ທ່ານ ເຈົ້າແຂວງຫົວພັນ ໂອລົມພະນັກງານ – ລັດຖະກອນ 3 ອົງການຄະນະຈັດຕັ້ງການເມືອງຂອງພັກ-ລັດແຂວງ

 

ວັນທີ 5 ມີນາ 2024 ນີ້, ຢູ່ທີຫ້ອງປະຊຸມຊັ້ນ 5 ຕືກສຳນັກງານອົງການປົກຄອງແຂວງຫົວພັນ ທ່ານ ປອ ຄຳແພງ ໄຊສົມແພງ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ ໄດ້ໂອລົມພະນັກງານ-ລັດຖະກອນ ໃນຂົງເຂດວຽກງານ 3 ອົງການຄະນະຈັດຕັ້ງການເມືອງຂອງພັກຄື: ຄະນະຈັດຕັ້ງແຂວງ, ຄະນະກວດກາພັກ – ລັດ ແຂວງ ແລະ ຄະນະໂຄສະນາອົບຮົມແຂວງ ມີບັນດາ ຄະນະພັກ ຄະນະນຳ ຂອງ 3 ອົງການຈັດຕັ້ງ ແລະ ພະນັກງານ-ລັດຖະກອນເຂົ້າຮ່ວມຢ່າງພ້ອມພຽງ

ໃນພິທີ ທ່ານ ນາງ ລ້ອງຄຳ ພອນມີໄຊ ຄະນະປະຈຳພັກແຂວງ ຫົວໜ້າຄະນະຈັດຕັ້ງແຂວງໄດ້ລາຍງານຫຍໍ້ກ່ຽວກັບສະພາບການນຳພາ-ຊີ້ນຳ ການຈັດຕັ້ງປະຕິບັດວຽກງານຂອງ 3 ອົງການຈັດຕັ້ງການເມືອງຂອງພັກ – ລັດ ໃນໄລຍະຜ່ານມາ, 3 ອົງການຈັດຕັ້ງການເມືອງຂອງພັກ – ລັດ ເປັນເສນທິການໃຫ້ຄະນະປະຈຳພັກແຂວງ – ການນຳແຂວງ ໃນການຈັດຕັ້ງປະຕິບັດວຽກງານກໍ່ສ້າງພັກ – ພະນັກງານ, ວຽກງານກວດກາພັກ – ລັດ ແລະ ວຽກງານໂຄສະນາອົບຮົມຢູ່ ແຂວງຫົວພັນ ໄດ້ມີຜົນສຳເລັດຫຼາຍດ້ານ ໃນການຄົ້ນຄ້ວາ, ຜັນຂະຫຍາຍແນວທາງການຈັດຕັ້ງຂອງພັກ ທີ່ໄດ້ກຳນົດໄວ້ໃນມະຕິຕ່າງໆ.

ຈາກນັ້ນ ທ່ານ ປອ ຄຳແພງ ໄຊສົມແພງ ເຈົ້າແຂວງຫົວພັນ ໄດ້ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ບັນດາອົງການຈັດຕັ້ງຕ່າງໆຍາດມາໄດ້ໃນໄລຍະຜ່ານມາ ແລະ  ທ່ານຍັງໄດ້ເໜັ້ນໜັກໃຫ້ທຸກພາກສ່ວນເອົາໃຈໃສ່ສຶກສາອົບຮົມການເມືອງ-ແນວຄິດໃຫ້ແກ່ພະນັກງານ-ລັດຖະກອນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງ ສ້າງໃຫ້ພະນັກງານຮູ້ຈັກຮັກສາມູນເຊື້ອຄວາມສາມັກຄີມີນໍ້າໃຈຮັກຊາດ, ຮັກລະບອບໃໝ່ມີສະຕິຕໍ່ລະບຽບກກົດໝາຍ, ມີສະຕິຕໍ່ກົນອຸບາຍຫັນປ່ຽນໂດຍສັນຕິ ຂອງອິດທິກໍາລັງປໍລະປັກ ເປັນເຈົ້າການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ໂດຍສະເພາະແມ່ນ ແຂວງຫົວພັນ, ພັດທະນາຄອບຄົວ ແລະ ບ້ານ ກໍ່ຄຶທ້ອງຖີ່ນໃຫ້ຮັ່ງມີເຂັ້ມແຂງທຸກດ້ານ; ເອົາໃຈໃສ່ຊຸກຍູ້ຊີ້ນໍາ ພະນັກງານເຄື່ອນໄຫວວຽກວິຊາສະເພາະຢ່າງຫ້າວຫັນ ແລະ ເປັນເຈົ້າການປະຕິບັດທຸກມະຕິຄໍາສັ່ງຂອງພັກ-ລັດ ເຮັດສໍາເລັດທຸກໜ້າທີ່ວຽກງານທີ່ການຈັດຕັ້ງມອບໝາຍໃຫ້ເປັນຢ່າງດີ ແລະ ເດັດຂາດ; ເສີມສ້າງຄວາມກ້າຫານ, ກ້າຄິດ, ​ກ້າຮັບຜິດຊອບ,​ ສ້າງຄວາມສໍານິສໍານານໃນວຽກງານຂອງຕົນທີ່ໄດ້ຮັບຜິດຊອບ. ຈັດຕັ້ງຜັນຂະຫຍາຍວາລະແຫ່ງຊາດ ກ່ຽວກັບການແກ້ໄຂບັນຫາຢາເສບຕິດ ໃຫ້ໝົດໄປ. ນຳເອົາບັນດານິຕິກຳຕ່າງໆ ລົງເຜີຍແຜ່ເຊື່ອມຊຶມຢູ່ພາຍໃນກົມກອງ, ເມືອງ, ບ້ານ ໃຫ້ທົ່ວເຖິງ ແລະ ຫັນເອົາພະນັກງານລຸ້ນໜຸ່ມ, ພະນັກງານສືບຖອດ ທີ່ມີຄວາມຫ້າວຫັນ ປະກອບເຂົ້າໃນແຕ່ລະອົງກອນ ໃຫ້ຖືກຕ້ອງ ແລະ ສອດຄ່ອງຕາມເງື່ອນໄຂທີ່ກຳນົດໄວ້.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa