ໃນຕອນເຊົ້າວັນທີ 09 ທັນວາ 2022 ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ຈັດພິທີປາຖະກະຖາວັນສຳຄັນຂອງຊາດ-ຂອງພັກຄື: ວັນສະຖາປານາ ສປປ ລາວ ຄົບຮອບ 47 ປີ (02/12/1975 - 02/12/2022), ວັນເກີດປະທານ ໄກສອນ ພົມວິຫານ ຄົບຮອບ 102 ປີ (13/12/1920 - 13/12/2022) ແລະ ເຊື່ອມຊືມ ມະຕິ 5 ສະໄໝທີ 11 ຂອງ ຄະນະບໍລິຫານງານສູນກາງພັກ. ເຊີ່ງຈັດຢູ່ທີຫ້ອງປະຊຸມນ້ອຍຂອງ ຄະນະໂຄສະນາອົບຮົມແຂວງ ພາຍໃຕ້ການເປັນປະທານ ແລະ ປາຖະກະຖາ ຂອງ ສະຫາຍ ຕົງລີ ເຕັ່ງ, ກຳມະການພັກແຂວງ, ຫົວໜ້າໂຄສະນາອົບຮົມແຂວງ ແລະ ມີສະມາຊີກພັກ - ພະນັກງານ ພາຍໃນຄະນະໂຄສະນາອົບຮົມແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ພິທີດັ່ງກ່າວໄດ້ເລົ່າຄືນມູນເຊື້ອທີ່ມີຄວາມໜາຍສຳຄັນ ແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ລວມເຖິງຊີວິດ, ການເຄື່ອນໄຫວປະຕິວັດ, ຜົນງານ, ຄຸນງາມຄວາມດີ ແລະ ການເສີມຂະຫຍາຍ, ສືບທອດມໍລະດົກອັນລໍ້າຄ່າຂອງ ປະທານ ໄກສອນ ພົມວິຫານ ເພື່ອທົບທວນຫວນຄືນມູນເຊື້ອ ແລະ ໄຊຊະນະປະຫວັດສາດຂອງພາລະກິດແຫ່ງການຕໍ່ສູ້ປົດປ່ອຍຊາດໃນເມື່ອກ່ອນ ແລະ ຜົນສຳເລັດໃນພາລະກິດປົກປັກຮັກສາ ແລະ ພັດທະນາປະເທດຊາດ ພາຍໃຕ້ການຊີ້ນຳ - ນຳພາ ຂອງພັກ - ລັດເຮົາ, ຖືເອົາໂອກາດນີ້ ເປັນການເພີ່ມທະວີການສຶກສາອົບຮົມພະນັກງານ, ສະມາຊິກພັກ, ນັກຮົບ, ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ ກ່ຽວກັບນໍ້າໃຈຮັກຊາດ, ມູນເຊື້ອສາມັກຄີປອງດອງຂອງປະຊາຊົນບັນດາເຜົ່າ ແລະ ຊັ້ນຄົນ, ນໍ້າໃຈຕໍ່ສູ້ອັນອົງອາດກ້າຫານຂອງກອງທັບ ແລະ ປະຊາຊົນເຮົາ; ເພື່ອສືບຕໍ່ບຸກທະລຸທາງດ້ານແນວຄິດ ຈິນຕະນາການ, ສ້າງໃຫ້ມີການຫັນປ່ຽນຢ່າງແຂງແຮງ, ເລິກເຊິ່ງ ແລະ ຮອບດ້ານ, ສ້າງຄວາມຮັບຮູ້ແນວຄິດ ແລະ ການກະທຳ, ສົ່ງເສີມດ້ານດີ, ແກ້ໄຂບັນດາຂໍ້ຄົງຄ້າງ ແລະ ສິ່ງທ້າທາຍ ຕ່າງໆທີ່ເກີດຂຶ້ນ, ສ້າງຄວາມເຊື່ອຫມັ້ນຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນບັນດາເຜົ່າຕໍ່ການນຳພາຂອງພັກ ການຄຸ້ມຄອງຂອງລັດ, ເພີ່ມທະວີຄວາມຮັບຜິດຊອບປະກອບສ່ວນເຂົ້າໃນພາລະກິດປົກປັກຮັກສາແລະ ພັດທະນາປະເທດຊາດ ເພື່ອນໍາເອົາປະເທດຊາດກ້າວຂຶ້ນສູ່ຄວາມວັດທະນະຖາວອນ
ຕອນທ້າຍຍັງໄດ້ເຊື່ອມຊືມ ມະຕິ 5 ສະໄໝທີ່ 11 ຂອງຄະນະບໍລິຫານງານສູນກາງພັກ ເພື່ອນຳເອົາເນື້ອໃນມະຕິກອງປະຊຸມເຊື່ອມຊືມໃຫ້ ສະມາຊິກພັກ - ພະນັກງານ ນຳພາຈັ້ດຕັ້ງປະຕິບັດເຂົ້າຢູ່ວຽກງານຕົວຈິງ, ມີການແບ່ງຄວາມຮັບຜິດຊອບຍ່າງຈະແຈ້ງ ເພື່ອພ້ອມກັນແຂ່ງຂັນສົ່ງເສີມດ້ານດີຕັ້ງໜ້າ ແລະ ສູ້ຊົນແກ້ໄຂ້ໃຫ້ໝົດໄປເທື່ອລະກ້າວ.
ຕອນເຊົ້າວັນທີ 7 ທັນວາ 2022 ນີ້, ແຂວງຫົວພັນໄດ້ຈັດພິທີເປີດຫຼຽນຈຳລອງຫົວພັນວິລະຊົນຂື້ນຢ່າງເປັນທາງການ ຢູ່ສວນສາທາລະນະຫົວພັນ - ແທັງຮວ່າ ຕິດກັບໜ່ວຍແກ້ວຫຼັກເມືອງ ເທດສະບານ ເມືອງຊຳເໜືອ ພາຍໃຕ້ການເປັນປະທານ ແລະ ກ່າວເປີດງານຂອງທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ. ເປັນກຽດເຂົ້າຮ່ວມຂອງທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ, ມີບັນດາທ່ານການນຳຂັ້ນສູນກາງ, ການນຳແຂວງ, ການນຳ 10 ເມືອງ, ພະນັກງານອາວຸດໂສບຳນານປະຕິວັດ, ພະນັກງານລັດຖະກອນ, ກຳລັງປ້ອງກັນຊາດ - ປ້ອງຄວາມສະຫງົບ ຕະຫຼອດຮອດອຳນາດການປົກຄອງທ້ອງຖິ່ນ ແລະ ຜູ້ຕາງໜ້າປະຊາຊົນບັນດາເຜົ່າອ້ອມຂ້າງເທດສະບານແຂວງເຂົ້າຮ່ວມຢ່າງພ້ອມພຽງ.
ໂອກາດນີ້, ທ່ານ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ, ເລຂາພັກແຂວງ, ເຈົ້າແຂວງຫົວພັນ ໄດ້ມີຄຳເຫັນເປີດນຳໃຊ້ຫຼຽນຈຳລອງຫົວພັນວິລະຊົນຢ່າງເປັນທາງການ. ໂດຍທ່ານໄດ້ໃຫ້ຮູ້ເຖິງຄວາມໝາຍຄວາມສຳຄັນຂອງຫຼຽນຈຳລອງດັ່ງກ່າວວ່າ: ເພື່ອເປັນການຈາລຶກບຸນຄຸນ, ຄຸນງາມ ຄວາມດີຂອງບັນດາບັນພະບຸລຸດວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແຫ່ງຊາດ ພະນັກງານອາວຸໂສປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າ ແຂວງຫົວພັນທີ່ໄດ້ອຸທິດຊີວິດ, ເລືອດເນື້ອກໍ່ຄືລູກຫຼານອັນແສນຮັກຂອງຕົນ ເຂົ້າໃນການຕໍ່ສູ້ຕ້ານການກົດຂີ່ຂູດຮີດແລະຂອງພວກຈັກກະພັດຕ່າງດ້າວທັງແບບເກົ່າ ແລະ ໃໝ່ເພື່ອກອບກູ້ເອົາສິດເປັນເຈົ້າປະເທດຊາດ ຜືນແຜນດິນອັນຄົບຖ້ວມຄືນມາໄດ້ຢ່າງສົມບູນໃນແຕ່ລະໄລຍະໄວ້ໃຫ້ສະມາຊິກພັກ, ພະນັກງານ, ນັກຮຽນຮູ້, ນັກສຶກສາ ແລະ ປະຊາຊົນບັນດາເຜົ່າຊາວ ແຂວງຫົວພັນ ຜູ້ເກີດໃໝ່ໃຫຍ່ລຸນໄດ້ສຶກສາຮ່ຳຮຽນເອົາມູນເຊື້ອ ທີ່ບັນດາບັນພະບູລຸດວິລະຊົນແຫ່ງຊາດ, ນັກຮົບແຂ່ງຂັນແຫ່ງຊາດ, ພະນັກງານອາວຸໂສປະຕິວັດ ແລະ ປະຊາຊົນລາວບັນດາເຜົ່າ ແຂວງຫົວພັນ ໄດ້ສ້າງໄວ້ນັ້ນ ປະກອບເຂົ້າໃນການຝຶກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນ ພະນັກງານທີ່ສືບຖອດທີ່ດີເດັ່ນ ສາມາດແບກຫາບພາລະກິດປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ ຕາມແນວທາງປ່ຽນແປງໃໝ່ຢ່າງຮອບດ້ານ ທີ່ມີຫຼັກການຂອງພັກ ນໍາພາປະເທດຊາດກ້າວຂຶ້ນສູ່ຈຸດໝາຍສັງຄົມນິຍົມທີ່ພັກໄດ້ກຳນົດໄວ້.
ຕອນທ້າຍພິທີ ທ່ານ ພັນຄຳ ວິພາວັນ ກຳມະການກົມການເມືອງສູນກາງພັກ, ນາຍົກລັດຖະມົນຕີແຫ່ງ ສປປ ລາວ ໄດ້ໃຫ້ກຽດຂື້ນຕັດແຖບຜ້າ ແລະ ລັ່ນຄ້ອງເກົ້າບາດເພື່ອເປັນສີຣິມຸງຄຸນ ເປີດນຳໃຊ້ຫຼຽນຈຳລອງຫົວພັນວິລະຊົນ ຢ່າງເປັນທາງການ.
ໃນວັນທີ 15-16 ພະຈິກ ປີ 2022 ນີ້ ເມືອງຊຳເໜືອ ໄດ້ປະສານສົມທົບກັບຄະນະໂຄສະນາອົບຮົມແຂວງ, ອົງການບໍລິຫານ ແລະ ພັດທະນາຕົວເມືອງ, ແນວລາວສ້າງຊາດເມືອງ ຈັດພິທີ ເຊື່ອມຊືມເອກະສານທີສຳຄັນໃຫ້ ຄະນະພັກ, ອຳນາດການປົກຄອງ ແລະ ປະຊາຊົນໃນ12ໝູ່ບ້ານ ຂອງເມືອງຊຳເໜືອ ຂື້ນທີ່ສະໂມສອນຂອງເມືອງຊຳເໜືອ, ບ້ານມີສຸກ, ບ້ານພັນໄຊ ແລະ ບ້ານນາໜອງບົວ ໂດຍແບ່ງອອກເປັນ 4 ຈຸດ, ຈຸດ ລະ 3 ບ້ານ, ມີຜູ້ເຂົ້າຮ່ວມທັງໝົດ 423 ທ່ານ, ຍິງ 191 ທ່ານ.
ໃນຕອນເຊົ້າວັນທີ 10 ພະຈິກ 2022, ປະທານສະຫະພັນກຳມະບານແຂວງ ພ້ອມດ້ວຍຄະນະໄດ້ລົງເຄື່ອນໄຫວ ຢ້ຽມຢາມ ແລະ ເຮັດວຽກຢູ່ກຸ່ມການເມືອງ ເຊີ່ງມີ ກຳມະບານຮາກຖານຄະນະຈັດຕັ້ງແຂວງ, ກຳມະບານຮາກຖານຄະນະໂຄສະນາອົບຮົມແຂວງ, ກຳມະບານຮາກຖານຄະນະກວດກາ ພັກ-ລັດ ແຂວງ ກຳມະບານຮາກຖານພະແນກພາຍໃນແຂວງເຊີ່ງກອງປະຊຸມດັ່ງກ່າວໄດ້ຈັດຂື້ນຢູ່ທີ່ ຫ້ອງປະຊຸມຊັ້ນ V ຕືກຫ້ອງວ່າການປົກຄອງແຂວງຫົວພັນ ຫຼັງເກົ່າ, ພາຍໃຕ້ການເປັນປະທານຂອງ ທ່ານ ນາງ ພອງທຳ ທຳມະທອງ, ປະທານສະຫະພັນກຳມະບານແຂວງ ແລະ ທ່ານ ຄຳພວງ ອຳຄາທອງຄຳ, ຮອງຫົວໜ້າຄະນະຈັດຕັ້ງແຂວງ, ພ້ອມດ້ວຍສະມາຊິກ ກຳມະບານຮາກຖານທັງ 4 ຮາກຖານເຂົ້າຮ່ວມທັງໝົດ 72 ທ່ານ, ຍິງ 33 ທ່ານ.
ວັນທີ 2-3 ພະຈິກ 2022 ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ສໍາເລັດກອງປະຊຸມປະເມີນຜົນການຈັດຕັ້ງປະຕິບັດວຽກງານພະນັກງານ - ລັດຖະກອນ ແລະ ປະເມີນໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ປະຈໍາປີ 2022. ກອງປະຊຸມໄດ້ດໍາເນີນມາເປັນເວລາ 2 ວັນ ຢູ່ທີ່ຫ້ອງປະຊຸມຊັ້ນ IV ຕືກຫ້ອງວ່າການປົກຄອງ ແຂວງຫົວພັນ ຫຼັງເກົ່າ, ພາຍໃຕ້ການເປັນປະທານຂອງ ສະຫາຍ ຕົ່ງລີ ເຕັ່ງ ກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ. ມີບັນດາທ່ານຕາງໜ້າມາຈາກພະແນກພາຍໃນແຂວງ, ຄະນະກວດກາພັກ-ລັດ, ຄະນະຈັດຕັ້ງແຂວງ ພ້ອມດ້ວຍພະນັກງານ - ລັດຖະກອນ, ສະມາຊິກພັກ ເຂົ້າຮ່ວມທັງໝົດ 18 ສະຫາຍ, ຍິງ 8 ສະຫາຍ.
ມີ 27 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 61 |
![]() | ມື້ວານນີ້ | 145 |
![]() | ອາທິດນີ້ | 989 |
![]() | ເດືອນນີ້ | 2106 |
![]() | ທັງໝົດ | 230373 |