• 27. ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາ
  • 28. ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບ
  • 1. ເມືອງຊຽງຄໍ້ຈັດພິທີ ປາຖະກະຖາ ວັນສ້
  • ເມືອງຊຽງຄໍ້ ແຂວງຫົວພັນ ເຊື່ອມຊຶມມະ
  • ພິທີເປີດຮຽນ ເອກະສານ ອົບຮົມມະຫາຊົນຜ
  • ເມືອງກວັນ ແຂວງຫົວພັນ ຈັດພິທີເຊື່ອມ
27. ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາມຊຸກຍູ້ວຽກງານຮອບດ້ານ ປະຈຳປີ 2023 ຢູ່ 8 ເມືອງຂອງແຂວງຫົວພັນ

27. ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາມຊຸກຍູ້ວຽກງານຮອບດ້ານ ປະຈຳປີ 2023 ຢູ່ 8 ເມືອງຂອງແຂວງຫົວພັນ

ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາມຊຸກຍູ້ວຽກງານຮອບດ້ານຢູ່ 8 ເມືອງຂອງແຂວງຫົວພັນ     ...
28. ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ

28. ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ

ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ ...
 

1. ເມືອງຊຽງຄໍ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ

ເມືອງຊຽງຄໍ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ      ຕອນເຊົ...
 

ເມືອງຊຽງຄໍ້ ແຂວງຫົວພັນ ເຊື່ອມຊຶມມະຕິຂອງສູນກາງພັກ, ມະຕິຂອງແຂວງ ແລະ ມະຕິຂອງເມືອງ

ເມືອງຊຽງຄໍ້ ແຂວງຫົວພັນ ເຊື່ອມຊຶມມະຕິຂອງສູນກາງພັກ, ມະຕິຂອງແຂວງ ແລະ ມະຕິຂອງເມືອງ    ...
 

ພິທີເປີດຮຽນ ເອກະສານ ອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຈໍາປີ 2023.

ພິທີເປີດຮຽນ ເອກະສານ ອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຈໍາປີ 2023.   &nbs...
 

ເມືອງກວັນ ແຂວງຫົວພັນ ຈັດພິທີເຊື່ອມຊືມເອກະສານສຳຄັນຂອງພັກ

ເມືອງກວັນ ແຂວງຫົວພັນຈັດພິທີເຊື່ອມຊືມເອກະສານສຳຄັນຂອງພັກ      ຕອນເຊົ້າວັນທີ 26...
Previous
Next

ຂ່າວໃໝ່

ເມືອງຮ້ຽມ ແຂວງຫົວພັນ ຈັດພິທີ ປາຖະກະຖາ ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ ແລະ ວັນສ້າງພັກກອມມູນິດຫວຽດນາມ ຄົບຮອບ 93 ປີ.

ເມືອງຮ້ຽ ແຂວງຫົວພັນ ຈັດພິທີ ປາຖະກະຖາ ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ ແລະ ວັນສ້າງພັກກອມມູນິດຫວຽດນາມ ຄົບຮອບ 93 ປີ.

        ວັນ​ທີ 01 ກຸມພາ 2023 ທີ່ຜ່ານມານີ້ ເມືອງ​ຮ້ຽມ ແຂວງ​ຫົວ​ພັນ​ໄດ້​ຈັດ​ພິ​ທີ​ປາ​ຖະ​ກະ​ຖາ 02 ວັນປະຫວັດສາດສໍາຄັນຂອງພັກ, ຂອງຊາດ ແລະ ສາກົນ ຄືຶ: ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ ແລະ ວັນສ້າງພັກກອມມູນິດຫວຽດນາມ ຄົບຮອບ 93 ປີ ຂື້ນ​ຢູ່​ທີ່​ສະ​ໂມ​ສອນ​ຂອງ​ເມືອງ ເປັນ​ກຽດ​ເຂົ້າ​ຮ່ວມ​ພິ​ທີ​ຂອງ​ ທ່ານ ໄຫວທອງ ບຸນມະນີວັນ ຮອງເລຂາພັກເມືອງ ຜູ້ປະຈໍາການ ຊີ້ນໍາວຽກງານ ແນວຄິດ - ທິດສະດີຂັ້ນເມືອງ, ມີບັນດາ ທ່ານຄະນະປະຈຳພັກເມືອງ, ກຳມະການພັກເມືອງ, ສະພາປະຊາຊົນແຂວງປະຈໍາເມືອງຮ້ຽມ, ແລະ ສະມາຊິກກໍາມະບານອ້ອມຂ້າງເທດສະບາງເມືອງຮ້ຽມ ເຂົ້າຮ່ວມ ລວມທັງໝົດ 131 ຄົນ, ຍິງ 72 ຄົນ.

     ພິ​ທີ​ດັ່ງ​ກ່າວ​​ທ່ານ ສອນເພັງ ຄໍາມະວັນ ຄະນະປະຈໍາພັກເມືອງ ປະທານແນວລາວສ້າງຊາດເມືອງຮ້ຽມ ຜູ້ຊີ້ນໍາຂົງເຂດອົງການຈັດຕັ້ງມະຫາຊົນ ໄດ້ໃຫ້ກຽດເລົ່າມູນເຊື້ອປະຫວັດຄວາມເປັນມາ   ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ ເຊິ່ງໄດ້ຍົກໃຫ້ເຫັນມູນການກໍາເນີດ ແລະ ເຕີບໃຫຍ່ຂະຫຍາຍຕົວຂອງກໍາມະບານລາວແຕ່ເຊີ່ງຈຸດພິເສດສະເພາະຊາວລາວເເມ່ນເຄີຍມີມູນເຊື້ອ ດຸໝັ່ນຂະຫຍັ່ນພຽນໃນການອອກແຮງງານ, ມູນເຊື້ອສາມັກຄີປອງດອງ, ຮັກເຊື້ອແພງຊາດ, ມູນເຊື້ອວັດທະນະທໍາທີ່ເປັນເອກະລັກອັນດີງາມ ແລະ ອັນທີ່ພົ້ນເດັ່ນກວ່າໝູ່ແມ່ນ ມູນເຊື້ອແຫ່ງການຕໍ່ສູ້ບໍ່ຍອມຈໍານົນຕ້ານການຮຸກຮານຂອງສັດຕູຢ່າງເດັດດ່ຽວໜ່ຽວແໜ້ນ ຂອງບັນດາບັນພະບູລຸດລາວ ແລະ ຊົນຊັ້ນກໍາມະກອນຊາວຜູ້ອອກແຮງງານລາວບັນດາເຜົ່າ ໃນການປົກປົກຮັກສາ ແລະ ພັດທະນາປະເທດຊາດ ເພື່ອຄວມຢູ່ເຢັນເປັນສຸກຂອງປະຊາຊົນລາວໃນແຕ່ລະຍຸກ, ແຕ່ລະສະໄໝ ສືບທອດກັນມາເຖິງປັດຈຸບັນ.

   ຈາກນັ້ນ ຍັງໄດ້ຮັບຟັງການເລົ່າມູນເຊື້ອປະຫວັດຄວາມເປັນມາ ວັນສາດຕັ້ງພັກກອມມູນິດຫວຽດນາມຄົບຮອບ 93 ປີ ເຊິ່ງໄດ້ກໍາເນີດເກີດຂື້ນໃນຕົ້ນສະຕະວັດທີ 20 ບັນດາປະເທດຈັກກະພັດໄດ້ດໍາເນີນການຮຸກຮານ, ຍຶດຄອງເອົາປະເທດຫວຽດນາມເປັນຫົວເມືອງຂື້ນໃນປີ 1884 ປະຊາຊົນຊາວຫວຽດນາມໄດ້ເສຍສິດເປັນເຈົ້າ, ບໍ່ມີສິດເສລີພາບ, ຖືກກົດຂີຂູດຮີດຢ່າງໜັກໜ່ວງ ແລະ ປາເຖືອນ ໂດຍນໍາໃຈຮັກຊາດ ແລະ ຄຽດແຄ້ນຕໍ່ພວກລາເມືອງຂື້ນຜູ້ຮຸກຮານ ປະຊາຊົນຊາດຫວຽດນາມໄດ້ຈັດອາວຸດລຸກຂື້ນຕໍ່ສູ້ບໍ່ຍອມຈໍານົນຈົນສາມາດໄດ້ຮັບໄຊຊະນະຢ່າງສົມບູນ ໂດຍພາຍໃຕ້ການ ຊີ້ນໍາ ຂອງປະທານ ໂຮຈີມິນ. ພ້ອມກັນນັ້ນຍັງໄດ້ຢົກໃຫ້ເຫັນຄວາມສາມັກຄີຮ່ວມມືແບບພິດເສດ ລະຫວ່າງລາວກັບ ຫວຽດນາມ ໃນຫຼາຍໆດ້ານ, ເຄີຍຕໍ່ສູ້ ຄຽງບ່າ, ຄຽງໄຫຼ່, ຮ່ວມທຸກ ແລະ ສຸກ ດ້ວຍກັນມາເພື່ອຄວາມຢູ່ເຢັນເປັນສຸກຂອງປະຊາຊົນຫວຽດນາມ-ລາວ. ພ້ອມກັນປົກປ້ອງພື້ນແຜ່ນດິນອັນຄົບຖ້ວນຂອງສອງຊາດ ຫວຽດນາມ-ລາວ ໄວ້ໄດ້ຢ່າງໝັ້ນຄົງ.

     ໂອກາດທີ່ສໍາຄັນດັ່ງກ່າວຍັງໄດ້ມອບໃບຍ້ອງຍໍໃຫ້ສະມາຊິກກໍາມະບານເປັນຜູ້ທີມີ່ພົນງານດີເດັ່ນໃນການຈັດຕັ້ງປະຕິບັດເນື້ອໃນຂໍ້ແຂ່ງຂັນຂອງກໍາມະບານຕື່ມອີກ.

       ການຈັດພິທີປາຖະກະຖາສອງວັນປະຫວັດສໍາຄັນໃນຄັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານ - ລັດຖະກອນ, ທະຫານ - ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນມູນເຊື້ອວັນສໍາຄັນດັ່ງກ່າວ, ນໍາໄປຈັດຕັ້ງປະຕິບັດ ແລະ ເປັນບົດຮຽນເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ມີການພັດທະນາຂື້ນເລື້ອຍໆ.

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 26  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

254890
ມື້ນີ້ມື້ນີ້47
ມື້ວານນີ້ມື້ວານນີ້200
ອາທິດນີ້ອາທິດນີ້380
ເດືອນນີ້ເດືອນນີ້689
ທັງໝົດທັງໝົດ254890

 

?>