ກອງປະຊຸມຮັບການສ່ອງແສງລາຍງານສະພາບ ແນວຄິດຫາງສຽງ-ສັງຄົມ ປະຈຳປີ 2023 ແລະ ວາງທິດທາງແຜນການ ປະຈຳປີ 2024

ກອງປະຊຸມຮັບການສ່ອງແສງລາຍງານສະພາບ ແນວຄິດຫາງສຽງ-ສັງຄົມ ປະຈຳປີ 2023 ແລະ ວາງທິດທາງແຜນການ ປະຈຳປີ 2024

ຕອນເຊົ້າຂອງວັນທີ 14 ກຸມພາ 2024, ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຈັດກອງປະຊຸມສ່ອງແສງສະພາບແນວຄິດຫາງສຽງ-ສັງຄົມ ປະຈຳປີ 2023 ແລະ ວາງທິດທາງແຜນການ ປະຈຳປີ 2024 ຂຶ້ນ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຕືກສຳນັກງານປົກຄອງແຂວງຫົວພັນ, ພາຍໃຕ້ການເປັນປະທານຂອງ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນຳແນວຄິດທິດສະດີຂັ້ນແຂວງ ມີທ່ານຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ບັນດາທ່ານຄະນະກໍາມະການຄົ້ນຄວ້າ, ວິເຄາະ, ວິໄຈ, ຕິດຕາມ, ເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ ແລະ ຜູ້ຕາງໜ້າເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 4 ສະຫາຍ.

 ກອງປະຊຸມຄັ້ງນີ້ ທ່ານ ອົ້ມ ອິນທະລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ລາຍງານຮ່າງບົດສະຫຼຸບຕີລາຄາສະພາບແນວຄິດຫາງສຽງ-ສັງຄົມ ປະຈຳປີ 2023 ແລະ ວາງທິດທາງແຜນການ ປະຈຳປີ 2024 ຂອງຄະນະກໍາມະການຄົ້ນຄວ້າ, ວິເຄາະ, ວິໄຈ, ຕິດຕາມ, ເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ. ຈາກນັ້ນທ່ານປະທານກອງປະຊຸມໄດ້ດຳເນີນຕາມວາລະ, ໃຫ້ທິດນຳ ແລະ ເຈາະຈີ້ມໃນການຕີລາຄາຮ່າງບົດສະຫຼຸບລາຍງານ ແລະ ວາງທິດທາງແຜນການໃນການເຄື່ອນໄຫວວຽກງານຫາງສຽງ – ສັງຄົມໃນໄລຍະ 1 ປີ ຜ່ານມາ. ບັນດາທ່ານທີເຂົ້າຮ່ວມກອງປະຊຸມໄດ້ປະກອບຄຳຄິດຄຳເຫັນ ຕໍ່ຄຳຖາມເຈາະຈີ້ມ, ຮ່າງບົດສະຫຼຸບ ແລະ ທິດທາງແຜນການ, ຄົ້ນຄ້ວາ, ວິເຄາະ, ວິໄຈ ບັນຫາທີສັງຄົມຕັ້ງຂື້ນໃນແຕ່ລະຂົງເຂດເປັນຕົ້ນ: ການຈັດຕັ້ງປະຕິບັດແນວທາງຂອງພັກ, ການນຳພາ-ຊີ້ນຳ ຂອງຄະນະພັກ, ການຄູ້ມຄອງສັງຄົມ, ສະພາບປະກົດການຫຍໍ້ທໍ້ໃນສັງຄົມ, ການແກ້ໄຂຊີ້ແຈງການລະແວງສົງໃສຕໍ່ການນຳພາຂອງພັກ, ການຄຸ້ມຄອງລັດກໍ່ໄດ້ຮັບການແກ້ໄຂ ແລະ ຊີ້ແຈງໃຫ້ສັງຄົມຮັບຊາບ. ໃນ 1 ປີຜ່ານມາ ຄະນະຮັບຜິດຊອບຕິດຕາມເກັບກຳສະພາບແນວຄິດຫາງສຽງ-ສັງຄົມ ຂັ້ນແຂວງ. ໄດ້ຮັບລາຍງານຈາກຕາງໜ່າງເພື່ອນຮ່ວມງານ ແລະ ພົນລະເມືອງດີ ໄດ້ 36 ສະບັບ; ໃນນີ້, ມີ 1 ຄຳຮ້ອງ, 18 ຄຳສະເໜີ, ມີ 4 ບັດສົນເທ, ມີ 13 ຫາງສຽງ ແລະ ລົງຕິດຕາມສະພາບປະກົດການຫຍໍ້ທໍ້ໄດ້ 1 ຄັ້ງ. ຈັດກອງປະຊຸມຮັບການສ່ອງແສງລາຍງານສະພາບແນວຄິດຫາງສຽງ-ສັງຄົມ ຂອງສະມາຊິກພັກ, ພະນັກງານ-ລັດຖະກອນ, ທະຫານ, ຕຳຫຼວດ ແລະ ປະຊາຊົນບັນດາເຜົ່າ ປະຈຳເດືອນ ໄດ້ 4 ຄັ້ງ, ມີຜູ້ເຂົ້າຮ່ວມ 67 ເທື່ອຄົນ, ຍິງ 21 ເທືອຄົນ, ບັນທຶກລາຍງານປະຈຳເດືອນຢ່າງເປັນປົກກະຕິ ແລະ ສົມທົບກັບຄະນະໂຄສະນາອົບຮົມສູນກາງພັກ ຈັດຝຶກອົບຮົມສ້າງຄວາມເຂັ້ມແຂງ ໃຫ້ພະນັກທີ່ເຮັດວຽກງານຫາງສຽງ-ສັງຄົມ ຢູ່ເມືອງກວັນໄດ້ 1 ຄັ້ງ, ມີຜູ້ເຂົ້າຮ່ວມ 52 ທ່ານ, ຍິງ 14 ທ່ານ.

ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ຊີ້ນຳແນວຄິດທິດສະດີຂັ້ນແຂວງ, ເຊິ່ງທ່ານໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານຄະນະກຳມະການຄົ້ນຄວ້າ, ວິເຄາະ, ວິໃຈ ທີ່ໄດ້ເອົາໃຈໃສ່ຕິດຕາມເກັບກຳສະພາບ ຫາງສຽງ – ສັງຄົມ ແລະ ທ່ານຍັງໄດ້ໃຫ້ທິດຊີ້ນຳຄື :

  1. ເພີ່ມທະວີໃນການຕິດຕາມການຈັດຕັ້ງປະຕິບັດຕາມມະຕິຕ່າງໆຂອງພັກ, ແຜນນະໂຍບາຍຂອງລັດ ແຕ່ລະໄລຍະ ຮັບຝັງຄຳຄິດຄຳເຫັນຂອງສັງຄົມໃຫ້ສອດຄ່ອງກັບສະພາບຕົວຈີງ.
  2. ຮຽກຮ້ອງໃຫ້ຄະນະພັກ, ຄະນະນຳແຕ່ລະຂັ້ນເອົາໃຈໃສ່ຕິດຕາມ, ຄຸ້ມຄອງ ການຈັດຕັ້ງປະຕິບັດລະບຽບຫຼັກການຄວາມເປັນແບບຢ່າງຂອງຄະນະພັກແຕ່ລະຂັ້ນ, ກວດກາຄຸ້ມຄອງ ແລະ ແກ້ໄຂບັນຫາສັງຄົມ.
  3. ຄະນະກໍາມະການຄົ້ນຄວ້າ, ວິເຄາະ, ວິໄຈ, ຕິດຕາມ, ເກັບກໍາຫາງສຽງ-ສັງຄົມ ຕ້ອງກຳແໜ້ນບັນດານິຕິກຳ, ປະສານງານພາກສ່ວນກ່ຽວຂ້ອງໃຫ້ກົມກ້ຽວ, ເປັນເສນາທິການຮັບໃຊ້ໜ້າທີ່ການເມືອງໃຫ້ແກ່ຄະນະພັກຂັ້ນເທີງ ແລະ ຄະນະພັກຂອງຕົນເອງ
  4. ຄະນະໂຄສະນາອົບຮົມແຂວງເປັນໃຈກາງຂອດປະສານງານ, ຕິດຕາມ, ເກັບກຳ, ສັງລວມ ການລາຍງານຈາກຕາໜ່າງເພື່ອນຮ່ວມງານ, ການແກ້ໄຂບັນຫາສັງຄົມຕັ້ງຂື້ນໃນແຕ່ລະຂົງເຂດເຊັ່ນວ່າ: ການແກ້ໄຂບັນຫາຍັງສືບຕໍ່ແກ້, ການຕິດຕາມເຊື່ອມຊືມແນວທາງຂອງພັກໃນແຕ່ລະໄລຍະ ແລະ ຮັບປະກັນຂະບວນການກະກຽມດຳເນີນກອງປະຊຸມ 3 ຂັ້ນ, ລາຍງານສະພາບແນວຄິດຫາງສຽງ-ສັງຄົມໃຫ້ຄະນະພັກຂັ້ນເທີງທັນເຫດການເວລາ

ກອງປະຊຸມດັ່ງກ່າວໄດ້ດຳເນີນເວລາ 1 ຕອນ ແລະ ປິດລົງດ້ວຍໝາກຜົນອັນຈົບງາມ

 

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa