ແຂວງຫົວພັນປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 69 ປີ

ວັນທີ 19 ມີນາ 2024 ນີ້, ແຂວງຫົວພັນໄດ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ ຄົບຮອບ 69 ປີ, ຢູ່ທີ່ຫໍວັດທະນະທຳຂອງແຂວງ ໂດຍມີບັນດາສະຫາຍ ຄະນະປະຈຳ, ກຳມະການພັກແຂວງ, ຫົວໜ້າ-ຮອງຫົວໜ້າພະແນກການ, ອາດີດພະນັກງານການນຳ ພ້ອມດ້ວຍສະມາຊິກພັກສົມບູນ-ສຳຮອງເຂົ້າຮ່ວມຢ່າງພ້ອມພຽງ.

ໃນພິທີ ສະຫາຍ ຄໍາແພງ ໄຊສົມແພງ ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ ໄດ້ຜ່ານປະຫວັດການກໍາເນີດພັກປະຊາຊົນ ປະຕິວັດລາວ ຊຶ່ງຊາດລາວເປັນຊາດໜຶ່ງທີ່ມີປະຫວັດສາດອັນຍາວນານ, ມີມູນເຊື້ອໃນການຕໍ່ສູ້ຕີເອົາຊະນະຈັກກະພັດຕ່າງດ້າວຜູ້ຮຸກຮານ, ມີມູນເຊື້ອໃນການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ, ໄດ້ນໍາພາຈັດຕັ້ງປະຕິບັດແນວທາງປ່ຽນແປງໃໝ່ ໂດຍມີຜົນສຳເລັດອັນໃຫຍ່ຫຼວງ,ມີສະຖຽນລະພາບທາງດ້ານການເມືອງ, ສັງຄົມມີຄວາມສະຫງົບ, ມີຄວາມເປັນລະບຽບຮຽບຮ້ອຍ, ເສດຖະກິດຂະຫຍາຍຕົວຢ່າງຕໍ່ເນື່ອງ, ຊີວິດການເປັນຢູ່ຂອງປະຊາຊົນໄດ້ຮັບການປັບປຸງ ແລະ ນັບມື້ດີຂື້ນ. ສະເພາະແຂວງຫົວພັນ, ພາຍໃຕ້ການນຳພາ – ຊີ້ນຳຂອງຄະນະບໍລິຫານງານພັກແຂວງໃນແຕ່ລະສະໄໝ, ຄະນະພັກ, ຄະນະນຳແຕ່ລະຂັ້ນກໍ່ໄດ້ເອົາໃຈໃສ່ສຶກສາອົບຮົມການເມືອງ – ແນວຄິດໃຫ້ແກ່ສະມາຊິກພັກ, ພະນັກງານ-ລັດຖະກອນທັງໝົດ ເປັນຕົ້ນແມ່ນວຽກງານປັບປຸງປົວແປງຂະຫຍາຍພັກ ເຊິ່ງເຮັດໃຫ້ພັກມີການເຕີບໃຫຍ່ຂະຫຍາຍຕົວ. ທົ່ວແຂວງມີ 10 ອົງຄະນະພັກເມືອງ ມີ 2 ອົງຄະນະພັກກົມກອງ, ມີຮາກຖານຊີ້ນໍາຫຼາຍບ້ານຈໍານວນ 93 ຮາກຖານ, ມີຮາກຖານພັກທັງໝົດ 157 ຮາກຖານ, ມີໜ່ວຍພັກທັງໝົດ 1.220 ໜ່ວຍພັກ ທຽບໃສ່ ປີ 2022 ເພີ່ມຂຶ້ນ 71 ໜ່ວຍ, ຮຽນສະໜັບສະໜູນຈໍານວນ 946 ສະຫາຍ, ຍິງ 261 ສະຫາຍ, ຮຽນກົດລະບຽບພັກ 860 ສະຫາຍ, ຍິງ 250 ສະຫາຍ. ທົ່ວແຂວງຫົວພັນມີສະມາຊິກພັກທັງໝົດ 21.403 ສະຫາຍ ຍິງ 5.176 ສະຫາຍ, ເພີ່ມຂຶ້ນ 767 ສະຫາຍ, ສະມາຊິກພັກປະເພດແຂງມີ 16.462 ສະຫາຍ; ຍິງ 4.210 ສະຫາຍ, ສະມາຊິກພັກປະເພດກາງມີ 1.752 ສະຫາຍ; ຍິງ 321 ສະຫາຍ ສະມາຊິກພັກອ່ອນມີ 17 ສະຫາຍ, ສະມາຊິກພັກບໍ່ໄດ້ປະເມີນມີ 3.172 ສະຫາຍ; ຍິງ 645 ສະຫາຍ, ມີໜ່ວຍພັກທັງໝົດ 1.096 ໜ່ວຍ ໃນນີ້ໜ່ວຍພັກແຂງມີ 891 ໜ່ວຍ, ໜ່ວຍພັກປະເພດກາງມີ 188 ໜ່ວຍ, ໜ່ວຍພັກອ່ອນ 11 ໜ່ວຍ, ໜ່ວຍພັກບໍ່ໄດ້ຈັດປະເພດມີ 6 ໜ່ວຍ, ໜ່ວຍພັກບໍ່ໄດ້ຮັບການປະເມີນມີ 124 ໜ່ວຍ.ຈາກການຂະຫຍາຍຕົວຂອງພັກດັ່ງກ່າວນັ້ນ, ເຮັດໃຫ້ພັກສາມາດເປັນແກນນໍາໃນລະບົບການເມືອງ ແລະ ນໍາພາ-ຊີ້ນໍາປະຊາຊົນບັນດາເຜົ່າຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ, ມະຕິກອງປະຊຸມໃຫຍ່ຄັ້ງທີ X ຂອງອົງຄະນະພັກແຂວງ, ແຜນພັດທະນາເສດຖະກິດ-ສັງຄົມ 5 ປີ ຄັ້ງທີ IX ຂອງແຂວງ ເຫັນວ່າສະພາບທາງດ້ານການເມືອງມີສະຖຽນລະພາບ, ສັງຄົມມີຄວາມສະຫງົບ, ເສດຖະກິດໄດ້ຮັບການພັດທະນາຫຼາຍຂຶ້ນ ແລະ ມີຈັງຫວະຂະຫຍາຍຕົວຕໍ່ເນື່ອງ; ລວມຍອດຜະລິດຕະພັນພາຍໃນ GDP ບັນລຸ 4.753,15 ຕື້ກີບ, ລາຍໄດ້ສະເລ່ຍ 15.154.758 ກີບ/ຄົນ/ປີ ຫຼື ເທົ່າກັບ 879 ໂດລາ ຕໍ່ຄົນຕໍ່ປີ, ອັດຕາການຂະຫຍາຍຕົວທາງດ້ານເສດຖະກິດຢູ່ໃນລະດັບ 4,16% ທຽບໃສ່ແຜນການປີ ຍັງບໍ່ທັນບັນລຸ 0,47%. ໃນນີ້ຂະແໜງກະສິກຳ – ປ່າໄມ້ ເພີ່ມຂຶ້ນ 4,35% ກວມເອົາ 56,59% ຂອງ GDP, ຂະແໜງອຸດສາຫະກຳເພີ່ມຂຶ້ນ 4,81% ກວມເອົາ 22,19% ຂອງ GDP, ຂະແໜງບໍລິການເພີ່ມຂຶ້ນ 3,36% ກວມເອົາ 21,22% ຂອງ GDP.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa