ວັນທີ 20 ມັງກອນ 2023 ນີ້ ເມືອງຮ້ຽມແຂວງຫົວພັນໄດ້ຈັດພິທີປາຖະກະຖາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີຂື້ນຢູ່ທີ່ສະໂມສອນຂອງເມືອງ ເປັນກຽດເຂົ້າຮ່ວມພິທີຂອງທ່ານ ປະລິນຍາເອກບຸນວິໄຊ ກງປະລີ ກຳມະການພັກແຂວງເລຂາພັກເມືອງ ເຈົ້າເມືອງ ເມືອງຮ້ຽມ, ມີບັນດາທ່ານ ຄະນະປະຈຳ, ກຳມະການພັກເມືອງ, ຫົວໜ້າຮອງຫົວໜ້າກົມກອງ, ຫ້ອງການ, ພະນັກງານ-ລັດຖະກອນ, ທະຫານ-ຕຳຫຼວດ ເຂົ້າຮ່ວມ.
ໃນພິທີດັ່ງກ່າວທ່ານ ປະລິນຍາເອກ ບຸນວິໄຊ ກົງປະລີ ກຳມະການພັກແຂວງ ເລຂາພັກເມືອງ ເຈົ້າເມືອງເມືອງຮ້ຽມ ໄດ້ໃຫ້ກຽດເລົ່າມູນເຊື້ອປະຫວັດຄວາມເປັນມາ ວັນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ. ເຊິ່ງໄດ້ຍົກໃຫ້ເຫັນມູນເຊື້ອອັນພິລະອາດ, ຄວາມກະຕັນຍູ ແລະ ຮູ້ບຸນຢ່າງລົນເຫຼືອ, ນໍ້າໃຈຕໍ່ສູ້ຢ່າງພິລະອາດຫານບໍຍອມຈໍານົນ ຂອງບັນພະບູລຸດຂອງລາວ ກໍຄືນັກຮົບປະຕິວັດ ທີ່ໄດ້ເສຍສະຫຼະເລືອດເນື້ອໃນພາລະກິດປະຕິວັດຢ່າງອົງອາດກ້າຫານ, ພາຍໃຕ້ການຊີ້ນໍາ - ນໍາພາຂອງພັກປະຊາຊົນປະຕິວັດລາວ ຈົນສາມາດຍາດໄດ້ໄຊຊະນະອັນໃຫຍ່ຫຼວງ ແລະ ປະກາດເອກະລາດ ສາຖາປະນາເປັນ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຂື້ນຢ່າງສະຫງ່າຜ່າເຜີຍໃນວັນທີ 2 ທັນວາ 1975 ເຊິ່ງໄດ້ນໍາເອົາຄວາມຢູ່ເຢັນເປັນສຸກ, ຄວາມຮຸ່ງເຮືອງສີວິໄລມາໃຫ້ພໍ່ແມ່ປະຊາຊົນລາວທັງຊາດເປັນກ້າວໆ.
ການຈັດພິທີປາຖະກະຖາໃນຄັ້ງນີ້ ກໍເພື່ອເຮັດໃຫ້ພະນັກງານ - ລັດຖະກອນ, ທະຫານ - ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າ ໄດ້ຮັບຮູ້, ເຂົ້າໃຈ ແລະ ກໍາແໜ້ນມູນເຊື້ອວັນສໍາຄັນດັ່ງກ່າວ, ນໍາໄປຈັດຕັ້ງປະຕິບັດ ແລະ ເປັນບົດຮຽນ ຈົ່ງພ້ອມກັນສືບຕໍ່ຜັນຂະຫຍາຍມູນເຊື້ອອັນດີງາມດັ່ງກ່າວ ເຂົ້າໃນການຈັດຕັ້ງປະຕິບັດໜ້າທີ່ວຽກງານໃຫ້ປະກົດຜົນເປັນຈິງ.
ມີ 15 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 70 |
![]() | ມື້ວານນີ້ | 145 |
![]() | ອາທິດນີ້ | 998 |
![]() | ເດືອນນີ້ | 2115 |
![]() | ທັງໝົດ | 230382 |