ເຊື່ອມຊຶມແນວຄິດ “ເສດຖະກິດ ເອກະລາດ ເປັນເຈົ້ນຕົນເອງ” ແລະ ບົດສະຫຼຸບ ແຜນການວຽກງານກໍ່ສ້າງຮາກຖານການເມືອງໃນຂອບເຂດທົ່ວປະເທດ.

 

ໃນຕອນເຊົ້າ ວັນທີ 21 ກຸມພາ 2024 ແຂວງຫົວພັນ ໄດ້ຈັດກອງປະຊຸມຄົ້ນຄວ້າ-ເຊື່ອມຊືມ ແລະ ຜັນຂະຫຍາຍຄຳເຫັນຊີ້ນຳຂອງ ສະຫາຍເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ກ່ຽວກັບການສ້າງເສດຖະກິດເອກະລາດເປັນເຈົ້າຕົນເອງ (ສອຈ) ແລະ ເຜີຍແຜ່ບົດສະຫຼຸບ-ແຜນການວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024 ໃນຂອບເຂດທົ່ວປະເທດ ຂື້ນຢູ່ທີ່ ສະໂມສອນໃຫຍ່ຂອງແຂວງ ໃຫ້ກຽດເຂົ້າຮ່ວມ ແລະ ເຜີຍແຜ່ເຊື່ອມຊືມ ຂອງ ສະຫາຍ ປອ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫົວພັນ,  ມີບັນດາ ສະຫາຍຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຫົວໜ້າພະແນກການ, ອົງການທຽບເທົ່າ, ສະພາປະຊາຊົນແຂວງ, ແນວລາວສ້າງຊາດ, ສະຫະພັນນັກຮົບເກົ່າ, ກອງບັນຊາການທະຫານ, ກອງບັນຊາການປ້ອງກັນຄວາມສະຫງົບ, ອົງການຈັດຕັ້ງມະຫາຊົນ, ໂຮງໝໍ, ໂຮງຮຽນ ພ້ອມດ້ວຍພະນັກງານລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ

 ເພື່ອເຮັດໃຫ້ສະມາຊິກພັກ, ພະນັກງານງານ ມີຄວາມຮັບຮູ້ ເຂົ້າໃຈເລິກເຊິ່ງ ຕໍ່ແນວຄິດຊີ້ນຳ ຂອງ ສະຫາຍເລຂາທິການໃຫຍ່ ກ່ຽວກັບ ສອຈ ແນໃສ່ສ້າງການຫັນປ່ຽນ ແລະ ຊຸກຍູ້ການຈັດຕັ້ງຜັນຂະຫຍາຍແນວຄິດດັ່ງກ່າວ ເຂົ້າໃນການປະຕິບັດວາລະແຫ່ງຊາດ ກໍຄື ແກ້ໄຂສະພາບຫຍຸ້ງຍາກດ້ານເສດຖະກິດ-ການເງິນ.

ໃນພິທີ ສະຫາຍ ເລຂາພັກແຂວງ ກ່າວໃນກອງປະຊຸມວ່າ: ໃນສອງປີມານີ້, ໂດຍສະເພາະ ໃນປີ 2003, ກົມການເມືອງສູນກາງພັກ ກໍ່ໄດ້ເອົາໃຈໃສ່ຕິດຕາມ, ຊີ້ນຳລັດຖະບານ ຢ່າງໃກ້ຊິດ, ໃນນີ້ ໄດ້ແຕ່ງຕັ້ງຄະນະສະເພາະກິດ (19/ກມສພ) ເພື່ອແກ້ໄຂບັນຫາເຄັ່ງຮ້ອນດ້ານເສດຖະກິດ-ການເງິນ ໂດຍແມ່ນສະຫາຍ ນາຍົກລັດຖະມົນຕີ ເປັນຫົວໜ້າໂດຍກົງ ແລະ ດ້ວຍຄວາມເອົາໃຈໃສ່ ບຸກບືນ ແລະ ຕັດສິນໃຈສູງ ຂອງຄະນະພັກ, ອົງການປົກຄອງແຕ່ລະຂັ້ນ ກໍ່ຄື ສະມາຊິກພັກ, ພະນັກງານ ໃນຂະແໜງການເງິນ, ພວກເຮົາ ສາມາດຈັດຕັ້ງປະຕິບັດແນວທາງ, ແຜນນະໂຍບາຍ ຂອງພັກ, ແຜນພັດທະນາເສດຖະກິດ-ສັງຄົມ, ແຜນງົບປະມານ-ແຜນເງິນຕາ ແລະ ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ບົນພື້ນຖານຍຶດໝັ້ນ ໃນ 3 ຫຼັກການຄື: ຄວາມເຂັ້ມງວດ, ເດັດຂາດ ແລະ ຄວາມໂປ່ງໃສ ຢ່າງຈິງຈັງ ຈຶ່ງສາມາດຍາດໄດ້ຜົນສໍາເລັດໃນຫຼາຍດ້ານໂດຍສະເພາະການຈັດເກັບລາຍຮັບງົບປະມານໄດ້ລື່ນແຜນທີ່ສະພາແຫ່ງຊາດ ຮັບຮອງ, ຄົ້ນຄວ້າປະຕິບັດນະໂຍບາຍ ແລະ ມາດຕະການຟື້ນຟູເສດຖະກິດ-ການເງິນ, ສາມາດຂັບເຄື່ອນການຂະຫຍາຍຕົວຂອງເສດຖະກິດໃຫ້ດີຂຶ້ນເປັນລໍາດັບ; ສ່ວນການປະຕິບັດລາຍຈ່າຍ, ການດຸ່ນດ່ຽງງົບປະມານ ກໍ່ສາມາດປະຕິບັດໄດ້ຕາມແຜນ. ອັນພົ້ນເດັ່ນ ເຖິງວ່າມີຄວາມຫຍຸ້ງຍາກ, ແຕ່ພວກເຮົາສາມາດຊຳລະໜີ້ສິນ ໄດ້ຕາມພັນທະສັນຍາ (ເຖິງມື້ນີ້ ລາວເຮົາບໍ່ທັນໄດ້ຕົກເປັນປະເທດ ທີ່ບໍ່ສາມາດຊຳລະໜີ້ໄດ້ເທື່ອ).

ປີ 2024 ເປັນປີກ້າວເຂົ້າສູ່ໄລຍະທ້າຍສະໄໝ ໃນການຜັນຂະຫຍາຍມະຕິ ກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ ແລະ ການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ 5 ປີ ຄັ້ງທີ IX, ພ້ອມນັ້ນ ຍັງຈະສືບຕໍ່ສຸມໃສ່ປະຕິບັດສູ່ລວງເລິກ ແລະ ໃຫ້ມີຜົນສຳເລັດຕົວຈິງ, ແລະ ເປັນປີທ່ອງທ່ຽວລາວ, ວາລະແຫ່ງຊາດ ກ່ຽວກັບການແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນທັງເປັນປີທີ່ມີຫຼາຍເຫດການສຳຄັນ ໂດຍສະເພາະການເປັນປະທານອາຊຽນ,ກ່ອນອື່ນໝົດ ຕ້ອງທົບທວນຄືນໃຫ້ລະອຽດຕື່ມວ່າ ແຜນການປີ 2024 ຕ້ອງແມ່ນແຜນທີ່ມີລັກສະນະບຸກທະລຸ, ສູ້ຊົນບຸກບືນສູງສົມຄວນ, ສະນັ້ນ ຕ້ອງວາງແຜນໃຫ້ຖືກຕ້ອງ, ສອດຄ່ອງກັບສະພາບເງື່ອນໄຂຕົວຈິງ ຂອງການຂະຫຍາຍຕົວດ້ານເສດຖະກິດ-ສັງຄົມ ແລະ ຕ້ອງໄດ້ຄົ້ນຄວ້າ, ວິໄຈສະພາບການ, ຖານລາຍຮັບ-ລາຍຈ່າຍຕົວຈິງ; ເບິ່ງທ່າແຮງ, ຄວາມສາມາດບົ່ມຊ້ອນ ກໍ່ຄື ຈຸດພິເສດ ຂອງຂະແໜງການ ແລະ ທ້ອງຖິ່ນ, ລວມທັງການແບ່ງຄວາມຮັບຜິດຊອບໃຫ້ກັນຢ່າງຈະແຈ້ງ, ຂາດຕົວເພື່ອເຮັດໃຫ້ການຈັດຕັ້ງປະຕິບັດແຜນງົບປະມານແຫ່ງລັດ ບັນລຸໄດ້ຕາມແຜນ ແລະ ມີດ້ານລື່ນຄາດໝາຍ.ໃນຂະແໜງການເງິນ ແນໃສ່ແກ້ໄຂຄວາມຫຍຸ້ງຍາກດ້ານການເງິນ-ເງິນຕາ ໃນປັດຈຸບັນ ກໍ່ຄືສ້າງພື້ນຖານອັນໜັກແໜ້ນ ໃຫ້ແກ່ການພັດທະນາແບບຍືນຍົງໃນຕໍ່ໜ້າ.ປະທານໄກສອນ ພົມວິຫານ ເປັນນັກສະຖາປະນິກແນວທາງປ່ຽນແປງໃໝ່ ແມ່ນໃຫ້ຄວາມສໍາຄັນທີ່ສຸດ ຕໍ່ວຽກງານການເງິນ, ເພິ່ນໄດ້ມີຄຳເຫັນເນັ້ນໜັກ ໃນກອງປະຊຸມໃຫ່ຍ ຄັ້ງທີ IV ຂອງພັກ ໃນເດືອນພະຈິກ ປີ 1986 ວ່າ “ຖ້າວ່າ ນະໂຍບາຍການເງິນຂອງພວກເຮົາ ຫາກບໍ່ໄດ້ຮັບໄຊຊະນະແລ້ວ, ທຸກການປະຕິຮູບອັນເຖິງຖອງ ຂອງພວກເຮົາ ກໍ່ຈະໄດ້ຮັບຄວາມປະລາໄຊ”. ຍິ່ງຢືນຢູ່” ປະທານ ໄກສອນ ພົມວິຫານ, ນິພົນເລືອກເຟັ້ນ ເຫຼັ້ມ 2 ໜ້າ 469 ຕໍ່ໜ້າເງື່ອນໄຂ ທີ່ມີຄວາມຫຍຸ້ງຍາກດ້ານເສດຖະກິດ-ການເງິນ ຄືໃນປັດຈຸບັນ, ນະໂຍບາຍ, ມາດຕະການ ດ້ານການເງິນ ຍິ່ງຕ້ອງໄດ້ຮັບການຄົ້ນຄວ້າ ຢ່າງເລິກເຊິ່ງ ແລະ ຕ້ອງເດັດດ່ຽວຕັດສິນໃຈ ແກ້ໄຂບັນດາສິ່ງອັດຕັນ, ສິ່ງຫຍໍ້ທໍ້ຕ່າງໆ ໃນຂົງເຂດເສດຖະກິດ-ການເງິນ ໃຫ້ໄດ້ຢ່າງຂາດຕົວ.

ໃນຕອນທ້າຍຂອງກອງປະຊຸມ ສະຫາຍ ເພີດ ມາປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳແນວຄິດທິດສະດີຂັ້ນແຂວງ ໄດ້ເຜີຍແຜ່ບົດສະຫຼຸບ-ແຜນການວຽກງານກໍ່ສ້າງຮາກຖານການເມືອງ, ພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກ, ວຽກງານ 3 ສ້າງ ປະຈຳປີ 2023 ແລະ ທິດທາງແຜນການ ປະຈຳປີ 2024; ຕະຫລອດໄລຍະໜຶ່ງປີຜ່ານມາ ຄະນະພັກແຕ່ລະຂັ້ນນັບແຕ່ສູນກາງຮອດທ້ອງຖິ່ນໄດ້ສືບຕໍ່ນຳພາ – ຊີ້ນຳການຈັດຕັ້ງເຊື່ອມຊຶມ, ເຜີຍແຜ່ ແລະ ຜັນຂະຫຍາຍມະຕິ, ເອກະສານກ່ຽວຂ້ອງກັບວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ – ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ ບົນພື້ນຖານນັ້ນ ໄດ້ສືບຕໍ່ສ້າງຂະບວນການແຂ່ງຂັນຮັກຊາດ ແລະ ພັດທະນາ, ສ້າງບ້ານພັດທະນາ ແລະ ຊຸກຍູ້ວຽກງານ 3 ສ້າງ ໃຫ້ແຂງແຮງ, ຜັນຂະຫຍາຍເນື້ອໃນຂອງກອງປະຊຸມກາງສະໄໝຂອງຄະນະບໍລິຫານງານສູນກາງພັກ ແລະ ຂອງຄະນະພັກນັ້ນຂອງຕົນ, ບົດແນະນໍາ ເລກທີ 02/ຫສພ, ແຈ້ງການ ເລກທີ 106/ຫສພ, ມະຕິ ເລກທີ 097/ກມສພ, ກົດໝາຍວ່າດ້ວຍການຈັດສັນພູມລຳເນົາ ແລະ ອາຊີບ ດ້ວຍການສ້າງເປັນແຜນຍຸດທະສາດ, ເປັນແຜນແມ່ບົດ ແລະ ແຈ້ງການ, ແນະນໍາຕ່າງໆ. ພາຍໃຕ້ການນຳພາ-ຊີ້ນຳຢ່າງໃກ້ຊິດຂອງຄະນະບໍລິຫານການສູນກາງພັກ,ກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫ້ອງວ່າການສູນກາງພັກ ໃນຖານະເປັນໃຈກາງໃນການປະສານງານກັບບັນດາຄະນະພັກຂັ້ນສູນກາງ ແລະ ທ້ອງຖິ່ນ ໄດ້ຖືເອົາວຽກງານກໍ່ສ້າງຕິດພັນວຽກງານພັດທະນາຊົນນະບົດຮອບດ້ານ-ແກ້ໄຂຄວາມທຸກຍາກແລະ ວຽກງານ 3 ສ້າງ ເປັນວຽກຍຸດທະສາດຂອງພັກອັນດັບໜຶ່ງ, ຖືເປັນວຽກສະເພາະໜ້າ ແລະ ຍາວຂອງການນຳພັກ ອຳນາດການປົກຄອງແຕ່ລະຂັ້ນ ໄດ້ສຸມໃສ່ນຳພາ-ຊີ້ນຳໃນການຈັດຕັ້ງຜັນຂະຫຍາຍບັນດາມະຕິ, ຄໍາສັ່ງຂອງສູນກາງໃນແຕ່ລະໄລຍະ ແລະ ຄົ້ນຄວ້າຜັນຂະຫຍາຍອອກເປັນຂອງຄະນະບໍລິຫານງານພັກຂັ້ນຂອງຕົນ ເພື່ອນຳໄປເຜີຍແຜ່ເຊື່ອມຊຶມໃນຂັ້ນແຂວງ, ຂັ້ນເມືອງ, ນະຄອນ ແລະ ບ້ານ ຕິດພັນກັບການຈັດຕັ້ງລະບົບສ່ອງແສງລາຍງານ 3 ວຽກ ປະຈຳ 3 ເດືອນ, 6 ເດືອນແລ້ວລົງໄປເຜີຍແຜ່ໃຫ້ປະຊາຊົນບັນດາເຜົ່າທຸກຊັ້ນຄົນໃຫ້ເຂົາເຈົ້າຮັບຮູ້ ແລະ ເຂົ້າໃຈ. ພ້ອມກັນນັ້ນ, ກໍໄດ້ຫັນເອົາພະນັກງານຫຼັກແຫຼ່ງ, ພະນັກງານວິຊາການ ລວມເຖິງ 2 ກຳລັງ ປກຊ-ປກສ ລົງປະຈໍາຢູ່ບັນດາເມືອງ ແລະ ຈຸດສຸມພັດທະນາ, ຈຸດສຸມຊາຍແດນ, ຈຸດສຸມກຸ່ມບ້ານໃຫຍ່ສ້າງເປັນຕົວເມືອງນ້ອຍໃນຊົນນະບົດ ຊຸກຍູ້ຂະບວນການພັດທະນາຮອບດ້ານ ແລະ ຈັດຕັ້ງປະຕິບັດຂໍ້ແຂ່ງຂັນຮັກຊາດ ແລະ ພັດທະນາ. ຫຼາຍແຂວງສືບຕໍ່ຖືເອົາຂະບວນການດັ່ງກ່າວ ສ້າງພະນັກງານສືບທອດ, ປ່ຽນແທນ ແລະ ຮູ້ນໍາພາຮອບດ້ານ. ມາຮອດປັດຈຸບັນ ຫຼາຍຈຸດສຸມພັດທະນາທ້ອງຖິ່ນ ມີການຫັນປ່ຽນແລະ ໄດ້ຮັບການປັບປຸງດີຂຶ້ນ ສາມາດເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນເຂດຫ່າງໄກສອກຫຼີກດີຂຶ້ນເປັນກ້າວໆ.

ກອງປະຊຸມດັ່ວກ່າວໄດ້ດຳເນີນເວລາ ເປັນ 1 ຕອນ ແລະ ປິດລົງດ້ວຍໝາກຜົນອັນຈັບງາມ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa