ກອງປະຊຸມສ່ອງແສງການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຮນິກ (ເວບໄຊ) ຂອງຄະນະໂຄສະນາອົບຮົມແຂວງ ປະຈຳໄຕຮມາດ I (ເດືອນ 1, 2, 3) ປີ 2024

 

ໃນຕອນເຊົ້າຂອງວັນທີ 26 ມີນາ 2024 ກົມຂໍ້ມູນຂ່າວສານ ແລະ ຝືກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມທາງໄກ ( Video Conference ) ສ່ອງແສງລາຍງານການເຄື່ອນໄຫວວຽກງານໂຄສະນາຜ່ານສື່ເອເລັກໂຕຮນີກ (ເວບໄຊ) ຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ ປະຈຳໄຕຮມາດ I (ເດືອນ 1, 2, 3) ແລະ ທິດທາງແຜນການປະຈຳໄຕຮມາດ II (ເດຶອນ 4, 5, 6) ເຊີ່ງຮ່ວມກັບບັນດາຄະນະໂຄສະນາອົບຮົມແຂວງ 17 ແຂວງ ແລະ 1 ນະຄອນຫຼວງໃນທົ່ວປະເທດ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ວັນຕຸລາ ຮັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝືກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ. ຕາງໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ເຂົ້າຮ່ວມກອງປະຊຸມຄັ້ງນີ້ຊື່ງມີ ທ່ານ ອົ້ມ ອິນທະລາ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີວິຊາການຮັບຜິດຊອບວຽກງານໂຄສະນາຜ່ານສື່ເອເລັກໂຕຣນີກ (ເວັບໄຊ) ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນວາລະຂອງກອງປະຊຸມ ໄດ້ພ້ອມກັນຮັບຟັງຜົນສໍາເລັດໃນການປະຕິບັດວຽກງານ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຂອງແຕ່ລະແຂວງ ເພື່ອຖອດຖອນບົດຮຽນການຫັນເປັນທັນສະໄໝ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໂດຍສະເພາະວຽກງານ ການເມືອງ-ແນວຄິດ ໃນໄລຍະໃໝ່, ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຜ່ານສື່ເອເລັກໂຕຮນີກຂອງຄະນະໂຄສະນາອົບຮົມແຕ່ລະແຂວງ ສາມາດເຄື່ອນໄຫວໄດ້ປົກກະຕິມີຄວາມສະດວກວ່ອງໄວ, ທັນສະໄໝ ໃຫ້ທັນກັບສະພາບການ. ຫຼັງຈາກນັ້ນ ຄະນະຮັບຜິດຊອບແຕ່ລະແຂວງໄດ້ລາຍງານຫຍໍ້ການເຄື່ອນໄຫວຈັດຕັ້ງປະຕິວັດວຽກງານເວບໄຊຂອງ ຄະນະໂຄສະນາອົບຮົມແຂວງ ປະຈຳໄຕຮມາດ I ເຊີ່ງມີທັງດ້ານດີຜົນງານ, ຂໍ້ສະດວກ, ຂໍ້ຫຍຸ້ງຫຍາກ ແລະ ທິດທາງແຜນການໃນຕໍ່ໜ້າຂອງບັນດາແຂວງໃນທົ່ວປະເທດ.

ໃນຕອນທ້າຍຂອງກອງປະຊຸມ ທ່ານ ວັນຕຸລາ ຮັກນຸດ ຫົວໜ້າກົມຂໍ້ມູນຂ່າວສານ ແລະ ຝືກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ຍັງໄດ້ຮຽກຮ້ອງມາຍັງກອງປະຊຸມໃຫ້ເອົາໃຈໃສ່ບາງບັນຫາ ດັ່ງນີ້:

  1. ຄະນະໂຄສະນາອົບຮົມແຂວງຕ້ອງເປັນເຈົ້າການເລືອກເຟັ້ນພະນັກງານຜູ້ທີີ່ມີພອນສະຫວັນ, ມີຄວາມຮູ້, ຄວາມສາມາດມາຮັບຜິດຊອບວຽກງານດັ່ງກ່າວ ຜູ້ທີີ່ຖືກແຕ່ງຕັ້ງຈະເປັນຜູ້ເກົ່າ ຫຼື ຜູ້ໃໝ່ ຕ້ອງໄດ້ເອົາໃຈໃສ່ຍາດແຍ່ງແລກປ່ຽນຄວາມຮູ້ນໍາຄະນະຮັບຜິດຊອບທາງສູນກາງ ຫຼື ຖ້າຫາກຜູ້ເກົ່າຖືກແຕ່ງຕັ້ງໄປຮັບຜິດຊອບວຽກງານອື່ນກໍຂໍໃຫ້ມອບວຽກ ແລະ ຖ່າຍທອດຄວາມຮູ້ໃຫ້ແກ່ຜູ້ໃຫມ່ ຫຼື ພາຍໃນຄະນະຮັບຜິດຊອບນໍາກັນຢ່າງລະອຽດ ເພືີ່ອງ່າຍໃນຂອດການປະສານງານລະຫວ່າງສູນກາງ ແລະ ແຂວງ.
    2. ຕິດຕາມກວດກາຄືນການເຄືີ່ອນໄຫວເທິງໜ້າກະດານຂ່າວເອເລັກໂຕຣນິກ (ເວັບໄຊ) ຂອງແຂວງຕົນ ກ່ຽວກັບບັນດາເມນູ, ຄໍລໍາຕ່າງໆ ໃຫ້ມີການອັບເດດໃຫມ່ຕະຫຼອດ, ປະດິດສ້າງໃຫ້ມີສີສັນ, ຂໍ້ມູນຫຼາກຫຼາຍ ຂໍເນັ້ນໜັກໃຫ້ທາງຜູ້ຊີ້ນໍາວຽກງານເວັບໄຊຂອງຄະນະໂຄສະນາອົບຮົມແຂວງຕິດຕາມກວດກາຄືນ.
    3. ສ້າງການພົວພັນ ແລະ ປະສານງານຢ່າງເປັນປົກກະຕິ ລະຫວ່າງຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມເມືອງສ້າງການຫັນປ່ຽນໃຫ້ເມືອງມີການປະສານຂໍ້ມູນ ບົດຂ່າວການເຄືີ່ອນໄຫວຂອງເມືອງ ລົງໃນເວັບໄຊ ທັງເປັນການກໍ່ສ້າງພະນັກງານໃນຂັ້ນເມືອງໄດ້ຮຽນຮູ້ ແລະ ພ້ອມກັນຫັນເປັນທັນສະໄໝໃນວຽກງານໂຄສະນາອົບຮົມ ແຂວງຕ້ອງເປັນເຈົ້າການຊ່ວຍຄະນະໂຄສະນາອົບຮົມເມືອງ ເພື່ອຂະຫຍາຍຕາໜ່າງເພື່ອນຮ່ວມງານໃຫ້ທົ່ວເຖິງ.
    4. ເພີ່ມທະວີການພົວພັນປະສານງານລະຫວ່າງຜູ້ຮັບຜິດຊອບເວັບໄຊຄະນະໂຄສະນາອົບຮົມແຂວງ ແລະ ຄະນະຮັບຜິດຊອບທາງສູນກາງ ເພື່ອຫາວິທີທາງແກ້ໄຂຢ່າງຮີບດ່ວນ, ຜ່ານມາພວກເຮົາກໍມີມູນເຊື້ອທາງດ້ານຄວາມສາມັກຄີ ຮັກແພງ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ກໍຂໍໃຫ້ຮັກສາມູນເຊື້ອ ເສີມຂະຫຍາຍດ້ານດີຢ່າງຕັ້ງໜ້າ ພ້ອມກັນແກ້ໄຂຂໍ້ຄົງຄ້າງໃຫ້ສໍາເລັດໄປເທື່ອລະກ້າວ.
    5. ຮີບຮ້ອນສືບຕໍ່ຈັດຕັ້ງປະຕິບັດການຊັບຊ້ອນບຸກຄະລາກອນ ແລະ ແຕ່ງຕັ້ງຄະນະຮັບຜິດຊອບ ເຂົ້າໃນວຽກງານດັ່ງກ່າວໃຫ້ສໍາເລັດໂດຍໄວ ເພື່ອທີ່ພວກເຮົາຈະໄດ້ກະກຽມຝຶກອົບຮົມການນໍາໃຊ້ ແລະ ການບໍລິຫານຈັດການເວັບໄຊສ ໃນເວີຊັ່ນໃໝ່ໃຫ້ແຕ່ລະແຂວງໃນມໍ່ໆນີ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa