ເປີດງານວາງສະແດງສິນຄ້າເຄື່ອງປ່າຂອງດົງ ແລະ ຕະຫຼາດສີຂຽວ ແຂວງຫົວພັນ ປະຈໍາປີ 2026

ເປີດງານວາງສະແດງສິນຄ້າເຄື່ອງປ່າຂອງດົງ ແລະ ຕະຫຼາດສີຂຽວ ແຂວງຫົວພັນ ປະຈໍາປີ 2026

ຕອນເຊົ້າວັນທີ 18 ພຶດສະພາ 2026 ນີ້, ແຂວງຫົວພັນໄດ້ເປີດງານວາງສະແດງສິນຄ້າເຄື່ອງປ່າຂອງດົງ ແລະ ຕະຫຼາດສີຂຽວ ຄັ້ງທີ 1 ປະຈໍາປີ 2026 ຂື້ນຢູ່ສວນແກ້ວຫຼັກເມືອງ ເມືອງຊໍາເໜືອ, ແຂວງຫົວພັນ. ໂດຍການເຂົ້າຮ່ວມເປັນປະທານຂອງທ່ານ ພອນສຸກ ອິນທະວົງ ປະທານຄະນະກຳມະການປົກຄອງແຂວງຫົວພັນ, ມີບັນດາທ່ານການນຳແຂວງ, ການນຳເມືອງ, ພະແນກການ, ກົມກອງ, ອົງການຈັດຕັ້ງສາກົນ, ກຸ່ມການຜະລິດກະສິກຳ, ຫົວໜ່ວຍທຸລະກິດ, ມວນຊົນພາຍໃນ ແລະ ຕ່າງປະເທດເຂົ້າຮ່ວມ.
ທ່ານ ຄຳແກ້ວ ອຸ່ນອານົງນຸດ ປະທານສະພາການຄ້າ ແລະ ອຸດສະຫະກຳ ແຂວງຫົວພັນ ກ່າວໃນພິທີເປີດວ່າ: ການຈັດງານຄັ້ງນີ້ ແມ່ນເພື່ອສົ່ງເສີມການນໍາໃຊ້ເຄື່ອງປ່າຂອງດົງແບບຢືນຍົງ, ສ້າງໂອກາດໃຫ້ກຸ່ມຜູ້ຜະລິດ ແລະ ຊຸມຊົນ ໄດ້ນໍາສະເໜີ ແລະ ຈຳໜ່າຍສິນຄ້າ, ສົ່ງເສີມການລົງທຶນ ແລະ ການຕະຫຼາດສິນຄ້າເຄື່ອງປ່າຂອງດົງ ແລະ ສິນຄ້າຜະລິດຕະພັນຕ່າງໆ ທີ່ເປັນສິນຄ້າໂອດ໊ອບ ທັງເພີ່ມໂອກາດໃນການພັດທະນາສິນຄ້າໃຫ້ມີມາດຕະຖານ ແລະ ສາມາດແຂ່ງຂັນໃນລະດັບສາກົນໄດ້ ພ້ອມທັງສົ່ງເສີມ ແລະ ອະນຸລັກປົກປັກຮັກສາຊັບພະຍາກອນທຳມະຊາດ ແລະ ປ່າໄມ້ໄວ້ໃຫ້ຢືນຢົງ. ເຊິ່ງພາຍໃນງານ ປະກອບມີ 5 ກິດຈະກໍາ ເຊັ່ນ: ການຈັດສໍາມະນາ ແລະ ສົນທະນາ ກ່ຽວກັບການພັດທະນາຍົກລະດັບສິນຄ້າເຄື່ອງປ່າຂອງດົງ, ການສາທິດການແປຮູບສິນຄ້າ ແລະ ການນໍາໃຊ້ຜະລິດຕະພັນ, ການເຊື່ອມຕໍ່ການຄ້າລະຫວ່າງຜູ້ຜະລິດ ແລະ ຜູ້ຊື້, ການສະແດງສີລະປະວັນນະຄະດີ ແລະ ການສ້າງຄວາມບັນເທິງ ໃນຍາມຄໍ່າຄົນ, ກິດຈະກຳສົ່ງເສີມກິລາ ເຊື່ອງໂຍງກັບການທ່ອງທ່ຽວ ແລະ ອາຫານພື້ນເມືອງ. ໂດຍງານຄັ້ງນີ້ ມີບຸດສິນຄ້າມາວາງສະແດງທັງໝົດ 70 ກວ່າບຸດ ລວມມີທັງບ້ານເປົ້າໝາຍຂອງໂຄງການ ແລະ ກຸ່ມຜະລິດທົ່ວໄປ ທີ່ໄດ້ຕົບແຕ່ງບຸດ ດ້ວຍຜະລິດຕະພັນໄມ້ໄຜ່ ເຊິ່ງຈະຈັດເປັນເວລາ 5 ວັນ ເລີ່ມແຕ່ວັນທີ 18 ເຖິງ 22 ພຶດສະພາ 2026ຈິ່ງຈະອັດລົງ.
ງານວາງສະແດງສິນຄ້າເຄື່ອງປ່າຂອງດົງ ແລະ ຕະຫຼາດສີຂຽວ ແຂວງຫົວພັນ ຄັ້ງທີ 1 ປະຈໍາປີ 2026 ນອກຈາກການວາງສະແດງ ແລະ ນຳສະເໜີສິນຄ້າແລ້ວ ຈຸດເດັ່ນທີ່ສຳຄັນຄືງານສຳມະນາ ແລະ ສົນທະນາ ກ່ຽວກັບການພັດທະນາ, ຍົກລະດັບສິນຄ້າເຄື່ອງປ່າຂອງດົງ ໂດຍກຳນົດມີຫຼາຍຫົວຂໍ້ ເປັນຕົ້ນແມ່ນການໃຫ້ຄວາມຮູ້ກ່ຽວກັບສິນຄ້າເຄື່ອງປ່າຂອງດົງ, ການຍົກລະດັບຄຸນນະພາບສິນຄ້າ ໃຫ້ໄດ້ມາດຕະຖານໃຫ້ແກ່ຜູ້ບໍລິໂພກ ຈາກຜູ້ຊ່ຽວຊານ ທີ່ໄດ້ຊະນະເລີດຈາກການແຂ່ງຂັນນະວັດຕະກໍາຕ່ອງໂສ້ມູນຄ່າເພີ່ມ ຈາກໂຄງການໂປຣເຝີບ ເຊັ່ນວ່າ: ເຫັດກໍ່ແດງ, ການລ້ຽງເຜິ້ງໃສ່ສວນກາເຟ, ການນໍາໃຊ້ຊັບພະຍາກອນທຳມະຊາດແບບຍືນຍົງ ຈາກບໍລິສັດຢູ່ແຂວງຫົວພັນ; ຫົວຂໍ້ເສດຖະກິີດເອກະລາດເປັນເຈົ້າຕົນເອງ; ນະວັດຕະກຳ AI ຍຸກໃໝ່ ຈາກພາກທຸລະກິດ ຜູ້ທີ່ມີປະສົບການຈາກນະຄອນຫຼວງວຽງຈັນ; ນະໂຍບາຍ ແລະ ຍຸດທະຍາດການສົ່ງເສີມການສ້າງມູນຄ່າເພີ່ມ ຂອງເຄື່ອງປ່າຂອງດົງ, ການມີສ່ວນຮ່ວມຂອງສະມາຄົມໄມ້ປ່ອງ, ກຸ່ມຜະລິດ ຕໍ່ກັບນະໂຍບາຍ ແລະ ການບໍລິການ ຈາກພາກລັດ ແລະ ສະມາຄົມ ແລະ ຫົວຂໍ້ຜະລິດຕະພັນການບໍລິການຂອງທະນາຄານ ເພື່ອເຂົ້າເຖິງສິນເຊື້ອ ໃນການຂະຫຍາຍຕະຫຼາດຖານລູກຄ້າ ໃຫ້ກຸ່ມຜະລິດ ແລະ ຫົວໜ່ວຍທຸລະກິດຂະໜາດນ້ອຍ ແລະ ກາງ ໄດ້ເຂົ້າເຖິງບໍລິການສິນເຊື້ອທະນາຄານ ຢ່າງທົ່ວເຖິງ.
ໂອກາດນີ້, ທ່ານ ພອນສຸກ ອິນທະວົງ ປະທານຄະນະກຳມະການປົກຄອງແຂວງຫົວພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍ ມາຍັງຄະນະຮັບຜິດຊອບ ທີ່ໄດ້ທຸ່ມເທເຫື່ອແຮງ ແລະ ຄວາມສາມາດ ໃນການກະກຽມງານອັນສໍາຄັນນີ້ຂື້ນມາໄດ້ຢ່າງສົມບູນ ແລະ ງົດງາມ. ພ້ອມທັງສະແດງຄວາມຂອບໃຈຕໍ່ຜູ້ໃຫ້ທຶນສະໜັບສະໜູນຮ່ວມຈາກ ກະຊວງພັດທະນາເສດຖະກິດ ແລະ ການຮ່ວມມືເຢຍລະມັນ BMZ ແລະ ສະຫະພາບເອີຣົບ EU ໂດຍຜ່ານໂຄງການປົກປັກຮັກສາ ແລະ ນຳໃຊ້ລະບົບນິເວດປ່າໄມ້ ແລະ ຊີວະນາໆພັນ ໃນ ສປປ ລາວ (ProFEB). ພ້ອມນີ້, ທ່ານຍັງໄດ້ຍົກໃຫ້ເຫັນຄວາມອຸດົມສົມບູນທາງດ້ານຊັບພະຍາກອນທໍາມະຊາດ ໂດຍສະເພາະແມ່ນ “ເຄື່ອງປ່າຂອງດົງ” ຢູ່ແຂວງຫົວພັນ ທີ່ມີຄວາມຫຼາກຫຼາຍ ໃນນັ້ນມີບຸລິມະສິດ ເຊັ່ນ: ເຫັດ,ໃບໄຜ່ຊ້າງ, ໜໍ່ໄມ້,ໄມ້ປ່ອງ, ນ້ຳເຜີ້ງ, ຫັດຖະກຳຈັກສານ, ຢາສະໝຸນໄພ, ອາຫານພື້ນເມືອງ ແລະ ສິນຄ້າຫັດຖະກໍາຕ່າງໆ ຊຶ່ງເປັນຊັບພະຍາກອນທຳມະຊາດ ເປັນແຫຼ່ງລາຍຮັບສໍາຄັນ ແລະ ເປັນຮາກຖານຊີວິດຂອງພີ່ນ້ອງປະຊາຊົນໃນແຕ່ທ້ອງຖິ່ນ ໃນແຕ່ລະບ້ານ, ແຕ່ລະເມືອງ ຂອງແຂວງຫົວພັນ ໄດ້ນໍາໃຊ້ເປັນອາຫານການກິນ, ຢ່າປິ່ນປົວພະຍາດ ແລະ ທັງຍັງເປັນການສ້າງລາຍຮັບໃຫ້ແກ່ຄອບຄົວ. ເຊີ່ງການຈັດງານໃນຄັ້ງນີ້ ມີຄວາມສໍາຄັນຫຼາຍ ເພື່ອເປັນການສົ່ງເສີມ ແລະ ເຜີຍແຜ່ສິນຄ້າເຄື່ອງປ່າຂອງດົງຢ່າງກວ້າງຂວາງ ສ້າງໂອກາດການຕະຫຼາດ ໃຫ້ແກ່ຜູ້ຜະລິດ ແລະ ກຸ່ມອາຊີບ ຊຸກຍູ້ການຜະລິດແບບຍືນຍົງ ທີ່ສອດຄ່ອງກັບແນວຄິດ “ຕະຫຼາດສີຂຽວ ພັດທະນາເສດຖະກິດຖານຮາກ ໃຫ້ເຂັ້ມແຂງ. ເຊິ່ງການນໍາແຂວງຫົວພັນ ຍາມໃດກໍ່ໄດ້ໃຫ້ຄວາມສໍາຄັນຢ່າງສູງ ຕໍ່ການບໍລິຫານຈັດການ, ອານຸລັກຊັບພະຍາກອນປ່າໄມ້, ລະບົບນີເວດນາໆພັນ ໂດຍເຫັນວ່າ ການນໍາໃຊ້ຢ່າງບໍ່ມີແຜນ ຫຼື ການເກັບຜົນຜະລິດສິນຄ້າທີ່ ເກີນກຳນົດ ຈະສ້າງຜົນກະທົບທາງລົບຕໍ່ລະບົບນິເວດ ແລະ ຄວາມຍືນຍົງໃນອະນາຄົດ. ດັ່ງນັ້ນ ແຂວງໄດ້ວາງແນວທາງຊີ້ນໍາທີ່ຊັດເຈນ ເຊັ່ນ: ການຈັດການປ່າໄມ້ແບບມີສ່ວນຮ່ວມ, ການສ້າງກົງໄກການອານຸລັກ ແລະ ຟື້ນຟູຊັບພະຍາກອນ, ການສົ່ງເສີມການແປຮູບ ແລະ ເພີ່ມມູນຄ່າສິນຄ້າ, ການສ້າງຕະຫຼາດ ແລະ ຊ່ອງທາງການຂາຍທີ່ຍືນຍົງ. ພ້ອມກັນນີ້ “ຕະຫຼາດສີຂຽວ” ກໍແມ່ນທິດທາງສໍາຄັນ ທີ່ຊ່ວຍຮັກສາສິ່ງແວດລ້ອມ ຫຼຸດຜ່ອນການໃຊ້ສານເຄມີ ແລະ ຊຸກຍູ້ການຜະລິດທີ່ປອດໄພ ຕໍ່ຜູ້ບໍລິໂພກ.
ຕອນທ້າຍ, ທ່ານປະທານຄະນະກຳມະການປົກຄອງແຂວງໄດ້ຮຽກຮ້ອງໃຫ້ອົງການຈັດຕັ້ງສາກົນ ຈົ່ງສືບຕໍ່ໃຫ້ການສະໜັບສະໜູນແຂວງຫົວພັນໄປເລື້ອຍໆ ເພຶ່ອເປັນຄູ່ຮ່ວມພັດທະນາ ແລະ ຄູ່ຮ່ວມຍຸດທະສາດຮ່ວມກັນຢ່າງໝັ້ນຄົງ ແລະ ໃຫ້ພະແນກການທີ່ກ່ຽວຂ້ອງ, ຄະນະຮັບຜິດຊອບ ຈົ່ງເກັບກຳຜົນງານ ແລະ ກິດຈະກຳຕ່າງໆ ໃນງານຄັ້ງນີ້ ເພຶ່ອນໍາໄປຈັດຕັ້ງປະຕິບັດ ໃນແຕ່ລະເມືອງຂອງແຂວງຫົວພັນ ໃຫ້ຖືເອົາງານນີ້ ເປັນຈຸດເລີ່ມຕົ້ນໄປສູ່ກິດຈະກຳແບບນີ້ສູ່ທ້ອງຖິ່ນ.
ງານວາງສະແດງສິນຄ້າເຄື່ອງປ່າຂອງດົງ ແລະ ຕະຫຼາດສີຂຽວ ເປັນຄັ້ງທໍາອິດຂອງແຂວງຫົວພັນ, ໂດຍເປັນການເປີດໂອກາດໃຫ້ສິນຄ້າເຄື່ອງປ່າຂອງດົງ ແລະ ສິນຄ້າໂອດັອບທີ່ເປັນທ່າແຮງຂອງແຂວງຫົວພັນ ຈະໄດ້ຮັບຮູ້ເປັນວົງກວ້າງ ແລະ ການຍອມຮັບຫຼາຍຂຶ້ນ ໃນການເຊື່ອມໂຍງລະຫວ່າງ ຜູ້ຜະລິດ – ຜູ້ຄ້າ – ນັກລົງທຶນ ເພື່ອນໍາໄປສູ່ການຂະຫຍາຍຕະຫຼາດໃນອະນາຄົດ ເຮັດໃຫ້ຊາວບ້ານ, ຜູ້ຜະລິດໄດ້ຮັບຄວາມຮູ້ ແລະ ປະສົບການໃໝ່ ໃນການພັດທະນາຜະລິດຕະພັນໃຫ້ມີມູນຄ່າເພີ່ມ ເພື່ອສົ່ງເສີມພາບລັກອັນດີງາມຂອງແຂວງຫົວພັນ ໃຫ້ເປັນແຫຼ່ງຜະລິດເຄື່ອງປ່າຂອງດົງ ແລະ ສິນຄ້າທີ່ເປັນທ່າແຮງ ຂອງແຂວງທີ່ມີຄຸນນະພາບ ແລະ ຄວາມຍືນຍົງ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa