ກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024

ວັນທີ 1  ມີນາ 2024 ນີ້, ຄະນະໂຄສະນາອົບຮົມແຂວງ ໄດ້ຈັດ ກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມປະຈຳປີ 2023 ແລະ ທິດທາງແຜນການປະຈຳປີ 2024 ຂື້ນຢູ່ທີ່ຫ້ອງປະຊຸມຊັ້ນ 5 ຕຶກສຳນັກງານອົງການປົກຄອງ ແຂວງຫົວພັນ ໂດຍໃຫ້ກຽດເປັນປະທານຂອງ ທ່ານ ປອ ຄຳແພງ ໄຊສົມແພງ ກຳມະການສູນກງພັກ ເລຂາຄະນະບໍລິຫານງານພັກແຂວງ ເຈົ້າແຂວງຫົວພັນ ມີພາກສ່ວນທີ່ກ່ຽວຂ້ອງ ຄະນະປະຈຳພັກແຂວງ, ສະພາປະຊາຊົນແຂວງ, ກຳມະການພັກແຂວງ, ເລຂາພັກເມືອງ ເຈົ້າເມືອງ 10 ເມືອງ, ຫົວໜ້າພະແນກການ, ອົງການທຽບເທົ່າ, ອົງການຈັດຕັ້ງມະຫາຊົນ, ບັນດາ ອຳນວຍການລັດວິສາຫະກິດ, ແລະ ຫ້ອງການຄະນະໂຄສະນາອົບຮົມ 10 ເມືອງ ທົ່ວແຂວງເຂົ້າຮ່ວມ.

ໃນໄລຍະ 1 ປີຜ່ານມາ, ຄະນະພັກ, ຄະນະໂຄສະນາອົບຮົມແຂວງໄດ້ເອົາໃຈໃສ່ເຮັດວຽກງານການເມືອງ-ແນວຄິດດ້ວຍ​ການ​ນຳ​ເອົາ​ແນວທາງ​ຂອງ​ພັກ, ມູນ​ເຊື້ອ​ຂອງ​ຊາດ ແລະ ສາ​ກົນຕ່າງໆໃນ​ແຕ່​ລະ​ໄລ​ຍະ ຈັດຕັ້ງເຊື່ອມຊຶມ ແລະ ຜັນຂະ ຫຍາຍ​ບັນດາ ​ມະຕິຄຳສັ່ງ ແລະ ວັນສໍາຄັນຕ່າງໆ ຂອງພັກ, ຂອງຊາດ ລົງຈັດຕັ້ງຜັນຂະຫຍາຍ ແລະ  ຊຸກຍູ້ຕິດຕາມ, ກວດກາ ການເຄື່ອນໄຫວວຽກງານໂຄສະນາອົບຮົມນໍາພາແບບແຜນດຳເນີນສ່ອງແສງລາຍງານສະພາບແນວຄິດຂອງພະນັກງານ ແລະ ການຈັດຕັ້ງດຳເນີນ  4 ແຜນງານ 6 ໂຄງການ ປະຕິດບັດໄດ້ 3 ໂຄງການ ໂດຍສະເພາະ ແມ່ນວຽກ​ງານ​ໂຄສະນາ,  ວຽກງານສຶກສາອົບຮົມ, ວຽກງານຄົ້ນຄວ້າສັງລວມ-ຫາງສຽງ-ສັງຄົມ ແລະ ຂໍ້ມູນຂ່າວສານ ເອົາໃຈໃສ່ຕິດຕາມ, ເກັບກຳສະພາບການເຄື່ອນໄຫວເຮັດວຽກງານສຶກສາອົບຮົມພານໍາພາ-ແນວຄິດ ຂອງ ຄະນະພັກ, ຄະນະນໍາແຕ່ລະຂັ້ນ ແລະ ວຽກງານໂຄສະນາອົບຮົມສະ​ຫຼຸບສັງ​ລວມລາຍ​ງານ​ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຜນ​ການ, ການ​ວາງ​ແຜນ​ການປະ​ຈຳ​ອາ​ທິດ, ​ປະ​ຈຳ​ເດືອນ, ໄຕ​ມາດ, ປະ​ຈຳ​ປີ ລາຍງານໃຫ້ຂັ້ນເທິງເປັນປົກກະຕິ, ສັງລວມການເຄື່ອນໄຫວວຽກງານການເມືອງແນວຄິດ, ວຽກງານໂຄສະນາອົບຮົມເນື້ອ​ໃນດໍາເນີນກອງ​ປະ​​ຊຸມແຕ່ລະໄລຍະ, ບົດ​ປະ​ກອບ​ຄຳ​ເຫັນ, ບົດວິທະຍາສາດ, ບົດ​ໂອ​ລົມ​ຕ່າງໆທັງພາຍໃນ ແລະ ຕ່າງປະເທດ ໃຫ້ແກ່ຄະນະພັກ, ທັງຕິດຕາມຊຸກຍູ້ການສະຫຼຸບແຜນການ ແລະ ການວາງແຜນການ​ວຽກ​ງານ​ຂອງ​ຄະ​ນະ​ໂຄ​ສະ​ນາ​ອົບ​ຮົມຂັ້ນ​ເມືອງ.  ລາຍ​ງານ​ຫາງ​ສຽງ​ຈາກ​ຕາ​ໜ່າງ​ເພື່ອນ​ຮ່ວ​ມງານ ທັງ​ໝົດມີ 36 ເລື່ອງ, ມີ 13 ຫາງ​ສຽງ,  ມີ 4 ເລື່ອງ, ມີ 18 ຄຳ​ສະ​ເໜີ, ໃນນັ້ນ,ໄດ້ນໍາສະເໜີໃຫ້ຄະນະພັກຂັ້ນເທິງເຮັດວຽກງານສຶກສາອົບຮົມນໍາພາແນວຄິດ, ດຳເນີນກອງ​ປະ​ຊຸມ​ຮັບ​ການ​ສ່ອງ​ແສງ​ລາຍ​ງານ​ປະ​ຈຳ​ເດືອນ​ຂອງ​ຄະນະ​ກຳ​ມະ​ ການ​ຄົ້ນ​ຄວ້າ,ວິ​ເຄາະ,ວິ​ໄຈຫາງ​ສຽງ​ ສັງ​ຄົມ​ໄດ້ 6 ຄັ້ງ, ມີ​ຜູ້​ເຂົ້າ​ຮ່ວມ 67 ເທື່ອຄົນ; ຍິງ 21 ເທື່ອຄົນ, ລົງຕິດ​ຕາມ​​ກວດ​ກາ, ຊີ້ແຈງການ​​ລາຍ​ງານ​ການເຮັດວຽກງານສຶກສາອົບຮົມນໍາພາແນວຄິດໃຫ້ປະຊາຊົນທີ່ໄດ້ ຮັບຜົນກະທົບຈາກການພັດທະນາ ​ໄດ້ 2 ຄັ້ງ. ປຸກລະດົມທົ່ວສັງຄົມມີສ່ວນຮ່ວມໃນການພັດທະນາວຽກງານໂຄສະນາອົບຮົມ, ອຸປະ ກອນ-ເຄື່ອງມືອັນຈຳເປັນໃຫ້ແກ່ການເຄື່ອນໄຫວວຽກງານໂຄສະນາອົບຮົມເປັນຕົ້ນ: ການນຳລະບົບທັງສະໄໝ ວີລີໂອທາງໄກ. ປ່ອນຂ່າວລົງຂ່າວ ເວັບໄຊສ, ເຟຼດບຸກ ໄດ້ 89 ຂ່າວ, ລົງເວັບໄຊສ ໄດ້ 496 ຂ່າວ ສະຫຼຸບລາຍງານຂ່າວປະຈຳເດືອນໃຫ້ຄະນະໂຄສະນາອົບຮົມສູນກາງພັກ, ເນື້ອໃນລາຍງານຕໍ່ກອງປະຊຸມວຽກງານຂໍ້ມູນຂ່າວສານ ດ້ວຍລະບົບທາງໄກຂອງຄະນະໂຄສະນາອົບຮົມສູນກາງພັກທົ່ວປະເທດ ປະຈຳໄຕມາດ ໄດ້ 4 ຄັ້ງ, ວຽກງານໂຄສະນາອົບຮົມ ຍັງສຶບຕໍ່ຮັກສາໄດ້ບົດບາດສຳຄັນເປັນໃຈກາງໃນການເຄື່ອນໄຫວວຽກງານການເມືອງ-ແນວຄິດ ຂອງທົ່ວພັກປະກອບສ່ວນສຳຄັນໃນການຜັນຂະຫຍາຍແນວທາງຂອງພັກ, ນະໂຍບາຍຂອງລັດ ເຂົ້າສູ່ຊີວິດສັງຄົມຢ່າງກວ້າງຂວາງ, ເຮັດໃຫ້ຖັນແຖວພະນັກງານ-ສະມາຊິກພັກ, ປະຊາຊົນບັນດາເຜົ່າສ່ວນໃຫຍ່ມີຄວາມຮັບຮູ້ເຂົ້າໃຈແນວທາງຂອງພັກ, ລະບຽບກົດໝາຍຂອງລັດ, ເປັນເຈົ້າປັບປຸງຍົກລະດັບຊີວິດການເປັນຢູ່ຂອງຕົນໃຫ້ດີຂຶ້ນ, ຄະນະໂຄສະນາອົບຮົມ ແມ່ນເຮັດວຽກງານການເມືອງ-ແນວຄິດ ຊຶ່ງເປັນວຽກງານໜຶ່ງທີ່ສໍາຄັນຂອງພັກ, ເປັນພາຫະນະອັນແຫຼມຄົມ ນອນໃນພາລະບົດບາດຕົ້ນຕໍ ໃນວຽກງານນໍາພາ-ຊີ້ນໍາ ຂອງຄະນະພັກທຸກຂັ້ນ, ຊຶ່ງຍາມໃດ, ສະໄໝໃດພັກເຮົາກໍຖືເປັນວຽກງານພື້ນຖານແຖວໜ້າ ທີ່ຕ້ອງໄດ້ເຮັດກ່ອນ, ເຮັດເປັນປະຈໍາ ແລະ ສອດຫ້ອຍໄປທຸກຂົງເຂດວຽກງານ ເພ່ື່ອບຸກທະລຸທາງດ້ານຈິນຕະນາການ, ເປັນວຽກງານທີ່ຮັບປະກັນໃຫ້ແກ່ຜົນສໍາເລັດ ແລະ ທຸກໄຊຊະນະໃນການເຄື່ອນໄຫວນໍາພາ ຂອງພັກ ແຕ່ລະໄລຍະ, ສ້າງແນວຄິດ, ສະຕິປັນຍາ ແລະ ສຶກສາອົບຮົມໃຫ້ຄົນມີອຸດົມການ, ມີທັດສະນະຫຼັກໝັ້ນທີ່ຈະແຈ້ງ ແລະຖືກຕ້ອງ ຕາມແນວຄິດ ແລະ ອຸດົມການຂອງພັກເຮົາ ບໍ່ວ່າແຕ່ຈະເຮັດວຽກງານໃດກໍຕ້ອງມີການນໍາພາການເມືອງ-ແນວຄິດ, ມີການໂຄສະນາປຸກລະດົມ, ຊີ້ແຈງອະທິບາຍຈິ່ງຈະສ້າງຄວາມຮັບຮູ້ເຂົ້າໃຈໃຫ້ເລິກເຊິ່ງ, ທົ່ວເຖິງ ແລະ ເປັນເອກະພາບໃນການຈັດຕັ້ງປະຕິບັດຕົວຈິງ.

Leave a Reply

Your email address will not be published. Required fields are marked *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa