ແຂວງຫົວພັນປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 71 ປີ.

ແຂວງຫົວພັນປາຖະກະຖາວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 71 ປີ.

ວັນທີ 17 ກໍລະກົດ 2026 ຜ່ານມານີ້, ສະຫະພັນແມ່ຍິງແຂວງຫົວພັນໄດ້ຈັດພິທີສະເຫຼີມສະຫຼອງວັນສ້າງຕັ້ງສະຫະພັນແມ່ຍິງລາວຄົບຮອບ 71 ປີ( 20 ກໍລະກົດ 1955 – 20 ກໍລະກົດ 2026 ) ພາຍໃຕ້ຄໍາຂວັນ: “ 71 ປີ ມີໄຊເຕີບໃຫຍ່ເຂັ້ມແຂງ ພັດທະນາແມ່ຍິງກ້າວໄກ ທັນສະໄໝ”. ຢູ່ທີ່ຫໍວັດທະນະທໍາແຂວງ ເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາໂດຍສະຫາຍ ຄອນປະພັນ ເລືອງສີຈັນທອງ ຮອງເລຂາພັກແຂວງ, ຜູ້ປະຈໍາການ, ຊີ້ນໍາວຽກງານແນວຄິດທິດສະດີ, ວຽກງານພັກ, ພະນັກງານ ແລະ ວຽກງານອົງການຈັດຕັ້ງມະຫາຊົນຂັ້ນແຂວງ, ມີການນຳແຂວງ, ການນໍາເມືອງຊໍາເໜືອ, ຫົວໜ້າພະແນກການອ້ອມຂ້າງແຂວງ, ພະນັກງານບໍານານ, ພ້ອມດ້ວຍສະມາຊິກແມ່ຍິງພາຍໃນເທດສະບານແຂວງເຂົ້າຮ່ວມ.


ໃນພິທີໄດ້ຮັບຟັງການກໍາເນີດ ແລະ ການເຕີບໃຫຍ່ຂະຫຍາຍຕົວ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ, ຊື່ງຕະຫຼອດໄລຍະແຫ່ງການຕໍ່ສູ້ປົດປ່ອຍຊາດ ແລະ ປົກປັກຮັກສາປະເທດຊາດ, ແມ່ຍິງລາວບັນດາເຜົ່າ ມີມູນເຊື້ອຕໍ່ສູ້ພິລະອາດຫານ, ມູນເຊື້ອດຸໝັ່ນຂະຫຍັນພຽນໃນການອອກແຮງງານ ແລະ ມູນເຊື້ອອະນຸລັກວັດທະນະທຳອັນດີງາມຂອງຊາດ ແລະ ຂອງແມ່ຍິງລາວ; ແມ່ຍິງມີບົດບາດສໍາຄັນຕົ້ນຕໍໃນການອະນຸລັກຮັກສາວັດທະນະທຳອັນດີງາມ ສະແດງອອກ ໃນກິລິຍາມາລະຍາດ, ການນຸ່ງຖືແຕ່ງກາຍ, ການຮ້ອງລຳທຳເພງ, ການຟ້ອນ, ການຈັດຕັ້ງພິທີກຳທາງສາສະໜາ, ຮີດຄອງປະເພນີ ແລະ ອື່ນໆ… ເອື້ອຍນ້ອງແມ່ຍິງ ໄດ້ກາຍເປັນຜູ້ສືບທອດໃນການປົກປັກຮັກສາມູນມໍລະດົກ ວັດທະນະທຳອັນດີງາມຂອງຊາດ ຖ່າຍທອດຈາກຮຸ່ນສູ່ຮຸ່ນ ຈົນເທົ່າທຸກວັນນີ້.


ສໍາລັບສະຫະພັນແມ່ຍິງແຂວງຫົວພັນໃນ 1 ປີຜ່ານມາໄດ້ຈັດຕັ້ງເຜີຍແຜ່, ເຊື່ອມຊຶມເອກະສານມູນເຊື້ອປະຫວັດສາດ ຂອງຊາດ, ຂອງພັກ, ມູນເຊື້ອວັດທະນະທໍາອັນດີງາມຂອງຊາດ, ຂອງແມ່ຍິງລາວ, ລັດຖະທໍາມະນູນ, ກົດໝາຍ, ກົດລະບຽບສະຫະພັນແມ່ຍິງ, ການສົ່ງເສີມຄວາມກ້າວໜ້າຂອງແມ່ຍິງ, ການສົ່ງເສີມຄວາມສະເໝີພາບຍິງ-ຊາຍ, ແນວທາງການຕ່າງປະເທດ, ວຽກງານເສດຖະກິດ-ສັງຄົມ, ບັນດາສົນທິສັນຍາສາກົນທີ່ພົວພັນເຖິງສິດ, ຜົນປະໂຫຍດອັນຊອບທໍາຂອງແມ່ຍິງ ແລະ ເດັກ, ນິຕິກໍາ, ເອກະສານສໍາຄັນອື່ນໆ ໄດ້ 355 ຄັ້ງ, ຊຸກຍູ້ສະຫະພັນແມ່ຍິງແຕ່ລະຂັ້ນ ຈັດຕັ້ງເຜີຍແຜ່ເຊື່ອມຊຶມເນື້ອໃນຂໍ້ແຂ່ງຂັນ 3 ດີ ໄດ້ 953 ຄັ້ງ, ປຸກລະດົມສະມາຊິກສະຫະພັນແມ່ຍິງບັນດາເຜົ່າເຂົ້າຮ່ວມໃນການຮັກສາສຸຂະພາບ, ການສັກຢາກັນພະຍາດຕາມລະດູການ, ການລ້ຽງລູກດ້ວຍນົມແມ່, ວຽກງານໂພຊະນາການ, ຊຸມຊົນເປັນເຈົ້າການດ້ານສຸຂະອະນາໄມ ແລະ ວຽກງານອື່ນໆຕື່ມອີກ.
ການປາຖະກະຖາຄັ້ງນີ້ເພື່ອຫວນຄືນປະຫວັດມູນເຊື້ອການກໍາເນີດ, ເຕີບໃຫຍ່ຂະຫຍາຍຕົວ ແລະ ຜົນງານການເຄື່ອນໄຫວວຽກງານ ຂອງອົງການຈັດຕັ້ງສະຫະພັນແມ່ຍິງລາວ ແລະ ແມ່ຍິງລາວບັນດາເຜົ່າ ທີ່ໄດ້ອຸທິດຕົນ ເພື່ອພາລະກິດຕໍ່ສູ້ປົດປ່ອຍຊາດ, ປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ກໍ່ຄືພາລະກິດພັດທະນາແມ່ຍິງລາວ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa