ຄະນະໂຄສະນາອົບຮົມແຂວງຫົວພັນສໍາເລັດການຝຶກອົບຮົມວຽກງານ ໄອທີ
ໃນວັນທີ 16-17 ພຶດສະພາ 2022 ຜ່ານມານີ້, ກົມຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມສູນກາງພັກໄດ້ປະສານສົມທົບກັບຄະນະໂຄສະນາອົບຮົມແຂວງຫົວພັນ ເປີດຊຸດອົບຮົມວຽກງານ ໄອທີ ຢູ່ຄະນະໂຄສະນາອົບຮົມແຂວງຫົວພັນ ເພື່ອສ້າງຄວາມເຂັ້ມແຂງໃຫ້ພະນັກງານ - ລັດຖະກອນຮັບຮູ້ເຂົ້າໃຈເຖິງວຽກງານໄອທີເພື່ອນໍາໄປຈັດຕັ້ງປະຕິບັດເຂົ້າໃນວຽກງານຕົວຈິງ ເຊີ່ງພິທີດັ່ງກ່າວໄດ້ເປີດຂຶ້ນຢ່າງເປັນທາງການໃນເວລາ 9 ໂມງ 00 ຂອງວັນທີ 16 ພຶດສະພາ 2022 ທີຫ້ອງ ປະຊຸມຊັ້ນ IV ຫ້ອງວ່າການ ແຂວງຫົວພັນຫຼັງເກົ່າພາຍໃຕ້ການເປັນປະທານຂອງ ສະຫາຍຕົ່ງລີເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ສະຫາຍ ນ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ພ້ອມດ້ວຍທິມງານ ມີນັກສໍາມະນາກອນທັງໝົດຈໍານວນ 17 ທ່ານ, ຍິງ 10 ທ່ານ.
ຄອຂ ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ
ຄັ້ງທີ 4 ປະຈໍາປີ 2021.
ຕອນເຊົ້າວັນທີ 13 ພຶດສະພາ 2022 ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ຈັດພິທີມອບໃບຢັ້ງຢືນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຄັ້ງທີ 4 ປະຈໍາປີ 2022. ຢູ່ທີ່ຫ້ອງປະຊຸມຊັ້ນ IV ຫ້ອງວ່າການ ແຂວງຫົວພັນຫຼັງເກົ່າ, ພາຍໃຕ້ການເປັນປະທານຂອງສະຫາຍ ນ ລອງຄໍາ ພອນມີໄຊ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ. ມີບັນດາສະຫາຍທີ່ຕາງໜ້າມາຈາກຄະນະກວດກາພັກ, ພະແນກກວດກາລັດແຂວງ, ຄະນະຈັດຕັ້ງແຂວງ ພ້ອມດ້ວຍສະມາຊິກພັກ ເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 7 ສະຫາຍ.
ໃນພິທີ່ຜູ້ເຂົ້າຮ່ວມໄດ້ຮັບຟັງບົດສະຫຼຸບຜົນການປະເມີນການກໍ່ສ້າງພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2021 ແລະ ທິດທາງແຜນການປະຈໍາປີ 2022 ຂອງໜ່ວຍພັກຄະນະໂຄສະນາອົບຮົມແຂວງ. ເຊີ່ງໄດ້ຍົກໃຫ້ເຫັນດ້ານດີຜົນງານທີ່ຈັດຕັ້ງປະຕິບັດໃນໄລຍະຜ່ານມາ, ເຊິ່ງສະແດງ ອອກໜ່ວຍພັກໂຄສະນາອົບຮົມສ້າງໄດ້ໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ໄດ້ເປັນຄັ້ງທີ່ 4 ປະຈໍາປີ 2021 ປະກອບມີສະມາຊິກພັກທັງໝົດ 19 ສະຫາຍ, 8 ສະຫາຍ, ສໍາຮອງ 0 ສະຫາຍ, ດ້ານອ່ອນຄົງຄ້າງທີ່ຈະໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ແລະ ພ້ອມກັນປະກອບຄໍາຄິດຄໍາເຫັນປຶກສາຫາລືໃສ່ບົດສະຫຼຸບໃຫ້ຈະແຈ້ງສົມບູນຂື້ນຕື່ມ. ຫຼັງຈາກນັ້ນໄດ້ຜ່ານມະຕິຕົກລົງຮັບຮອງໜ່ວຍພັກປອດໃສ, ເຂັ້ມ ແຂງ, ໜັກແໜ້ນ ປະຈໍາປີ 2021, ໃນພິທີ່ດັ່ຍັງໄດ້ມອບໃບຍ້ອງຍໍດີເດັ່ນໃນການຈັດຕັ້ງປະຕິບັດວຽງານຂອງພະນັກງານ-ລັດຖະກອນຂອງຄະນະໂຄສະນາອົບຮົມແຂວງ ຈໍານວນ 16 ສະຫາຍ ເປັນກຽດຂຶ້ນມອບໂດຍສະຫາຍ ນ ລອງຄໍາ ພອນມີໄຊ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະຈັດຕັ້ງແຂວງ.
ຄອຂ ຈັດກອງປະຊຸມສອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ 5 ປີ 2022.
ຕອນເຊົ້າຂອງວັນທີ 12 ພຶດສະພາ 2022 ນີ້, ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຈັດກອງປະຊຸມສອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ 5 ປີ 2022 ຂຶ້ນ ຢູ່ທີ່ຫ້ອງປະຊຸມນ້ອຍຊັ້ນ 4 ຫ້ອງວ່າການແຂວງຫົວພັນຫຼັງເກົ່າ. ພາຍໃຕ້ການເປັນປະທານຂອງ ສະຫາຍ ອົ້ມ ອິນທະລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ບັນດາທ່ານຄະນະກໍາມະການຄົ້ນຄວ້າ, ວິເຄາະ, ວິໄຈ, ຕິດຕາມ, ເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ ແລະ ຜູ້ຕາງໜ້າເຂົ້າຮ່ວມທັງໝົດ 13 ສະຫາຍ, ຍິງ 5 ສະຫາຍ.
ຄະນະໂຄສະນາອົບຮົມແຂວງ ເປີດ ກອງປະຊຸມສໍາມະນາລະດົມຄວາມຄິດ ປະກອບໃສ່ການຄົ້ນຄ້ວາ ທິດສະດີ ແລະ ສະຫຼຸບພຶດຕິກໍາໃຫ້ແກ່ປະຖົມປັດໄຈເພື່ອກ້າວເຂົ້າສູ່ຈຸໝາຍສັງຄົມນີຍົມ.
ຕອນເຊົ້າວັນທີ 9 ພຶດສະພາ 2022 ນີ້, ຄະນະໂຄສະນາອົບຮົມແຂວງໄດ້ຈັດກອງປະຊຸມສໍາມະນາລະດົມຄວາມຄິດໃສ່ຮ່າງບົດຄົ້ນຄ້ວາຫົວຂໍ້ ທິດສະດີ ແລະ ສະຫຼຸບພຶດຕິກໍາໃຫ້ແກ່ປະຖົມປັດໄຈເພື່ອກ້າວເຂົ້າສູ່ຈຸໝາຍສັງຄົມນີຍົມຂຶ້ນຢູ່ຫ້ອງປະຊຸມຫ້ອງວ່າແຂວງຫຼັງໃໝ່ (ຫໍແກ້ວ) ພາຍໃຕ້ການເປັນປະທານຂອງສະຫາຍ ເຜີດ ມາປັນຍາ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ປະຈໍາການ, ຜູ້ຊີ້ນໍາຂົງເຂດວຽກງານການເມືອງ, ແນວຄິດ - ທິດສະດີ ແລະ ພັກ-ພະນັກງານ ແລະ ມີບັນດາສະຫາຍຄະນະປະຈໍາພັກແຂວງ, ກໍາມະການພັກແຂວງ, ຫົວໜ້າ, ຮອງຫົວໜ້າພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງພ້ອມດ້ວຍສະມາຊິກພັກ ແລະ ພະນັກງານລັດຖະກອນເຂົ້າຮ່ວມທັງໝົດ 58 ກ່ສະຫາຍ,ຍິງ 8 ສະຫາຍ.
ສໍາເລັດການລົງຕິດຕາມຊຸກຍູ້ການຈັດຕັ້ງຜັນຂະຫຍາຍ
ມະຕິ XI ຂອງພັກ ແລະ ມະຕີ X ຂອງອົງຄະນະພັກແຂວງຢູ່ພະແນກກະສິກໍາແລະ ປ່າໄມ້ແຂວງຫົວພັນ
ໃນຕອນເຊົ້າຂອງວັນທີ່ 12 ເມສາ 2022 ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ລົງຕິດຕາມຊຸກຍູ້ ການຈັດຕັ້ງຜັນຂະຫຍາຍມະຕິ XI ຂອງພັກ ແລະ ມະຕິ X ຂອງອົງຄະນະພັກແຂວງຫົວພັນ ຢູ່ ພະແນກກະສິກໍາແລະ ປ່າໄມ້ແຂວງ, ກອງປະຊຸມໄດ້ດໍາເນີນມາເປັນເວລາ 1 ຕອນ, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ຄິນ ທຸມມາລາ ຮອງຫົວໜ້າພະແນກກະສິກໍາແລະ ປ່າໄມ້ແຂວງ, ຍັງມີສະຫາຍ ສຸກເສີ່ມ ຢາງຈາງ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ພ້ອມດ້ວຍທິມງານຂອງແຂວງ ແລະ ພະນັກງານພະແນກກະສິກໍາແລະ ປ່າໄມ້ແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 71 |
![]() | ມື້ວານນີ້ | 145 |
![]() | ອາທິດນີ້ | 999 |
![]() | ເດືອນນີ້ | 2116 |
![]() | ທັງໝົດ | 230383 |