ແຂວງຫົວພັນສຳເລັດການຝືກອົບຮົມວຽກງານໂຄສະນາ-ປາຖະກະຖາ

ໃນລະຫວ່າງວັນທີ 27 – 29 ກຸມພາ 2024 ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ສຳເລັດການຝຶກອົບຮົມວຽກງານໂຄສະນາ-ປະຖະກະຖາ ໃຫ້ແກ່ພະນັກງານຫຼັກແຫຼ່ງທົ່ວແຂວງ ຂຶ້ນຢູ່ທີ ຫ້ອງປະຊຸມຊັ້ນ 5 ຕືກສຳນັກງານອົງການປົກຄອງແຂວງ, ໂດຍໃຫ້ກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳແນວຄິດທິດສະດີຂັ້ນແຂວງ, ມີ ທ່ານ ໂພເມກ ວິໄລສັກ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ຕົງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຄູຝືກມາຈາກຄະນະໂຄສະນາອົບຮົມສູນກາງພັກ ແລະ ແຂວງ, ມີນັກສຳມະນາກອນ ທີ່ມາຈາກພະແນກການ ກົມກອງອອ້ມຂ້າງແຂວງ ແລະ 10 ເມືອງທົ່ວແຂວງ ເຂົ້າຮ່ວມຢ່າງພ້ອມພຽງ

ຊຸດຝຶກອົບຮົມໃນຄັ້ງນີ້ ມີນັກຝຶກອົບຮົມເຂົ້າຮ່ວມ ທັງໝົດ 58 ທ່ານ, ຍິງ 22 ທ່ານ; ໃນນັ້ນ ມີນັກສຳມະນາກອນທີ່ມາຈາກພະແນກການ ກົມກອງອອ້ມຂ້າງແຂວງ 46 ທ່ານ, ຍິງ 20 ທ່ານ, ມາຈາກຄະນະໂຄສະນາອົບຮົມເມືອງ 12 ທ່ານ, ຍິງ 3 ທ່ານ. ບັນດາເອກະສານນຳໃຊ້ເຂົ້າໃສ່ການຝຶກອົບຮົມໃນຄັ້ງນີ້ຄື: ບົດທີ1, ບັນຫາພື້ນຖານ ຂອງວຽກງານໂຄສະນາ – ປຸກລະດົມ; ບົດທີ 2, ຝຶກຝົນຄວາມສາມາດໃນການຂຽນເອກະສານ; ບົດທີ 3, ຄຸນລັກສະນະ, ສິລະປະ ແລະ ວາທະສິນໃນການໂຄສະນາ – ປາຖະກະຖາ; ບົດທີ 4 ຄື: ໂຄສະນາຜ່ານສື່

ຕະຫຼອດໄລຍະ ຂອງການຝຶກອົບຮົມ ແມ່ນດໍາເນີນໄປດ້ວຍບັນຍາກາດອັນຟົດຟື້ນ, ຜູ້ເຂົ້າຮ່ວມຝຶກອົບຮົມແຕ່ລະທ່ານ ກໍໄດ້ຍົກສູງຄວາມຮັບຜິດຊອບ ຂອງຕົນ ໃນການປະຕິບັດໂມງເວລາ, ລະບຽບການຕ່າງໆ ທີ່ຄະນະຮັບຜິດຊອບວາງອອກ; ໄດ້ສຸມໃສ່ຄົ້ນຄວ້າ, ຮໍ່າຮຽນ ແລະ ແລກປ່ຽນຄໍາຄິດຄໍາເຫັນ ຕໍ່ກັບບັນຫາຕ່າງໆທີ່ຕັ້ງຂຶ້ນນໍາ ຄູ-ຈານ ຢ່າງກົງໄປກົງມາ. ການຝຶກອົບຮົບໃນຄັ້ງນີ້ ນອກຈາກຮັບຟັງການບັນຍາຍທາງດ້ານທິດສະດີ ກ່ຽວກັບວຽກງານໂຄສະນາ-ປາຖະກະຖາແລ້ວ ຜູ້ເຂົ້າຮ່ວມຍັງໄດ້ຜັດປ່ຽນຂຶ້ນທົດລອງເປັນຄະນະຈັດຕັ້ງພິທີ, ຂຶ້ນປາຖະກະຖາ ແລະ ຮ່າງເອກະສານສໍາຄັນຕ່າງໆຈໍານວນໜຶ່ງ.

ໃນໂອກາດດັ່ງກ່າວ ທ່ານ ທ່ານ ໂພເມກ ວິໄລສັກ ຫົວໜ້າກົມໂຄສະນາ ຄະນະໂຄສະນາອົບຮົມສູນກາງພັກ ເປັນກຽດມອບໃບຢັ້ງຢືນ ພ້ອມທັງໂອ້ລົມຕໍ່ຊຸດຝຶກອົບຮົມໃນຄັ້ງນີ້: ການຝຶກອົບຮົມຄວາມຮູ້ພື້ນຖານວຽກງານໂຄສະນາ-ປາຖະກະຖາ ແມ່ນມີຄວາມສຳຄັນ ແລະ ຄວາມຈຳເປັນສຳລັບສະມາຊິກພັກ, ພະນັກງານຫຼັກແຫຼ່ງຂອງແຂວງ ເພື່ອເປັນການຍົກລະດັບຄວາມຮູ້ຄວາມສາມາດທາງດ້ານວິທີການໂຄສະນາ-ປາຖະກະຖາ ກໍ່ຄືວຽກງານໂຄສະນາດ້ວຍປາກ,  ການຂຽນເອກະສານວຽກງານການ ເມືອງ-ແນວຄິດ ແລະ ວິທີການເປັນຄະນະຈັດຕັ້ງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງ, ຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງໃນໄລຍະໃໝ່.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa