ຫົວພັນ ເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນໂຄງການການເມືອງ ສະບັບທີ 3 ຂອງພັກປະຊາຊົນ ປະຕິວັດລາວ.

ຫົວພັນ: ເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນໂຄງການການເມືອງ ສະບັບທີ 3 ຂອງພັກປະຊາຊົນ ປະຕິວັດລາວ
……………………………….
ວັນທີ 6 ສິງຫາ 2026, ແຂວງຫົວພັນໄດ້ຈັດກອງປະຊຸມເຊື່ອມຊຶມ ແລະ ຜັນຂະຫຍາຍເນື້ອໃນໂຄງການການເມືອງ ສະບັບທີ 3 ຂອງພັກປະຊາຊົນ ປະຕິວັດລາວ ຂື້ນຢູ່ສະໂມສອນໃຫຍ່ຂອງແຂວງ ພາຍໃຕ້ການເປັນປະທານ ຂອງສະຫາຍ ຄອນປະພັນ ເລືອງສີຈັນທອງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ປະຈຳການ. ມີບັນດາສະຫາຍຄະນະບໍລິຫານງານພັກແຂວງ, ຄະນະບໍລິຫານງານພັກເມືອງຊຳເໜືອ, ເລຂາ-ຮອງເລຂາຄະນະພັກຮາກຖານ, ຄະນະໜ່ວຍພັກ ແລະ ສະມາຊິກພັກຈາກບັນດາພະແນກການ, ກົມກອງ, ຫ້ອງການອ້ອມຂ້າງແຂວງ ແລະ ເມືອງຊຳເໜືຶອເຂົ້າຮ່ວມ.


ໃນກອງປະຊຸມ, ສະຫາຍ ຄອນປະພັນ ເລືອງສີຈັນທອງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ປະຈຳການ ໄດ້ຜ່ານໂຄງການການເມືອງ ສະບັບທີ 3 ຂອງພັກປະຊາຊົນ ປະຕິວັດລາວ. ເຊິ່ງໂຄງການການເມືອງ ແມ່ນທິດສະດີຂອງພັກ, ເປັນທວນໄຟເຍືອງທາງໃຫ້ແກ່ພັກ ແລະ ທົ່ວປວງຊົນໃນພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ. ພັກປະຊາຊົນ ປະຕິວັດລາວ ເປັນຜູ້ຈັດຕັ້ງ ແລະນຳພາທຸກໄຊຊະນະ ຂອງການປະຕິວັດລາວ. ຕະຫຼອດໄລຍະແຫ່ງການນຳພາພາລະກິດປະຕິວັດ, ພັກໄດ້ວາງແຜນດຳເນີນງານ, ໂຄງການການເມືອງຂອງຕົນ ເພື່ອນຳພາການປະຕິວັດລາວກ້າວຂື້ນຈາກໄຊຊະນະນີ້ ໄປສູ່ໄຊຊະນະໃໝ່ທີ່ໃຫຍ່ຫຼວງກ່ວາເກົ່າ. ແຕ່ລະໂຄງການການເມືອງ ໄດ້ເປັນຂີດໝາຍອຫນໃສແຈ້ງສ່ອງແສງໃຫ້ເຫັນຢ່າງມີຊີວິດຊີວາ ເຖິງການເຕີບໃຫຍ່ຂະຫຍາຍຕົວຂອງພັກເຮົາ. ການຈັດຕັ້ງປະຕິບັດໂຄງການການເມືອງ ສະບັບທີ 3 ໃຫ້ສຳເລັດ ຈະສ້າງບາດກ້າວເດີນ ແລະ ບາດລ້ຽວທີ່ໜັກແໜ້ນ ໃຫ້ແກ່ພາລະກິດແຫ່ງການສືບຕໍ່ບູລະນະລະບອບປະຊາທິປະໄຕ ປະຊາຊົນຢ່າງໜັກແໜ້ນ ກ້າວຂື້ນສູ່ສັງຄົມນິຍົມ.
ໂຄງການການເມືອງ ສະບັບທີ 3 ປະກອບດ້ວຍ 2 ພາກ ຄື: ພັກນຳພາເຮັດສຳເລັດພາລະກິດປົດປ່ອຍຊາດ – ສ້າງພື້ນຖານຂອງລະບອບປະຊາທິປະໄຕ ປະຊາຊົນ ກ້າວຂື້ນສັງຄົມນິຍົມ ແລະ ພາກເນື້ອໃນພື້ນຖານຂອງການບູລະນະລະບອບປະຊາທິປະໄຕ ປະຊາຊົນ ກ້າວຂື້ນສູ່ສັງຄົມນິຍົມ. ໃນນັ້ນ, ໄດ້ສະແດງໃຫ້ເຫັນເຈດຈຳນົງຂອງພັກເຮົາຢ່າງຈະແຈ້ງ ພ້ອມທັງຮຽກຮ້ອງມາຍັງສະມາຊິກພັກ, ພະນັກງານ, ກຳລັງປະກອບອາວຸດທຸກທົ່ວໜ້າ, ປະຊາຊົນທົ່ວປະເທດຈົ່ງເພີ່ມທະວີຄວາມສາມັກຄີເປັນປຶກແຜ່ນແໜ້ນໜາ, ເດັດດ່ຽວສູ້ຊົນຜ່ານຜ່າຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍນາໆປະການ, ຍອມເສຍສະຫຼະທຸກສິ່ງຢ່າງ ເພື່ອເຮັດໃຫ້ໂຄງການການເມືອງ ຂອງພັກ ສາມາດຈັດຕັ້ງປະຕິບັດໃຫ້ປະກົດຜົນເປັນຈິງ ນຳເອົາພາລະກິດປະຕິວັດຂອງພັກ ກ້າວຂື້ນຢ່າງມີໄຊສະຫງ່າງາມ.


ກອງປະຊຸມຄັ້ງນີ້ ແນໃສ່ເຮັດໃຫ້ບັນດາສະຫາຍທີ່ເຂົ້າຮ່ວມໄດ້ຮັບຮູ້ ແລະ ເຂົ້າໃຈເນື້ອໃນໂຄງການການເມືອງຂອງພັກ ສາມາດນຳໄປຜັນຂະຫຍາຍຈັດຕັ້ງປະຕິບັດເຂົ້າໃນຂົງເຂດວຽກງານການເມືອງຂອງຕົນໃຫ້ປະກົດຜົນເປັນຈິງ ໂດຍຜູ້ເຂົ້າຮ່ວມໄດ້ແບ່ງກຸ່ມຄົ້ນຄວ້າຕາມແຕ່ລະຂົງເຂດວຽກງານຄື: ຂົງເຂດເສດຖະກິດ, ວັດທະນະທຳ-ສັງຄົມ, ຕຸລາການ-ນິຕິບັນຍັດ, ການເມືອງ, ອົງການຈັດຕັ້ງມະຫາຊົນ, ປກຊ-ປກສ, ເມືອງຊຳເໜືອ ແລະ ລັດວິສາຫະກິດ-ທະນາຄານ. ຈາກນັ້ນ, ຜູ້ຕາງໜ້າແຕ່ຂົງເຂດໄດ້ຂື້ນປະກອບຄຳເຫັນຕໍ່ໂຄງການການເມືອງ ຕາມແຕ່ລະໜ້າວຽກຕົວຈິງຂອງຕົນ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa