ທ່ານ ຮອງລັດຖະມົນຕີ ກະຊວງການຕ່າງປະເທດລົງເຄື່ອນໄຫວຊຸກຍູ້ວຽກງານແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ແຂວງຫົວພັນ
ວັນທີ 11 ພຶດສະພາ 2026, ທ່ານ ອານຸພາບ ວົງໜໍ່ແກ້ວ, ຮອງລັດຖະມົນຕີ ກະຊວງການຕ່າງປະເທດ, ທັງເປັນຮອງປະທານ ຜູ້ປະຈໍາການຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຕົກຄ້າງຢູ່ ສປປ ລາວ ພ້ອມດ້ວຍຄະນະ, ໄດ້ເຄື່ອນໄຫວຕິດຕາມ ແລະ ຊຸກຍູ້ວຽກງານການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ແຂວງຫົວພັນ.
ໃນການເຄື່ອນໄຫວຄັ້ງນີ້, ທ່ານ ຮອງລັດຖະມົນຕີ ພ້ອມດ້ວຍຄະນະ ໄດ້ເຂົ້າພົບການນຳແຂວງຫົວພັນ ເພື່ອແຈ້ງຈຸດປະສົງໃນການມາເຄື່ອນໄຫວວຽກງານ ແລະ ຮັບຟັງສະພາບການແກ້ໄຂບັນຫາລະເບີດບໍ່ທັນແຕກ ຢູ່ແຂວງຫົວພັນ ຕິດພັນກັບການພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນແຂວງຈາກ ທ່ານ ພອນສຸກ ອິນທະວົງ ປະທານຄະນະກຳມະການປົກຄອງແຂວງ.

ຈາກນັ້ນທ່ານ ຮອງລັດຖະມົນຕີພ້ອມດ້ວຍຄະນະໄດ້ລົງຕິດຕາມເບິ່ງໜ້າວຽກຕົວຈິ່ງຢູ່ພາກສະໜາມໃນການເກັບກູ້ລະເບີດ ທີ່ບ້ານເອິນ ເມືອງວຽງໄຊ ໂດຍມີ ທ່ານ ບຸນເພັງ ສີສະຫັວດ ຫົວໜ້າຫ້ອງການ ຄະນະກໍາມະການຄຸ້ມຄອງແຫ່ງຊາດ ເພື່ອການແກ້ໄຂບັນຫາລະເບີດບໍ່ທັນແຕກທີ່ຕົກຄ້າງ ຢູ່ ສປປລ , ທ່ານ ພັອ ນາງພວງທອງ ສຸຍະວົງ ສະມາຊິກສະພາແຫ່ງຊາດປະຈໍາເຂດເລືອກຕັ້ງທີ່ 8 ແຂວງຫົວພັນ, ມີການນໍາເມືອງວຽງໄຊກໍ່ໄດ້ເຂົ້າຮ່ວມການເຄື່ອນໄຫວໃນຄັ້ງນີ້ ແລະ ພ້ອມທັງໄດ້ຮັບຟັງການລາຍງານໂດຍຫຍໍ້ການປະຕິບັດໜ້າທີ່ວຽກງານຢູ່ພາກສະໜາມຈາກທ່ານ ບຸນຍືນ ເຢຍໂປຊົງ ຮັກສາການຫົວໜ້າຫ້ອງການເກັບກູ້ລະເບີດແຂວງ. ເຊິ່ງແຂວງຫົວພັນທຸກຕົວເມືອງແມ່ນຖືກຜົນກະທົບຈາກລະເບີດບໍ່ທັນແຕກ ໃນລະດັບແຕກຕ່າງກັນ, ໃນນີ້ມີ 5 ຕົວເມືອງ ທີ່ໄດຮັບຜົນກະທົບໜັກ ໜ່ວງທີ່ສຸດຄື: ເມືອງວຽງໄຊ, ເມືອງຊໍາເໜືອ, ເມືອງຊ່ອນ, ເມືອງຫົວເມືອງ ແລະ ເມືອງຮ້ຽມ. ໃນ 4 ເດືອນຕົ້ນປີ 2026 ສາມາດທໍາລາຍລະເບີດບໍ່ທັນແຕກໄດ້ທັງໝົດ 1.044 ໜ່ວຍ, ໃນນັ້ນເປັນລະເບີດລູກຫວ່ານ ( ລະເບີດບົ່ມບີ່ ) ທັງໝົດ 544 ໜ່ວຍ ຫຼື ເທົ່າກັບ 52% ຂອງລະເບີດທັງໝົດທີ່ໄດ້ທໍາລາຍ. ໂອກາດນີ້ທ່ານ ຮອງລັດຖະມົນຕີກະຊວງການຕ່າງປະເທດຍັງໄດ້ເບິ່ງການສາທິດທໍາລາຍລະເບີດຕົວຈິ່ງຕື່ມອີກ.

ພ້ອມນີ້, ຄະນະຍັງໄດ້ໄປຢ້ຽມຢາມອະດີດໂຮງໝໍມິດຕະພາບ ທີ່ບ້ານຊຽງລວງ, ຖໍ້າທ່ານຜູ້ນໍາ, ຫໍວາງສະແດງມູນເຊື້ອກອງທັບ, ຫ້ອງການໂຄງການເກັບກູ້ລະເບີດຫຼັງໃໝ່ ແລະ ສະຖານທີ່ອື່ນໆ.
ການລົງເຄື່ອນໄຫວໃນຄັ້ງນີ້, ແມ່ນເພື່ອແນໃສ່ຊຸກຍູ້ການຈັດຕັ້ງປະຕິບັດແຜນງານແກ້ໄຂບັນຫາລະເບີດບໍ່ທັນແຕກຢູ່ທ້ອງຖິ່ນທີ່ຖືກກະທົບໃຫ້ມີຄວາມຄືບໜ້າ, ຮັບປະກັນຄວາມປອດໄພໃຫ້ແກ່ປະຊາຊົນໃນການທຳມາຫາກິນ ແລະ ການພັດທະນາເສດຖະກິດ-ສັງຄົມ ຢູ່ພາຍໃນແຂວງຫົວພັນ ໃຫ້ມີປະສິດທິພາບສູງຂຶ້ນເລື້ອຍໆ.
