ໃນຕອນແລງຂອງວັນທີ່ 3 ຕຸລາ 2022 ຄະນະໂຄສະນາອົບຮົມແຂວງຫົວພັນ ຈັດພິທີເຊື່ອມຊືມມະຕິກອງປະຊຸມຄົບຄະນະບໍລິຫານງານພັກແຂວງຄັ້ງທີ 9 ສະໄໝທີ x ຂອງອົງຄະນະພັກແຂວງຫົວພັນ ຂື້ນຢູ່ທີຫ້ອງປະຊຸມນ້ອຍຂອງ ຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານຂອງ ທ່ານ ຕົງລີ ເຕັ່ງ, ກຳມະການພັກແຂວງ, ຫົວໜ້າໂຄສະນາອົບຮົມແຂວງ ແລະ ມີສະມາຊີກພັກ-ພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 8 ສະຫາຍ.
============@@@@@===========
ໃນວັນທີ່ 27 ຫາ 29 ເດືອນ ກັນຍາ ປີ 2022 ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ລົງເຄື່ອນໄຫວຝຶກອົບຮົມຄວາມຮູ້ພື້ນຖານການເມືອງ - ການປົກຄອງ, ການສ້າງບ້ານພັດທະນາ ແລະ ເອກະສານອົບຮົມປະຊາຊົນບັນດາເຜົ່າຢູ່ລຽບຕາມຊາຍແດນ. ເປັນກຽດເຂົ້າຮ່ວມໃນຊຸດຝືກອົບຮົມຄັ້ງນີ້ມີ: ຄະນະໂຄສະນາອົບຮົມແຂວງ, ຄະນະໂຄສະນາອົບຮົມເມືອງ, ຄະນະປະຈໍາພັກເມືອງ, ພະແນກການຕ່າງປະເທດ, ໂດຍໄດ້ແບ່ງອອກເປັນ 2 ຈຸດຄື: ຈຸດທີ 1: ສະຖານທີ່ຝືກອົບຮົມແມ່ນ: ສະໂມສອນບ້ານຊ່ອນເໜືອ, ເຊິ່ງປະກອບມີ 8 ບ້ານ ເຂົ້າຝືກ, ຈຸດທີ 2: ສະຖານທີ່ຝຶກອົບຮົມແມ່ນ: ສະໂມສອນບ້ານເມືອງເປີ້, ເຊິ່ງປະກອບມີ 5 ບ້ານເຂົ້າຮ່ວມຝືກ. ມີນັກສຳມະກອນທັງໝົດ 2 ຈຸດລວມເປັນ 57 ທ່ານ. ເຊີ່ງເປົ່າໝາຍເຂົ້າຝຶກອົບຮົມແມ່ນ: ເລຂາພັກ, ນາຍບ້ານ, ຮອງນາຍບ້ານ , ຫົວໜ້າ ປກສ ບ້ານ, ຫົວໜ້າກອງຫຼອນບ້ານ, ຄະນະໜ່ວຍໄກ່ເກັ່ຍ, ຄະນະແມ່ຍິງບ້ານ, ຄະນະຊາວໝຸ່ມບ້ານ, ຄະນະແນວໂຮມບ້ານ ແລະ ເນື້ອໃນຝືກອົບຮົບຄັ້ງນີ້ປະກອບມີ 8 ບົດຄື: 1) ປະຫວັດສາດ, ມູນເຊື້ອອັນດີງາມຂອງເມືອງຊ່ອນ. 2) ລະບອບການເມືອງ ແລະ ການປົກຄອງ ໃນລະບອບ ປະຊາທິປະໄຕ ປະຊາຊົນ. 3) ຍົກສູງຄວາມສາມາດນໍາພາຂອງພັກບ້ານສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ. 4) ການສ້າງບ້ານເປັນຫົວໜ່ວຍພັດທະນາ .5) ການແກ້ໄຂຄວາມທຸກຍາກ ແລະ ການຜະລິດເປັນສິນຄ້າ. 6) ຜົນຮ້າຍຂອງ 3 ກະແສແນວຄິດ (ແນວຄິດຄັບແຄບ, ແນວຄິດຄອງເດີມ ແລະ ແນວຄິດເອື້ອອິງ ). 7) ເອກະສານອົບຮົມປະຊາຊົນບັນດາເຜົ່າຢູ່ຮາກຖານ ແລະ ປະຊາຊົນລຽບຕາມຊາຍແດນ (ສຳລັບຈຸດທີ່ມີຊາຍແດນທີ່ຕິດກັບປະເທດຫວຽດນາມ). 8) ຜົນຮ້າຍຂອງຢາເສບຕິດ.
ຊຸດຝືກອົບຮົມຄັ້ງນີ້ແມ່ນແນໃສ່ສ້າງຄວາມເຂັ້ມແຂງໃຫ້ອໍານາດການປົກຄອງບ້ານ ເພື່ອເຮັດວຽກງານການເມືອງ - ແນວຄິດຂັ້ນເມືອງ ແລະ ຂັ້ນຮາກຖານກຸ່ມບ້ານຈຸດສຸມ ມີຄວາມເຊື່ອມຊຶມກ່ຽວກັບວຽກງານການເມືອງ - ແນວຄິດ, ກໍາແໜ້ນແນວທາງນະໂຍບາຍຂອງພັກ - ລັດໃນໄລຍະໃໝ່ ໂດຍສະເພາະແມ່ນເພື່ອຍົກສູງລະດັບຄວາມຮູ້, ຄວາມສາມາດໃຫ້ແກ່ພະນັກງານຂັ້ນບ້ານ. ເພື່ອເປັນການຍົກລະດັບຄວາມຮູ້ວິຊາສະເພາະກ່ຽວກັບວຽກງານໂຄສະນາສຶກສາອົບຮົມ, ຮູ້ຂຽນເອກະສານທາງການ ແລະ ຮູ້ເຄື່ອນໄຫວໂຄສະນາເຮັດວຽກງານການເມືອງ - ແນວຄິດແທດເໝາະກັບແຕ່ລະເປົ້າໝາຍ. ເພື່ອໃຫ້ສະມາຊິກພັກ, ພະນັກງານ ແລະ ປະຊາຊົນຢູ່ຮາກຖານມີຄວາມຮັບຮູ້, ມີຄວາມເຂົ້າໃຈສາມາດດຳເນີນການສ້າງບ້ານພັດທະນາຕາມ4ເນື້ອໃນ4ຄາດໝາຍມີປະສິດທິພາບສູງຂຶ້ນຕື່ມ. ໃນຊຸດຝຶກອົບຮົມໃຊ້ເວລາຮຽນທັງໝົດ 3 ວັນ.
ຜ່ານການຝືກອົບຮົມຈະສາມາດເຮັດໃຫ້ຜູ້ຮຽນຮັບຮູ້ ແລະ ເຂົ້າໃຈເຖິງພາລະບົດບາດ, ເຂົ້າໃຈຕໍ່ແນວທາງຂອງພັກ - ລັດ ຮູ້ເຮັດວຽກງານສຶກສາອົບຮົມແນວຄິດ, ຮູ້ນຳພາ - ຊີ້ນຳ, ຮູ້ຫັນເປັນແຜນການ, ແຜນງານນຳພາປະຊາຊົນພາຍໃນບ້ານຂອງຕົນໄດ້ຮັບການພັດທະນາເສດຖະກິດ, ແນວຄິດມີຄວາມເປັນເອກະພາບ. ໄດ້ນໍາເອົາແນວທາງຂອງພັກ - ລັດລົງຈັດຕັ້ງເຊື່ອມຊຶມຢູ່ບັນດາບ້ານເຮັດໃຫ້ແນວຄິດຂອງປະຊາຊົນມີທ່າປ່ຽນແປງ, ຮູ້ການຮ່ວມມືລະຫວ່າງເພື່ອນມິດ, ການພົວພັນໄປມາຫາສູ່, ການຄ້າຂາຍໂດຍສອດຄ່ອງກັບລະບຽບກົດໝາຍດີຂຶ້ນ. ເພື່ອຍົກໃຫ້ເຫັນຜົນຮ້າຍຂອງ 3 ກະແສແນວຄິດ ແລະ ວິທີແກ້ໄຂ 3 ກະແສແນວຄິດ. ການຄຸ້ມຄອງພົນລະເມືອງ, ເຂດນໍ້າແດນດິນຂອງຄະນະພັກ, ອຳນາດການປົກຄອງ ມີຄວາມສະດວກຂຶ້ນ.
ໃນຕອນເຊົ້້າວັນທີ 29 ກັນຍາ 2022 ຄະນະໂຄສະນາອົບຮົມແຂວງໄດ້ລົງຕິດຕາມຊຸກຍູ້ວຽກງານໂຄສະນາອົບຮົມ ຢູ່ທີ ຫ້ອງປະຊຸມຫ້ອງວ່າການ ເມືອງຊຳເໜືອ ພາຍໃຕ້ການເປັນປະທານຂອງ ທ່ານ ຄຳຜິວ ສີລະທົນ ຮອງເລຂາພັກເມືອງ, ຜູ້ປະຈຳການ, ຜູ້ຊີ້ນຳວຽກງານແນວຄິດ - ທິດສະດີ ຂັ້ນເມືອງ, ເຊີ່ງເປັນໃຫ້ກຽດເຂົ້າຮ່ວມໂດຍ ທ່ານ ຕົງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ແລະ ທ່ານ ຕຸ້ຍ ຄຳບູລະວົງ ຄະນະປະຈຳພັກເມືອງ, ຫົວໜ້າຄະນະໂຄສະນາອົບຮົມເມືອງຊຳເໜືອ ມີພະນັກງານຄະນະໂຄສະນາອົບຮົມແຂວງ ແລະ ຄະນະໂຄສະນາອົບຮົມ ເມືອງ ເຂົ້າຮ່ວມທັງໝົດ 17 ສະຫາຍ, ຍິງ 9 ສະຫາຍ.
ການລົງເຄືອນໄຫວວຽກງານໃນຄັ້ງນີ້ໄດ້ຮັບຟັງ ບົດສະຫຼຸບການຈັດຕັ້ງເຄື່ອນໄຫວປະຕິບັດວຽກງານໂຄສະນາອົບຮົມ ປະຈຳປີ 2022 ແລະ ວາງທິດທາງແຜນການ ປະຈຳປີ 2023, ຮັບຟັງການລາຍງານສະພາບການຈັດຕັ້ງຜັນຂະຫຍາຍມະຕິ XI ຂອງພັກ, ມະຕິ X ຂອງອົງຄະນະພັກແຂວງ ໂດຍສະເພາະແມ່ນມະຕິ 4 ສະໄໝທີ XI ຂອງສູນກາງພັກ, ມະຕິ 8 ສະໄໝທີ X ຂອງອົງຄະນະພັກແຂວງ; ມະຕິຂອງກົມການເມືອງສູນກາງພັກສະບັບເລກທີ 25/ກມສພ ວ່າດ້ວຍການເພີ່ມທະວີການນຳພາຂອງພັກຕໍ່ວຽກງານວັດທະນະທຳໃນໄລຍະໃໝ່, ມະຕິເລກທີ 206/ກມສພ ວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງ - ແນວຄິດໃນໄລຍະໃໝ່ ແລະ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ຈາກຄະນະໂຄສະນາອົບຮົມເມືອງ ເຊິ່ງໄດ້ຍົກໃຫ້ເຫັນບັນຫາທີ່ຈັດຕັ້ງປະຕິບັດໄດ້ ແລະ ບາງບັນຫາທີ່ຍັງຄົງຄ້າງທີ່ຈະຕ້ອງສືບຕໍ່ຈັດຕັ້ງປະຕິບັດ. ຈາກນັ້ນກໍ່ໄດ້ມີການປະກອບຄໍາຄິດຄໍາເຫັນແລກປ່ຽນບົດຮຽນທາງດ້ານວິຊາການລະຫວ່າງ ຄະນະໂຄສະນາອົບຮົມແຂວງ ແລະ ເມຶອງໂດຍສະເພາະແມ່ນຍົກໃຫ້ເຫັນແບບແຜນວິທີເຮັດວຽກໃນໄລຍະຜ່ານມາຂອງແຕ່ລະຂະແໜງ, ແຕ່ລະໜ່ວຍງານໂດຍເນັ້ນໃສ່ 4 ວຽກງານຕົ້ນຕໍຄື: ວຽກງານບໍລິຫານຫ້ອງການ, ວຽກງານໂຄສະນາ (ປາຖະກະຖາ, ຜ່ານສື່, ເຄື່ອນທີ່) ວຽກງານອົບຮົມ ແລະ ວຽກງານສັງລວມ - ຫາງສຽງສັງຄົມ.
ໃນຕອນທ້າຍ ທ່ານ ຕົງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງກໍ່ໄດ້ເປັນ ກຽດຂຶ້ນມີຄໍາເຫັນຊີ້ນໍາເຊິ່ງທ່ານໄດ້ຍົກໃຫ້ເຫັນຄວາມໝາຍ, ຄວາມສໍາຄັນຂອງຂອງວຽກງານໂຄສະນາອົບຮົມກໍ່ຄືວຽກງານການເມືອງ - ແນວຄິດໂດຍສະເພາະແມ່ນການຍົກສູງຄຸນນະພາບ ວຽກງານໂຄສະນາອົບຮົມອົບຮົມ, ຄວາມຮັບຜິດຊອບຂອງພະນັກງານຜູ້ທີ່ເຮັດວຽກງານໂຄສະນາອົບຮົມຂັ້ນຕ່າງໆເພື່ອເຮັດສຳເລັດໜ້າທີ່ວຽກງານຕາມພາລະບົດບາດ, ສິດ ແລະ ໜ້າທີ່ ໃນນາມເປັນເສນາທິການທາງດ້ານວຽກງານການເມືອງ - ແນວຄິດ ກໍຄືວຽກງານໂຄສະນາອົບຮົມໃຫ້ອົງຄະນະພັກຂັ້ນຂອງຕົນ ໃຫ້ດີຂຶ້ນເລຶ້ອຍໆ. ຜ່ານການລົງຕິດຕາມ, ຊຸກຍູ້ວຽກງານໂຄສະນາອົບຮົມຄັ້ງນີ້ເປັນການປັບປຸງແບບແຜນວິທີເຮັດວຽກ, ການປະສານງານ, ລະບອບສ່ອງແສງລາຍງານໃຫ້ມີຄວາມເປັນເອກະພາບລະຫ່ວາງໂຄສະນາອົບຮົມຂັ້ນແຂວງ ແລະ ຄະນະໂຄສະນາອົບຮົມຂັ້ນເມືອງໃຫ້ດີຂຶ້ນກວ່າເກົ່າ.
ຕອນເຊົ້າຂອງວັນທີ 22 ກັນຍາ 2022, ຄະນະໂຄສະນາອົບຮົມແຂວງຫົວພັນໄດ້ຈັດກອງປະຊຸມສອງແສງລາຍງານສະພາບແນວຄິດ - ຫາງສຽງສັງຄົມ ປະຈໍາ ເດືອນ 9 ຂຶ້ນ ຢູ່ທີ່ຫ້ອງປະຊຸມຊັ້ນ 4 ຫ້ອງວ່າການປົກຄອງແຂວງຫົວພັນ ຫຼັງເກົ່າ, ພາຍໃຕ້ການເປັນປະທານຂອງ ທ່ານ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ປະຈຳການ, ຊີ້ນໍາວຽກງານການເມືອງ - ແນວຄິດ, ວຽກງານພັກພະນັກງານ, ມີທ່ານຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ, ບັນດາ ທ່ານຄະນະກໍາມະການຄົ້ນຄວ້າ, ວິເຄາະ, ວິໄຈ, ຕິດຕາມ, ເກັບກໍາຫາງສຽງ-ສັງຄົມຂັ້ນແຂວງ ແລະ ຜູ້ຕາງໜ້າເຂົ້າຮ່ວມທັງໝົດ 19 ສະຫາຍ, ຍິງ 7 ສະຫາຍ.
ຄະນະຮັບຜິດຊອບກອງປະຊຸມໄດ້ນຳສະເໜີລາຍງານສະພາບແນວຄິດ ຫາງສຽງ - ສັງຄົມ ໃນໄລຍະ 1 ເດືອນຜ່ານມາ ປະກອບມີ 5 ຄຳສະເໜີ, 4 ຫາງສຽງ ແລະ ພ້ອມກັນຕີລາຄາຢ່າງສູງຕໍ່ກັບບັນຫາສັງຄົມຕັ້ງຂື້ນ ພ້ອມນັ້ນ ປະທານກອງປະຊຸມ ຍັງໄດ້ເຈາະຈີ້ມຕໍ່ກອງປະຊຸມເປັນຕົ້ນ ການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ; ການຈັດຕັ້ງປະຕິບັດແນວທາງຂອງພັກ, ການນຳພາ - ຊີ້ນຳ, ການຄຸ້ມຄອງລັດ - ຄຸ້ມຄອງສັງຄົມ ທີ່ສະທ້ອນທາງດ້ານບວກ ແລະ ດ້ານລົບ. ພ້ອມທັງກັນລາຍງານສະພາບແນວຄິດ ຫາງສຽງ - ສັງຄົມ, ການຄົ້ນຄວ້າ, ວິເຄາະ, ວິໄຈ ຊອກຫາສາຍເຫດ ແລະ ວິທີແກ້ໄຂ. ຜູ້ເຂົ້າຮ່ວມກອງປະຊຸມໄດ້ພັດຜ່ຽນກັນຂື້ນລາຍງານຕີລາຄາສະພາບ ແນວຄິດ - ຫາງສຽງສັງຄົມທີ່ເກີດຂື້ນໃນສັງຄົມກໍ່ຄືໃນຂົງເຂດວຽກງານ ຂະແໜງການທີຕົນຮັບຜິດຊອບ. ກອງປະຊຸມໄດ້ຍົກສູງຄວາມຮັບຜິດຊອບໃນ ການຄົ້ນຄວ້າ, ວິເຄາະ, ວິໃຈ ຫາງສຽງທີ່ສັງຄົມຕັ້ງຂື້ນຢ່າງເລີກເຊີ່ງ, ກົງໄປກົງມາ ຖືກກັບໂຈດຂອງຫາງສຽງ ເພື່ອສືບຕໍ່ນຳພາເຮັດວຽກງານການເມືອງ ແນວຄິດ ແລະ ຊີ້ແຈງໃຫ້ສັງຄົມຮັບຊາບຢ່າງກະທັນຫັນ.
ຕອນທ້າຍກອງປະຊຸມຍັງໄດ້ຮັບຟັງການໂອ້ລົມຂອງສະຫາຍ ເພີດ ມາປັນຍາ ຮອງເລຂາພັກແຂວງ, ຜູ້ປະຈຳການ, ຊີ້ນໍາວຽກງານການເມືອງ - ແນວຄິດ, ວຽກງານພັກ - ພະນັກງານ ເຊິ່ງທ່ານໄດ້ ສະແດງຄວາມຍ້ອງຍໍຊົມເຊີຍຕໍ່ບັນດາທ່ານຄະນະກຳມະການຄົ້ນຄວ້າ, ວິເຄາະ, ວິໃຈ ທີ່ໄດ້ເອົາໃຈໃສ່ຕິດຕາມເກັບກຳສະພາບ ຫາງສຽງ - ສັງຄົມ ລາຍງານໃຫ້ຂັ້ນເທີງເປັນປົກກະຕິ ທ່ານຍັງໄດ້ຮຽກຮ້ອງໃຫ້ ຄະນະພັກ, ຄະນະນຳແຕ່ລະຂັ້ນ, ບັນດາຄະນະກຳຄົ້ນຄວ້າ, ວິເຄາະ, ວິໃຈຕິດຕາມເກັບກຳສະພາບແນວຄິດ ຫາງສຽງ - ສັງຄົມ ເປັນເຈົ້າຮັບຜິດຊອບຕໍ່ໜ້າທີ່ ການເມືອງໃຫ້ໜັກ ແໜ້ນຄື: 1) ຄະນະພັກ, ຄະນະນຳແຕ່ລະຂັ້ນຕ້ອງເພີ່ມທະວີໃນການເຮັດວຽກງານ ນຳພາ - ຊີ້ນຳ ເຮັດວຽກງານສືກສາອົບຮົມນຳພາແນວຄິດດ້ວຍການນຳເອົາແນວທາງຂອງ ພັກ - ແຜນນະໂຍບາຍຂອງລັດ ກໍຄືການຈັດຕັ້ງປະຕິບັດ 2 ວາລະແຫ່ງຊາດ ເຜີຍແຜ່ເຊື່ອມຊືມ ໃຫ້ສັງຄົມໄດ້ຮັບຮູ້, ຮັບປະກັນສ້າງ ຄວາມເປັນເອກະພາບທາງດ້ານແນວຄິດ ແລະ ການກະທຳຂອງ ຄະນະພັກແຕ່ລະຂັ້ນ. 2) ຄະນະກຳມະການທຸກສະຫາຍຈົ່ງເຊີດຊູຄວາມຮັບຜິດຊອບເປັນເຈົ້າເຂົ້າຮ່ວມຂະບວນການລວມ, ເປັນເຈົ້າຕີດຕາມ, ກວດກາ ລາຍງານ, ວິເຄາະ, ວິໃຈ ຫາງສຽງສັງຄົມທີ່ສັງຄົມຕັ້ງຂື້ນມາ ໃຫ້ຖືກຕ້ອງຊັດເຈນ. 3) ຄະນະໂຄສະນາອົບຮົມແຂວງ ໃນນາມເປັນໃຈກາງໃນການປະສານງານໃນການຕິດຕາມເກັບກຳສະພາບແນວຄິດ ຫາງສຽງ - ສັງຄົມ ຕ້ອງສືບຕໍ່ນຳເອົາ ເອກະສານມູນເຊື້ອ ແລະ ການສືບຕໍ່ປົກປັກຮັກສາເທດສະບານເມືອງຊຳເໜືອ ໂດຍສົມທົບກັບເມືອງຊຳເໜືອ ລົງໂຄສະນາເຜີຍແຜ່ໃຫ້ສັງຄົມພາຍໃນເທດສະບານຮັບຮູ້ເຂົ້າໃຈຢ່າງເລີກເຊີ່ງ ແລະ ທົ່ວເຖີງ.
ໃນຕອນເຊົ້າວັນທີ 20 ກັນຍາ 2022, ຮາກຖານກໍາມະບານ ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ສໍາເລັດ ກອງປະຊຸມປະເມີນຜົນ ເນື້ອໃນຂໍ້ແຂ່ງຂັນ 5 ເປັນເຈົ້າ ປະຈໍາປີ 2022. ຢູ່ທີ່ຫ້ອງປະຊຸມຊັ້ນ IV ຕືກຫ້ອງວ່າການປົກຄອງແຂວງຫົວພັນ ຫຼັງເກົ່າ, ພາຍໃຕ້ການເປັນປະທານຂອງສະຫາຍ ສຸກເສິມ ຢາງຈາງ ຮອງຫົວໜ້າໂຄສະນາອົບຮົມແຂວງ, ຄະນະກຳມະບານຮາກຖານ ຄະນະໂຄສະນາອົບຮົມແຂວງ, ໃຫ້ກຽດເຂົ້າຮ່ວມໂດຍ ສະຫາຍ ຕົ່ງ ລີເຕັ່ງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍ ສະມາຊິກກໍາມະບານພາຍໃນ ໜ່ວຍເຂົ້າຮ່ວມທັງໝົດ 16 ສະຫາຍ, ຍິງ 7 ສະຫາຍ.
ກອງປະຊຸມໄດ້ຮັບຟັງບົດສະຫຼຸບການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງ 5 ເປັນເຈົ້າ ຂອງກໍາມະບານໃນໄລຍະ 1 ປີ ເຊີ່ງໄດ້ຍົກໃຫ້ເຫັນດ້ານດີ ຜົນງານທີ່ໄດ້ຈັດຕັ້ງປະຕິບັດໃນໄລຍະຜ່ານມາ ແລະ ດ້ານອ່ອນຄົງຄ້າງທີ່ຈະຕ້ອງປັບປຸງແກ້ໄຂໃນຕໍ່ໜ້າ ກອງປະຊຸມຍັງໄດ້ ພ້ອມກັນປະກອບຄໍາ ຄິດຄໍາເຫັນໃສ່ ບົດສະຫຼຸບໃຫ້ຈະແຈ້ງສົມບູນຂື້ນຕື່ມ ແລະ ໄດ້ຕົກລົງເປັນເອກະພາບໃນການຈັດຕັ້ງປະຕິບັດວຽກງານ ຕາມທິດທາງແຜນການ ສູ້ຊົນທີ່ໄດ້ກໍານົດໄວ້ໃນປີ 2023. ຈາກນັ້ນສະມາຊິກກໍາມະບານກໍໄດ້ຜ່ານບົດສໍາຫຼວດຕົນເອງ ແລະ ໄດ້ລົງຄະແນນສຽງປິດລັບ. ເຊີ່ງພາຍໃນ ໜ່ວຍມີສະມາຊິກທັງໝົດ 20 ສະຫາຍ, ຍິງ 8 ສະຫາຍ, ໃນນັ້ນມີໜ້າປະເມີນຕົວຈິງແມ່ນ 16 ສະຫາຍ, ຍິງ 7 ສະຫາຍ, 4 ສະຫາຍບໍ່ໄດ້ເຂົ້າຮ່ວມປະເມີນ. ຜ່ານການປະເມີນຕົວຈິງແມ່ນໄດ້ດີເລີດ 16 ສະຫາຍ, ຍິງ 7 ສະຫາຍ
ໃນໂອກາດດັ່ງກ່າວ ສະຫາຍ ຕົ່ງ ລີເຕັ່ງ ກຳມະການພັກແຂວງ, ເລຂາໜ່ວຍພັກ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ໄດ້ໃຫ້ກຽດໂອ້ລົມຕໍ່ກອງປະຊຸມຄັ້ງນີ້ ເຊິ່ງກ່ອນອື່ນ ສະຫາຍ ໄດ້ຍ້ອງຍໍ ຊົມເຊີຍ ຕໍ່ຜົນງານໃນການຈັດຕັ້ງປະຕິບັດຂະບວນການ 5 ເປັນເຈົ້າໃນໄລຍະ 1 ປີຜ່ານມາ ແລະ ເໜັ້ນໜັກໃຫ້ສືບຕໍ່ ຮັກສາ ມູນເຊື້ອ ຄວາມສາມັກຄີ ອັນດີງາມດັ່ງກ່າວໃນສົກປີຕໍ່ໆ, ພ້ອມນັ້ນ ໃຫ້ສືບຕໍ່ເອົາໃຈໃສ່ສຶກສາອົບຮົມວຽກງານ ການເມືອງ - ແນວຄິດ ໃຫ້ແກ່ຖັນແຖວສະມາຊິກກໍາມະບານ, ເຂົ້າຮ່ວມຂະບວນການ ແລະ ຈັດຕັ້ງປະຕິບັດວຽກງານຕ່າງໆເປັນຕົ້ນວຽກງານວິຊາສະເພາະ, ວຽກງານທີ່ກ່ຽວພັນກັບຂໍ້ແຂ່ງຂັນ 5 ເປັນເຈົ້າຂອງກໍາມະບານຈັດຕັ້ງ ປະຕິບັດໃຫ້ມີຜົນສໍາເລັດ ແລະ ພ້ອມກັນແຂ່ງຂັນກັນ ຈັດຕັ້ງປະຕິບັດຕາມເນື້ອໃນຂໍ້ແຂ່ງ ຂັນ 5 ເປັນເຈົ້າໃຫ້ປະກົດຜົນເປັນຈິງ ເພື່ອພັດທະນາວຽກງານກຳມະບານໃຫ້ດີຂື້ນເລື່ອຍໆ.
ມີ 38 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 73 |
![]() | ມື້ວານນີ້ | 145 |
![]() | ອາທິດນີ້ | 1001 |
![]() | ເດືອນນີ້ | 2118 |
![]() | ທັງໝົດ | 230385 |