ຄະນະໂຄສະນາອົບຮົມແຂວງຫົວພັນ ເປີດຊຸດຝືກອົບຮົມວຽກງານໂຄສະນາ-ປາຖະກະຖາໃຫ້ພະນັກງານຫຼັກແຫຼ່ງທົ່ວແຂວງຫົວພັນ

ຕອນເຊົ້າ ຂອງວັນ 27 ກຸມພາ 2024 ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ເປີດຊຸດຝຶກອົບຮົມວຽກງານໂຄສະນາ-ປະຖະກະຖາ ຂຶ້ນຢູ່ທີ ຫ້ອງປະຊຸມຊັ້ນ 5 ຕືກສຳນັກງານອົງການປົກຄອງແຂວງ, ໂດຍໃຫ້ເຂົ້າຮ່ວມເປັນປະທານຂອງ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ ຜູ້ຊີ້ນຳແນວຄິດທິດສະດີຂັ້ນແຂວງ, ມີ ທ່ານ ໂພເມກ ວິໄລສັກ ຫົວໜ້າກົມໂຄສະນາ ຂອງຄະນະໂຄສະນາອົບຮົມສູນກາງພັກ, ທ່ານ ຕົງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີນັກສຳມະນາກອນ, ພະນັດງານຫຼັກແຫຼ່ງ ທີ່ມາຈາກພະແນກການ ກົມກອງອອ້ມຂ້າງແຂວງ ແລະ 10 ເມືອງທົ່ວແຂວງ ເຂົ້າຮ່ວມຢ່າງພ້ອມພຽງ.

​         ໃນໂອກາດດັ່ງກ່າວ ທ່ານ ຕົງລີ ເຕັ່ງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ມີຄໍາເຫັນກ່າວເປີດຊຸດຝຶກອົບຮົມ, ການຈັດຝຶກອົບຮົມໃນຄັ້ງນີ້ ກໍເພື່ອແນໃສ່ຍົກລະດັບຄວາມຮູ້, ຄວາມສາມາດ, ທັກສະໃນການໂຄສະນາ-ປາຖະກະຖາ ກໍຄື ວິທີ ແລະ ຂັ້ນຕອນໃນການຂຽນເອກະສານສໍາຄັນຕ່າງໆ ໃຫ້ແກ່ພະນັກງານຫຼັກແຫຼ່ງ ຂອງແຂວງຫົວພັນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງເລິກເຊິ່ງກວ່າເກົ່າ. ພ້ອມດຽວກັນນີ້ ກໍໄດ້ຮຽກຮ້ອງໃຫ້ນັກສໍາມະນາກອນທຸກທ່ານ ຈົງພ້ອມກັນຍົກສູງຄວາມຮັບຜິດຊອບຂອງຕົນ ໃນການປະຕິບັດໂມງເວລາ, ສຸມໃສ່ຄົ້ນຄວ້າ, ແລກປ່ຽນ ແລະ ຍາດແຍ່ງເອົາບົດຮຽນຕ່າງໆ ຈາກວິທະຍາກອນໃຫ້ຫຼາຍທີ່ສຸດ ເພື່ອມາໝູນໃຊ້ເຂົ້າໃນວຽກງານຈິງ ໃຫ້ເກີດຜົນປະໂຫຍດສູງສຸດ.

​         ການຝຶກອົບຮົມໃນຄັ້ງນີ້ແມ່ນຈະໄດ້ດໍາເນີນເປັນເວລາ 3 ວັນເຕັມ ນັນແຕ່ (27 – 29 ກຸມພາ 2024) ແລະ ຕະຫຼອດໄລຍະຂອງການຝຶກອົບຮົມ, ຜູ້ເຂົ້າຮ່ວມຈະໄດ້ຮັບຟັງການບັນຍາຍ ດ້ານທິດສະດີ ຂອງວຽກງານໂຄສະນາ ຈາກວິທະຍາກອນຂອງ ຄະນະໂຄສະນາອົບຮົມແຂວງ ແລະ ກົມໂຄສະນາ, ຄະນະໂຄສະນາອົບຮົມສູນກາງພັກ ຈໍານວນ 04 ບົດຄື: ບົດທີ1, ບັນຫາພື້ນຖານ ຂອງວຽກງານໂຄສະນາ – ປຸກລະດົມ; ບົດທີ 2, ຝຶກຝົນຄວາມສາມາດໃນການຂຽນເອກະສານ; ບົດທີ 3, ຄຸນລັກສະນະ, ສິລະປະ ແລະ ວາທະສິນໃນການໂຄສະນາ – ປາຖະກະຖາ; ບົດທີ 4 ຄື: ໂຄສະນາຜ່ານສື່. ນອກຈາກນັ້ນ ຜູ້ທີ່ເຂົ້າຮ່ວມຝຶກອົບຮົມໃນຄັ້ງນີ້ ຍັງຈະໄດ້ຜັດປ່ຽນກັນຂຶ້ນສາທິດການເປັນພິທີກອນ ,ການເຜີຍແຜ່ເອກະສານ ແລະ ການຂື້ນ ປາຖະກະຖາຕົວຈີງຕື່ມອີກ.

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa