ໃນຕອນເຊົ້າຂອງວັນທີ່ 16 ກັນຍາ 2022 ຄະນະໂຄສະນາອົບຮົມແຂວງຫົວພັນ ຈັດພິທີເຊື່ອມຊືມເອກະສານກ່ຽວກັບການປະເມີນລັດຖະກອນ ແລະ ການກໍ່ສ້າງໜ່ວຍພັກປອດໃສ, ເຂັ້ມແຂວງ, ໜັກແໜ້ນ, ພາຍໃຕ້ການເປັນປະທານຂອງ ສະຫາຍ ນາງ ຄອນສີ ອິນທະວີ , ຮອງເລຂາໜ່ວຍພັກ, ຮອງຫົວໜ້າໂຄສະນາອົບຮົມແຂວງ ແລະ ມີພະນັກງານ-ສະມາຊີກພັກພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມທັງໝົດ 15 ສະຫາຍ, ຍິງ 6 ສະຫາຍ.
ໃນກອງປະຊຸມໄດ້ເຊື່ອມຊືມເອກະສານສຳຄັນດັ່ງກ່າວນີ້: ຄຳສັ່ງຂອງກົມການເມືອງສູນກາງພັກ ເລກທີ 01/ ກມສພ, ລົງວັນທີ່ 03 ມັງກອນ 2018 ວ່າດ້ວຍການເພີ່ມທະວີການກໍ່ສ້າງໜ່ວຍພັກ ປອດໃສ ເຂັ້ມແຂງ ໜັ້ນແໜ້ນ, ຄຳແນະນຳຂອງຄະນະຈັດຕັ້ງສູນກາງພັກ ສະບັບເລກທີ 291/ຄຈສພ ກ່ຽວກັບການຈັດຕັ້ງປະຕິບັດຄຳສັ່ງຂອງກົມການເມືອງສູນກາງພັກ ວ່າດ້ວຍການເພີ່ມທະວີການກໍ່ສ້າງ ໜ່ວຍພັກ ປອດໃສ ເຂັ້ມແຂງ ໜັກແໜ້ນ, ດຳລັດຂອງລັດຖະບານ ເລກທີ່ 300/ລບ, ລົງວັນທີ່ 13 ກັນຍາ 2017 ວ່າດ້ວຍການປະເມີນຜົນການປະຕິບັດວຽກງານຂອງພະນັກງານ ລັດຖະກອນ, ຄຳແນະນຳຂອງກະຊວງພາຍໃນ ເລກທີ 06/ພນ ລົງວັນທີ່ 02 ພຶດສະພາ 2018 ວ່າດ້ວຍການປະເມີນ ຜົນການປະຕິບັດວຽກງານຂອງພະນັກງານ - ລັດຖະກອນ.
ຜ່ານການເຊື່ອມຊືມເອກະສານດັ່ງກ່າວໄດ້ເຮັດໃຫ້ ສະມາຊີກພັກ, ພະນັກງານທັງໝົດມີຄວາມຮັບຮູ້ເຂົ້າໃຈ, ຄວາມໝາຍ, ຄວາມສຳຄັນ, ເນື້ອໃນເອກະສານ ເພື່ອກະກຽມໃສ່ກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານຂອງພະນັກງານ ລັດຖະກອນ ແລະ ປະເມີນຜົນໜ່ວຍພັກ, ສະມາຊີກພັກ ປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈຳປີ 2022, ເພື່ອສືບຕໍ່ເສີມຂະຫຍາຍມູນເຊື້ອອັນດີງາມຜົນງານທີ່ໂດດເດັ່ນ ແນໃສ່ເຊີດຊູບົດບາດຄວາມສາມາດນຳພາຂອງໜ່ວຍພັກ ແລະ ຍົກສູງຄວາມເປັນແບບຢ່າງນຳໜ້າຂອງຖັນແຖວສະມາຊິກພັກ ຮັບປະກັນໃຫ້ພັກເຮົາມີຄວາມປອດໃສເຂັ້ງແຂງ, ໜັກແໜ້ນ, ຍົກສູງຄຸນນະພາບຂອງໜ່ວຍພັກ ແລະ ສະມາຊິກພັກ ໃຫ້ມີການຫັນປ່ຽນຢ່າງຕັ້ງໜ້າດ້ວຍບາດກ້າວບຸກທະລຸ ສາມາດເປັນແກນນຳທີ່ເຂັ້ມແຂງໃນລະບົບການເມືອງຢູ່ຮາກຖານ ແລະ ຮັບປະກັນເຮັດໃຫ້ການນຳພາຂອງພັກຕອບສະໜອງໄດ້ຄວາມເລັ່ງທວງຂອງການພັດທະນາປະເທດຊາດໃນເງຶ່ອນໄຂ ແລະ ສະພາບແວດລ້ອມໃໝ່ ໃຫ້ມີຄວາມສາມາດນຳພາຈັດຕັ້ງປະຕິບັດໜ້າທີ່ການເມືອງຂອງພັກ ແລະ ແຜນພັດທະນາເສດຖະກິດ - ສັງຄົມຂອງລັດວາງອອກແຕ່ລະໄລຍະໃຫ້ປະກົດຜົນເປັນຈິງ.
ໃນຕອນເຊົ້າ ວັນທີ 15 ຕຸລາ 2022 ນີ້, ໜ່ວຍຊາວໜຸ່ມຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ສໍາເລັດກອງປະຊຸມປະເມີນຜົນເນື້ອໃນຂໍ້ແຂ່ງຂັນ 4 ບຸກ ຄັ້ງທີ II ປະຈໍາປີ 2022. ກອງປະຊຸມໄດ້ດໍາເນີນມາເປັນເວລາ 1 ຕອນ ຢູ່ທີ່ຫ້ອງປະຊຸມນ້ອຍຊັ້ນ 4 ຕືກຫ້ອງວ່າການປົກຄອງແຂວງຫົວພັນ (ຫຼັງເກົ່າ), ພາຍໃຕ້ການເປັນປະທານຂອງສະຫາຍ ນາງ ອິງທອງ ກົມແພງມີ ເລຂາໜ່ວຍຊາວໜຸ່ມ ຄະນະໂຄສະນາອົບຮົມແຂວງ, ເປັນກຽດເຂົ້າຮ່ວມໂດຍ ສະຫາຍ ພົມມາ ຮຸ່ງນະຄອນ ຄະນະປະຈໍາ, ຄະນະບໍລິຫານງານຊາວໝຸ່ມ ແຂວງຫົວພັນ ແລະ ສະຫາຍ ສຸກເສີ່ມ ຢາງຈາງ, ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ພ້ອມດ້ວຍ ຜູ້ຕ່າງໜ້າ ຈາກ ຄະນະບໍລິຫານງານຊາວໜຸ່ມແຂວງ, ຄະນະຈັດຕັ້ງແຂວງ, ພະແນກການຕ່າງປະເທດ, ພະແນກພາຍໃນແຂວງ, ມີຜູ້ຕ່າງໜ້າຈາກອົງການຈັດຕັ້ງມະຫາຊົນ ແລະ ສະມາຊິກຊາວໜຸ່ມພາຍໃນໜ່ວຍເຂົ້າຮ່ວມທັງໝົດ 12 ສະຫາຍ, ຍິງ 6 ສະຫາຍ.
ກ່ອນອື່ນກອງປະຊຸມໄດ້ຮັບຟັງການຜ່ານ ມະຕິຕົກລົງແຕ່ງຕັ້ງຄະນະຮັບຜິດຊອບ ໃນການກະກຽມເປິດກອງປະຊຸມ 4 ບຸກຂອງຄະນະພັກ, ຈາກນັ້ນ ສະຫາຍ ນາງ ອິງທອງ ກົມແພງມີ ເລຂາໜ່ວຍຊາວໜຸ່ມໄດ້ຂື້ນຜ່ານບົດສະຫຼຸບ ການຈັດຕັ້ງປະຕິບັດວຽກງານ 4 ບຸກຂອງໜ່ວຍຊາວໜຸ່ມ ປະຈຳປີ 2021 ເຊີ່ງມີທັງດ້ານດີ, ດ້ານອອ່ນ, ຂໍ້ຄົງຄ້າງ ແລະ ວາງທິດທາງແຜນປະຈຳປີ 2023 ກອງປະຊຸມຍັງໄດ້ພ້ອມກັນປະປອບຄໍາຄິດເຫັນໃສ່ບົດສະຫຼຸບໃຫ້ຈະແຈ້ງສົມບູນຂຶ້ນຕື່ມ ແລະ ໄດ້ຕົກລົງເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຕິດຕາມທິດທາງແຜນການສູ້ຊົນທີ່ໄດ້ກໍານົດໄວ້. ຈາກນັ້ນສະມາຊິກຊາວໜຸ່ມກໍ່ໄດ້ຜ່ານບົດສໍາຫຼວດຕົນເອງ ແລະ ໄດ້ລົງຄະແນນສຽງປິດລັບ. ເຊິ່ງພາຍໃນໜ່ວຍມີສະມາຊິກທັງໝົດ 7 ສະຫາຍ, ຍິງ 4 ສະຫາຍ, ໃນນັ້ນມີໜ້າປະເມີນຕົວຈິງແມ່ນ 6 ສະຫາຍ, ຍິງ 3 ສະຫາຍ ບໍ່ໄດ້ເຂົ້າຮ່ວມປະເມີນ 1 ສຍຫາຍ ເນື່ອງຈາກວ່າໄປຮຽນຕໍ່ໄລຍະຍາວ ແລະ ຜ່ານການປະເມີນຕົວຈິງແມ່ນໄດ້ດີ 6 ສະຫາຍ, ຍິງ 3 ສະຫາຍ ເທົ່າກັບ 100 %.
ຕອນທ້າຍຂອງກອງປະຊຸມ ສະຫາຍ ພົມມາ ຮຸ່ງນະຄອນ ຄະນະປະຈໍາ, ຄະນະບໍລິຫານງານຊາວໝຸ່ມແຂວງຫົວ ພັນໄດ້ມອບໃບຢັ້ງຢືນ 4 ບຸກ ປະຈໍາປີ 2022 ແລະ ໃບຍ້ອງຍໍຂໍ້ແຂ່ງຂັນ 4 ບຸກ 3 ປີຂອງຄະນະບໍລິຫານງານຊາວໜຸ່ມປະຕິວັດລາວ ພ້ອມທັງໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ກ່ອນອື່ນເພີ່ນໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໜ່ວຍຊາວໝຸ່ມຄະນະໂຄສະນາອົບຮົມແຂວງຫົວພັນ ຍາດມາໄດ້ໃນໄລຍະ 1 ປີຜ່ານມາ. ພ້ອມນັ້ນທ່ານໄດ້ຮຽກຮ້ອງໃຫ້ສະມາຊິກຊາວໜຸ່ມທຸກສະຫາຍຕ້ອງເປັນເຈົ້າການຢ່າງແທ້ຈິງ ແລະ ເອົາໃຈໃສ່ເຄື່ອນໄຫວຕາມພາລະບົດບາດຂອງສະມາຊິກຊາວໜຸ່ມປະຊາຊົນປະຕິວັດລາວໃຫ້ຖືກຕ້ອງ, ມີປະສິດທິຜົນຕາມເນື້ອໃນຂໍ້ແຂ່ງຂັນ 4 ບຸກ, ວຽກງານຕ່າງໆໃຫ້ໄດ້ດີຂຶ້ນເລື່ອຍໆໃນຕໍ່ໜ້າ, ສືບຕໍ່ຮັກສາມູນເຊື້ອມຊາວໜຸ່ມດີເດັ່ນໃຫ້ ຍືນຍົງຕະຫຼອດໄປ.
ໃນແລງວັນທີ 14 ກັນຍາ 2022 ໜ່ວຍສະຫະພັນແມ່ຍິງ ຄະນະໂຄສະນາອົບຮົມແຂວງ ໄດ້ສຳເລັດກອງປະຊຸມປະເມີນຂໍ້ແຂ່ງຂັນ 3 ດີ ປະຈຳປີ 2022 ຂຶ້ນຢູ່ທີ່ ຫ້ອງປະຊຸມ ຄະນະໂຄສະນາອົບຮົມແຂວງຫົວພັນ ໂດຍພາຍໃຕ້ການເປັນ ປະທານຂອງ ທ່ານ ນາງ ໄມທອງ ສີນລະວົງ ປະທານໜ່ວຍແມ່ຍິງ ຄະນະໂຄສະນາອົບຮົມແຂວງ ແລະ ໃຫ້ກຽດເຂົ້າຮ່ວມຂອງ ທ່ານ ສຸກເສິມ ຢາງຈາງ ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໃນນີ້ຍັງມີຜູ້ຕ່າງໜ້າ ຈາກໜ່ວຍຊາວໜຸ່ມ ແລະ ຮາກຖານກຳມະບານ ຄະນະໂຄສະນາອົບຮົມແຂວງຫົວພັນ, ພ້ອມດ້ວຍສະມາຊິກແມ່ຍິງພາຍໃນໜ່ວຍເຂົ້າຮ່ວມຢ່າງພ້ອມພຽງ.
ກອງປະຊຸມໄດ້ຮັບຟັງບົດສະຫຼຸບປະຈຳປີ 2022 ແລະ ທິດທາງແຜນການປີ 2023 ການຈັດຕັ້ງປະຕິບັດໃນໄລຍະຜ່ານມາ ຂອງວຽກງານແມ່ຍິງ 3 ດີ ທັງສອງພາກ ເຊິ່ງໄດ້ຍົກໃຫ້ເຫັນດ້ານດີຜົນງານ ແລະ ດ້ານອ່ອນຄົງຄ້າງທີ່ຈະໄດ້ປັບປຸງແກ້ໄຂໃນຕໍ່ໜ້າ ຈາກນັ້ນຍັງໄດ້ພ້ອມກັນປະກອບຄໍາຄິດ ຄໍາເຫັນປຶກສາຫາລືໃສ່ບົດສະຫຼຸບໃຫ້ຈະແຈງສົມບູນຂຶ້ນຕື່ມກອງປະຊຸມໄດ້ຕົກລົງເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານຕາມທິດທາງແຜນການສູ້ຊົນທີ່ໄດ້ກໍານົດໄວ້ໃນປີ 2023. ຈາກນັ້ນສະມາຊິກແມ່ຍິງແຕ່ລະສະຫາຍກໍ່ໄດ້ຜ່ານບົດສໍາຫຼວດຕົນເອງ ແລະ ໄດ້ລົງຄະແນນສຽງປິດລັບ. ເຊິ່ງພາຍໃນໜ່ວຍມີສະມາຊິກທັງໝົດ 8 ສະຫາຍ ແລະ ຜ່ານການປະເມີນຕົວຈິງແມ່ນໄດ້ດີ 8 ສະຫາຍ ເທົ່າກັບ 100 %; ຕອນທ້າຍຂອງກອງປະຊຸມທ່ານ ສຸກເສີມ ຢາງຈາງ, ຄະນະໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ກ່ອນອື່ນເພີ່ນໄດ້ຍ້ອງຍໍຊົມເຊີຍຕໍ່ຜົນງານທີ່ໜ່ວຍແມ່ຍິງ ຄະນະໂຄສະນາອົບຮົມແຂວງຫົວພັນຍາດມາໄດ້ໃນໄລຍະ 1 ປີ ຜ່ານມາ. ພ້ອມນັ້ນຍັງໄດ້ໜັ່ນໜັກເຖີງທິດທາງແຜນການສູ້ຊົນໃຫ້ໄດ້ແມ່ຍິງ 3 ດີໃນຕໍ່ໜ້າ, ສືບຕໍ່ຮັກສາມູນເຊື້ອດີເດັ່ນໃຫ້ໄດ້ຢືນຢົງຕະຫຼອດໄປ. ກອງປະຊຸມໄດ້ປິດລົງໃນເວລາ 16:00ຢ່າງຈົບງາມ.
ໃນຕອນເຊົ້າຂອງວັນທີ 25 ສີງຫາ 2022 ນີ້, ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຈັດກອງປະຊຸມສ່ອງແສງລາຍງານສະພາບແນວຄິດ-ຫາງສຽງສັງຄົມ ປະຈໍາເດືອນ 8 ປີ 2022 ຂຶ້ນຢູ່ຫ້ອງປະຊຸມຊັ້ນ IV ຫ້ອງວ່າການແຂວງຫົວພັນ(ຫຼັງເກົ່າ). ພາຍໃຕ້ການເປັນປະທານຂອງສະຫາຍ ອົ້ມ ອິນທະລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ມີບັນດາທ່ານຄະນະກຳມະການຄົ້ນຄ້ວາ, ວິເຄາະ, ວິໄຈ, ຕິດຕາມ, ເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ ເຂົ້າຮ່ວມທັງໝົດ 14 ສະຫາຍ, ຍີງ 8 ສະຫາຍ.
ໃນກອງປະຊຸມໄດ້ຜ່ານບົດສະຫຼຸບສະພາບແນວຄິດຫາງ-ຫາງສຽງສັງຄົມໃນ 8 ປີ 2022 ແລະ ວາງທິດທາງ ຕິດຕາມສະພາບແນວຄິດຫາງສຽງ-ສັງຄົມປະຈໍາເດືອນ 9 ປີ 2022. ກອງປະຊຸມຍັງໄດ້ຮັບຟັງລາຍງານຫາງສຽງສັງຄົມຈາກຕາໜ່າງ ເພື່ອນຮ່ວມງານ ແລະ ຄໍາສະເໜີຂອງສັງຄົມ. ຈາກນັ້ນປະທານກອງປະຊຸມໄດ້ສ່ອງແສງໃຫ້ເຫັນຄວາມໝາຍຄວາມ ສຳຄັນໃນການເຄື່ອນໄຫວ, ການປະຕິບັດວຽກງານຫາງສຽງ-ສັງຄົມ ພ້ອມທັງມີຄໍາເຫັນເຈາະຈີ້ມສະເໜີໃຫ້ບັນດາ ຄະນະກຳມະການຄົ້ນຄ້ວາ, ວິເຄາະ, ວິໄຈ ຫາງສຽງສັງຄົມ ປະກອບຄໍາຄິດເຫັນ ແລະ ທັງພັດປ່ຽນກັນຂື້ນລາຍງານ ສະພາບແນວຄິດຫາງສຽງ-ສັງຄົມ ພາຍໃນກົມກອງຂອງຕົນ ອະທິບາຍຊີ້ແຈງຫາງສຽງ-ສັງຄົມທີຕັ້ງຂື້ນ.
ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຈາກສະຫາຍອົ້ມ ອິນທະລາ ກ່ອນອື່ນເພິນໄດ້ຊົມເຊີຍຜົນງານບັນດາ ສະຫາຍຄະນະກຳມະການ, ວິເຄາະ, ວິໄຈຫາງສຽງສັງຄົມຂັ້ນແຂວງໄດ້ຕັດສິນໃຈຜ່ານຄວາມອົດທົນໃນການຈັດ ຕັ້ງປະຕິບັດແນວທາງຂອງພັກ ແລະ ແຜນນະໂຍບາຍຂອງລັດ ດ້ວຍຄວາມຮັບຜິດຊອບສູງ ພ້ອມທັງ ໄດ້ຍົກໃຫ້ເຫັນ ເຖີງຄວາມໝາຍຄວາມສໍາຄັນຂອງວຽກງານຕິດຕາມ, ເກັບກຳສະພາບແນວຄິດ-ຫາງສຽງສັງຄົມ ເພີ່ມຄວາມເອົາໃຈໃສ່ ຕິດຕາມເກັບກຳສະພາບແນວຄິດຫ່າງສຽງ-ສັງຄົມທັງພາຍໃນ ແລະ ຕ່າງປະເທດ ຈາກສື່ສັງຄົມອອນລາຍດ້ວຍຫຼາຍຮູບ, ຫຼາຍວິທີ ກອງປະຊຸມໄດ້ປິດລົງເວລາ 12:00 ໂມງ ຂອງວັນດັ່ງກ່າວຢ່າງຈົບງາມ.
ພິທີໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 26 ສິງຫາ 2022 ນີ້ ຢູ່ຫ້ອງປະຊຸມນ້ອຍຊັ້້ນ 4 ຕືກຫ້ອງວ່າການແຂວງຫຼັງເກົ່າ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ບັນຍາຍເອກະສານ ຂອງ ສະຫາຍ ສຸກເສີມ ຢາງຈາງ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ໃນນັ້ນ ມີມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເຂົ້້າຮ່ວມຮຽນຈາກບັນດາພະແນກອ້ອມຂ້າງແຂວງ ແລະ ລັດວິສາຫະກິດ ເຊັ່ນ: ຄະນະພັກຮາກຖານ ພະແນກແຮງງານ ແລະ ສະຫວັດດີການສັງຄົມ, ຄະນະພັກ ສານປະຊາຊົນແຂວງ, ຄະນະພັກ ສະຫະພັນນັກຮົບເກົ່າ, ຄະນະພັກຮາກຖານ ຫ້ອງວ່າການແຂວງ, ຄະນະໜ່ວຍພັກ ໂຮງຮຽນ ມ.ສ ພັນຊຳ, ຄະນະໜ່ວຍພັກ ລັດວິສາຫະກິດໄຟຟ້າລາວ. ເຊີ່ງມີຈຳນວນທັງໝົດ 19 ສະຫາຍ ຍິງ 8 ສະຫາຍ ເຂົ້າຮ່ວມ.
ໃນພິທີ ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ໄດ້ຮັບຟັງການເຊື່ອມຊືມເອກະສານຕ່າງໆ ກ່ຽວກັບການນໍາໃຊ້ເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ເຊິ່ງປະກອບມີ 13 ຄໍາຖາມ 13 ຄໍາຕອບ ແລະ ພາກເພີ່ມເຕີມ ອີກ 4 ຂໍ້ ກ່ຽວກັບພັກປະຊາຊົນປະຕິວັດລາວມາຈັດຕັ້ງເຜີຍແຜ່, ຮໍ່າຮຽນໃຫ້ມະຫາຊົນກ້າວໜ້າເຂົ້າໃຈຢ່າງເລິກເຊິ່ງ ຜ່ານການເຊື່ອມຊຶມເອກະສານສຶກສາອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ໄດ້ເຮັດໃຫ້ມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ໄດ້ຮັບຮູ້ເຂົ້າໃຈເບື້ອງຕົ້ນ ກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກ, ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຂອງສະມາຊິກພັກ.
ພ້ອມດຽວກັນນັ້ນ ສະຫາຍ ສຸກເສີມ ຢາງຈາງ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ມອບໃບຢັ້ງຢືນໃຫ້ແກ່ມະຫາຊົນກ້າວໜ້າ ທີ່ໄດ້ຜ່ານການຮຽນສະໜັບສະໜູນຄັ້ງນີ້ ເພື່ອເປັນການຢັ້ງຢືນ ແລະ ເປັນການທົດສອບໃນການຝຶກຝົນຫຼໍ່ຫຼອມວຽກງານຂອງມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ຕາມການມອບໝາຍຂອງຂັ້ນເທິງ.
ມີ 16 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 57 |
![]() | ມື້ວານນີ້ | 145 |
![]() | ອາທິດນີ້ | 985 |
![]() | ເດືອນນີ້ | 2102 |
![]() | ທັງໝົດ | 230369 |