ເມືອງຮ້ຽມ ແຂວງຫົວພັນ ປາຖະກະຖາວັນສຳຄັນຂອງຊາດ, ຂອງພັກ

 

ວັນທີ 25 ມີນາ 2024 ທີ່ຜ່ານມານີ້ເມືອງຮ້ຽມ ແຂວງຫົວພັນ ໄດ້ຈັດພິທີ ປາຖະກະຖາວັນວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 69 ປີ, ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດຄົບຮອບ 78 ປີ ຂື້ນຢູ່ທີ່ສະໂມສອນຂອງເມືອງ. ໂດຍການເຂົ້າຮ່ວມຂອງທ່ານ ວຽງສອນ ພົມມາສອນ ເລຂາພັກເມືອງ ເຈົ້າເມືອງເມືອງຮ້ຽມ, ມີບັນດາທ່ານການນຳເມືອງ ພ້ອມດ້ວຍພະນັກງານ, ລັດຖະກອນ, ທະຫານ, ຕຳຫຼວດເຂົ້າຮ່ວມຢ່າງພ້ອມພຽງ.

ພິທີ ທ່ານ ວຽງສອນ ພົມມາສອນ ເລຂາພັກເມືອງ ເຈົ້າເມືອງ ເມືອງຮ້ຽມໄດ້ໃຫ້ກຽດປາຖະກະຖາ ວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 69 ປີ ເຊິ່ງໄດ້ຍົກໃຫ້ເຫັນເຖິງການກຳເນີດພັກປະຊາຊົນປະຕິວັດລາວ, ຜົນສຳເລັດແຫ່ງການຊີ້ນຳ-ນຳພາຂອງພັກປະຊາຊົນປະຕິວັດລາວ ໃນໄລຍະຕໍ່ສູ້ປົດປ່ອຍຊາດ, ໄລຍະປົກປັກຮັກສາ ແລະ ສ້າງສາ ປະເທດຊາດ,  ໄລຍະຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ 1968 ເຖິງປະຈຸບັນ ພັກໄດ້ນຳພາຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ໂດຍມີຜົນສຳເລັດອັນໃຫຍ່ຫຼວງ ເຮັດໃຫ້ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ ແລະ ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດແຫ່ງຊາດມີການຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຂອງປະຊາຊົນໄດ້ຮັບການປັບປຸງດີຂື້ນເປັນກ້າວໆ.  ຈາກນັ້ນ ທ່ານ ໄຫວທອງ ບຸນມະນີວັນ ຮອງເລຂາພັກເມືອງໄດ້ປາຖະກະຖາ ວັນຄຽດແຄ້ນຂອງປະຊາຊົນລາວ-ວັນນັກຮົບເສຍອົງຄະ ແລະ ເສຍສະຫຼະຊີວິດເພື່ອປະເທດຊາດຄົບຮອບ 78 ປີພ້ອມທັງຍົກໃຫ້ເຫັນສະພາບການ ແລະ ການກະກຽມການຕໍ່ສູ້ຕ້ານພວກລ່າເມືອງຂື້ນຝຣັ່ງຂອງໜ່ວຍພັກເມືອງທ່າແຂກ, ເຫດການ ແລະ ການຕໍ່ສູ້ຢ່າງພິລະອາດຫານຂອງທະຫານ ແລະ ປະຊາຊົນຢູ່ເມືອງທ່າແຂກ, ຄວາມໝາຍຄວາມສຳຄັນຂອງບັ້ນຮົບປ້ອງກັນຕົວເມືອງທ່າແຂກ.

ການປາຖະກະຖາຄັ້ງນີ້ກໍ່ເພື່ອເຮັດໃຫ້ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ພ້ອມກັນ ເສີມຂະຫຍາຍມູນເຊື້ອຂອງພັກເຂົ້າໃນການປະຕິບັດໜ້າທີ່ວຽກງານຂອງຂະແໜງການຕ່າງໆ ແລະ ທ້ອງຖິ່ນໃຫ້ມີຜົນສຳເລັດ ແລະ ມີຄວາມກ້າວໜ້າຂື້ນເລື້ອຍໆ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa