ໃນຕອນເຊົ້າຂອງວັນທີ 1 ພະຈິກ 2022 ນີ້ ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ເຂົ້າຮ່ວມກອງປະຊຸມທາງໄກ ( Video Conference ) ສ່ອງແສງການປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຣນີກ (ເວັບໄຊ) ຮ່ວມກັບ ຄະນະໂຄສະນາອົບຮົມສູນກາງພັກ ແລະ ບັນດາຄະນະໂຄສະນາອົບຮົມແຂວງ 18 ແຂວງໃນທົ່ວປະເທດ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ວັນຕຸລາ ຣັກນຸດ, ກຳມະການພັກ, ຫົວໜ້າກົມຂໍ້ມູນຂ່າວສານ. ຄະນະໂຄສະນາອົບຮົມແຂວງຫົວພັນ ໃຫ້ກຽດເຂົ້າຮ່ວມ ແມ່ນ ທ່ານ ຕົ່ງລີ ເຕັ່ງ, ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ວິຊາການຮັບຜິດຊອບວຽກງານໂຄສະນາຜ່ານສື່ເອເລັກໂຕຣນີກ (ເວັບໄຊ) ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມ.
ກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສື່ເອເລັກໂຕຮນິກ(ເວັບໄຊ) ໃນທົ່ວປະເທດ ຄັ້ງນີ້ໄດ້ພ້ອມກັນຮັບຟັງຜົນສໍາເລັດໃນການປະຕິບັດວຽກງານດັ່ງກ່າວ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກທີ່ແຕກຕ່າງກັນ ຂອງແຕ່ລະແຂວງ, ກອງປະຊຸມແມ່ນແນ່ໃສ່ເພື່ອກໍາໄດ້ສະພາບລວມ ແລະ ປັບປຸງເນື້ອໃນ, ສ້າງຄວາມຮັບຮູ້-ເຂົ້າໃຈ ໃຫ້ເລິກເຊີ່ງ ເພື່ອຄວາມເປັນເອກະພາບກັນ, ໃນການຈັດຕັ້ງປະຕິບັດວຽກງານໂຄສະນາຜ່ານສືເອລັກໂຕນິກໃຫ້ໄປຄຽງຄູ່ກັບການຫັນເປັນທັນ ສະໄໝຕາມທິດທາງທີ່ວາງໄວ້. ຫຼັງຈາກນັ້ນ ຄະນະຮັບຜິດຊອບແຕ່ລະແຂວງກໍ່ມີຄຳເຫັນແລກປ່ຽນໃນການຈັດຕັ້ງປະຕິບັດໄລຍະຜ່ານມາ ອັນເປັນບົດຮຽນທີ່ສຳຄັນທີ່ສຸດໃນການລາຍງານຈັດຕັ້ງປະຕິບັດວຽກງານດັ່ງກ່າວເຊີ່ງມີທັງດ້ານດີຜົນງານ, ຂໍ້ສະດວກ, ຂໍ້ຫຍຸ້ງຫຍາກ ແລະ ທິດທາງແຜນການປະຕິບັດບັນດາແຂວງໃນທົ່ວປະເທດ ໃນຕໍ່ໜ້າໃຫ້ດີຂື້ນເທື່ອລະກ້າວ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ວັນຕຸລາ ຣັກນຸດ, ກຳມະການພັກ, ຫົວໜ້າກົມຂໍ້ມູນຂ່າວສານ ຍັງໄດ້ມີຄຳເຫັນຕໍ່ກອງປະຊຸມ ກ່ອນອື່ນທ່ານກໍ່ໄດ້ຍ້ອງຍໍໍຊົມເຊີຍຕໍ່ ຄະນະພັກ, ຄະນະນຳ ຜູ້ຊີ້ນຳວຽກງານໂຄສະນາຜ່ານສື່ນັບແຕ່ຂັ້ນສູນກາງ ແລະ ຂັ້ນແຂວງ ກໍ່ໄດ້ໃຫ້ຄວາມສຳຄັນຕໍ່ວຽກງານໄອທີ ພັດທະນາວຽກງານດັ່ງກ່າວໃຫ້ມີຄວາມເຂັ້ມແຂງ ແລະ ທັນສະໄໝຂື້ນເລື້ອຍໆ. ຈາກນັ້ນທ່ານຍັງໄດ້ ຮຽກຮ້ອງໃຫ້ຄະນະພັກ, ຄະນະນํາ ເພີ່ມທະວີ ແລະ ຍົກສູງຄວາມຮັບຜິດຊອບໃນການນຳພາ - ຊີ້ນຳ ວຽກງານໂຄສະນາຜ່ານສື່ ເອເລັກໂຕຮນິກໃຫ້ມີການເຄື່ອນໄຫວຢ່າງປົກະຕິແລະ ກາຍເປັນເສນາທິການທາງດ້ານຂໍ້ມູນໃຫ້ຄະນະພັກ, ຄະນະນໍາຂອງຕົນໃນການໂຄສະນາແນວທາງ, ນະໂຍບາຍ, ມະຕິຄຳສັ່ງ. ຄະນະທີ່ຖືກແຕ່ງຕັ້ງຮັບຜິດຊອບຄຸ້ມຄອງເວັບໄຊຂອງຄະນະໂຄສະນາອົບຮົມແຂວງ ຕ້ອງເພີ່ມທະວີໃນການຕິດຕາມ ກວດກາ ການອອນລາຍຂອງໜ້າກະດານຂ່າວ, ປະສານສົມທົບ ແລກປ່ຽນບົດຮຽນ ໃນຂອດການຈັດຕັ້ງປະຕິບັດວຽກງານ ກັບ ຄະນະແອັດມິນສູນກາງໃຫ້ເປັນປົກກະຕິວ່ອງໄວ ເພື່ອໃຫ້ສາມາດຈັດຕັ້ງປະຕິບັດວຽກງານຂອງຕົນໃຫ້ມີປະສິດທິພາບສູງຂຶ້ນໄປເລື້ອຍໆໃນຕໍ່ໜ້າ.
ໃນວັນທີ 26-28 ຕຸລາ 2022 ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວເຮັດວຽກ 3 ເມືອງຂອງແຂວງຫົວພັນຄື: ເມືອງຫົວເມືອງ, ເມືອງຊ່ອນ ແລະ ເມືອງຮ້ຽມ ນໍາພາໂດຍ ທ່ານ ອົ້ມ ອິນທະລາ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍ ທີມງານຂອງ ຄະນະໂຄສະນາອົບຮົມແຂວງ ໃຫ້ກຽດຕ້ອນຮັບໂດຍ ສະຫາຍຮອງເລຂາຄະນະພັກເມືອງ, ຜູ້ຊີ້ນໍາວຽກງານແນວຄິດທິດສະດີຂັ້ນເມືອງ ມີ ຫົວໜ້າໂຄສະນາອົບຮົມເມືອງ ແລະ ພະນັກງານ, ວິຊາການຂອງ ຄະນະໂຄສະນາອົບຮົມເມືອງ 3 ເມືອງ ເຂົ້າຮ່ວມຕ້ອນຮັບ.
ພິທີໄດ້ຈັດຂຶ້ນໃນຕອນເຊົ້າວັນທີ 28 ຕຸລາ 2022 ນີ້ ຢູ່ຫ້ອງປະຊຸມນ້ອຍຊັ້ນ 4 ຕືກຫ້ອງວ່າການແຂວງຫຼັງເກົ່າ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ບັນລະຍາຍເອກະສານ ຂອງ ສະຫາຍ ຕົ່ງລີ ເຕັ່ງ, ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ. ໃນພິທີດັ່ງກ່າວນີ້ມີມະຫາຊົນຜູ້ທີ່ກ້າວໜ້າ ມາຈາກບັນດາຮາກຖານພັກ, ໜ່ວຍພັກ ອ້ອມຂ້າງແຂວງ ມີມະຫາຊົນກ້າວໜ້າເຂົ້າຮຽນທັງໝົດ 7 ສະຫາຍ, ຍິງ 2 ສະຫາຍ
ໃນວັນທີ 19-21 ຕຸລາ 2022 ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວເຮັດວຽກ 3 ເມືອງຂອງແຂວງຫົວພັນຄື: ເມືອງວຽງໄຊ, ເມືອງຊຳໃຕ້ ແລະ ເມືອງກວັນ ນໍາພາໂດຍ ທ່ານ ຕົງລີ ເຕັ່ງ, ກຳມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍ ທີມງານຂອງ ຄະນະໂຄສະນາອົບຮົມແຂວງ ໃຫ້ກຽດຕ້ອນຮັບໂດຍ ສະຫາຍຮອງເລຂາຄະນະພັກເມືອງ, ຜູ້ຊີ້ນໍາວຽກງານແນວຄິດທິດສະດີຂັ້ນເມືອງ ມີ ຫົວໜ້າໂຄສະນາອົບຮົມເມືອງ ແລະ ພະນັກງານ, ວິຊາການຂອງ ຄະນະໂຄສະນາອົບຮົມເມືອງ 3 ເມືອງ ເຂົ້າຮ່ວມຕ້ອນຮັບ.
ມື້ວັນທີ 10-13 ຕຸລາ 2021 ທີ່ຜ່ານມານີ້ ຄະນະໂຄສະນາອົບຮົມແຂວງ ໄດ້ລົງເຄື່ອນໄຫວເຮັດວຽກ 3 ເມືອງຂອງແຂວງຫົວພັນຄື: ເມືອງຊຽງຄໍ້, ເມືອງສົບເບົາ ແລະ ເມືອງແອດ ນໍາພາໂດຍ ສະຫາຍ ນາງ ຄອນສີ ອິນທະວີ, ຮອງເລຂາໜ່ວຍພັກ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍ ທີມງານຂອງ ຄະນະໂຄສະນາອົບຮົມແຂວງ ໃຫ້ກຽດຕ້ອນຮັບໂດຍ ສະຫາຍຮອງເລຂາຄະນະພັກເມືອງ, ຜູ້ຊີ້ນໍາວຽກງານແນວຄິດທິດສະດີຂັ້ນເມືອງ ມີ ຫົວໜ້າໂຄສະນາອົບຮົມເມືອງ ແລະ ພະນັກງານ, ວິຊາການຂອງ ຄະນະໂຄສະນາອົບຮົມເມືອງ 3 ເມືອງ ເຂົ້າຮ່ວມຕ້ອນຮັບ.
ມີ 14 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 70 |
![]() | ມື້ວານນີ້ | 145 |
![]() | ອາທິດນີ້ | 998 |
![]() | ເດືອນນີ້ | 2115 |
![]() | ທັງໝົດ | 230382 |