ຈັດຕັ້ງຝຶກອົບຮົບຮົມການເມືອງ-ແນວຄິດໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າ ຢູ່ເຂດພຽນສາ ນາຄັງ ເມືອງຊຽງຄໍ້ ແຂວງຫົວພັນ

ວັນທີ 4 ເມສາ 2024 ນີ້ ຄະນະໂຄສະນາອົບຮົບແຂວງ ໄດ້ລົງເຄື່ອນໄຫວແຜນຝຶກ ອົບຮົມການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າ ຢູ່ເຂດພຽງສາ ເມືອງຊຽງຄໍ້ ແຂວງຫົວພັນ, ມີ ສະຫາຍ ສຸກເສີມ ຢາງຈາງ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງ ແລະ ໃຫ້ກຽດເຂົ້າຮ່ວມ ຂອງ ສະຫາຍ ຄຳກອງ ທຳມະເທວາ ຫົວໜ້າກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ມີຜູ້ຊົງຄຸດວຸດທິບັນດາເຜົ່າເຂົ້າຮ່ວມຈໍາ 35 ສະຫາຍ ຍິງ 4 ສະຫາຍ.


ການລົງຝຶກອົບຮົມໃນຄັ້ງນີ້ທາງທິມງານໄດ້ເອົາເອກະສານວຽກງານການເມືອງ-ແນວຄິດເປັນວຽກ ງານຫນື່ງທີ່ພັກ-ລັດເຮົາຖືເອົາວຽກງານນີ້ເປັນກົກໃນໄລຍະຜ່ານມາໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າຢູ່ຂັ້ນ ຮາກຖານຜູ້ທີ່ເຮັດວຽກງານການເມືອງ-ແນວຄິດ ຍັງບໍ່ທັນໄດ້ຮັບການເຊື່ອມຊຶມແນວທາງຢ່າງເລີກ ເຊີ່ງ. ເພ່ືອເປັນການສຶກສາອົບຮົມການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທິບັນດາເຜົ່າ ໄດ້ຮັບຮູ້ ເຊື່ອມຊຶມ,ເຂົ້າໃຈຢ່າງເລິກເຊິ່ງຕໍ່ແນວທາງນະໂຍບາຍຂອງພັກ ແລະ ລະບຽບກົດຫມາຍຂອງລັດໃນ ແຕ່ໄລຍະ,ເພື່ອເຊິດຊູນໍ້າໃຈຮັກຊາດ,ເສີມຂະຫຍາຍມູນເຊື້ອສາມັກຄີ ແລະ ຄວາມສະເຫມີພາບ, ປະຕິບັນພາລະບົດບາດ ແລະ ຫນ້າທີ່ຂອງ ຕົນເອງໃຫ້ຖືກຕ້ອງ,ພ້ອມກັນນັ້ນກໍ່ເປັນການປະກອບ ສ່ວນເຂົ້າໃນການປົກປັກຮັກສາ ແລະ ພັດທະນາປະເທດຊາດ
ເນື້ອໃນ3ບົດ ບົດທີ1 ເສີມຂະຫາຍມູນເຊື້ອອັນສະຫ່ງາລາສີ ຂອງປະຊາຊົນລາວ ບົດທີ2 ບົດບາດ ແລະ ຫນ້າທີ່ຂອງ ຜູ້ຊົງຄຸນວຸດທ່ີບັນດາເຜົ່າ ບົດທີ3 ເພີ້ມທະວີຄວາມສາມັກຄີ ແລະ ຄວາມເຫນີພາບ ຂອງປະຊາຊົນລາວບັນດາເຜົ່າ. ອີງຕາມອີງຕາມມະຕິຕົກລົງຂອງຄະນະປະຈໍາພັກແຂວງ ສະບັບເລກທີ 30/ຄປຈຂ ລົງວັນທີ 17 ກຸມພາ 2023 ວ່າດ້ວຍທີ່ຕັ້ງ,ພາລະບົດບາດ,ສິດແລະຫນ້າທີ່ ຂອງຄະນະໂຄສະນາອົບຮົມແຂວງຫົວພັນ.ອີງຕາມຄໍາແນະນໍາຂອງຄະນະໂຄສະນາອົບຮົມສູນກາງພັກສະບັບເລກທີ 101/ຄອສພ,ລົງວັນທີ 8/6/2022ວ່າດ້ວຍການນໍາໃຊ້ເອກະສານອົບຮົມການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸດວຸດທິ ບັນດາເຜົ່າ.


ອີງຕາມຫນັງສືແຈ້ງການ ຂອງກົມອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ,ສະບັບເລກທີ 11/ ຫອຮ,ລົງວັນທີ 9 ກຸມພາ 2024 ວ່າດ້ວຍການກະກຽມຈັດຕັ້ງອົບຮົມເອກະສານຄວາມຮູ້ພື້ນຖານ ດ້ານການເມືອງ-ການປົກຄອງ ແລະ ການສ້າງບ້ານພັດທະນາ,ອົບຮົມປະຊາຊົນຢູ່ລຽບຕາມຊາຍ ແດນ,ອົບຮົມການເມືອງ-ແນວຄິດ ໃຫ້ຜູ້ຊົງຄຸນວຸດທີບັນດາເຜົ່າ ປະຈໍາປີ 2024 ແລະ ແຜນການ ເລກທີ 15/ກອຮ ລົງວັນທີ 14/2/2024 ວ່າດ້ວຍ ການຈັດຕັ້ງອົບຮົມການເມືອງ-ແນວຄິດ ໃຫ້ຜູ້ ຊົງຄຸນວຸດທິບັນດາເຜົ່າປະຈໍາປີ 2024
ການຝຶກອົບຮົມ ໃນຄັ້ງນີ້ແມ່ນດໍາເນີນເປັນເວລາ 1 ວັນເຕັມ ວັນດາຄູອາຈານທັງຫມົດ ໄດ້ໃຫ້ຄໍາ ເນາະນໍາໃນການຝຶກອົບຮົມດັ່ງກ່າວ,ສືບຕໍ່ເສີມຂະຫຍາຍມູນເຊື້ອໄດ້ເນັ້ນໃຫ້ຜູ້ເຂົ້າຮ່ວມອົບຮົມ ຈົ່ງນໍາເອົາເນື້ອໃນທັງ3ບົດໄປພັນຂະຫຍາຍໃຫ້ປະຊາຊົນຢູ່ພາບໃນບ້ານໃຫ້ກ້ວາງຂວາງ ແລະ ພ້ອມ ກັນສ້າງຄວາມສາມັກຄີເຊີງກັນແລະກັນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa