ມອບ-ຮັບໜ້າທີ່ຄະນະຄຸ້ມຄອງໂຄງການກໍ່ສ້າງວິທະຍຸ-ໂທລະພາບແຂວງ

ວັນທີ 4 ສິງຫາ 2026 ນີ້, ໄດ້ມີພິທີມອບ-ຮັບໜ້າທີ່ຄະນະຄຸ້ມຄອງໂຄງການກໍ່ສ້າງວິທະຍຸ-ໂທລະພາບແຂວງ ລະຫວ່າງ ພະແນກ ວັດທະນະທຳ ແລະ ການທ່ອງທ່ຽວແຂວງ ແລະ ຄະນະໂຄສະນາອົບຮົມແຂວງ ຢູ່ທີ່ຫ້ອງປະຊຸມນ້ອຍຫ້ອງວ່າການແຂວງ. ພາຍໃຕ້ການເປັນປະທານຂອງທ່ານ ເພັດ ມະນີພອນ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີພາກສ່ວນກ່ຽວຂ້ອງ, ຄະນະຄຸ້ມຄອງໂຄງການຊຸດເກົ່າ ແລະ ຊຸດໃໝ່ເຂົ້າຮ່ວມ.

ໃນພິທີ ໄດ້ຮັບຟັງລາຍງານການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ຂອງໂຄງການກໍ່ສ້າງສະຖານີວິທະຍຸ-ໂທລະພາບ ແຂວງຫົວພັນ. ເຊິ່ງໂຄງການດັ່ງກ່າວຕັ້ງຢູ່ບ້ານທາດເມືອງ, ເມືອງຊຳເໜືອ, ແຂວງຫົວພັນ ໂດຍແມ່ນບໍລິສັດ 36 ກະຊວງປ້ອງກັນປະເທດ ສສ ຫວຽດນາມ ເປັນຜູ້ຮັບເໝົາກໍ່ສ້າງ ໃນມູນຄ່າການກໍ່ສ້າງທັງໝົດ 146,3 ຕື້ກວ່າດົງ ແລະ ທຶນສົມທົບລັດຖະບານລາວຈຳນວນ 7,7 ຕື້ກວ່າກີບ, ສັນຍາການກໍ່ສ້າງແມ່ນ 12 ເດືອນ ໃຫ້ສຳເລັດ ແລະ ໄດ້ລົງມືກໍ່ສ້າງມາແຕ່ວັນທີ 27 ຕຸລາ 2025 ເປັນຕົ້ນມາ. ເຊິ່ງບັນດາເອກະສານທີ່ນໍາມາມອບ-ຮັບ ໃນຄັ້ງນີ້ປະກອບມີ: ຂໍ້ຕົກລົງ 12 ສະບັບ, ໜັງສືຢັ້ງຢືນ 9 ສະບັບ, ໜັງສືລາຍງານ 14 ສະບັບ, ໜັງສືສະເໜີ 32 ສະບັບ, ບົດບັນທຶກ 17 ສະບັບ, ແຈ້ງການ, ແຈ້ງເຊີນ ແລະ ແຈ້ງຕອບ 12 ສະບັບ, ເອກະສານທີ່ກ່ຽວຂ້ອງເປັນພາສາຫວຽດນາມ 9 ສະບັບ, ປື້ມເອກະສານຕ່າງໆ 9 ຫົວ, ປື້ມແຕ້ມແບບໂຄງການປັບປຸງວິທະຍຸ ເມືອງຫົວເມືອງ ເປັນພາສາຫວຽດນາມ 1 ຫົວໃຫຍ່.
ຮ່ວມລົງນາມເຊັນບົດບັນທຶກມອບ-ຮັບໃນຄັ້ງນີ້ໂດຍເເມ່ນ ທ່ານ ບຸນຕອງ ອິນທະປັນຍາ ຮອງຫົວໜ້າພະແນກ ວັດທະນະທຳ ແລະ ການທ່ອງທຽ່ວແຂວງຫົວພັັນ ຕາງໜ້າຄະນະຄຸ້ມຄອງໂຄງການຊຸດເກົ່າ ແລະ ທ່ານ ເພັດ ມະນີພອນ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ຕ່າງໜ້າຄະນະຄຸ້ມຄອງໂຄງການຊຸດໃໝ່, ໂດຍມີພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ ພ້ອມດ້ວຍຄະນະຮັບຜິດຊອບທັງສອງຝ່າຍເຂົ້າຮ່ວມ.