ໃນຕອນເຊົ້າວັນທີ່ 24 ເມສາ 2023 ທີ່ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຕ້ອນຮັບຄະນະຜູ້ແທນຄະນະໂຄສະນາສືກສາພັກແຂວງແທັງຮວ່າ ສສ ຫວຽດນາມ ເຊິ່ງນຳໂດຍ ສະຫາຍ ບຸ້ຍທີ້ ເມື້ອຍ ກຳມະການພັກແຂວງ, ຮອງຫົວໜ້າຄະນະໂຄສະນາສືກສາພັກແຂວງແທັງຮວ່າ ເນື່ອງໃນໂອກາດທີ່ຄະນະດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນຢ່າງເປັນທາງການ.
ມື້ດຽວກັນນີ້, ຄະນະຜູ້ແທນຄະນະໂຄສະນາສືກສາພັກແຂວງແທັງຮວ່າ ໄດ້ເຂົ້າວາງກະຕ່າດອກໄມ້ຢຸ່ອະນຸສອນສະຖານ ປະທານ ໄກສອນ ພົມວິຫານ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ລະນຶກເຖິງຄຸນງາມ ຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຕະຫລອດຊີວິດໃຫ້ແກ່ການປະຕິວັດ ແລະ ປະເທດຊາດ. ຈາກນັ້ນຄະນະດັ່ງກ່າວໄດ້ເຂົ້າທ່ຽວຊົມເຂດອະນຸສອນສະຖານເມືອງວຽງໄຊຖານທີ່ໝັ້ນຂອງການປະຕິວັດລາວ ໃນນັ້ນ ໄດ້ເຂົ້າທ່ຽວຊົມຖ້ຳປະທານ ໄກສອນ ພົມວິຫານ ແລະ ຖ້ຳປະທານ ສຸພານຸວົງ ຜູ້ນຳທີ່ແສນເຄົາເລົາຮັກຂອງປວງຊົນລາວທັງຊາດ ເພື່ອຮຽນຮູ້ວິຖີຊີວິດ, ຄຸນສົມບັດສິນທຳປະຕິວັດຂອງການນຳຮຸ້ນກ່ອນ.
ໃນຕອນເຊົ້າຂອງວັນທີ 7 ເມສາ 2023 ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຈັດກອງປະຊຸມຝຶກອົບຮົມໃຫ້ສະມາຊິກພັກສົມບູນໃໝ່ ທີ່ຢູ່ບັນດາໜ່ວຍພັກຂື້ນກັບຮາກຖານພັກ ແລະ ໜ່ວຍພັກເອກະລາດອ້ອມຂ້າງແຂວງ ຄັ້ງທີ I ປີ 2023 ຂຶ້ນທີ່ຫ້ອງປະຊຸມຊັ້ນ V ຕືກຫ້ອງວ່າການປົກຄອງແຂວງ (ຫຼັງເກົ່າ), ພາຍໃຕ້ການເປັນປະທານຂອງ ສະຫາຍ ຕົງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍພະນັກງານນຳພາ - ຄຸ້ມຄອງຂອງຄະນະໂຄສະນາອົບຮົມແຂວງ ແລະ ນັກສຳມະນາກອນເຂົ້າຮ່ວມທັງໝົດ 64 ສະຫາຍ, ຍິງ 40 ສະຫາຍ.
ກອງປະຊຸມຄັ້ງນີ້ຈຸດປະສົງ ເພື່ອສຶກສາອົບຮົມ, ຍົກລະດັບຄວາມຮູ້, ຄວາມເຂົ້າໃຈເນື້ອໃນມະຕິກອງປະຊຸມໃຫຍ່ຄັ້ງ XI ຂອງພັກປະຊາຊົນປະຕິວັດລາວ ຢ່າງເລິກເຊິ່ງ ໃຫ້ສະມາຊິກພັກ, ໂດຍສະເພາະ ແມ່ນການເສີມຂະຫຍາຍມູນເຊື້ອຂອງພັກ, ການຍົກສູງຄວາມສາມາດນຳພາຂອງພັກ, ຝຶກຝົນຫຼໍ່ຫຼອມຄຸນສົມບັດສິນທຳປະຕິວັດຂອງສະມາຊິກພັກ, ສະກັດກັ້ນ ແລະ ແກ້ໄຂປະກົດການຫຍໍ້ທໍ້ຕ່າງໆພາຍໃນພັກ-ລັດ ກໍຄື ຖັນແຖວສະມາຊິກພັກຢ່າງທັນການ, ມີຄວາມຕັ້ງໜ້າໃນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນສະມາຊິກພັກທີ່ປອດໃສ, ເຂັ້ມແຂງ ແລະ ໜັກແໜ້ນ. ພາຍຫຼັງສຳເລັດການຝຶກອົບຮົມຄັ້ງນີ້ສາມາດສ້າງໃຫ້ສະມາຊິກພັກສົມບູນໃໝ່ ນຳເອົາຄວາມຮູ້ ແລະ ບົດຮຽນທີ່ໄດ້ຮັບ ໄປໜູນໃຊ້ເຂົ້າໃນພຶດຕິກຳຕົວຈິງໃນການຈັດຕັ້ງປະຕິບັດວຽກງານ ແລະ ການດຳລົງຊີວິດ, ສ້າງແນວຄິດ ແລະ ການກະທຳໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ, ຍົກລະດັບຄວາມສາມາດ ແລະ ສ້າງຄວາມເປັນແບບຢ່າງນຳໜ້າຂອງສະມາຊິກພັກປະຊາຊົນປະຕິວັດລາວ ໃຫ້ແກ່ມະຫາຊົນ.
ຕອນທ້າຍຂອງກອງປະຊຸມຍັງໄດ້ຮັບຟັງການໃຫ້ທິດແນະນໍາຂອງ ສະຫາຍ ຕົງລີ ເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງເຊີ່ງ ສະຫາຍ ຍັງໄດ້ຍົກສູງຄວາມຮັບຜິດຊອບ, ດ້ານແນວຄິດໃຫ້ຖືກຕ້ອງຕາມແນວທາງ, ອຸດົມການຂອງພັກ, ຮູ້ອຸທິດຕົນເພື່ອຜົນປະໂຫຍດສ່ວນລວມຂອງຊາດ, ມີການດຳລົງຊີວິດຂາວສະອາດ, ມີລະບຽບວິໄນ, ມີຄວາມອົດທົນຜ່ານຜ່າອຸປະສັກ, ເປັນແບບຢ່າງໃຫ້ແກ່ມະຫາຊົນ ແລະ ມີຄວາມຮັບຮູ້ໃນການສະກັດກັ້ນປະກົດການຫຍໍ້ທໍ້ພາຍໃນພັກ.
ກອງປະຊຸມດັ່ງກ່າວໄດ້ປິດລົງໃນເວລາ 12:00 ດ້ວຍໝາກຜົນອັນຈົບງາມ.
ຕອນເຊົ້າຂອງວັນທີ 28 ມີນາ 2023 ນີ້ ກົມຂໍ້ມູນຂ່າວສານ ແລະ ຝືກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມທາງໄກ ( Video Conference ) ສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ ປະຈຳໄຕມາດ I ປີ 2023 ຮ່ວມກັບບັນດາຄະນະໂຄສະນາອົບຮົມແຂວງ 17 ແຂວງ ແລະ 1 ນະຄອນຫຼວງໃນທົ່ວປະເທດ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ຕາງໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ເຂົ້າຮ່ວມກອງປະຊຸມຄັ້ງນີ້ຊື່ງມີ ທ່ານ ສຸກເສີມ ຢາງຈາງ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ວິຊາການຮັບຜິດຊອບວຽກງານໂຄສະນາຜ່ານສື່ເອເລັກໂຕຣນີກ (ເວັບໄຊ) ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມ ໄດ້ພ້ອມກັນຮັບຟັງຜົນສໍາເລັດໃນການປະຕິບັດວຽກງານ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຂອງແຕ່ລະແຂວງ ເພື່ອຖອດຖອນບົດຮຽນການຫັນເປັນທັນສະໄໝ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໂດຍສະເພາະວຽກງານ ການເມືອງ-ແນວຄິດ ໃນໄລຍະໃໝ່, ພ້ອມທັງປືກສາຫາລືກ່ຽວກັບບຸກຄະລາກອນທີ່ຈະຮັບຜິດຊອບຂະແໜງຂໍ້ມູນຂ່າວສານຂອງຄະນະໂຄສະນາອົບຮົມແຂວງເພື່ອປະສານງານຫາສູນກາງໃຫ້ມີຄວາມຂ້ອງແຂ້ວ ແລະ ມີປະສິດທິພາບສູງ, ເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຜ່ານສື່ເອເລັກໂຕຮນີກຂອງຄະນະໂຄສະນາອົບຮົມແຕ່ລະແຂວງ ສາມາດເຄື່ອນໄຫວໄດ້ປົກກະຕິມີຄວາມສະດວກວ່ອງໄວ, ທັນສະໄໝ ໃຫ້ທັນກັບສະພາບການ. ຫຼັງຈາກນັ້ນ ຄະນະຮັບຜິດຊອບແຕ່ລະແຂວງໄດ້ລາຍງານຫຍໍ້ການເຄື່ອນໄຫວຈັດຕັ້ງປະຕິວັດວຽກງານເວບໄຊຂອງ ຄະນະໂຄສະນາອົບຮົມແຂວງ ປະຈຳໄຕມາດ I ເຊີ່ງມີທັງດ້ານດີຜົນງານ, ຂໍ້ສະດວກ, ຂໍ້ຫຍຸ້ງຫຍາກ ແລະ ທິດທາງແຜນການໃນຕໍ່ໜ້າຂອງບັນດາແຂວງໃນທົ່ວປະເທດ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຍັງໄດ້ຮຽກຮ້ອງມາຍັງກອງປະຊຸມໃຫ້ເອົາໃຈໃສ່ບາງບັນຫາ ດັ່ງນີ້:
1. ເພື່ອຮັບປະກັນໃຫ້ແກ່ການປັບປຸງກົງຈັກການຈັດຕັ້ງ ໃຫ້ໄດ້ຮັບຜົນດີຕາມລະດັບຄາດໝາຍ ແລະ ສອດຄ່ອງຕາມທິດຊີ້ນໍາຂອງຂັ້ນເທິງ ແລະ ໃຫ້ສອດຄ່ອງກັບ ພາລະບົດບາດ ຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມໄດ້ກໍານົດອອກນັ້ນ, ຮຽກຮ້ອງໃຫ້ຄະນະພັກ, ຄະນະນໍາຂອງຄະນະໂຄສະນາອົບຮົມແຕ່ລະແຂວງ ປັບປຸງໜ້າທີ່ຂອງຂະແໜງຂໍ້ມູນຂ່າວສານໃຫ້ສ່ອດຄ່ອງກົມກຽວກັບສູນກາງເພື່ອການເຄື່ອນໄຫວວຽກງານເຕັກໂຕໂລຊີຂໍ້ມູນຂ່າວສານເວົ້າລວມເວົ້າສະເພາະກໍ່ຄືເວັບໄຊ ຄອຂ ໃຫ້ທັນຍຸກທັນສະໄໝ ແລະ ກາຍເປັນເສນາທິການທາງດ້ານຂໍ້ມູນໃຫ້ຄະນະພັກ, ຄະນະນໍາ.
2. ສະເໜີ ໃຫ້ແຕ່ລະແຂວງປະສານສົມທົບກັບໂຄສະນາອົບຮົມເມືອງພາຍໃນແຂວງຂອງຕົນໃນການກໍ່ສ້າງພະນັກງານທີ່ຮັບຜິດຊອບວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ(ເວັບໄຊ) ມີຄວາມຮູ້ຄວາມສາມາດ ແລະ ເຄື່ອນໄຫວວຽກງານດັ່ງກ່າວໃຫ້ເປັນປົກກະຕິ.
3. ຕ້ອງເພີ່ມທະວີໃນການຕິດຕາມກວດກາ ການອອນລາຍຂອງໜ້າກະດານຂ່າວ, ປະສານສົມທົບ ແລກປ່ຽນບົດຮຽນ ໃນຂອດການຈັດຕັ້ງປະຕິບັດວຽກງານກັບຄະນະແອັດມິນສູນກາງ.
4. ພາຍຫຼັງສໍາເລັດການປັບປຸງ ແລະ ແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງເວັບໄຊຂອງຄະນະໂຄສະນາອົບຮົມແຂວງ, ໃຫ້ບັນດາແຂວງມີການສະຫຼຸບຕີລາຄາ ແລະ ລາຍງານໃຫ້ ຄະນະຮັບຜິດຊອບຄຸ້ມຄອງເວັບ ໄຊຂອງຄະນະໂຄສະນາອົບຮົມສູນກາງພັກ.
ກອງປະຊຸມໄດ້ປິດລົງໃນເວລາ 12:00 ດ້ວຍໝາກຜົນອັນຈົບງາມ.
ໃນຕອນເຊົ້າວັນທີ 03 ມີນາ 2023 ນີ້ ຄະນະໂຄສະນາອົບຮົມແຂວງໄດ້ເປີດຮຽນສະໜັບສະໜຸນໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ເຊີ່ງຈັດຂື້ນຢູ່ຫ້ອງປະຊຸມນ້ອຍຊັ້ນ 4 ຕືກຫ້ອງວ່າການແຂວງຫຼັງເກົ່າ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ບັນລະຍາຍເອກະສານ ຂອງ ສະຫາຍ ອົ້ມ ອິນທະລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ໃນພິທີດັ່ງກ່າວນີ້ມີມະຫາຊົນຜູ້ທີ່ກ້າວໜ້າ ມາຈາກບັນດາຮາກຖານພັກ, ໜ່ວຍພັກ ອ້ອມຂ້າງແຂວງ ມີມະຫາຊົນກ້າວໜ້າເຂົ້າຮຽນທັງໝົດ 20 ສະຫາຍ, ຍິງ 12 ສະຫາຍ.
ໃນພິທີມະຫາຊົນຜູ້ທີ່ມີຄວາມກ້າວໜ້າໄດ້ຮັບຟັງການເຊື່ອມຊືມເອກະສານຕ່າງໆ ກ່ຽວກັບການນໍາໃຊ້ເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ເຊິ່ງປະກອບມີ 17 ຄໍາຖາມ 17 ຄໍາຕອບ ກ່ຽວກັບພັກປະຊາຊົນປະຕິວັດລາວມາຈັດຕັ້ງເຜີຍແຜ່, ຮໍ່າຮຽນໃຫ້ມະຫາຊົນກ້າວໜ້າເຂົ້າໃຈຢ່າງເລິກເຊິ່ງ ຜ່ານການເຊື່ອມຊຶມເອກະສານສຶກສາອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ໄດ້ເຮັດໃຫ້ມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ໄດ້ຮັບຮູ້ເຂົ້າໃຈເບື້ອງຕົ້ນ ກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກ, ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຂອງສະມາຊິກພັກ.
ພ້ອມດຽວກັນນັ້ນ ສະຫາຍ ອົ້ມ ອິນທະລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ມອບໃບຢັ້ງຢືນໃຫ້ແກ່ມະຫາຊົນກ້າວໜ້າ ທີ່ໄດ້ຜ່ານການຮຽນສະໜັບສະໜູນຄັ້ງນີ້ ເພື່ອເປັນການຢັ້ງຢືນ ແລະ ເປັນການທົດສອບໃນການຝຶກຝົນຫຼໍ່ຫຼອມວຽກງານຂອງມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ຕາມການມອບໝາຍຂອງຂັ້ນເທິງ.
ພິທີດັ່ງກ່າວໄດ້ປິດລົງໃນເວລາ 16: 00 ຂອງວັນດັ່ງກ່າວຢ່າງຈົບງາມ.
ວັນທີ 21 ກຸມພາ 2023 ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຈັດກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງ ປະຈໍາປີ 2022 ທີ່ຫ້ອງປະຊຸມຊັ້ນ 5 ຫ້ອງວ່າການປົກຄອງແຂວງຫຼັງເກົ່າ. ໂດຍການເປັນປະທານ ຂອງທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ປະຈຳການ, ມີທ່ານ ຕົ່ງລີ ເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີຫົວໜ້າ-ຮອງຫົວໜ້າ ພະແນກການອ້ອມຂ້າງແຂວງ, ມີເລຂາພັກເມືອງ, ຮອງເລຂາພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງ 10 ເມືອງ ແລະ ພະນັກງານ - ລັດຖະກອນທີ່ເຮັດວຽກງານການເມືອງ-ແນວຄິດ ເຂົ້າຮ່ວມຢ່າງພ້ອມພຽງ.
ໃນກອງປະຊຸມ ໄດ້ຜ່ານບົດສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງ ປະຈໍາປີ 2022 ແລະທິດທາງແຜນການປະຈໍາປີ 2023 ເຊິ່ງເນື້ອໃນບົດສະຫຼຸບໄດ້ສະແດງໃຫ້ເຫັນເຖິງຜົນງານການຈັດຕັ້ງປະຕິບັດວຽກງານໂຄສະນາອົບຮົມໃນໄລຍະຜ່ານມາ ໄດ້ຮັບການຊີ້ນໍາໂດຍກົງຈາກຄະນະປະຈຳພັກແຂວງ ແລະ ການຊີ້ນໍາດ້ານວິຊາການຈາກຄະນະໂຄສະນາອົບຮົມສູນກາງພັກ ບວກກັບຄະນະພັກແຕ່ລະຂັ້ນ, ຄະນະໂຄສະນາອົບຮົມແຂວງ, ເມືອງໄດ້ເອົາໃຈໃສ່ນຳພາ-ຊີ້ນຳເຮັດວຽກງານສືກສາອົບຮົມການເມືອງແນວຄິດ ຕໍ່ເປົ້າໝາຍຕ່າງໆໃນຂອບເຂດຮັບຜິດຊອບຢ່າງເປັນປົກກະຕິ ໂດຍສະເພາະແມ່ນການຈັດຕັ້ງໂຄສະນາ-ປາຖະກະຖາບັນດາມູນເຊື້ອວັນສໍາຄັນຂອງຊາດ, ຂອງພັກ, ຂອງສາກົນ, ຂອງທ່ານຜູ້ນໍາ ແລະຂອງແຂວງ, ການເຜີຍແຜ່ເຊື່ອມຊຶມບັນດາມະຕິຕ່າງໆຂອງພັກ, ຂອງແຂວງ, ການອົບຮົມເປົ້າໝາຍຕ່າງໆ, ການເກັບກໍາສະພາບແນວຄິດຫາງສຽງສັງຄົມ ແລະ ປະຊາຊົນບັນດາເຜົ່າສ່ວນຫຼາຍຍັງມີຄວາມຕື່ນຕົວທາງດ້ານການເມືອງ, ມີສະຕິປັນຍາເປັນເຈົ້າໃນການຄົ້ນຄວ້າກຳແໜ້ນ ແລະ ປະຕິບັດແນວທາງຂອງພັກລະບຽບກົດໝາຍຂອງລັດຢ່າງເຂັ້ມງວດ.
ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົ້ມຈາກ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ປະຈຳການ ເຊີ່ງທ່ານຮຽກຮ້ອງ ແລະ ເໜັ້ນໜັກບາງບັນຫາດັ່ງນີ້: 1) ຄະນະພັກແຕ່ລະຂັ້ນຕ້ອງເປັນເຈົ້າການໃນການຈັດຕັ້ງປະຕິບັດຜັນຜົນສຳເລັດກອງປະຊຸມເຜີຍແຜ່ຜັນຂະຫຍາຍມະຕິກອງປະຊຸມຄັ້ງທີ່ XI ຂອງພັກ ແລະ ມະຕິ X ຂອງອົງຄະນະພັກແຂວງຫົວພັນໃຫ້ບັນລຸຄາດໝາຍວາງອອກ; ໝູນໃຊ້ພຶດຕິກໍາໃຫ້ຖືກຕ້ອງຕາມແນວທາງນະໂຍບາຍຂອງພັກວາງໄວ້. 2) ສືບຕໍ່ຢຶດໝັ້ນ ແລະ ໝູນໃຊ້ຢ່າງປະດິດສ້າງທິດສະດີມາກເລນິນ, ແນວຄິດໄກສອນ ພົມວິຫານ, ສືບທອດ ແລະ ເສີມຂະຫຍາຍມູນເຊື້ອອັນດີງາມຂອງພັກ, ບູລະນະແນວທາງ, ແຜນນະໂຍບາຍຂອງພັກໃຫ້
ສອດຄ່ອງກັບເງື່ອນໄຂໃໝ່. 3) ການເຮັດວຽກງານການເມືອງແນວຄິດຕ້ອງຕິດແໜ້ນກັບວຽກງານຈັດຕັ້ງພັກພະນັກງານ, ວຽກງານເສດຖະກິດ ແລະ ການແກ້ໄຂປະກົດການຫຍໍ້ທໍ້ຕົວຈິງຢູ່ພາຍໃນພັກ ແລະ ໃນສັງຄົມ, ການເວົ້າຕ້ອງໄປຄຽງຄູ່ກັບການກະທໍາ, ສ້າງການຫັນປ່ຽນຢ່າງແທ້ຈິງແມ່ນໜຶ່ງໃນປັດໄຈຕັດສິນການນຳພາການເມືອງ-ແນວຄິດ.
ກອງປະຊຸມດຳເນີນມາເປັນເວລາ 1 ວັນ ແລະ ປິດລົງດ້ວຍໝາກຜົນອັນຈົບງາມ.
ມີ 10 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 53 |
![]() | ມື້ວານນີ້ | 145 |
![]() | ອາທິດນີ້ | 981 |
![]() | ເດືອນນີ້ | 2098 |
![]() | ທັງໝົດ | 230365 |