ເມືອງວຽງໄຊ ປາຖະກະຖາເລົ່າມູນເຊື້ອວັນສຳຄັນຂອງພັກຂອງຊາດ

 

ໃນຕອນເຊົ້າວັນທີ 30 ພຶດສະພາ 2024 ທີຜ່ານມາເມືອງ ວຽງໄຊ ໄດ້ຈັດພິທີປາຖະກະຖາສະເຫຼີມສະຫຼອງວັນກຳມະກອນສາກົນ ຄົບຮອບ 138 ປີ, ວັນຜ່າວົງປິດລ້ອມກອງພັນທີ 2 ທົ່ງໄຫຫີນ ແຂວງຊຽງຂວາງຄົບຮອບ 65 ປີ ແລະ ວັນວິລະກຳໂຕນຄຸກໂພນເຄັ່ງຢ່າງມະຫັດສະຈັນ ຂອງຜູ້ນຳພັກ – ແນວລາວຮັກຊາດຄົບຮອບ 64 ປີ, ຂຶ້ນຢູ່ທີຫໍວັດທະນະທຳເມືອງວຽງໄຊ ໃຫ້ກຽດເຂົ້າຮ່ວມຂອງສະຫາຍ ຄຳ ໂຮມມີໄຊ ກຳມະການພັກແຂວງ ເລຂາພັກເມືອງ, ເຈົ້າເມືອງວຽງໄຊ ມີບັນດາສະຫາຍຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ຫົວໜ້າ-ຄະນະຫ້ອງການ, ນັກປະຕິວັດອາວຸໂສ, ອາດີດການນຳ, ພະນັກງານບຳນານ, ສະມາສິກພັກ, ພະນັກງານ -ລັດຖະກອນ,  ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕຳຫຼວດ; ລັດວິສາຫະກິດ, ອານຸສອນສະຖານ, ໂຮງຮຽນ, ໂຮງໝໍ,ນາຍບ້ານ 5 ບ້ານ ພາຍໃນເທດສະບານເມືອງ ວຽງໄຊ ເຂົ້າຮ່ວມ 232 ສະຫາຍ, ຍິງ 77 ສະຫາຍ;

ໃນພິທີດັ່ງກ່າວ ສະຫາຍ ຄຳໂຮມມີໄຊ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງວຽງໄຊ ໄດ້ເລົ່າຄືນມູນເຊື້ອປະຫັວດຄວາມເປັນມາເຫດການທີພາໃຫ້ມີວັນກຳມະກອນແມ່ນໄດ້ຜ່ານການຕູ້ສູ້ຢ່າງຍາວນານຂອງກຳມະກອນໃນທົ່ວໂລກຈົນມີການສ້າງຕັ້ງວັນກຳມະກອນຈົນຮອດປະຈຸບັນຄົບຮອບ 138 ປີ, ຈາກນັ້ນສະຫາຍ ສິງພອນ ທິດສະຫວັນຮອງເລຂາພັກເມືອງວຽງໄຊ ໄດ້ນຳເອົາເຫດການຜ່າວົງປິດລ້ອມຂອງກອງພັນທີ 2 ທົ່ງໄຫຫີນ ແຂວງຊຽງຂວາງ ທີກອງພັນທີ 2 ໄດ້ເຄື່ອນໄຫວທາງການທະຫານຈຳນວນພົນນອ້ຍ ສາມມາດໃຊ້ຍຸດທະວິທີຫລາຍປະການເອົາຕົວລົບໜີຈາກສັດຕູ້ທີມີຈຳນວນຫຼາຍກວ່າ, ຫຼາຍເທົ່າຈົນສາມາດເດັດຫຼອດໄປຮອດທີໜັ້ນຢ່າງປອດໄຟ, ຕໍ່ມາ ສະຫາຍ ສີວິໄລ ພັນທິລາຄະນະປະຈຳພັກເມືອງ ຫົວໜ້າຄະນະໂຄສະນາອົບຮົມເມືອງ ວຽງໄຊ ໄດ້ເລົ່າເຖິ່ງເຫດການມູນເຊື່້ອການໂຕນຄຸກໂພນເຄັ່ງຢ່າງມະຫັນສະຈັນຂອງບັນດາຜູ້ນຳພັກ – ແນວລາວຮັກຊາດທີໄດ້ໃຊ້ຫົວຄິດອັນສະຫຼາດສອງໃສຂົນຂວາຍເອົາກຳລັງຝ່າຍສັດຕູ້ມາຢູ່ຝ່າຍຮັກຊາດ, ຜູ້ນຳພັກໄດ້ວາງແຜນການເຮັດໃຫ້ຂະບວນການລົບໜີອອກຈາກຄຸກທີກັກຂັງຂອງຜູ້ນຳກັບຄືນຖານທີໝັ້ນໄດ້ຢ່າງປອດໄຟ.

ຕໍ່ພິທີປາຖະກະຖາດັ່ງກ່າວໄດ້ສະແດງໃຫ້ເຫັນຜົນງານການສູ້ຂອງຜູ້ນຳພັກໃຫ້ຄົນຮຸ່ນໃໝ່ໄດ້ຮັບຮູ້ເຖິງຄວາມທຸກຍາກລຳບາກຂອງກຳມະກອນ, ຂອງກອງທັບ, ຂອງພັກເຮົາກອນທີຈະໄດ້ມາເປັນປະເທຊາດໃນປັດຈຸບັນ, ສົ່ງເສີມໃຫ້ສະມາຊິກພັກ, ພະນັກງານ, ຕະຫຼອດຮອດປະຊາຊົນບັນດາເຜົ່ານຳເອົາຜົນງານເຫດການມູນເຊື້ອທີຜົນເດັ່ນຂອງຜູ້ນຳພັກຜັນຂະຫຍາຍໃຫ້ຕໍ່ເນື່ອງ ແລະ ນຳເຂົ້າໃນວຽກງານປຸກລົມຂົນຂວາຍຮັບໃຊ້ເຂົ້າໃນວຽກງານຕົວຈິງຢູ່ໃນທົ່ວເມືອງວຽງໄຊໃຫ້ມີການພັດທະນາຂະຫຍາຍຕົວສູງຂື້ນ.

 

 

 

 

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa