ຫັນເອົາໄວບຳນານ ມາປູກໝາກໄມ້ປອດສານພິດ ສ້າງລາຍຮັບ ແລະ ເພີ່ມຄວາມສຸກ
ໂດຍ: ໄອແກ້ວ


ຫຼັງຈາກອຳລາຈາກໜ້າທີ່ວຽກງານລັດ ແລະ ໄດ້ຮັບເບ້ຍບຳນານ, ຫຼາຍຄົນອາດເລືອກເອົາການພັກຜ່ອນຢ່າງງຽບໆຢູ່ເຮືອນ. ແຕ່ສຳລັບ ທ່ານ ນາງ ແພງ ກັນຍາພີມ, ອະດີດຮອງເຈົ້າແຂວງຫົວພັນ ພ້ອມດ້ວຍຄອບຄົວ ຜູ້ທີ່ມີຄວາມດຸໝັ່ນຂະຫຍັນພຽນ ແລະ ມັກຮັກໃນວຽກງານກະສິກຳມາແຕ່ດົນນານ, ໄວບຳນານກັບກາຍເປັນຈຸດເລີ່ມຕົ້ນຂອງເສັ້ນທາງໃໝ່ໃນຊີວິດ ນັ້ນກໍຄື ການເຮັດກະສິກຳປູກຝັງຢ່າງຈິງຈັງ ຈົນປະສົບຜົນສຳເລັດຢ່າງໜ້າພໍໃຈ.
ດ້ວຍຄວາມພະຍາຍາມ ແລະ ການຮຽນຮູ້ຢ່າງບໍ່ຢຸດຢັ້ງ, ທ່ານໄດ້ທົດລອງປູກໝາກມັງກອນ ແລະ ໝາກໄມ້ປອດສານຜິດຫຼາກຫຼາຍຊະນິດ ຢູ່ເມືອງຊຳເໜືອ ແລະ ເມືອງວຽງໄຊ ແຂວງຫົວພັນ, ກາຍເປັນແບບຢ່າງອັນດີໃນການສ້າງລາຍຮັບ ແລະ ສ້າງຄວາມສຸກໃນໄວບຳນານ ໃຫ້ແກ່ບັນດາພະນັກງານບຳນານ ແລະ ປະຊາຊົນທົ່ວໄປ.

ເສັ້ນທາງການເຮັດກະສິກຳຂອງທ່ານ ນາງ ແພງ ກັນຍາພີມ ເລີ່ມຕົ້ນຂຶ້ນໃນທ້າຍປີ 2020 ພາຍຫຼັງພັກຜ່ອນຮັບເບ້ຍບຳນານໄດ້ບໍ່ດົນ. ໃນຕອນທຳອິດ ທ່ານໄດ້ເຊົ່າສຳປະທານທີ່ດິນຈຳນວນ 2 ເຮັກຕາ ຢູ່ເມືອງວຽງໄຊ ໂດຍມີເປົ້າໝາຍປູກມອນເພື່ອລ້ຽງມ້ອນ. ແຕ່ເນື່ອງຈາກສະພາບດິນຟ້າອາກາດຢູ່ບໍລິເວນດັ່ງກ່າວບໍ່ເອື້ອອຳນວຍ, ທ່ານຈຶ່ງໄດ້ຕັດສິນໃຈຫັນທິດ ນຳເອົາຕົ້ນໝາກມັງກອນຈຳນວນ 60 ຕົ້ນ ໄປທົດລອງປູກຢູ່ສວນບ້ານກໍ່ ເມືອງຊຳເໜືອແທນ. ພຽງແຕ່ໄລຍະປີກວ່າ, ຕົ້ນໝາກມັງກອນຂອງທ່ານກໍເລີ່ມໃຫ້ຜົນຜະລິດຊຸດທຳອິດ ຫຼາຍກວ່າ 300 ກິໂລ, ສາມາດຈຳໜ່າຍໄດ້ໃນລາຄາ 30.000 ຫາ 35.000 ກີບຕໍ່ກິໂລ. ເມື່ອເຫັນຜົນຮັບອັນເປັນທີ່ໜ້າພໍໃຈ, ທ່ານຈຶ່ງໄດ້ຕັດສິນໃຈຂະຫຍາຍພື້ນທີ່ປູກເພີ່ມຕື່ມຢູ່ທີ່ດິນສຳປະທານເມືອງວຽງໄຊ ຈົນເຮັດໃຫ້ສວນຂອງທ່ານຂະຫຍາຍໃຫຍ່ຂຶ້ນເລື້ອຍໆ.
ປັດຈຸບັນ, ສວນຂອງທ່ານ ນາງ ແພງ ກັນຍາພີມ ມີຕົ້ນໝາກມັງກອນລວມທັງໝົດກວ່າ 700 ຕົ້ນ ແບ່ງເປັນ 2 ສາຍພັນ ຄື ພັນເນື້ອຂາວ ແລະ ພັນເນື້ອແດງ. ນອກຈາກໝາກມັງກອນແລ້ວ, ທ່ານຍັງໄດ້ປູກໝາກໄມ້ ແລະ ພືດຜັກຕາມລະດູການອີກຫຼາຍຊະນິດ ເປັນຕົ້ນວ່າ: ໝາກສີດາ, ໝາກອາໂວກາໂດ, ໝາກກ້ຽງ, ໝາກພຸກຫວານ, ໝາກເຂົ້າ, ໝາກລຳມຸດ, ໝາກມາດ, ໝາກນອດ, ໜໍ່ໄມ້ຫົກຫວານ, ໝາກຄໍ້ ແລະ ໝາກນັດ ພ້ອມທັງໜອງປາ ແລະ ປູກພືດຜັກສວນຄົວຕ່າງໆ ເຮັດໃຫ້ສວນແຫ່ງນີ້ກາຍເປັນແຫຼ່ງຜະລິດອາຫານປອດສານຜິດອັນອຸດົມສົມບູນ.
ທ່ານ ນາງ ແພງ ກັນຍາພິມ ໄດ້ແບ່ງປັນປະສົບການວ່າ: ຈຸດເດັ່ນ ແລະ ຫຼັກການສຳຄັນຂອງສວນແມ່ນເນັ້ນເປັນສວນໝາກໄມ້ປອດສານຜິດ ປູກຕາມທຳມະຊາດ 100%, ໂດຍໃຊ້ຝຸ່ນທຳມະຊາດທີ່ຫາໄດ້ຕາມທ້ອງຖິ່ນ ເປັນຕົ້ນແມ່ນ ຝຸ່ນຄອກ, ແກບ ແລະ ຫຍ້າທຳມະຊາດ ເອົາມາເຜົາໂຮມກັນ ແລ້ວນຳມາເຮັດເປັນຝຸ່ນບົ່ມເພື່ອບຳລຸງດິນ. ເຊິ່ງການໃຊ້ຝຸ່ນທຳມະຊາດ ເຮັດໃຫ້ຕົ້ນໄມ້ເຕີບໃຫຍ່ແຂງແຮງດີ, ຜົນຜະລິດມີຄຸນນະພາບ ລົດຊາດແຊບ ແລະ ທີ່ສຳຄັນແມ່ນມີຄວາມປອດໄພສູງຕໍ່ຜູ້ບໍລິໂພກ.
ສ່ວນເຕັກນິກການປູກ ແລະ ບົວລະບັດຮັກສາຕົ້ນໄມ້ນັ້ນ, ທ່ານ ນາງ ແພງ ກັນຍາພີມ ບໍ່ໄດ້ຢຸດການຮຽນຮູ້ພຽງແຕ່ຈາກປະສົບການສ່ວນຕົວເທົ່ານັ້ນ, ແຕ່ຍັງໄດ້ຄົ້ນຄວ້າ ແລະ ສຶກສາເພີ່ມເຕີມຈາກສື່ອອນລາຍ ໂດຍສະເພາະທາງ YouTube ແລ້ວນຳມາປັບໃຊ້ຕົວຈິງກັບສວນຂອງຕົນ ຈົນປະສົບຜົນສຳເລັດ. ໃນແຕ່ລະປີ, ຕົ້ນໝາກມັງກອນຢູ່ສວນສາມາດເກັບຜົນຜະລິດໄດ້ເຖິງ 4 ຊຸດ ໂດຍເລີ່ມອອກໝາກໃນລະຫວ່າງເດືອນມິຖຸນາ ຫາ ເດືອນຕຸລາ ຂອງທຸກໆປີ. ສ່ວນບ່ອນຈໍາໜ່າຍແມ່ນຂາຍຢູ່ໜ້າເຮືອນຂ້າງຕະຫຼາດເມືອງຊຳເໜືອ ແລະ ສົ່ງໃຫ້ລູກຄ້າຕາມການສັ່ງຈອງ.
ຄວາມສຳເລັດຂອງທ່ານ ນາງ ແພງ ກັນຍາພີມ ບໍ່ພຽງແຕ່ເປັນການສ້າງລາຍຮັບເສີມເຂົ້າຄອບຄົວ ແລະ ສ້າງຄວາມສຸກ-ສຸຂະພາບທີ່ດີ ໃນໄວພັກຜ່ອນບຳນານເທົ່ານັ້ນ, ແຕ່ຍັງເປັນແບບຢ່າງອັນດີເລີດໃຫ້ແກ່ພະນັກງານບຳນານ ກໍຄືປະຊາຊົນບັນດາເຜົ່າ ໃນການນຳໃຊ້ເວລາຫວ່າງ ແລະ ທ່າແຮງຂອງທີ່ດິນໃຫ້ເກີດປະໂຫຍດສູງສຸດ. ພ້ອມນັ້ນ, ໃນອະນາຄົດໄວໆນີ້ທ່ານຈະເປີດໃຫ້ມວນຊົນໄດ້ເຂົ້າທ່ຽວຊົມ ແລະ ທັດສະນະສຶກສາ ເພື່ອແບ່ງປັນປະສົບການໃຫ້ຊາວກະສິກອນຜູ້ສົນໃຈໄດ້ເຂົ້າໄປສຶກສາຮຽນຮູ້ແລ້ວນຳໄປຕໍ່ຍອດໃນອະນາຄົດຕື່ມອີກ.
ຈາກຄະນະບໍລິຫານພັກແຂວງ ສູ່ຜູ້ປູກໝາກໄມ້ທີ່ຂະຫຍັນຂັນແຂງ, ທ່ານ ນາງ ແພງ ກັນຍາພີມ ໄດ້ສະທ້ອນໃຫ້ເຫັນວ່າ ການບຳນານບໍ່ແມ່ນຈຸດສິ້ນສຸດຂອງການເຮັດວຽກ ແຕ່ອາດເປັນຈຸດເລີ່ມຕົ້ນຂອງໂອກາດໃໝ່ໆ ຫາກຮູ້ຈັກນຳໃຊ້ຄວາມພະຍາຍາມ, ຄວາມຮູ້ ແລະ ຄວາມຮັກໃນສິ່ງທີ່ຕົນເອງມັກ. ນີ້ຄືການຫັນມາເຮັດກະສິກຳສະອາດ ແລະ ປອດສານຜິດຢ່າງຍືນຍົງ ທີ່ສາມາດເປັນແຮງບັນດານໃຈໃຫ້ແກ່ຫຼາຍໆຄອບຄົວ ໃນການສ້າງລາຍຮັບ ແລະ ຄວາມສຸກໃນທຸກໄວ.