ເມືອງວຽງໄຊ ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 6 ສະໄໝທີ XII.

ເມືອງວຽງໄຊ ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 6 ສະໄໝທີ XII
…………………………………………………..
ວັນທີ 14 ກໍລະກົດ 2026 ເມືອງວຽງໄຊ ຈັດກອງປະຊຸມຄົບຄະນະບໍລິຫານງານພັກເມືອງ ຄັ້ງທີ 6 ສະໄໝທີ XII ຢູ່ສະໂມສອນເມືອງ ວຽງໄຊ ແຂວງຫົວພັນ ໂດຍການເປັນປະທານຂອງ ສະຫາຍ ວົງເພັດ ບຸນມະນີ ກຳມະການພັກແຂວງ ເລຂາພັກເມືອງ, ມີຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ພາກສ່ວນກ່ຽວຂ້ອງເຂົ້າຮ່ວມ.

ໃນກອງປະຊຸມ ສະຫາຍ ສິງພອນ ທິດສະຫວັນ ຮອງເລຂາພັກເມືອງ ໄດ້ຜ່ານບົດສະຫຼຸບ ການຊີ້ນໍາ-ນໍາພາວຽກງານຮອບດ້ານ 6 ເດືອນຕົ້ນປີ 2026 ແລະ ທິດທາງແຜນການ 3 ເດືອນ ຂອງຄະນະບໍລິຫານງານພັກເມືອງວຽງໄຊ ສະໄໝ XII ເຊິ່ງໄລຍະ 6 ເດືອນຜ່ານມາ ການຈັດຕັ້ງປະຕິບັດວຽກງານຕົວຈິງ ສາມາດຍາດໄດ້ຜົນສຳເລັດຫຼາຍດ້ານເປັນຕົ້ນ: ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໄດ້ສຸມໃສ່ແນວທາງປ້ອງກັນຊາດປ້ອງກັນຄວາມສະຫງົບທົ່ວປວງຊົນຮອບດ້ານ ຈັດຕັ້ງປະຕິບັດຢ່າງຕັ້ງໜ້າ, ຫັນລົງກໍ່ສ້າງຫາກຖານການເມືອງ ຕາມ 4 ເນື້ອໃນ 4 ຄາດ ໝາຍ ຢູ່ຕາມບັນດາຈຸດສຸມຕ່າງໆຂອງເມືອງ ຕ້ານ, ສະກັດກັ້ນປະກົດການຫຍໍ້ທໍ້ ແລະ ກົນອຸບາຍມ້າງເພທຳລາຍອິດທິກຳລັງປໍລະປັກ ເຮັດໃຫ້ໃນທົ່ວເມືອງມີຄວາມສະຫງົບໂດຍຟື້ນຖານ. ດ້ານຂົງເຂດເສດຖະກິດ ໄດ້ສຸມໃສ່ຜະລິດກະສິກຳຕາມລະດູການ, ຫັນລົງຊຸກຍູ້ແນະນຳ ໃຫ້ຄວາມຮູ້ດ້ານເຕັກນິກ, ວິຊາການ ການເກັບກ່ຽວຜົນຜະລິດລະດູແລ້ງ ແລະ ຊຸກຍູ້ການຜະລິດລະດູປີິ, ສົ່ງເສີມປະຊາຊົນຜະລິດເປັນສິນຄ້າ ໂດຍອິງໃສ່ທ່າແຮງຂອງແຕ່ລະທ້ອງຖິ່ນ ພົ້ນເດັ່ນແມ່ນ ການປູກຝັງ-ລ້ຽງສັດ, ເຂົ້ານາແຊງ ເນື້ອທີ່ແຜນການທັງໝົດ 90 ຮຕ, ປະຕິບັດໄດ້ 92,5 ຮຕ ທຽບໃສ່ແຜນການປີ ເທົ້າກັບ 103%. ວຽກງານວັດທະນະທຳສັງຄົມ ເອົາໃຈໃສ່ຄຸ້ມຄອງການຮຽນ-ການສອນເປັນປົກກະຕິ ແລະ ປະຕິບັດຕາມບັນດາຕົວຊີ້ວັດຂອງຂະແໜງການສຶກສາ ສາມາດບັນລຸໄດ້ຜົນສຳເລັດເປັນສ່ວນຫຼາຍ, ໂຄສະນາເຟົ້າລະວັງປ້ອງກັນ ແລະ ຕ້ານພະຍາດຕາມລະດູການ. ວຽກງານແນວລາວສ້າງຊາດ, ນັກຮົບເກົ່າ ແລະ ອົງການຈັດຕັ້ງມະຫາຊົນ ໄດ້ເພີ່ມທະວີຄວາມສາມັກຄີປອງດອງ ລະຫວ່າງເຜົ່າ, ຊັ້ນຄົນ, ເພດໄວ, ສາສະໜາ ແລະ ກ້ອນກຳລັງທົ່ວປວງຊົນພາຍໃນເມືອງ ປະກອບສ່ວນເຂົ້າຮ່ວມປົກປັກຮັກສາ ແລະ ສ້າງສາພັດທະນາບ້ານ ເມືອງກໍ່ຄືປະເທດຊາດ ຕາມແນວທາງຂອງພັກ. ອຳນາດລັດ ເອົາໃຈໃສ່ປັບປຸງອົງການລັດ ແຕ່ລະຂັ້ນຕາມ ມະຕິຄຳສັ່ງຂອງຂັ້ນເທິງ ໃຫ້ມີຄວາມກະທັດຮັດ, ບັນຈຸຊັບຊ້ອນບຸກຄະລາກອນ ໃຫ້ສົມຄູກັບໜ້າທີ່ການເມືອງ ເຮັດໃຫ້ການເຄື່ອນໄຫວວຽກງານສາມາດບັນລຸໄດ້ຜົນສໍາເລັດ.

ສຳລັບທິດທາງແຜນການໃນຕໍ່ໜ້າ ຄະນະບໍລິຫານພັກເມືອງວຽງໄຊ ຈະໄດ້ສືບຕໍ່ສ້າງທຸກເງືອນໄຂ ເພື່ອຮັກສາສະຖຽນລະພາບທາງດ້ານການເມືອງ, ຮັບປະກັນຄວາມສະຫງົບ ແລະ ເປັນລະບຽບຮ້ອຍທາງສັງຄົມຢ່າງໜັກແໜ້ນ, ສ້າງຄວາມສາມັກຄີປອງດອງ ແລະ ຍຸຕິທໍາໃນສັງຄົມ, ເອົາໃຈໃສ່ໃນການປະຕິບັດຄາດໝາຍວາລະແຫ່ງຊາດ ດ້ານເສດຖະກິດໃຫ້ເປັນຮູບປະທຳ ຕິດພັນກັບການສ້າງເສດຖະກິດເປັນເຈົ້າຕົນເອງ ດ້ວຍການນຳໃຊ້ 5 ທ່າແຮງຂອງເມືອງ, ເສີມຂະຫຍາຍບົດບາດ, ສິດ ແລະ ໜ້າທີ່ ໃນການຄຸ້ມຄອງລັດ, ຄຸ້ມຄອງເສດຖະກິດ-ສັງຄົມ ໃຫ້ເຂັ້ມແຂງຕາມທິດສາມສ້າງ ບໍລິການປະຊາຊົນດ້ວຍຄວາມຊື່ສັດໂປ່ງໃສ ແນ່ໃສ່ສ້າງໃຫ້ເມືອງວຽງໄຊ ມີການພັດທະນາຂື້ນເປັນກ້າວໆ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa