົມກອງຫ້ອງການຜັນຂະຫຍາຍມູນເຊື້ອຂອງພັກ, ເຂົ້າໃນການຈັດຕັ້ງປະຕິບັດບັນດາຄາດໝາຍສູ້ຊົນຂອງຂະແໜງການຕົນໃຫ້ສຳເລັດຕາມລະດັບຄາດໝາຍ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa