ພິທີສະເຫຼີມສະຫຼອງວັນສ້າງຕັ້ງສາຍພົວພັນທາງການທູດ ລາວ-ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ-ຫວຽດນາມ ຄົບຮອບ 45 ປີ ແລະ ວັນເຊັນສັນຍາຮ່ວມມືມິດຕະພາບ ຫົວພັນ-ແທັງຮວ່າ ຄົບຮອບ 55 ປີ ( ງານສັບປະດາວັດທະນະທຳມິດຕະພາບ ຫົວພັນ-ແທັງຮວ່າ ປະຈຳປີ 2022) ໄດ້ໄຂຂື້ນຢູ່ສະໂມສອນແຂວງຫົວພັນ ໃນຕອນເຊົ້າຂອງວັນທີ 23 ສິງຫາ 2022 ພາຍໃຕ້ການເຂົ້າຮ່ວມຂອງທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ ແລະ ທ່ານ ລ້າຍເທ່ຫງວຽນ ຮອງເລຂາພັກຜູ້ປະຈຳການ, ຫົວໜ້າຄະນະສະມາຊິກພາແຫ່ງຊາດແຂວງແທັງຮວ່າ. ມີບັນດາທ່ານຄະນະຜູ້ແທນຂັ້ນສູງຂອງສອງແຂວງຫົວພັນ - ແທັງຮວ່າ, ພະນັກງານປະຕິວັດອາວຸດ, ພະນັກງານລັດຖະກອນ, ກຳລັງ ປກສ, ປກຊ ອ້ອມຂ້າງແຂວງຫົວພັນເຂົ້າຮ່ວມນຳ.
ໃນພິທີໂຮມຊຸມນຸມມິດຕີງຄັ້ງນີ້, ສະຫາຍ ວັນໄຊ ແພງຊຸມມາ, ກໍາມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ ມີຄວາມເຫັນຕໍ່ພິທີ ເຊີ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍຄວາມສຳຄັນທີ່ສອງແຂວງ ຫົວພັນ - ແທັງຮວ່າ ໄດ້ພ້ອມກັນຈັດພິທີໂຮມຊຸມນຸມ ເພື່ອເປັນການລະນຶກວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ລາວ - ຫວຽດນາມ ຄົບຮອບ 45 ປີ, ວັນສ້າງຕັ້ງສາຍພົວພັນການທູດ ລາວ - ຫວຽດນາມ ຄົບຮອບ 60 ປີ ແລະ ວັນເຊັນສັນຍາຮ່ວມມືມິດຕະພາບ ຫົວພັນ-ແທັງຮວ່າ ຄົບຮອບ 55 ປີ ແລະ ຈັດງານສັບປະດາວັດທະນະທໍາມິດຕະພາບ ຫົວພັນ - ແທັງຮວ່າ ເຊິ່ງເປັນເຫດການໜື່ງ ທາງການເມືອງທີ່ສໍາຄັນ ທັງເປັນການຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຂອງສອງຊາດ ລາວ - ຫວຽດນາມ ກໍຄືສອງແຂວງ ຫົວພັນ - ແທັງຮວ່າ.
ໃນນາມຕາງຫນ້າໃຫ້ຄະນະພັກ, ອົງການປົກຄອງ ແລະ ປະຊາຊົນຊາວແຂວງຫົວພັນ ທ່ານເລຂາພັກແຂວງ, ເຈົ້າແຂວງຫົວພັນໄດ້ສະແດງຄວາມຄໍານັບຮັບຕ້ອນ, ຊົມເຊີຍຢ່າງສຸດໃຈ ແລະ ຂອບໃຈຢ່າງຈິງໃຈ ມາຍັງສະຫາຍ ລ້າຍເທ່ຫງວຽນ ຮອງເລຂາພັກແຂວງ ຜູ້ປະຈໍາການ, ຫົວຫນ້າຄະນະສະມາຊິກສະພາແຫ່ງຊາດແຂວງແທັງຮວ່າ, ພ້ອມດ້ວຍຄະນະ ທີ່ນໍາເອົາໄມຕີຈິດມິດຕະພາບອັນບໍລິສຸດຜຸດຜ່ອງ, ຄວາມຮັກແພງອັນສະຫນິດສະຫນົມ ຖານເພື່ອນມິດສະຫາຍ, ອ້າຍນ້ອງ ແລະ ສະເໝີຕົ້ນສະເໝີປາຍມາສູ່ຄະນະພັກ, ອົງການປົກຄອງ ແລະ ປະຊາຊົນຊາວແຂວງຫົວພັນ, ທັງເປັນການປະກອບສ່ວນຢ່າງຕັ້ງຫນ້າ ແລະ ມີຊີວິດຊີວາ ໃນການສະເຫລີມສະຫລອງ 2 ວັນປະຫວັດສາດ ລາວ - ຫວຽດນາມ.
ໂອກາດເຂົ້າຮ່ວມງານສັບປະດາວັດທະນະທຳ ຫົວພັນ - ແທັງຮ່ວາ, ທ່ານ ລ້າຍເທ່ຫງຽນ ຮອງເລຂາພັກແຂວງ ຜູ້ປະຈຳການ, ຫົວໜ້າຄະນະສະມາຊິກສະພາປະຊາຊົນແຂວງແທັງຮ່ວາໄດ້ສະແດງຄວາມປິຕິຊົມຊື່ນເປັນຢ່າງຍິ່ງທີ່ໄດ້ຕາງໜ້າໃຫ້ຄະນະພັກ, ປະຊາຊົນແຂວງແທັງຮວ່າເຂົ້າຮ່ວມງານຄັ້ງນີ້ ແລະ ທ່ານໄດ້ຕີລາຄາສູງຕໍ່ບັນດາຜົນສຳເລັດໃນການພົວພັນຮ່ວມມືໃນໄລຍະຜ່ານມາ ເຊີ່ງແຂວງຫົວພັນ - ແທັງຮວ່າ ເປັນສອງແຂວງທີ່ມີຄວາມຄ້າຍຄືກັນຫຼາຍດ້ານກ່ຽວກັບການເມືອງ, ເສດຖະກິດ, ວັດທະນະທຳ, ມີເສັ້ນຊາຍແດນຮ່ວມກັນຍາວ 213 ກິໂລແມັດ, ມີສາຍພູຕໍ່ສາຍພູ, ແມ່ນ້ຳຕໍ່ແມ່ນ້ຳ, ປະຊາຊົນບັນດາເຜົ່າຂອງສອງແຂວງເຄີຍຮ່ວມຄຽງບ່າຄຽງໄຫຼ່, ພ້ອມກັນຮ່ວມສຸກທຸກ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນຕ້ານສັດຕູຜູ້ຮຸກຮານ, ສ້າງສາພັດທະນາບ້ານເກີດເມືອງນອນຕະຫຼອດມາ ແລະ ພ້ອມທັງກຽມພ້ອມເສີມຂະຫຍາຍມູນເຊື້ອອັນດີງາມຂອງສອງແຂວງ ປະກອບສ່ວນປົກປັກຮັກສາ ເພີ່ມພູນຄູນສ້າງຄວາມສາມັກຄີມິດຕະພາບລາວ - ຫວຽດນາມ, ຫົວພັນ - ແທັງຮວ່າໃຫ້ໝັ້ນຄົງຄະນົງແກ່ນຕະຫຼອດກາລະນານ.
ງານສັບປະດາວັດທະນະທຳຫົວພັນ - ແທັງຮ່ວາຄັ້ງນີ້ ປະກອບດ້ວຍບັນດາກິດຈະກຳເສີມສ້າງຄວາມສາມັກຄີ ເປັນຕົ້ນແມ່ນ: ວາງພວງມາລາຢູ່ອະນຸສາວະລີຫວຽດນາມ-ອະນຸສາວະລີລາວ; ຈັດງານມິດຕິງສະເຫຼີມສະຫຼອງປີສາມັກຄີມິດຕະພາບ ລາວ-ຫວຽດນາມ ປະຈຳປີ 2022, ແຂ່ງຂັນກິລາບານເຕາະ, ກິລາເປຕັງ, ດຶງເຊືອກ ແລະ ຈັດງານແລກປ່ຽນສີລະປະລະຫວ່າງສອງແຂວງ.
ຄະນະໂຄສະນາອົບຮົມແຂວງຫົວພັນ ຈັດປະຊຸມປະເມີນແຜນກຳນົດພະນັກງານນຳພາ-ຄຸ້ມຄອງປະຈຳປີ 2021.
ໃນວັນທີ່ 10 ສິງຫາ 2022 ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຈັດກອງປະຊຸມປະເມີນແຜນກຳນົດພະ ນັກງານນຳພາ-ຄຸ້ມຄອງປະຈຳປີ 2021. ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການປົກຄອງແຂວງຫົວພັນຫຼັງເກົ່າ. ພາຍໃຕ້ການເປັນປະທານຂອງ ສະຫາຍ ຕົງລີ ເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົບແຂວງ ມີຄະນະຈັດຕັ້ງແຂວງ, ກວດກາພັກລັດແຂວງ, ແລະ ມີພະນັກງານ-ສະມາຊີກພັກພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມທັງໝົດ 20 ສະຫາຍ, ຍິງ 10 ສະຫາຍ.
ຄະນະໂຄສະນາອົບຮົມແຂວງຫົວພັນ, ແຂວງຫຼວງພະບາງ ແລະ ຄະນະໂຄສະນາສຶກສາພັກແຂວງເຊີນລາ
ໃນລະຫວ່າງວັນທີ 25-28 ກໍລະກົດ 2022 ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ຫຼວງພະບາງ ໄດ້ໄປເຄື່ອນໄຫວຢ້ຽມຢາມພົບປະແລກປ່ຽນບົດຮຽນກັບຄະນະໂຄສະນາສຶກສາພັກແຂວງເຊີນລາ ໃນເວລາ 9 ໂມງເຊົ້າຂອງວັນທີ 25 ກໍລະກົດ 2022 ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ອອກເດີນທາງຈາກແຂວງຫົວພັນໂດຍໄດ້ຜ່ານດ່ານ ບ້ານດ່ານ-ຊຽງເຂືອງ ເມືອງແອດແຂວງຫົວພັນ ນໍາໂດຍສະຫາຍ ຕົງລີເຕັ່ງ ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງພ້ອມດ້ວຍຄະນະທິມງານ ທັງໝົດ 10 ສະຫາຍ , ຍີງ 03 ສະຫາຍ, ໂດຍມີການຕ້ອນຮັບຂອງຄະນະໂຄສະນາສຶກສາພັກຂອງແຂວງເຊີນລາຢູ່ດ່ານ ບ້ານດ່ານ-ຊຽງເຂືອງ.
ຄະນະໂຄສະນາອົບຮົມແຂວງຫົວພັນ ເຄື່ອນໄຫວຢ້ຽມຢາມ ຄະນະໂຄສະນາສຶກສາ ແຂວງແທັງຮວ່າ
ໂດຍປະຕິບັດຕາມບົດບັນທຶກຮ່ວມມື ລະຫວ່າງ ຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ຄະນະໂຄສະນາ ສຶກສາ ແຂວງແທັງຮວ່າຂອງ ສສ ຫວຽດນາມ ລົງນາມ ໃນຄັ້ງວັນທີ 10 ຕຸລາ 2017. ໃນລະຫວ່າງວັນທີ 2-4 ສິງຫາ ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງຫົວພັນ ເຄື່ອນໄຫວຢ້ຽມຢາມພົບປະແລກປ່ຽນບົດຮຽນກັບຄະນະໂຄສະນາສຶກສາ ແຂວງແທັງຮວ່າຂອງ ສສ ຫວຽດນາມ. ໃນເວລາ 7 ໂມງເຊົ້າຂອງ ວັນທີ 2 ສິງຫາ 2022 ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ອອກເດີນຈາກແຂວງຫົວພັນ ໂດຍຜ່ານດ່ານ ສາກົນນໍ້າໂສຍ-ນາແມວ ເມືອງວຽງໄຊ ແຂວງຫົວພັນ ນໍາໂດຍ ສະຫາຍ ຕົງລິເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ພ້ອມດ້ວຍ ທີມງານ ທັງໝົດ 10 ສະຫາຍ , ຍິງ 3 ສະຫາຍ, ໂດຍມີການຕ້ອນຮັບຂອງຄະນະໂຄສະນາສຶກອົບຮົມຂອງແຂວງແທັງຮວ່າ ຢູ່ທີດ່ານສາກົນນໍ້າໂສຍ-ນາແມວ.
ໃນເວລາ 8 ໂມງເຊົ້າຂອງວັນທີ 3 ສິງຫາ 2022 ຄະນະໂຄສະນາອົບຮົມແຂວງຫົວພັນ ແລະ ຄະນະ ໂຄສະນາສຶກສາ ແຂວງແທັງຮ່ວາຂອງ ສ ສ ຫວຽດນາມ ໄດ້ເຂົ້າຂ່ໍ່ານັບ ແລະ ວາງພວງມາລາ ອານຸສາວະລີ ປະທານ ໂຮ່ຈິມິນ, ເວລາ 9 ໂມງ 00 ນາທີ່ ກອງປະຊຸມ ພົບປະແລກປ່ຽນບົດຮຽນ ໄດ້ເປີດຂຶ້ນທີ່ຫ້ອງປະຊຸມ ຂອງຄະນະໂຄສະນາສຶກສາພັກ ແຂວງແທັງຮ່ວາ ໂດຍການເຂົ້າຮ່ວມ ຂອງສະຫາຍ ດ້າວ ຊວນອຽນ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາສຶກສາພັກ ແຂວງແທັງຮວ່າ ແລະ ສະຫາຍ ຕົງລິເຕັ່ງ ກໍມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມ ພ້ອມດ້ວຍທິມງານເຂົ້າຮ່ວມທັງໝົດ 24 ສະຫາຍ, ຍິງ 6 ສະຫາຍ.
ໃນພິທີດັ່ງກ່າວກ່ອນອື່ນ ສະຫາຍ ດ້າວ ຊວນອຽນ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາສຶກສາພັກ ແຂວງແທັງຮວ່າໄດ້ມີຄໍາເຫັນກ່າວຕ້ອນຮັບ ຄະນະຜູ້ແທນທີ່ມາຈາກຄະນະໂຄສະນາອົບຮົມແຂວງຫົວພັນ ພ້ອມທັງຜ່ານບົດລາຍງານໝາກຜົນຂອງການຮ່ວມມືໃນໄລະຍະ 1 ປີຜ່ານມາຕໍ່ກອງປະຊຸມ, ຈາກນັ້ນ ສະຫາຍ ຕົງລິເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງກໍ່ໄດ້ ລາຍງານສະພາບລວມຂອງແຂວງຫົວພັນ ແລະ ສະພາບການຈັດຕັ້ງປະຕິບັດວຽກງານ ຂອງຄະນະໂຄສະນາອົບຮົມແຂວງຫົວພັນໂດຍທໍ້ຕໍ່ທີ່ປະຊຸມ, ຕໍ່ມາຄະນະຜູ້ແທນທັງສອງຝ່າຍກໍ່ໄດ້ມີຄໍາເຫັນປຶກສາຫາລື ແລກປ່ຽນບົດຮຽນເຊິ່ງກັນ ແລະ ກັນເພື່ອເຮັດໃຫ້ການດໍາເນີນວຽກວຽກໂຄສະນາອົບຮົມທັງສອງຝ່າຍໃນຕໍ່ໜ້າໄດ້ຮັບການຈັດຕັ້ງປະຕິບັດ ແລະ ມີຜົນສໍາເລັດຕາມໜ້າທີ່ການເມືອງໃນໄລຍະໃໝ່, ຜູ້ແທນທັງສອງຝ່າຍໄດ້ເຫັນດີ ເປັນເອກະພາບໃນການສ້າງບົດບັນທຶກຊ່ວຍຈໍາໃນຄັ້ງນີ້ເຊິ່ງມີເນື້ອໃນດັ່ງນີ້:
1. ສອງຝ່າຍສືບຕໍ່ສົ່ງເສີມວຽກງານໂຄສະນາ, ສຶກສາມູນເຊື້ອ ໃຫ້ພະນັກງານ, ສະມາຊິກພັກ ແລະ ປະຊາຊົນ, ພິເສດ ແມ່ນບັນດາຄົນລຸ້ນໜຸ່ມ ທີ່ມີຄວາມຮັບຮູ້ອັນເລີກເຊິ່ງ ກ່ຽວກັບມູນເຊື້ອ, ປະຫວັດສາດການປະຕິວັດ ແລະ ການເພີ່ມພູນຄູນສ້າງ ສາຍພົວ ພັນມິດຕະພາບອັນຍິ່ງໃຫຍ່, ການຮ່ວມມືຮອບດ້ານ ລະຫວ່າງ ສອງແຂວງ ເວົ້າລວມ, ເວົ້າສະເພາະ ການຮ່ວມມືຮອບ ດ້ານ ລະຫວ່າງ ສອງປະເທດ ລາວ - ຫວຽດນາມ, ລະຫວ່າງ ສອງແຂວງຫົວພັນ - ແທັງຮວ່າ ໃຫ້ນັບມື້ນັບພັດທະນາ ຂຶ້ນເລື່ອຍໆ.
2. ສອງຝ່າຍ ເປັນເອກະພາບ ໃນການກໍ່ສ້າງແຜນການໂຄສະນາລວມ ຕໍ່ກັບວິທີການ, ເນື້ອໃນ, ຮູບແບບທີ່ ເຫນາະສົມ ໃຫ້ແຕ່ລະເປົ້າໝາຍຕົວຈິງ, ແນໃສ່ຍົກສູງສະຕິຂອງພະນັກງານ, ປະຊາຊົນສອງຝ່າຍ ໃນວຽກງານການປະ ຕິບັດ ຂໍ້ຕົກລົງ ລະຫວ່າງ ສອງປະເທດ, ບົດບັນທຶກ ຂອງສອງແຂວງ ແລະ ຂໍ້ກໍານົດຂອງກົດໝາຍ ກ່ຽວກັບວຽກ ງານຊາຍແດນ.
3. ແຕ່ລະປີ, ສອງຝ່າຍຈະເປັນເຈົ້າການແລກປ່ຽນຂໍ້ມູນຂ່າວສານ, ແລກປ່ຽນບົດຮຽນ ກ່ຽວກັບວຽກງານກໍ່ສ້າງພັກ, ລະບົບການເມືອງ, ການພັດທະນາເສດຖະກິດ - ສັງຄົມ, ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຜັນຂະຫຍາຍ ບັນດາກິດຈະການ, ເຄື່ອນໄຫວຮ່ວມມື ກັບບັນດາຮູບແບບ ໃຫ້ມີຄວາມຫຼາກຫຼາຍ.
4. ແຕ່ລະປີ ແມ່ນພັດປ່ຽນກັນເປັນເຈົ້າພາບ, ແຕ່ລະຝ່າຍແຕ່ງຕັ້ງຄະນະເຮັດວຽກ ໂດຍການນໍາຄະນະເປັນຫົວໜ້າຄະນະມາເຮັດວຽກ, ແລກປ່ຽນສະພາບການ ແລະ ວາງແຜນການຮ່ວມມືໃນແຕ່ລະປີ.
5. ພິເສດ, ປີ 2022 ສອງຝ່າຍເອກະພາບແຕ່ງຕັ້ງຄະນະເຂົ້າຮ່ວມ ບັນດາກິດຈະກໍາ ການຕ່າງປະເທດ, ແລກປ່ຽນວັດທະນະທໍາ, ກິລາ, ເພື່ອສະເຫຼີມສະຫຼອງ ວັນສ້າງຕັ້ງສາຍພົວພັນການທູດ ຄົບຮອບ 60 ປີ (05/09/1962 - 05/09/2022) ແລະ ວັນເຊັນສົນທິສັນຍາ ການຮ່ວມມື ລາວ -ຫວຽດນາມ ຄົບຮອບ 45 ປີ (18/07/2/1977 -18/07/2022) ໂດຍສອງແຂວງຈັດຕັ້ງ.
ຕອນທ້າຍຂອງກອງປະຊຸມຄະນະຜູ້ແທນ ສອງແຂວງກໍ່ໄດ້ມອບຂອງ ທີລະນຶກ, ໃບຍ້ອງຍໍໃຫ້ກັນແລະກັນຢ່າງມີຄວາມໝາຍ ແລະ ບັນຍາກາດອັນອົບອຸ່ນ, ກອງປະຊຸມແລກປ່ຽນບົດຮຽນລະຫວ່າງຄະນະໂຄສະນາອົບຮົມ ສອງແຂວງ ຫົວພັນແທັງຮ່ວາໄດ້ປິດລົງໃນເວລາ 11 ໂມງເຊົ້າຂອງວັນດຽວກັນນັ້ນ.
ເວລາ 8 ໂມງເຊົ້າຂອງວັນທີ່ 4 ສິງຫາ 2022 ຄະນະຜູ້ແທນ ຄະນະໂຄສະນາອົບຮົມສຶກສາພັກ ແຂວງແທັງຮ່ວາ ໄດ້ນໍາສົ່ງຄະນະຜູ້ແທນຂອງຄະນະໂຄສະນາອົບຮົມແຂວງຫົວພັນທີ່ດ່ານສາກົນນໍ້າໂສຍ-ນາແມວ ເມືອງວຽງໄຊ ແຂວງຫົວພັນ.
ໃນຕອນເຊົ້າວັນທີ 2 ສິງຫາ 2022 ນີ້ ຢູ່ທີ່ຫໍວັດທະນະທຳແຂວງ ໄດ້ຈັດພິທີປາຖະກະຖາເລົ່າມູນເຊື້ອ ປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດ - ລາວປີ 2022 ຢູ່ທີ່ຫໍວັດທະນະທຳແຂວງ ໃຫ້ກຽດປາຖະກະຖາ ໂດຍທ່ານ ພຸດພັນ ແກ້ວວົງໄຊ ຄະນະປະຈຳພັກແຂວງ ຮອງເຈົ້າແຂວງ-ແຂວງຫົວພັນ ມີການນຳແຂວງ, ສະພາປະຊາຊົນແຂວງ, ການນຳເມືອງຊໍາເໜືອ, ອາດີດການນຳ, ຫົວໜ້າ-ຮອງຫົວໜ້າພະແນກການ, ສະມາຄົມຄົນຫວຽດນາມທີ່ອາໄສຢູ່ແຂວງຫົວພັນ ແລະ ພະນັກງານລັດຖະກອນ ເຂົ້າຮ່ວມ.
ປີ 2022 ແມ່ນປີສາມັກຄີມິດຕະພາບລາວ-ຫວຽດນາມ, ຫວຽດ-ລາວ ຄື: ວັນສ້າງຕັ້ງສາຍພົວພັນການທູດຄົບຮອບ 60 ປີ (5 ກັນຍາ 1962 – 5 ກັນຍາ 2022) ແລະ ວັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18 ກໍລະກົດ 1977-18 ກໍລະກົດ 2022) ເພື່ອເປັນການຈາລຶກຄຸນງາມຄວາມດີຂອງພັກ-ລັດ ແລະ ປະຊາຊົນ ລາວ-ຫວຽດນາມອ້າຍນ້ອງ ທີ່ມີບັນພະບູລຸດດັ່ງປະທານ ໂຮ່ຈີ່ມິນ, ປະທານໄກສອນ ພົມວິຫານ ແລະ ປະທານສຸພານຸວົງ ເປັນແວ່ນແຍງ ແລະ ເປັນຜູ້ລິເລີ່ມສາຍພົວພັນຮ່ວມມື ຊຶ່ງໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລໍ້າຄ່າໃນໄລຍະຕໍ່ສູ້ປົດປ່ອຍຊາດ ກໍຄື ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ສປປ ລາວ ເປັນການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການທ້ອນໂຮມປະເທດຫວຽດນາມ ໃຫ້ເປັນອັນໜຶ່ງອັນດຽວໃນເມື່ອກ່ອນ ແລະ ການປົກປັກຮັກສາ, ສ້າງສາພັດທະນາປະເທດ ສາທາລະນະລັດສັງຄົມນິຍົມ ຫວຽດນາມ ໃນປັດຈຸບັນ. ຕະຫລອດໄລຍະປະຫວັດສາດ 60 ປີແຫ່ງສາຍພົວພັນທາງການທູດ, ການຮ່ວມມືຮອບດ້ານ ຫວຽດນາມ-ລາວ ໄດ້ຮັບການເພີ່ມພູມຄູນສ້າງ ເເລະ ເສີມຂະຫຍາຍຢ່າງບໍ່ຢຸດຢັ້ງ ສາມາດບັນລຸໝາກຜົນສຳຄັນໃນຂົງເຂດການເມືອງ, ວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບສຸກ, ເສດຖະກິດ, ວັດທະນະທໍາ, ການສຶກສາ, ການຮ່ວມມື ຊ່ວຍເຫລືອເຊິ່ງກັນ ແລະ ກັນລະຫວ່າງບັນດາອົງການຂອງພັກ-ລັດ ແລະ ບັນດາທ້ອງຖິ່ນລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ຍາມໃດກໍ່ໄດ້ຮັບການເພີ່ມທະວີ, ບັນລຸໝາກຜົນຕົວຈິງໃນຫລາຍດ້ານ ເຊິ່ງຜົນປະໂຫຍດຫລາຍຢ່າງ, ໄດ້ປະກອບສ່ວນສຳຄັນເຂົ້າໃນການພັດທະນາຊີວິດການເປັນຢູ່ຂອງປະຊາຊົນສອງປະເທດໃຫ້ນັບມື້ນັບຮັ່ງມີເຂັ້ມແຂງ. ເຫດການປະຫວັດສາດ ທີ່ສໍາຄັນໃນການພົວພັນລະຫວ່າງສອງປະເທດ ແມ່ນເກີດຈາກການຕໍ່ສູ້ໃນສະໜາມລົບການເມືອງ, ການທູດ ໄປຄຽງຄູ່ກັບສະໜາມຮົບບທາງການທະຫານ ຂອງກຳລັງປະຕິວັດ ຂອງສອງປະເທດ.ລາວ-ຫວຽດນາມ ຫວຽດນາມ-ລາວ ໄດ້ເສີມຂະຫຍາຍສາຍພົວພັນພິເສດ ບົນຈິດໃຈແຫ່ງຄວາມສາມັກຄີ, ຄວາມສໍາພັນສູ້ຮົບ ອັນເປັນມູນເຊື້ອ ເພື່ອຮັບປະກັນໃຫ້ການພົວພັນ ລາວ-ຫວຽດ ນາມ ຂະຫຍາຍຕົວຮອບດ້ານ ແລະ ເຂົ້າສູ່ລວງເລິກ, ສອງພັກ-ສອງລັດ ລາວ-ຫວຽດນາມ ໄດ້ເປັນເອກະພາບກັນຕົກລົງໃຫ້ມີການເຊັນ “ສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຊຶ່ງເນື້ອໃນສົນທິສັນຍາ ໄດ້ບັນຍັດໄວ້ວ່າ “ ສອງຝ່າຍຢືນຢັນວ່າ ອອກແຮງປົກປັກຮັກສາ ແລະ ເສີມຂະຫຍາຍສາຍພົວພັນພິເສດລາວ-ຫວຽດນາມ, ເພີ່ມທະວີຄວາມສາມັກຄີ ແລະ ຄວາມໄວ້ເນື້ອເຊື່ອໃຈກັນ ຢ່າງບໍ່ຢຸດຢັ້ງ, ຮ່ວມມືອັນຍາວນານ ແລະ ຊ່ວຍເຫຼືອກັນ ໃນທຸກດ້ານ ບົນຈິດໃຈຂອງລັດທິສາກົນກຳມະຊີບ ແລະ ຕາມຫຼັກການສະເໝີພາບອັນສົມບູນ, ເຄົາລົບເອກະລາດ, ສິດເປັນເຈົ້າ ແລະ ຜືນແຜ່ນດິນອັນຄົບຖ້ວນ ຂອງກັນ ແລະ ກັນ, ເຄົາລົບວຽກງານພາຍໃນຂອງກັນ ”. ນັ້ນ ແມ່ນການຢືນຢັນ ແລະ ສ່ອງແສງອອກຢ່າງຈະແຈ້ງ ເຖິງການຫັນເອົາບັນດາໝາກຜົນ ຂອງການປະຕິວັດ, ເຈດຈໍານົງ, ຄວາມມຸ້ງມາດປາຖະ ໜາ ຂອງປະຊາຊົນ ທັງສອງປະເທດ ໃນການສືບຕໍ່ເສີມຂະຫຍາຍ ແລະ ຍົກລະດັບການພົວພັນ ລາວ-ຫວຽດນາມ ທີ່ບໍ່ຄືໃຜ ແລະ ບໍ່ມີໃຜຄື ຫຼື ໜຶ່ງບໍ່ມີສອງ. ການຮ່ວມມື ລະຫວ່າງສອງຝ່າຍ ແຂວງຫົວພັນ ແລະ ບັນດາແຂວງຂອງ ສສ ຫວຽດນາມ ມີ 21 ແຂວງ, 1 ນະຄອນຫຼວງ, 2 ກອງ ບັນຊາການທະຫານເຂດ 2 ແລະ ເຂດ 4, ການຮ່ວມມືລະດັບເມືອງຂອງແຂວງຫົວພັນ ກັບບັນດາເມືອງ, ນະຄອນຂອງ ສສ ຫວຽດນາມມີ 16 ເມືອງ, 3 ນະຄອນຫຼວງ. ໄລຍະແຕ່ປີ 2016-2020 ລັດຖະບານ ແລະ ແຂວງຫົວພັນ ໄດ້ຄົ້ນຄ້ວາ ອະນຸຍາດ ການລົງທຶນຈາກ ປະເທດຫວຽດນາມຄື: ກິດຈະການສໍາປະທານ ໄດ້ທັງຫມົດ 16 ໂຄງການ ມີມູນ ຄ່າ 64 ລ້ານກວ່າໂດລາ ທຶນຈົດທະບຽນ 31ລ້ານກວ່າໂດລາ ໃນນີ້; ຂັ້ນສູນກາງອະນຸມັດມີ 3 ໂຄງການ ມີມູນຄ່າ 38 ລ້ານກວ່າໂດລາ ຂັ້ນແຂວງ ອະນຸຍາດມີ 13 ໂຄງການ ມີມູນຄ່າ 25 ລ້ານກວ່າໂດລາ. ໄລຍະປີ 2016-2020, ມີພະນັກງານ ແລະ ນັກສຶກສາຈາກແຂວງຫົວພັນໄດ້ຮັບທຶນການສຶກສາຈາກລັດຖະບານ ສສ ຫວຽດນາມ ແລະ ບັນດາແຂວງໄປສຶກສາຢູ່ທີ່ປະເທດ ສສ ຫວຽດນາມລວມ ທັງຫມົດມີ 1.665 ຄົນ. ອົງຄະນະພັກ, ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າຂອງແຂວງຫົວພັນ ແລະ ບັນດາ ແຂວງ ສສ ຫວຽດນາມ, ໂດຍສະເພາະແມ່ນບັນດາແຂວງຕິດຈອດຊາຍແດນ ໄດ້ປັບປຸງພື້ນຖານໂຄງລາງ, ພັດທະນາຊີວິດການເປັນຢູ່ດີຂຶ້ນ, ນໍາເອົາການພົວພັນຮ່ວມມື ນັບມື້ເຂົ້າສູ່ລວງເລິກ ແລະ ປະກົດຜົນເປັນຈິງ.
ມີ 15 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 64 |
![]() | ມື້ວານນີ້ | 145 |
![]() | ອາທິດນີ້ | 992 |
![]() | ເດືອນນີ້ | 2109 |
![]() | ທັງໝົດ | 230376 |