ຄະນະໂຄສະນາອົບຮົມແຂວງ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ
……………………………….
ຕອນເຊົ້າວັນທີ 30 ກໍລະກົດ 2026, ຄະນະໂຄສະນາອົບຮົມແຂວງຫົວພັນ (ຄອຂ) ໄດ້ຈັດກອງປະຊຸມ ເຊື່ອມຊຶມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງ ຄັ້ງທີ 4 ສະໄໝທີ XI ຂອງອົງຄະນະພັກແຂວງຫົວພັນ. ເປັນກຽດເຂົ້າຮ່ວມເປັນປະທານຂອງ ທ່ານ ເພັດ ມະນີພອນ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ. ມີຮອງຫົວໜ້າຄະນະ, ຫົວໜ້າ-ຮອງຫົວໜ້າຂະແໜງ ແລະ ພະນັກງານລັດຖະກອນພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມ.

ກ່າວເປີດກອງປະຊຸມຢ່າງເປັນທາງການ, ທ່ານ ເພັດ ມະນີພອນ ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ກ່າວບາງຕອນວ່າ: ການເຊື່ອມຊຶມເອກະສານສຳຄັນ ຂອງພັກ ເປັນວຽກງານທີ່ມີຄວາມສຳຄັນ ແລະ ຈຳເປັນຢ່າງຍິ່ງ ເພື່ອຮັບປະກັນໃຫ້ທຸກຂະແໜງການ ມີຄວາມເປັນເອກະພາບທາງດ້ານແນວຄິດ, ເປົ້າໝາຍ ແລະ ການປະຕິບັດ ຢ່າງສອດຄ່ອງກັນ. ສະນັ້ນ, ທ່ານໄດ້ຮຽກຮ້ອງໃຫ້ພະນັກງານລັດຖະກອນເອົາໃຈໃສ່ຕິດຕາມ, ຮັບຟັງເນື້ອໃນການຖ່າຍທອດຢ່າງເອົາໃຈໃສ່, ຈົດບັນທຶກປະເດັນສຳຄັນ;• ຫ້າວຫັນປະກອບຄຳຄິດຄຳເຫັນ, ສະເໜີບັນຫາທີ່ຄົງຄ້າງ ຫຼືສິ່ງທີ່ຍັງບໍ່ທັນແຈ້ງ ເພື່ອຮ່ວມກັນເຮັດໃຫ້ກອງປະຊຸມມີຄວາມສົມບູນ ແລະ ພາຍຫຼັງກອງປະຊຸມສຳເລັດລົງ ໃຫ້ແຕ່ລະຄະນະ, ແຕ່ລະຂະແໜງການ ນຳເອົາເນື້ອໃນມະຕິໄປຜັນຂະຫຍາຍເຂົ້າໃນວຽກງານທີ່ຕົນຮັບຜິດຊອບ ຮັບປະກັນເຮັດສຳເລັດໜ້າທີ່ການເມືອງທີ່ພັກ-ລັດມອບໝາຍໃຫ້.
“ເຊິ່ງກອງປະຊຸມຄົບຄະນະບໍລິຫານງານພັກແຂວງຫົວພັນ ຄັ້ງທີ 4 ສະໄໝທີ XI ໄດ້ດໍາເນີນ ໃນລະຫວ່າງວັນທີ 16-17 ມິຖຸນາ 2026 ພາຍໃຕ້ການເປັນປະທານ ຂອງ ສະຫາຍ ພຸດພັນ ແກ້ວວົງໄຊ ກໍາມະການສູນກາງພັກ, ເລຂາຄະນະບໍລິຫານງານພັກແຂວງຫົວພັນ, ປະທານສະພາປະຊາຊົນແຂວງ. ໃຫ້ກຽດເຂົ້າຮ່ວມຊີ້ນໍາໂດຍ ສະຫາຍ ເພັດ ພົມພິພັກ ກຳມະການກົມການເມືອງສູນກາງພັກ, ຄະນະເລຂາທິການສູນກາງພັກ, ຫົວໜ້າຫ້ອງວ່າການສູນກາງພັກ. ມີບັນດາສະຫາຍ ຄະນະບໍລິຫານງານພັກແຂວງເຂົ້າຮ່ວມ ທັງໝົດ 36 ສະຫາຍ, ຍິງ 3 ສະຫາຍ.
ກອງປະຊຸມ ໄດ້ຕີລາຄາຢ່າງພາລະວິໄສ ຕໍ່ຜົນສໍາເລັດ ແລະ ຂໍ້ຄົງຄ້າງ ພ້ອມທັງໄຈແຍກບັນດາສາເຫດຕົ້ນຕໍ ທີ່ ພາໃຫ້ມີຜົນສໍາເລັດ ແລະ ຂໍຄົງຄ້າງ ເປັນຕົ້ນ: ວາລະເປີດກວ້າງ ແລະ ວາລະພາຍໃນ. ນອກຈາກນັ້ນ, ໄດ້ປະເມີນຄວາມໄວ້ວາງໃຈ ຂອງຄະນະບໍລິຫານງານພັກແຂວງ, ບົດສະຫຼຸບການນໍາພາ-ຊີ້ນໍາວຽກງານຮອບດ້ານ ຂອງຄະນະບໍລິຫານງານພັກແຂວງ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026 ຈຸດສຸມ ໄລຍະ 3 ເດືອນ 7-8-9 ປີ 2026, ບົດສໍາຫຼວດການນໍາພາລວມ ແລະ ບຸກຄົນ ຂອງບັນດາສະຫາຍຄະນະບໍລິຫານງານພັກແຂວງ, ບົດສະຫຼຸບອົງການປົກຄອງແຂວງ ກ່ຽວກັບແຜນພັດທະນາເສດຖະກິດ-ສັງຄົມ ປະຈຳ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນ ທ້າຍປີ 2026 ແລະ ບັນດາບົດລາຍງານ ຂອງບັນດາຂະແໜງການເປັນຈຳນວນໜຶ່ງ.
ເພື່ອເປັນທິດໃນຕໍ່ໜ້າ ກອງປະຊຸມໄດ້ໃຫ້ທິດຊີ້ນຳແຕ່ລະຂົງເຂດວຽກງານສໍາຄັນ ເຊິ່ງກຳນົດເອົາທິດທາງລວມ 6 ເດືອນ ທ້າຍປີ 2026 ຄື: ສ້າງການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ, ຮອບດ້ານ ໃນການນໍາພາ ຂອງຄະນະບໍລິຫານງານພັກແຂວງ ກໍ່ຄືຄະນະພັກແຕ່ລະຂັ້ນ ຕິດພັນກັບການເສີມຂະຫຍາຍຜົນງານອັນພົ້ນເດັ່ນ ສ້າງຮາກຖານພັກ, ໜ່ວຍພັກໃຫ້ມີຄວາມປອດໃສ່, ເຂັ້ມແຂງ, ໜັກແໜ້ນ; ສືບຕໍ່ສ້າງທຸກເງື່ອນໄຂ ເພື່ອຮັກສາສະຖຽນລະພາບທາງດ້ານການເມືອງ, ຮັບປະກັນຄວາມສະຫງົບ ແລະ ຄວາມເປັນລະບຽບຮຽບຮ້ອຍໃນສັງຄົມຢ່າງໜັກແໜ້ນ, ສ້າງຄວາມສາມັກຄີປອງດອງ ແລະ ຍຸຕິທຳໃນສັງຄົມ; ສູ້ຊົນບຸກບືນແກ້ໄຂຄວາມຫຍຸ້ງຍາກດ້ານເສດຖະກິດການເງິນ ດ້ວຍການນໍາໃຊ້ບາງມາດຕະການ ແລະ ສ້າງບັນດາປັດໃຈຕົວຈິງ ເພື່ອຈັດເກັບລາຍຮັບເຂົ້າງົບປະມານໃຫ້ບັນລຸຕາມແຜນການ, ນໍາໃຊ້ທ່າແຮງບົ່ມຊ້ອນຂອງ ຂະແໜງການ ແລະ ທ້ອງຖິ່ນ ເຂົ້າໃນການພັດທະນາຕາມເງື່ອນໄຂສະພາບຕົວຈິງ, ຂະຫຍາຍໜໍ່ແໜງຕົວແບບດ້ານ ຕ່າງໆ ໃຫ້ໄດ້ຫລາຍຂຶ້ນ; ສຶບຕໍ່ຊຸກຍູ້ ແລະ ສົ່ງເສີມການຜະລິດພາຍໃນ ເພື່ອທົດແທນການນໍາເຂົ້າໂດຍຫັນປ່ຽນໄປສູ່ສັງຄົມການຜະລິດທີ່ເຂັ້ມແຂງຂື້ນ ຕາມເຂດແຄວ້ນ ແນ່ໃສ່ສ້າງເສດຖະກິດ ເອກະລາດ ເປັນເຈົ້າຕົນເອງໃຫ້ຫຼາຍຂຶ້ນ; ແລະ ຍົກສູງປະສິດທິພາບຂອງການຄຸ້ມຄ້ອງລັດ, ຄຸ້ມຄອງສັງຄົມດ້ວຍກົດໝາຍ ຕິດພັນກັບການປັບປຸງກົງຈັກ ການຈັດຕັ້ງ ຕາມທິດຊີ້ນໍາ ແນ່ໃສ່ເຮັດໃຫ້ກົງຈັກການຈັດຕັ້ງ ກະທັດລັດ, ເຂັ້ມແຂງ, ຫຼຸດຜ່ອນຂັ້ນ-ຂອດບໍລິການ, ເຄື່ອນໄຫວເປັນລະບົບຮັດກຸມ, ໂປ່ງໃສ່ ແລະ ວ່ອງໄວ”.
ການເຊື່ອມຊຶມເອກະສານດັ່ງກ່າວ ເພື່ອເຮັດໃຫ້ຄະນະພັກທຸກຂັ້ນ, ສະມາຊິກພັກ, ພະນັກງານ-ລັດຖະກອນ ພາຍໃນ ຄອຂ ມີຄວາມເອກອ້າງທະນົງໃຈຕໍ່ຜົນສໍາເລັດທີ່ຍາດມາໄດ້ໃນໄລຍະຜ່ານມາ, ໃຫ້ຮັບຮູ້, ເຂົ້າໃຈ ແລະ ກຳແໜ້ນເນື້ອໃນຈິດໃຈ ມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 04 ຢ່າງກວ້າງຂວາງ, ທົ່ວເຖິງ ແລະ ເລິກເຊິງ; ເພື່ອສືບຕໍ່ຍູ້ແຮງ ແລະ ຜັນຂະຫຍາຍແນວທາງປ່ຽນແປງໃໝ່ຮອບດ້ານທີ່ມີຫຼັກການຂອງພັກ, ການຄຸ້ມຄອງບໍລິຫານລັດ ແລະ ຫັນມະຕິເປັນແຜນງານ, ໂຄງການ ໃນຂອບເຂດຕົນຮັບຜິດຊອບ.
ໃນໂອກາດດຽວກັນນີ້, ຄອຂ ແຂວງຫົວພັນ ຍັງໄດ້ຈັດຕັ້ງປາຖະກະຖາວັນເກີດຂອງທ່ານປະທານສຸພານຸວົງ ຄົບຮອບ 117 ປີ, ວັນເຊັນສົນທິສັນຍາມິດຕະພາບ-ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 49 ປີ ແລະ ວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຫວຽດນາມ ຄົບຮອບ 64 ປີ. ພ້ອມນັ້ນ, ຍັງໄດ້ຈັດພິທີປະດັບຫຼຽນກາລະນຶກ 50 ປີ ວັນສະຖາປະນາ ສປປ ລາວ ແລະ ມອບໃບຍ້ອງຍໍຂອງປະທານຄະນະກຳມະການປົກຄອງແຂວງ ໃຫ້ແກ່ບຸກຄົນທີ່ມີຜົນງານດີເດັ່ນ ປະຈຳປີ 2025; ຜ່ານ ແລະ ຄົ້ນຄວ້າຮ່າງເອກະສານສຳຄັນຂອງ ຄອຂ ຄື: ບົດສະຫຼຸບວຽກງານການເຄື່ອນໄຫວວຽງການ 6 ເດືອນຕົ້ນປີ ແລະ ທິດທາງແຜນການ 6 ເດືອນທ້າຍປີ 2026, ຂໍ້ຕົກລົງແບ່ງຄວາມຮັບຜິດຊອບ ຂອງ ຄອຂ, ຂໍ້ຕົກລົງວ່າດ້ວຍການຍົກຍ້າຍພະນັກງານພາຍໃນ ຄອຂ ແລະ ແຈ້ງການເພີ່ມເຕີມກ່ຽວກັບການຈັດຕັ້ງປະຕິບັດຄຳແນະນຳ ສະບັບເລກທີ 374/ຄຈສພ ລົງວັນທີ 19 ມີຖຸນາ 2026 ຕື່ມອີກ.
