ແຂວງຫົວພັນຈັດພິທີສະຫຼອງວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປ

 

ວັນທີ 31 ມັງກອນ 2024 ທີສະໂມສອນໃຫ່ຍຂອງແຂວງຫົວພັນ ໄດ້ຈັດພິທີປາຖະກະຖາເລົ່າຄືນມູນເຊື້ອ ວັນເກີດ ປະທານ ຄຳໄຕ ສີພັນດອນ ຄົບຮອບ 100 ປີ (08 ກຸມພາ 1924) – 08 ກຸມພາ 2024) ໂດຍໃຫ້ກຽດເລົ່າຄືນມູນເຊື້ອແມ່ນ ທ່ານ ປອ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ, ມີບັນດາທ່ານ ຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ຄະນະເລຂາທິການສະພາປະຊາຊົນແຂວງ ຫົວໜ້າພະແນກການ, ອົງການທຽບເທົ່າ, ອົງການຈັດຕັ້ງມະຫາຊົນ, ກອງບັນຊາການທະຫານແຂວງ, ລັດວິສາຫະກິດ, ສາຂາທະນາຄານ, ຄູອາຈານ,ນັກຮຽນ-ນັກສຶກສາ ແລະ ຄະນະພັກອຳນາດການປົກ 12 ບ້ານ ທົ່ວເທດສະບານແຂວງເຂົ້າຮ່ວມຢ່າງຫຼວງຫຼາຍ.

ປະທານ ຄຳໄຕ ສີພັນດອນ ເກີດເມື່ອວັນທີ 8 ກຸມພາ 1924 ໃນຄອບຄົວຊາວນາ ທີ່ດຸໝັ້ນຂະຫຍັນພຽນ ຢູ່ບ້ານຫົວໂຂງພະໃຫ່ຍ, ເມືອງໂຂງ, ແຂວງຈໍາປາສັກ ເປັນບຸດຂອງ ພໍ່ນີ ນີລາໄຊ ແລະ ແມ່ສາຍບົວ ນິລາໄຊ, ມີເອື້ອຍນອ້ງນຳກັນ 6 ຄົນ, ເປັນຄອບຄົວເຄີຍມີມູນເຊື້ອການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝັ່ຣງ ແລະ ສັກດີນາທອງຖິ່ນ.

ປະທານ ຄຳໄຕ ສີພັນດອນ ແມ່ນໜື່ງໃນບັນດາຜູ້ນຳຮຸ່ນທຳອິດຂອງການປະຕິວັດລາວ ໄດ້ຮ່ວມກັບຜູ້ນໍາຄົນອື່ນໆ ນໍາພາລະກິດປົດປ່ອຍປະເທດຊາດ ອອກຈາກແອກປົກຄອງຂອງຈັກກະພັດຕ່າງດ້າວກໍ່ ຄື ພາລະກິດປົກປັກຮັກສາ ແລະ ສ້າງສາປະເທດຊາດ ເພິ່ນເປັນຜູ້ນໍາທີ່ມີນໍ້າໃຈຮັກຊາດອັນສູງສົ່ງເສຍສະຫຼະທຸກຢ່າງ ອຸທິດສະຕິປັນຍາ ແລະ ກຳລັງວັງຊາຢ່າງບໍ່ຮູ້ອິດຮູ້ເມື່ອຍຄ່ຽງບ່າຄ່ຽງໄຫຼ່ກັບ ປະທານ ໄກສອນ ພົມວິຫານ ແລະ ຜູ້ນຳຄົນອື່ນໆ ຈັດຕັ້ງນຳພາຂະບວນການປະຕິວັດໄດ້ເຕີບໃຫ່ຍ ຂະຫຍາຍຕົວ ແລະ ຍາດໄດ້ໄຊຊະນະຢ່າງຕໍ່ເນື່ອງ ແລະ ມີຜົນສໍາເລັດຢ່າງມີໄຊ ນຳພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມເທື່ອລະກ້າວຢ່າງໜັກແໜ້ນ. ປະທານ ຄຳໄຕ ສີພັນດອນ ຍາມໃດກໍ່ໄດ້ຮັບຄວາມນັບຖືຮັກແພງ ແລະ ເຊື້ອໜັ້ນໄວ້ວາງໃຈຈາກໜຸ່ມຄະນະ ກໍ່ຄືພະນັກງານນັກຮົບ ແລະ ປະຊາຊົນບັນດາເຜົ່າ ເຊິ່ງເພີ່ນໄດ້ຮັບການມອບໝາຍໜ້າທີ ທີ່ສຳຄັນເປັນລໍາດັບມາ ຈາກການເປັນທະຫານປະຈໍາເສນາທິການພາກໃຕ້, ເປັນຜູ້ແທນລັດຖະບານລາວອິດສະຫຼະປະຈຳເຂດລາວໃຕ້ ແລະ ເປັນຫົວໜ້າການເມືອງເຂດລາວໃຕ້, ເປັນຜູ້ແທນລັດຖະບານລາວອິນສະຫຼະປະຈໍາເຂດລາວໃຕ້ ແລະ ເປັນຫົວໜ້າການເມືອງເຂດລາວໃຕ້, ເປັນກຳມະການສູນກາງແນວລາວອິດສະຫຼະ ແລະ ແນວລາວຮັກຊາດ, ເປັນປະທານຄະນະກຳມະການຕໍ່ເຂດກາງ, ເປັນກຳມະການສູນກາງພັກ, ເປັນຜູ້ບັນຊາການສູງສຸດກອງທັບປົດປ່ອຍປະຊາຊົນລາວ ແລະ ກອງທັບປະຊາຊົນລາວໃນເວລາໃນເວລາຕໍ່ມາເປັນຄະນະປະຈຳສູນກາງພັກ, ເປັນກຳມະການກົມການເມືອງ ແລະ ຄະນະເລຂາທິການສູນກາງພັກ, ເປັນຮອງນາຍົກລັດຖະມົນຕີ, ເປັນລັດຖະມົນຕີກະຊວງປ້ອງກັນປະເທດ, ເປັນຜູ້ປະຈຳການລັດຖະບານ, ເປັນນາຍົກລັດຖະມົນຕີ ແລະ ເປັນຜູ້ນຳສູງສຸດຂອງພັກ ແລະ ລັດເຮົາ.

ເດືອນມິຖຸນາ ປີ 2006, ກອງປະຊຸມໃຫ່ຍຄັ້ງທີ VIII ຂອງພັກປະຊາຊົນປະຕິວັດລາວ ໄດ້ດຳເນີນຢ່າງສະຫງ່າຜ່າເຜີຍດວ້ຍຄວາມຊົມຊື່ນຍິນດີຜົນງານ ແລະ ໄຊຊະນະທີ່ຍາດມາໄດ້ ພາຍໃຕ້ການນຳພາຂອງ ພັກຊື່ງມີ ປະທານ ຄຳໄຕ ສີພັນດອນ ເປັນຜູ້ນຳໜ້າ. ໃນກອງປະຊຸມໃຫ່ຍຄັ້ງນີ້ ປະທານ ຄຳໄຕ ສີພັນດອນ ໄດ້ກ່າວໜ້າທີ່ ເພື່ອພັກຜ່ອນຮັບເບ້ຍບຳນານ ເຖິງວ່າປະທານ ຄຳໄຕ ສີພັນດອນ ໄດ້ອອກພັກຜ່ອນຮັບເບ້ຍບຳນານແລ້ວກໍ່ຕາມ ແຕ່ເພິ່ນກໍ່ຍັງສືບຕໍ່ອຸທິດຕົນ ເພື່ອສືບຕໍ່ສ້າງພັກໃຫ້ເຂັ້ມແຂງ ແລະ ມີຄວາມສາມາດ ປະຕິບັດພາລະກິດປະຫວັດສາດສ້າງລະບອບສັງຄົມນິຍົມໃຫ້ເປັນຈິງເທື່ອລະກ້າວ ແລະ ເພິ່ນຢາກນຳພາຈັດຕັ້ງປະຕິບັດແນວທາງຂອງພັກ ໃຫ້ໄດ້ຮັບຜົນ ເພື່ອບັນລຸເປົ້າໝາຍປະເທດຊາດມັ່ງຄັ່ງເຂັ້ມແຂງ, ປະຊາຊົນຮັ່ງມີຜາສຸກ, ສັງຄົມສາມັກຄີປອງດອງ ມີປະຊາທິປະໄຕ, ຍຸດຕິທຳ ແລະ ສີວິໄລ.

ການສະຫຼອງວັນເກີດຂອງປະທານ ຄຳໄຕ ສີພັນດອນເພື່ອເປັນການລະນຶກເຖິງຄຸນງາມຄວາມດີຂອງເພີ່ນທີ່ມີຕໍ່ປະເທດຊາດ. ເພື່ອເຮັດໃຫ້ພະນັກງານ, ສະມາຊິກພັກ, ນັກຮົບ ແລະ ປະຊາຊົນເຮົາໄດ້ສຶກສາຮໍ່າຮຽນແບບຢ່າງອັນໃສແຈ້ງ, ຄຸນສົມບັດສູງສົ່ງ ແລະ ຄຸນງາມຄວາມດີອັນໃຫ່ຍຫຼວງຂອງປະທານ ເພື່ອຈະໄດ້ນໍາໄປໃຊ້ເຂົ້າໃນຊີວິດຕົວຈິງ ແຫ່ງການປົກປັກລັກສາ ແລະ ສ້າງສາພັດທະນາປະເທດຊາດກໍຄືຢູ່ແຂວງຫົວພັນ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa