ກອງປະຊຸມໃຫຍ່ ຄັ້ງທີ IV ຂອງກຳມະບານຮາກຖານ ໂຄສະນາອົບຮົມແຂວງຫົວພັນ

ຕອນເຊົ້າຂອງວັນທີ 16 ກຸມພາ 2024 ທີ່ຜ່ານມາ. ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ເປີດກອງປະຊຸມໃຫຍ່ IV ຂອງກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງຫົວພັນ ໂດຍການເປັນປະທານຮ່ວມຂອງ ສະຫາຍ ນາງ ຄຳພວງ ຄຳບຸດດາພັນ ຮອງປະທານກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງຫົວພັນ, ມີ ສະຫາຍ ນາງ ພອງທຳ ທຳມະທອງ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງ, ເປັນກຽດເຂົ້າຮ່ວມຂອງ ສະຫາຍ ຕົງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ບັນດາທ່ານ ແຂກຖືກເຊີນຕ່າງໜ້າຮາກຖານກຳມະບານຂອງພະແນກການອ້ອມຂ້າງແຂວງ ຕະຫລອດຮອດສະມາຊິກກຳມະບານພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມທັງໝົດ 22 ສະຫາຍ, ຍິງ 10 ສະຫາຍ.

ກອງປະຊຸມຄັ້ງນີ້; ໄດ້ຮັບຟັງການລາຍງານຮ່າງບົດລາຍງານການເມືອງທັງ 2 ພາກ ແລະ ບົດສຳຫຼວດການນຳພາ-ຊີ້ນຳ ຈາກຮອງປະທານກຳມະບານຮາກຖານ ໃນການຈັດຕັ້ງປະຕິບັດວຽກງານ ຂອງກຳມະບານຮາກຖານ ໃນໄລຍະ 5 ປີຜ່ານມາ ແລະ ທິດທາງ 5 ປີຕໍ່ໜ້າ. ພ້ອມນັ້ນ; ຜູ້ແທນກອງປະຊຸມ ໄດ້ປະກອບຄຳຄິດຄຳເຫັນໃສ່ຮ່າງບົດລາຍງານການເມືອງທັງ 2 ພາກ ແລະ ບົດສຳຫຼວດການນຳພາ-ຊີ້ນຳ ໃຫ້ມີເນື້ອໃນຄົບຖ້ວນ ສາມາດຈັດຕັ້ງປະຕິບັດໄດ້ໃນຕໍ່ໜ້າ. ພ້ອມກັນນັ້ນ ກອງປະຊຸມຍັງໄດ້ຮັບຟັງການຜ່ານມາດຖານ ແລະ ເງື່ອນໄຂຂອງຜູ້ສະໝັກເລືອກຕັ້ງ, ພ້ອມທັງປ່ອນບັດຄັດເລືອກເອົາຄະນະກໍາມະບານຮາກຖານ ຂອງຄະນະໂຄສະນາອົບຮົມແຂວງຊຸດໃໝ່ ເຊິ່ງໃນນັ້ນ ມີຜູ້ຮັບສະໝັກການເລືອກຕັ້ງທັງໝົດ 5 ສະຫາຍ, ຍິງ 2 ສະຫາຍ, ຜ່ານການລົງຄະແນນສຽງ ແລະ ຕົກລົງເຫັນດີເປັນເອກະພາບກັນ ຢູ່ໃນກອງປະຊຸມຄັ້ງປະຖົມມະລືກຂອງກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ ໄດ້ຕົກລົງຄົ້ນຄ້ວາຮັບຮອງເອົາ ຄະນະກຳມະບານຮາກຖານ ໂຄສະນາອົບຮົມແຂວງ ຊຸດໃໝ່ ເຊິ່ງຄັດເລືອກໄດ້ 4 ສະຫາຍຄື:

  1. ສະຫາຍ ຕົງ ເຍຍບີທໍ່ ເປັນປະທານກໍາມະບານຮາກຖານ,
  2. ສະຫາຍ ນາງ ອານັດ ເພັດສົມພອນ ຮອງປະທານກໍາມະບານຮາກຖານ, ທັງເປັນປະທານກວດກາ
  3. ນາງ ສຸກ ກັນຍາວົງ ຮອງປະທານກໍາມະບານຮາກຖານ
  4. ສະຫາຍ ເພັງສີ ທິບພະວົງ ເປັນຮອງປະທານກວດກາ.

ໃນຕອນທ້າຍ ສະຫາຍ ນາງ ພອງທຳ ທຳມະທອງ ກຳມະການພັກແຂວງ ປະທານສະຫະພັນກຳມະບານແຂວງ ຍັງໄດ້ໃຫ້ກຽດໂອ້ລົມ ແລະ ສະແດງຄວາມຍ້ອງຍໍຊົມເຊີຍ ຕໍ່ຜົນງານດ້ານດີ ແລະ ຜົນສໍາເລັດໃນການຈັດຕັ້ງປະຕິບັດວຽກງານຂອງຕົນ ທີ່ກຳມະບານຮາກຖານໂຄສະນາອົບຮົມແຂວງ ທີ່ສາມາດຍາດມາໄດ້ໃນໄລຍະຜ່ານມາ ແລະ ສືບຕໍ່ຈັດຕັ້ງປະຕິບັດວຽກງານໃນຕໍ່ໜ້າ, ກຳແໜ້ນຄຳຂວັນ 5 ເປັນເຈົ້າ ເພື່ອເປັນບັນທັດຖານໃນການຈັດຕັ້ງປະຕິບັດ ແລະ ສຶກສາອົບຮົມການເມືອງແນວຄິດ ຂອງສະມາຊິກກຳມະບານ ໃຫ້ມີແນວຄິດຫລັກໝັ້ນ, ການເມືອງໜັກແໜ້ນ ແລະ ເຊື່ອໝັ້ນຕໍ່ແນວທາງນະໂຍບາຍຂອງພັກລັດ ເປັນເຈົ້າການປະກອບສ່ວນເຂົ້າໃນວຽກງານກໍາມະບານ ປົກປ້ອງຜົນປະໂຫຍດຂອງຜູ້ອອກແຮງງານໃນຂອບເຂດຄວາມຮັບຜິດຊອບຂອງຕົນໃຫ້ດີຂຶ້ນ

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa