ປະກາດສ້າງຕັ້ງ 6 ຕາແສງ ຢູ່ເມືອງຊຳເໜືອ ແຂວງຫົວພັນ
ວັນທີ 5 ພຶດສະພາ 2026 ນີ້, ເມືອງຊຳເໜືອ ແຂວງຫົວພັນໄດ້ຈັດພິທີ ປະກາດກົົງຈັກການຈັດຕັ້ງ 6 ຕາແສງ ຂື້ນກັບເມືອງຊຳເໜືອ ແຂວງຫົວພັນ ຢູ່ສະໂມສອນຂອງເມືອງ. ເປັນກຽດເຂົ້າຮ່ວມຂອງ ທ່ານ ຄອນປະພັນ ເລືອງສີຈັນທອງ ຮອງເລຂາພັກແຂວງ, ຜູ້ປະຈໍາການ, ທ່ານ ຫົງທອງ ຈັນທາຈິດ ຄະນະປະຈຳພັກແຂວງ, ເລຂາພັກເມືອງຊໍາເໜືອ, ມີປະທານ, ຮອງປະທານຄະນະກຳມະການປົກຄອງເມືອງ, ພາກສ່ວນທີ່ກ່ຽວຂ້ອງຂັ້ນແຂວງ, ຂັ້ນເມືອງ, ອົງການທຽບເທົ່າ, ຄະນະພັກອໍານາດການປົກຄອງບ້ານອ້ອມຂ້າງເມືອງ ແລະ ພະນັກງານລັດຖະກອນເມືອງຊຳເໜືອເຂົ້າຮ່ວມນໍາ.

ພິທີປະກາດສ້າງຕັ້ງ 6 ຕາແສງ ຢູ່ເມືອງຊຳເໜືອຄັ້ງນີ້, ປະກອບດ້ວຍບັນດາຕາແສງ ຄື: ຕາແສງໜອງຄ້າງ, ຕາແສງຫົວຊຽງ, ຕາແສງລ້ອງຮາມ, ຕາແສງຜາຖີ່, ຕາແສງສະເຫຼີ້ຍ, ຕາແສງລ້ອງແວ່ນ. ໃນນີ້ ຕາແສງ ໜອງຄ້າງ: ມີທີ່ຕັ້ງສຳນັກງານ ຢູ່ບ້ານໜອງຄ້າງ ກວມເອົາ 13 ບ້ານຄື: ບ້ານໜອງຄ້າງ, ບ້ານຂົວດິນ, ບ້ານລ້ອງເມົ່າ, ບ້ານສະແນນ, ບ້ານນາເອົ່າ, ບ້ານໜອງແດງ, ບ້ານບວຍ, ບ້ານລ້ອງເອື້ອດ, ບ້ານປ່າຈ່າ, ບ້ານໂພນສະຫວ່າງ, ບ້ານອໍ້, ບ້ານນາເຊັງ ແລະ ບ້ານນ້ຳອີ້ ລວມມີ 797 ຄອບຄົວ, ມີ 1,279 ຫຼັງຄາເຮືອນ, ມີພົນລະເມືອງ 8,896 ຄົນ, ຍິງ 3,615 ຄົນ; ປະກອບມີ 4 ເຜົ່າຄື: ເຜົ່າລາວ, ເຜົ່າໄຕ, ເຜົ່າມົ້ງ ແລະ ເຜົ່າກຶມມຸ; ຕາແສງ ຫົວຊຽງ: ມີທີ່ຕັ້ງສຳນັກງານ ຢູ່ບ້ານຖ້ຳ ກວມເອົາ 13 ບ້ານຄື: ບ້ານຫົວຊຽງ, ບ້ານກາງ, ບ້ານຄັງທີ, ບ້ານຫ້ວຍຖຸມ, ບ້ານຖ້ຳ, ບ້ານອົ້ງ, ບ້ານສີວິໄລ, ບ້ານກ້ານ, ບ້ານລູ້, ບ້ານຫ້ວຍໄຄ້, ບ້ານງີ້ວ, ບ້ານມ່ວນ ແລະ ບ້ານຫ້ວຍຫ້ອມ. ລວມທັງໝົດ: ມີ 1,334 ຄອບຄົວ, ມີ 1,032 ຫຼັງຄາເຮືອນ, ມີພົນລະເມືອງ 7,242 ຄົນ, ຍິງ 3,001 ຄົນ; ປະກອບມີ 4 ເຜົ່າ ຄື: ເຜົ່າລາວ, ເຜົ່າມົ້ງ, ເຜົ່າໄຕ, ເຜົ່າກຶມມຸ; ຕາແສງ ລ້ອງຮາມ: ມີທີ່ຕັ້ງສຳນັກງານ ຢູ່ບ້ານຮາມໃຕ້ ກວມເອົາ 15 ບ້ານຄື: ບ້ານຮາມໃຕ້, ບ້ານນາເມືອງ, ບ້ານຫ້ວຍຊອ້ນ, ບ້ານຢາດ, ບ້ານນາຈອງ, ບ້ານຮາມເໜືອ, ບ້ານບັນ, ບ້ານຫ້ວຍສານ, ບ້ານຫ້ວຍແປກ, ບ້ານຫຼັກ 12, ບ້ານຫຼັກ 20, ບ້ານຊາງຄຳ, ບ້ານນາຄາ+ພູປຽດ, ບ້ານນາພຽງ ແລະ ບ້ານແກ່ວກ້ວາງ ລວມມີ 1,145 ຄອບຄົວ, ມີ 860 ຫຼັງຄາເຮືອນ, ມີພົນລະເມືອງ 5,867 ຄົນ, ຍິງ 2,787 ຄົນ; ປະກອບມີ 4 ເຜົ່າຄື: ເຜົ່າລາວ, ເຜົ່າໄຕ, ເຜົ່າກຶມມຸ ແລະ ເຜົ່າມົ້ງ; ຕາແສງ ຜາຖີ່ ກວມເອົາ 4 ບ້ານ ຄື: ບ້ານຫ້ວຍມ້າ, ບ້ານກໍໄຮ, ບ້ານເມືອງຍືດ ແລະ ບ້ານສົບກ່າ. ລວມມີ 797 ຄອບຄົວ, ມີ 632 ຫຼັງຄາເຮືອນ, ມີພົນລະເມືອງ 5,371 ຄົນ, ຍິງ 2,210 ຄົນ; ປະກອບມີ 4 ເຜົ່າ ຄື: ເຜົ່າລາວ, ເຜົ່າໄຕ, ເຜົ່າມົ້ງ, ແລະ ເຜົ່າກຶມມຸ; ຕາແສງ ສະເຫຼີ້ຍ: ມີທີ່ຕັ້ງສຳນັກງານ ຢູ່ບ້ານ ສະເຫຼີ້ຍ ກວມເອົາ 15 ບ້ານ ຄື: ບ້ານສະເຫຼີ້ຍ, ບ້ານໂພນໄຊ, ບ້ານນາສະລາ, ບ້ານນາໜອງ, ບ້ານນາສະມອງ, ບ້ານກາງນ້ຳ, ບ້ານສົບຊາຍ, ບ້ານຄົດ, ບ້ານແປ້ນ, ບ້ານຫ້ວຍຍອງ, ບ້ານຫ້ວຍສາດ, ບ້ານດອນ, ບ້ານຫ້ວຍຄົງ, ບ້ານເມືອງຢອງ ແລະ ບ້ານຕະບົງ ລວມມີ 1,531 ຄອບຄົວ, ມີ 1,202 ຫຼັງຄາເຮືອນ, ມີພົນລະເມືອງ 7,666 ຄົນ, ຍິງ 3,475 ຄົນ;ປະກອບມີ 6 ເຜົ່າຄື: ເຜົ່າລາວ, ເຜົ່າມົ້ງ, ເຜົ່າກຶມມຸ, ເຜົ່າໄຕ, ເຜົ່າມ້ອຍ ແລະ ເຜົ່າຟ້ອງ; ຕາແສງ ລ້ອງແວ່ນ: ມີທີ່ຕັ້ງສຳນັກງານ ຢູ່ບ້ານ ເມືອງແວ່ນ ກວມເອົາ 23 ບ້ານຄື: ບ້ານເມືອງແວ່ນ, ບ້ານນາຫ້ວຍ, ບ້ານນາກາວ, ບ້ານນາຄູນ, ບ້ານພຽງດີ, ບ້ານຫົວພູ, ບ້ານຮັງຮອນ, ບ້ານປ່າຍຸງ, ບ້ານພຽງຄັງ, ບ້ານນາຄ້າ, ບ້ານນາລືມ, ບ້ານເຮົ້າໃຕ້, ບ້ານເຮົ້າເໜືອ, ບ້ານຫ້ວຍເບືອນ+ຫ້ວຍຍາບ ແລະ ບ້ານທັບເຜີ້ງ, ບ້ານຫີ້ມ, ບ້ານນາຕ້າງ, ບ້ານພຽງ, ບ້ານນາດວງ, ບ້ານໂຄ້ງ, ບ້ານເຕື້ອມ, ບ້ານຫ້ວຍຫານ ແລະ ບ້ານຫ້ວຍຕັງ ລວມມີ 1,549 ຄອບຄົວ, ມີ 1,279 ຫຼັງຄາເຮືອນ, ມີພົນລະເມືອງ 7,654 ຄົນ, ຍິງ 3746 ຄົນ; ປະກອບມີ 5 ເຜົ່າຄື: ເຜົ່າລາວ, ເຜົ່າມົ້ງ, ເຜົ່າກຶມມຸ, ເຜົ່າໄຕ ແລະ ເຜົ່າພ້ອງ. ແຕ່ລະຕາແສງປະກອບມີ 5 ໜ່ວຍງານຄື: ໜ່ວຍງານບໍລິຫານ ແລະ ປົກຄອງ, ໜ່ວຍງານພັກ, ແນວລາວສ້າງຊາດ ອົງການຈັດຕັ້ງມະຫາຊົນ, ໜ່ວຍງານເສດຖະກິດ-ການເງິນ, ໜ່ວຍງານວັດທະນະທຳ-ສັງຄົມ, ໜ່ວຍງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ.

ການປະກາດ 6 ຕາແສງຂອງເມືອງຊຳເໜືອ ຍັງໄດ້ແຕ່ງຕັ້ງປະທານ, ຮອງປະທານ ພ້ອມດ້ວຍຫົວໜ້າໜ່ວຍງານປະຈໍາແຕ່ລະຕາແສງດັ່ງນີ້: ແຕ່ງຕັ້ງທ່ານ ນ. ຄຳແກ້ວ ພັນສິດທິເດດ ປະທານສະຫະພັນແມ່ຍິງເມືອງຊຳເໜືອ ເປັນປະທານຄະນະກຳມະການປົກຄອງ ຕາແສງໜອງຄ້າງ, ທ່ານ ຈິດຕະ ລິນທະລາ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວວລ້ອມເມືອງຊຳເໜືອ ເປັນປະທານຄະນະກຳມະການປົກຄອງ ຕາແສງຫົວຊຽງ, ທ່ານ ສອນໄຈ ອຸ່ນອານົງນຸດ ຮອງຫົວໜ້າຫ້ອງການກະສິກຳ ແລະ ສິ່ງແວວລ້ອມເມືອງຊຳເໜືອ ເປັນປະທານຄະນະກຳມະການປົກຄອງ ຕາແສງລ້ອງຮາມ, ທ່ານ ວັນພອນ ມົວບົວຈື ຮອງຫົວໜ້າຄະນະຈັດຕັ້ງເມືອງຊຳເໜືອ ເປັນປະທານຄະນະກຳມະການປົກຄອງ ຕາແສງຜາຖີ່, ທ່ານ ວົງທອງ ພັນທະໜອມ ຮອງປະທານກວດກາພັກ-ລັດເມືອງຊຳເໜືອ ເປັນປະທານຄະນະກຳມະການປົກຄອງ ຕາແສງສະເຫຼີ້ຍ, ທ່ານ ບົວສຸກ ໄຊສົມຜຸຍ ຫົວໜ້າຫ້ອງການ ໂຍທະທິການ ແລະ ຂົນສົ່ງເມືອງຊຳເໜືອ ເປັນປະທານຄະນະກຳມະການປົກຄອງ ຕາແສງລ້ອງແວ່ນ ເມືອງຊຳເໜືອ ແຂວງຫົວພັນ.
ການສ້າງຕັ້ງຕາແສງແມ່ນແນໃສ່ສ້າງຄວາມເຂ້້ມແຂງໃຫ້ແກ່ລະບົບການ ປົກຄອງຂັ້ນທ້ອງຖິ່ນ, ຂັ້ນຮາກຖານ ໃຫ້ມີຄວາມເຂັ້ມແຂງ ໃນການຄຸ້ມຄອງບໍລິຫານ ແລະ ເຮັດໃຫ້ການປະສານງານ ດີກ່ວາເກົ່າທັງຮັບປະກັນໃຫ້ ມີຄວາມສະດວກ, ວ່ອງໄວ, ໂປ່ງໃສ ແລະ ຍຸຕິທໍາ, ໃນການປົກປັກຮັກສາ ແລະ ສ້າງສາພັດທະນາເສດຖະກິດຂອງເມືອງ, ກໍ່ຄືການພັດທະນາເສດຖະກິດຂອງແຂວງ, ແກ້ໄຂຄວາມທຸກຍາກຂອງປະຊາຊົນພາຍໃນເມືອງໃຫ້ຫຼຸດພົ້ນອອກຈາກຄວາມທຸກຍາກເທື່ອລະກ້າວ.
