ເອກະສານ ໂຄສະນາ-ປາຖະກະຖາ
“ສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມໃຫ້ຫມັ້ນຄົງຂະຫນົງແກ່ນຕະຫຼອດໄປ...”
ປີ 2022 ແມ່ນປີສາມັກຄີມິດຕະພາບລາວ-ຫວຽດນາມ: ວັນເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມື ຄົບຮອບ 45 ປີ (18/07/1977-18/07/2022) ແລະ ວັນສ້າງຕັ້ງສາຍພົວພັນການທູດ ລາວຫວຽດນາມ ຄົບຮອບ 60 ປີ (05/09/1962-05/09/2022) ເພື່ອເປັນການຈາລຶກຄຸນງາມຄວາມດີຂອງພັກ-ລັດ ແລະ ປະຊາ ຊົນຫວຽດນາມອ້າຍນ້ອງ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນໃຫຍ່ຫຼວງ ແລະ ລໍ້າຄ່າໃນໄລຍະການຕໍ່ສູ້ ປົດປ່ອຍຊາດ ກໍຄື ພາລະກິດແຫ່ງການປົກປັກຮັກສາ ແລະ ສ້າງສາພັດທະນາປະເທດ ສປປ ລາວ, ທັງເປັນການປະກອບສ່ວນຂອງປະຊາຊົນລາວບັນດາເຜົ່າ ເຂົ້າໃນການທ້ອນໂຮມປະເທດຫວຽດນາມ ໃຫ້ເປັນອັນໜຶ່ງອັນດຽວໃນເມື່ອກ່ອນ ແລະ ການປົກປັກຮັກສາ, ສ້າງສາພັດທະນາປະເທດ ສສ ຫວຽດນາມ ໃນປັດຈຸບັນ.
I. ຄວາມໝາຍສໍາຄັນຂອງສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ - ຫວຽດນາມ.
ເມື່ອທົບທວນຄືນປະຫວັດສາດຂອງສອງຊາດ ລາວ-ຫວຽດນາມ, ນັບແຕ່ສ້າງຕັ້ງພັກກອມມູນິດອິນດູຈີນ ໃນປີ 1930 ໂດຍແມ່ນປະທານ ໂຮ່ຈິມິນ ເປັນຜູ້ກໍ່ຕັ້ງຂຶ້ນ, ຄວາມເປັນພີ່ນ້ອງລະຫວ່າງສອງຊາດ ມີ ຄວາມເລິກເຊິ່ງຂຶ້ນ, ໃນໄລຍະກວ່າເຄິ່ງສະຕະວັດທີ່ຜ່ານມາ ສອງຊາດລາວ-ຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ ກັນຕໍ່ສູ້ຢ່າງພິລະອາດຫານ, ຜ່ານຜ່າທຸກອຸປະສັກທຸລະກັນດານ ທີ່ເຕັມໄປດ້ວຍຄວາມເສຍສະຫຼະ ແລະ ດ້ວຍຄໍາສອນອະມະຕະຂອງປະ ທານ ໂຮ່ຈິມິນ ວ່າ “ການຊ່ວຍເຫຼືອເພື່ອນປຽບເໝືອນການຊ່ວຍເຫຼືອຕົນເອງ”; ປະຊາຊົນຫວຽດນາມ ແລະ ປະຊາຊົນລາວ ແມ່ນເພື່ອນບ້ານໃກ້ຄຽງ, ອ້າຍນ້ອງອັນໃກ້ຊິດສະໜິດສະໜົມ, ຮ່ວມສູ້ຮົບໃນຂຸມຄອງດຽວກັນ, ໄດ້ຄຽງບ່າຄຽງໄຫຼ່ຮ່ວມສຸກຮ່ວມທຸກ, ຮ່ວມກັນຮົບ, ພ້ອມກັນເອົາຊະນະ, ນໍ້າໃຈສາມັກຄີສູ້ຮົບ ແລະ ນໍ້າໃຈມິດຕະ ພາບຖານອ້າຍນ້ອງ ລະຫວ່າງ ປະຊາຊົນສອງປະເທດພວກ ເຮົາໄດ້ຮັບການຫຼໍ່ຫຼອມຈາກການຕໍ່ສູ້ ແມ່ນປັດໄຈແຫ່ງໄຊຊະນະ ຂອງພາລະກິດຕໍ່ສູ້ກູ້ຊາດ, ແມ່ນພື້ນຖານ ອັນໝັ້ນແກ່ນ ໃຫ້ແກ່ການພົວພັນຮ່ວມມືຍາວນານ ເພື່ອສ້າງສາປະເທດຊາດ ຕາມຈຸດໝາຍທີ່ພັກໄດ້ກໍານົດໄວ້. ສາຍພົວພັນ ແລະ ການຮ່ວມມື ລາວ-ຫວຽດນາມ ແມ່ນຄວາມຮຽກຮ້ອງຕ້ອງການຢ່າງພາວະວິໄສ ແລະ ເປັນປັດໄຈຕັດສິນໄຊຊະນະຂອງການປະຕິວັດທັງສອງປະເທດ ເຊິ່ງເປັນພື້ນຖານຂອງການພົວພັນ ມິດຕະພາບ ສາມັກຄີພິເສດ ລາວ-ຫວຽດນາມ ມີຄວາມໝາຍສໍາຄັນພື້ນຖານດັ່ງນີ້:
1). ລາວ ແລະ ຫວຽດນາມ ແມ່ນສອງປະເທດ ລ້ວນແຕ່ຕັ້ງຢູ່ແຫຼມອິນດູຈີນ, ອີງຫຼັງໃສ່ສາຍພູຫຼວງ ທີ່ສູງສະຫງ່າ, ຮ່ວມດື່ມນໍ້າສາຍແມ່ຂອງ, ເປັນເພື່ອນບ້ານໃກ້ຊິດຕິດແທດກັນມາແຕ່ດົນນານ, ມີເຂດນໍ້າແດນດິນຕິດລ່ຽນກັນຫຼາຍກວ່າ 2.000 ກິໂລແມັດ, ປະຊາຊົນສອງຊາດເຄີຍມີມູນເຊື້ອສາມັກຄີຮັກແພງຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ຜູກພັນສະໜິດແໜ້ນແບບບ້ານໃກ້ເຮືອນຄຽງ, ບ້ານພີ່ເມືອງນ້ອງ, ບ້ານແກ່ວເຮືອນດອງ, ໄປພຸ້ນກິນປາ ມາພີ້ກິນເຂົ້າ ເຄີຍກິນນໍ້າຮ່ວມສາຍ, ກິນປາຮ່ວມຫ້ວຍ, ປະຊາຊົນບັນດາເຜົ່າ ມີຕົ້ນກໍາເນີດ ດ້ານວັດທະນະທໍາຮີດຄອງປະ ເພນີແບບດໍາລົງຊີວິດ ແລະ ຄວາມເຊື່ອຖື, ມີພາສາປາກເວົ້າຄ້າຍຄືກັນຫຼາຍດ້ານ ເຊິ່ງສາມາດເຂົ້າໃຈກັນໄດ້.
2). ລາວ ແລະ ຫວຽດນາມ ຜູກພັນສະໜິດແໜ້ນຕໍ່ກັນ ຍ້ອນວ່າຮ່ວມຊາຕາກໍາປະຫວັດສາດ, ນັບແຕ່ທ້າຍສະຕະວັດ 19 ເປັນຕົ້ນມາ, ສອງຊາດໄດ້ພ້ອມກັນດໍາເນີນການຕໍ່ສູ້ຕ້ານສັດຕູໂຕດຽວກັນ ຄືພວກລ່າເມືອງຂຶ້ນ ຝຣັ່ງ, ຟາດຊິດຍີ່ປຸ່ນ ແລະ ຈັກກະພັດອາເມຣິກາ ເພື່ອກອບກູ້ ແລະ ປົກປັກຮັກສາປະເທດຊາດ ໂດຍສະເພາະແມ່ນການຕໍ່ສູ້ກັບຈັກກະພັດຜູ້ຮຸກຮານ ທີ່ໂຫດຫ້ຽມທີ່ສຸດຂອງຍຸກສະໄໝ, ສອງຊາດໄດ້ຮ່ວມສໍາພັນສູ້ຮົບຄຽງບ່າຄຽງໄຫຼ່ກັນ ເພື່ອຕີເອົາຊະນະສັດຕູເທື່ອລະກ້າວ, ຕີຖອຍທຸກພາກສ່ວນ, ທຸກກົນອຸບາຍ ຂອງພວກສັດຕູ, ກ້າວຂຶ້ນຍາດເອົາໄຊຊະນະອັນຍິ່ງໃຫຍ່, ປະຫວັດສາດໄດ້ຜູກແໜ້ນຊາຕາກໍາຂອງສອງຊາດ ໃນການຕໍ່ສູ້ສັດຕູໂຕດຽວກັນ ແລະ ໄດ້ວາງຈຸດປະສົງເປົ້າໝາຍລວມຂອງສອງຊາດ. ດັ່ງນັ້ນ, ສອງປະເທດໄດ້ ພ້ອມກັນສູ້ຮົບ ແລະ ພ້ອມກັນຍາດເອົາໄຊ ຊະນະນັ້ນ ແມ່ນການສະແດງອອກຂອງຄວາມສາມັກຄີ, ນໍ້າໃຈ ມິດຕະພາບທີ່ມີປະສິດທິຜົນ ຂອງການປະຕິວັດສອງປະເທດ ລາວ-ຫວຽດນາມ.
ໃນໄລຍະການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ ໂດຍສະເພາະໃນຊຸມປີ 1959-1960 ຜູ້ນໍາຂອງ ສອງປະເທດໄດ້ຮ່ວມກັນວາງແນວທາງຍຸດທະສາດ, ຍຸດໂທບາຍ ແລະ ວິທີປະຕິວັດ ເພື່ອຕີເອົາຊະນະຈັກກະພັດຜູ້ຮຸກຮານ, ໃນເວລາດຽວກັນນັ້ນ ປະທານ ໂຮ່ຈິມິນ ໄດ້ຢັ້ງຢືນໃຫ້ເຫັນວ່າ: ສາຍພົວພັນລະຫວ່າງສອງພັກ ທີ່ມີອຸດົມການກອມມູນິດອັນດຽວກັນລະຫວ່າງ ສອງປະເທດສັງຄົມນິຍົມນໍາກັນແລ້ວ, ຍັງມີສາຍພົວພັນອັນສະໜິດສະໜົມແບບເປັນກັນເອງ ເຊິ່ງບໍ່ຄືປະເທດຕ່າງໆໃນໂລກ, ພ້ອມກັນນີ້ເພິ່ນຍັງໄດ້ເວົ້າວ່າ “ພວກເຮົາຕ້ອງ ເວົ້າວ່າ” “ສາຍພົວພັນພິເສດ” ຈຶ່ງຈະຖືກຕ້ອງ, ເປັນສິ່ງທີ່ຈະແຈ້ງແລ້ວວ່າ ສາຍພົວພັນ, ຄວາມສາມັກຄີພິເສດ, ການຮ່ວມມືຮອບດ້ານລະຫວ່າງ ລາວ-ຫວຽດນາມ ບໍ່ແມ່ນເກີດຂຶ້ນເອງ ແຕ່ຫາກເກີດຂຶ້ນໃນຂະບວນວິວັດອັນຍາວໄກ ບົນເສັ້ນທາງແຫ່ງການຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ແລະ ຈັກກະພັດອາເມຣິກາ ທີ່ເຕັມໄປ ດ້ວຍການເສຍສະຫຼະທັງຊີວິດ ແລະ ເລືອດເນື້ອ ລະຫວ່າງກອງທັບ ແລະ ປະຊາຊົນຂອງສອງຊາດ ສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ທີ່ມີຄວາມດູດດື່ມເລິກເຊິ່ງແໜ້ນແຟ້ນ, ໝັ້ນຄົງ ແລະ ມີຊີວິດຊີວາ ທີ່ເຕັມໄປດ້ວຍຄວາມເຫຼື້ອມໃສຫາສາຍພົວພັນໃດໃນໂລກນີ້ປຽບທຽບໄດ້ຍາກ ເຊິ່ງ ປະທານ ໂຮ່ຈິມິນ ໄດ້ກັນຕອງພັນລະນາສາຍພົວພັນ ລາວ-ຫວຽດນາມ ໃນບົດກະວີທີ່ມີຊື່ສຽງຂອງເພິ່ນວ່າ: “ຮັກແພງກັນໝາຍໝັ້ນ ຫຼາຍສັນພູກໍປີນໄຕ່ ຫຼາຍນໍ້າໃຫຍ່ ແລະ ໂຄກຄ້ອຍຂວາງກັ້ນກໍດຸ່ງໄປ ສອງຊາດລາວຫວຽດນາມ ໄດ້ຝັງຮັກຢູ່ໃນໃຈ ຮົງຮ່າທັງແມ່ຂອງບໍ່ເລີກປຸນປານໄດ້”, ປະທານ ສຸພານຸວົງ ໄດ້ເວົ້າວ່າ: “ລາວ ແລະ ຫວຽດນາມ ເປັນປະເທດເພື່ອນບ້ານໃກ້ຄຽງ, ເປັນບ້ານພີ່ເມືອງນ້ອງທີ່ໃກ້ຊິດຕິດພັນກັນຮ່ວມສາຍພູຫຼວງອັນດຽວ, ຮ່ວມແມ່ນໍ້າລໍາດຽວປະຊາຊົນສອງຊາດພວກເຮົາ ໄດ້ຮ່ວມສຸກຮ່ວມທຸກນໍາກັນມາຕັ້ງແຕ່ດົນນານ, ພວກເຮົາໄດ້ຮ່ວມຊາຕາກໍາອັນດຽວກັນ, ມີສັດຕູໂຕດຽວກັນ, ເຄີຍອູ້ມຊູຊ່ວຍເຫຼືອກັນໃນຍາມສ້າງຊາດ ກໍຄືໃນຍາມກູ້ຊາດ, ມິດຕະພາບຖານພີ່ນ້ອງລະຫວ່າງ ລາວ-ຫວຽດນາມພວກເຮົາ ແມ່ນຍິ່ງໃຫຍ່ ແລະ ບໍ່ມີບົດເພງ ແລະ ກາບກອນໃດໆຈະພັນລະນາໃຫ້ຄົບຖ້ວນໄດ້, ມິດຕະພາບອັນນັ້ນສູງກວ່າຈອມພູ, ຍາວກວ່າລໍາແມ່ນໍ້າ, ກວ້າງກວ່າມະຫາສະໝຸດ, ງາມກວ່າເດືອນເພັງ, ຫອມກວ່າກິ່ນດອກໄມ້ທີ່ຫອມກວ່າເພິ່ນ. ມິດຕະພາບອັນສູງເດັ່ນນັ້ນ ປະຊາຊົນທັງສອງຊາດພວກເຮົາໄດ້ເສີມສ້າງຂຶ້ນດ້ວຍນໍ້າຈິດນໍ້າໃຈຂອງພວກເຮົາ. ສະນັ້ນ, ມັນຈຶ່ງຈະບໍ່ມີສັດຕູມານຮ້າຍໃດໆຈະມາແຕະຕ້ອງມ້າງເພໄດ້”.
3). ການປະຕິວັດສອງປະເທດ ກໍາເນີດມາຈາກປະທານ ໂຮ່ຈິມິນ ເປັນຜູ້ທໍາອິດທີ່ຊອກຫາເສັ້ນທາງ ກອບກູ້ປະເທດຊາດ ໃຫ້ປະຊາຊົນອິນດູຈີນ ແລະ ກໍເປັນຄົນທໍາອິດ ທີ່ໄດ້ນໍາເອົາລັດທິມາກ-ເລນິນ ເຂົ້າມາເຜີຍແຜ່ໃນຫວຽດນາມ ແລະ ລາວ; ຈາກນັ້ນ, ເພິ່ນຍັງໄດ້ສ້າງຕັ້ງ ແລະ ຝຶກຝົນຫຼໍ່ຫຼອມບັນດານັກກອມມູນິດອິນດູຈີນ ໃຫ້ກາຍເປັນພັກນໍາພາການປະຕິວັດຢູ່ອິນດູຈີນ ປະທານ ໂຮ່ຈິມິນ ໄດ້ເວົ້າວ່າ “ຫວຽດນາມສາມັກຄີແໜ້ນ, ລາວສາມັກ ຄີແໜ້ນ, ກໍາປູເຈຍສາມັກຄີແໜ້ນ, ທັງສາມປະເທດສາມັກຄີແໜ້ນ ແນວໃດກໍສາມາດຕີພວກຝຣັ່ງຜູ້ຮຸກຮານ ແລະ ພວກອາເມຣິກາຜູ້ແຊກແຊງ ໃຫ້ປະລາໄຊລົງ”; ຄວາມສາມັກຄີລາວ-ຫວຽດນາມ ໄດ້ມີບາດກ້າວຂະຫຍາຍ ຕົວໃໝ່ທີ່ເລິກເຊິ່ງ, ຄວາມສາມັກຄີດັ່ງກ່າວ ໄດ້ສ້າງຂຶ້ນບົນພື້ນຖານການປະຕິວັດ ແລະ ວິທະຍາສາດນັ້ນ ກໍຄື ລັດທິມາກ-ເລນິນ ແລະ ລັດທິຮັກຊາດທີ່ແທ້ຈິງ ສົມທົບລັດທິສາກົນກໍາມະຊີບທີ່ຜ່ອງໃສ; ຄວາມສາມັກຄີ, ນໍ້າໃຈມິດ ຕະພາບຂອງຊາດລາວ-ຫວຽດນາມ ໄດ້ຖືກທົດສອບ ແລະ ຍິ່ງໃກ້ຊິດສະໜິດແໜ້ນກວ່າເກົ່າ ກາຍເປັນເຫງົ້າພະລັງແຮງອັນມະຫາສານ ເພື່ອໃຫ້ທັງສອງປະເທດ ຍາດເອົາໄຊຊະນະໃນການຕໍ່ສູ້ປະຕິວັດຕ້ານຈັກກະພັດອາເມລິກາ. ສິ່ງດັ່ງກ່າວ ໄດ້ນໍາມາເຊິ່ງການຮ່ວມສໍາພັນ ທີ່ເປັນແບບຢ່າງ, ສັດຊື່ບໍລິສຸດທີ່ຫາໄດ້ຍາກໃນການພົວພັນສາກົນ, ນໍາເອົາສິດຜົນ ປະໂຫຍດມາໃຫ້ປະຊາຊົນ ສອງຊາດ ລາວ-ຫວຽດນາມ, ຈາກນັ້ນ ການປະຕິວັດຫວຽດນາມ ແລະ ການປະຕິວັດລາວ ໄດ້ເຕີບໃຫຍ່ຂະຫຍາຍຕົວ ດ້ວຍການປະສານສົມທົບໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງເລິກເຊິ່ງ ຢູ່ຄຽງຂ້າງກັນໃນ ສະໜາມຮົບ ເພື່ອຍາດເອົາໄຊຊະນະລວມໃນແຕ່ໄລຍະຂອງປະຫວັດສາດ, ສາຍພົວພັນລາວ-ຫວຽດນາມ ນັບມື້ນັບໜັກແໜ້ນ, ເຂັ້ມແຂງ ເຖິງວ່າສະພາບການສາກົນມີການຜັນແປຢ່າງສັບສົນກໍຄື ໃນເວລາພົບຄວາມຫຍຸ້ງຍາກສັບສົນ, ການນໍາພາພາລະກິດປ່ຽນແປງໃໝ່ການປະຕິວັດ ຂອງສອງປະເທດ ກໍຍັງສືບຕໍ່ໝັ້ນຄົງ ແລະ ນັບມື້ນັບຂະຫຍາຍຕົວ, ປະກອບສ່ວນຢ່າງຕັ້ງໜ້າຂະບວນການກອມມູນິດ ແລະ ກໍາມະກອນສາກົນ.
4) ການເຕີບໃຫຍ່ຂະຫຍາຍຕົວຂອງສາຍພົວພັນພິເສດ ລາວ-ຫວຽດນາມ ແຕ່ກ່ອນຈົນເຖິງ ປັດຈຸບັນ ແມ່ນພາລະກິດຂອງມະຫາຊົນ, ມະຫາຊົນເປັນຜູ້ປະກອບສ່ວນໂດຍກົງ ເຂົ້າໃນການປັບປຸງ ແລະ ພັດທະນາຄວາມໝັ້ນຄົງ ຂອງສາຍພົວພັນ ລະຫວ່າງສອງປະເທດ, ສືບທອດຈາກຄົນຮຸ່ນນີ້ໄປສູ່ຮຸ່ນຕໍ່ໆໄປ ການຮ່ວມສໍາພັນລະຫວ່າງສອງປະເທດ ພາຍໃຕ້ການນໍາພາ ຂອງສອງພັກ ໄດ້ກາຍເປັນພາລະກິດແຫ່ງຄວາມ ຕື່ນຕົວ, ສະໝັກໃຈ ແລະ ສ້າງເປັນກໍາລັງແຮງອັນມະຫາສານ ຕີເອົາຊະນະສັດຕູທຸກໂຕທີ່ເຂົ້າມາຮຸກຮານ; ພ້ອມກັນປະຕິບັດສອງໜ້າທີ່ຍຸດທະສາດຄື: ປົກປັກຮັກສາ ແລະ ສ້າງສາປະເທດຊາດ, ພ້ອມກັນກ້າວຂຶ້ນສູ່ ຈຸດໝາຍສັງຄົມນິຍົມ. ສາຍພົວພັນມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີແບບພິເສດລະຫວ່າງ ລາວ-ຫວຽດນາມ, ຫວຽດນາມ-ລາວ ເປັນພາລະກິດລວມຂອງທັງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ລາວ-ຫວຽດນາມ, ພາລະກິດດັ່ງກ່າວ ຈະຕ້ອງໄດ້ປົກປັກຮັກສາ, ເພີ່ມພູນຄູນສ້າງໃຫ້ຈະເລີນງອກງາມຍິ່ງໆຂຶ້ນ, ທັງນີ້ກໍເພື່ອຜົນປະໂຫຍດລວມໃນຕໍ່ໜ້າ ແລະ ຍາວນານ ຂອງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດ ບົນພື້ນຖານຮັດແໜ້ນສາຍພົວພັນມິດຕະພາບ, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ດັ່ງຄໍາເວົ້າຂອງສະຫາຍ ເລຢວນ, ເລຂາທິການໃຫຍ່ພັກກອມມູນິດຫວຽດນາມ ໄດ້ກ່າວເຖິງສາຍພົວພັນຮ່ວມຮົບຫວຽດນາມ-ລາວ ວ່າ: “ບໍ່ມີຜູ້ໃດສາມາດນັບໄດ້ວ່າມີພູເທົ່າໃດໜ່ວຍ, ມີຫ້ວຍນໍ້າເທົ່າໃດສາຍ ທີ່ບັນດານັກຮົບ ຜູ້ພິລະອາດຫານ ຂອງພວກເຮົາ ໄດ້ເຄື່ອນທັບຜ່ານໄປ ແລະ ກໍບໍ່ສາມາດແທກໄດ້ຄວາມເລິກຂອງສາຍໃຈ ຂອງສອງຊາດພວກເຮົາໄດ້ ໃນຕະຫຼອດເສັ້ນທາງທີ່ແສນຍາວໄກກວ່າສາມສິບປີ ຜ່ານມາ. ຈາກຮຸ່ນພໍ່ຕໍ່ຮຸ່ນລູກ, ຮຸ່ນຫຼານຂອງປະຊາຊົນຫວຽດນາມ ແລະ ປະຊາຊົນລາວ ພ້ອມກັນກ້າວໄປໜ້າ, ມືຖືປືນແໜ້ນ, ພ້ອມກັນສູ້ຮົບຕ້ານ ສັດຕູໂຕດຽວກັນ ເພື່ອຍາດເອົາເອກະລາດ, ອິດສະຫຼະພາບ, ເລືອດ ແລະ ຍາດເຫື່ອຂອງຊາວໜຸ່ມສອງປະເທດ ບໍ່ຈັກວ່າເທົ່າໃດ ໄດ້ຫຼັ່ງລົງອາບທາຜືນແຜ່ນດິນ ຕະຫຼອດເສັ້ນທາງຍາວໄກເຄື່ອນທັບອອກສູ່ສະໜາມຮົບ, ໝາກຫົວໃຈຂອງຜູ້ເປັນແມ່ຫວຽດນາມ ແລະ ລາວ ໄດ້ເຕັ້ນເປັນຈັງຫວະດຽວກັນ ເມື່ອລູກລະເບີດ, ລູກໂບມຂອງອາເມຣິກາເປັນລ້ານໆໂຕນ ຖອກລົງໃສ່ພູຜາປ່າດົງ ແລະ ທົ່ງນາ, ຮົ້ວສວນຂອງສອງປະເທດ ແລະ ໃນເມື່ອລູກ, ຜົວທີ່ແສນຮັກຂອງຕົນ ໄດ້ກອດຄໍກັນສູ້ຮົບ ແລະ ເສຍສະຫຼະຢູ່ໃນຂຸມຄອງດຽວກັນ, ດິນແຕ່ລະຕອນ, ຕົ້ນໄມ້ແຕ່ລະຕົ້ນຂອງປ່າດົງວົງກົດແຫ່ງສາຍພູຫຼວງສູງສະຫງ່າ ໄດ້ກາຍເປັນບ່ອນຈົດຈໍາ ແລະ ຝັງເລິກຄວາມຮັກແພງ, ຄວາມຜູກພັນອັນຜ່ອງໃສ ແລະ ສູງສົ່ງລະຫວ່າງຫວຽດນາມ-ລາວ ຕະຫຼອດໄປ”.
II. ປະຫວັດສາດແຫ່ງການຕໍ່ສູ້ຂອງປະຊາຊົນສອງປະເທດ.
1.ຂະບວນການຕໍ່ສູ້ຂອງປະຊາຊົນສອງປະເທດ ຕ້ານພວກລ່າເມືອງຂຶ້ນຝຣັ່ງ (1930-1954).
- ພາຍຫຼັງພັກກອມມູນິດອິນດູຈີນ ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 3 ກຸມພາ 1930, ພາຍໃຕ້ການ ນໍາພາຂອງພັກກອມມູນິດອິນດູຈີນ, ປະຊາຊົນຫວຽດນາມ ແລະ ປະຊາຊົນລາວ ໄດ້ພ້ອມກັນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ, ຂຸນເສິກຍີ່ປຸ່ນ ສາມາດຍາດເອົາໄຊຊະນະເປັນກ້າວໆ ອັນພົ້ນເດັ່ນ ແມ່ນການປະຕິວັດເດືອນ ສິງຫາ 1945 ຂະບວນການລຸກຮື້ຂຶ້ນຢຶດອໍານາດການປົກຄອງຂອງປະຊາຊົນຫວຽດນາມ ວັນທີ 19 ສິງຫາ 1945 ເຊິ່ງສາມາດຍາດໄດ້ໄຊຊະນະອັນຍິ່ງໃຫຍ່ ປະກາດເອກະລາດ ໃນວັນທີ 2 ກັນຍາ 1945 ແລະ ສ້າງຕັ້ງເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ຫວຽດນາມ; ຢູ່ລາວ ພາຍໃຕ້ການນໍາພາຂອງພັກ ໄດ້ພ້ອມກັນລຸກຮື້ຂຶ້ນຢຶດອໍານາດການປົກຄອງຈາກພວກລ່າເມືອງຂຶ້ນຝຣັ່ງ ແລະ ຍີ່ປຸ່ນ ໃນເດືອນ ສິງຫາ ແລະ ປະກາດເອກະລາດ ໃນວັນທີ 12 ຕຸລາ 1945, ພ້ອມກັນນີ້ ໃນວັນທີ 16 ຕຸລາ 1945 ລັດຖະບານ ສາທາລະນະລັດປະຊາທິປະໄຕ ຫວຽດນາມ ແລະ ລັດຖະບານ ລາວອິດສະຫຼະ ໄດ້ເຊັນສັນຍາມິດຕະພາບ ຢູ່ ທີ່ວຽງຈັນ ຢືນຢັນຄວາມສາມັກຄີຊ່ວຍເຫຼືອກັນໃນທຸກດ້ານ, ພ້ອມກັນນັ້ນ ທັງສອງຝ່າຍຍັງໄດ້ຕົກລົງສ້າງຕັ້ງ ກອງທະຫານປະສົມ ລາວ-ຫວຽດນາມຂຶ້ນ ເພື່ອຊ່ວຍເຫຼືອກັນຕໍ່ສູ້ການຮຸກຮານເທື່ອໃໝ່ ຂອງພວກລ່າເມືອງຂຶ້ນຝຣັ່ງ. ນີ້ເປັນປະຫວັດຕິການອັນສໍາຄັນແຫ່ງການສໍາພັນລະຫວ່າງ ປະຊາຊົນລາວກັບປະຊາຊົນຫວຽດນາມ ໃນໄລຍະໃຫມ່.
ໃນໄລຍະປີ 1946-1954: ໂດຍປະຕິບັດແນວທາງຕໍ່ຕ້ານທົ່ວປວງຊົນຮອບດ້ານຍາວນານ ແລະ ເພິ່ງຕົນເອງ ຂອງພັກໃນໄລຍະໃໝ່, ສືບຕໍ່ມູນເຊື້ອສໍາພັນສູ້ຮົບຂອງກອງທັບ ແລະ ປະຊາຊົນສອງຊາດ ລາວຫວຽດນາມ ໄດ້ພ້ອມກັນຕໍ່ສູ້ຕ້ານພວກລ່າເມືອງຂຶ້ນຝຣັ່ງ ທີ່ກັບຄືນມາຮຸກຮານຄັ້ງທີ 2, ໂດຍສະເພາະແມ່ນ ບັ້ນຮົບປົກປັກຮັກສາເມືອງທ່າແຂກ ຖານທີ່ໝັ້ນຂອງການປະຕິວັດລາວ ໃນວັນທີ 21 ມີນາ 1946, ບັ້ນຮົບ ດັ່ງກ່າວ ໄດ້ເປັນແວ່ນແຍງອັນໃສແຈ້ງ ທີ່ສະແດງເຖິງນໍ້າໃຈຕໍ່ສູ້ຢ່າງພິລະອາດຫານ, ຄວາມສາມັກຄີອັນສະໜິດແໜ້ນ, ເປັນວັນແຫ່ງຄວາມສາມັກຄີກັນຕໍ່ສູ້, ຍອມເສຍສະຫຼະເລືອດເນື້ອ ເພື່ອພາລະກິດປະຕິວັດ, ຊ່ວຍເຫຼືອກັນກໍ່ສ້າງຮາກຖານປະຕິວັດ, ສ້າງກໍາລັງໂຄສະນາປະກອບອາວຸດ, ຂະຫຍາຍກໍາລັງທະຫານ, ຍູ້ແຮງການຕໍ່ສູ້ແບບກອງຫຼອນຢ່າງແຂງແຮງ, ສ້າງຖານທີ່ໝັ້ນປະຕິວັດ ໃນແຕ່ລະພາກໃຫ້ມີຄວາມໜັກແໜ້ນ ແລະ ເຂັ້ມແຂງ, ປະສານສົມທົບກັນສູ້ຮົບ ໃນທຸກສະໜາມຮົບພາກເໜືອ, ພາກກາງ ແລະ ພາກໃຕ້ຂອງລາວ ພ້ອມທັງຍາດໄດ້ໄຊຊະນະມາເປັນກ້າວໆ.
ການຕໍ່ສູ້ຂອງປະຊາຊົນລາວ ແລະ ຫວຽດນາມ ນັບມື້ນັບຂະຫຍາຍຕົວ ແລະ ເຕີບໃຫຍ່ມັນຮຽກຮ້ອງໃຫ້ມີແນວທາງນະໂຍບາຍ ແລະ ການຈັດຕັ້ງໃຫ້ສອດຄ່ອງກັບຈຸດພິເສດຂອງແຕ່ລະປະເທດ ກໍຄືການປະສານສົມທົບ ແລະ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ, ໃນສະພາບແວດລ້ອມດັ່ງກ່າວ, ກອງປະຊຸມໃຫຍ່ຄັ້ງທີ II ຂອງພັກກອມມູນິດອິນດູຈີນເດືອນ ກຸມພາ 1957 ໄດ້ຕົກລົງສ້າງຕັ້ງພັກສະເພາະຂອງແຕ່ລະປະເທດ, ດ້ວຍຂໍ້ຕົກລົງດັ່ງກ່າວ, ຢູ່ຫວຽດນາມ ພັກໄດ້ອອກເຄື່ອນໄຫວເປີດເຜີຍໃສ່ຊື່ວ່າ “ພັກແຮງງານຫວຽດນາມ” (ພັກກອມມູນິດຫວຽດນາມໃນປັດຈຸບັນ); ໃນວັນທີ 22 ມີນາ 1955 ພັກປະຊາຊົນລາວ ໄດ້ຮັບການສ້າງຕັ້ງຂຶ້ນ (ພັກປະຊາຊົນປະຕິວັດລາວ ໃນປັດຈຸບັນ). ເຖິງແມ່ນວ່າ ແຕ່ລະປະເທດໄດ້ສ້າງຕັ້ງພັກຂອງຕົນຂຶ້ນ, ແຕ່ການພົວພັນສາມັກຄີຮ່ວມສໍາພັນສູ້ຮົບ ໃນທົ່ວສະໜາມຮົບອິນດູຈີນ ຍິ່ງເພີ່ມທະວີສູງຂຶ້ນ, ປະທານ ໄກສອນ ພົມວິຫານ ໄດ້ຢັ້ງຢືນວ່າ: “ການຕັດສິນໃຈຄັ້ງປະຫວັດສາດ ທີ່ຖືກຕ້ອງທີ່ສຸດນັ້ນ ໄດ້ເປັນການເສີມຂະຫຍາຍ ຈິດໃຈເອກະລາດ, ເປັນເຈົ້າຕົນເອງໃນລະດັບສູງສຸດ ແລະ ສະຕິຄວາມຮັບຜິດຊອບ ຂອງນັກປະຕິວັດແຕ່ລະປະເທດຕໍ່ຊາຕາກໍາຂອງຊາດຕົນ ແລະ ຍູ້ແຮງການຕໍ່ສູ້ກູ້ຊາດຂອງສາມປະເທດອິນດູຈີນ ໃຫ້ມີບາດກ້າວ ຂະຫຍາຍຕົວຢ່າງກະໂດດຂັ້ນ”.
- ໃນຊຸມປີ 1953-1954, ທະຫານອາສາສະໝັກຫວຽດນາມ ໄດ້ຄຽງບ່າຄຽງໄຫຼ່ກັບກອງທັບ ແລະ ປະຊາຊົນລາວ ເປີດບັ້ນຮົບປົດປ່ອຍຊໍາເໜືອ (ແຂວງຫົວພັນ) ແລະ ບັ້ນຮົບອື່ນໆ ຢູ່ພາກເໜືອ, ພາກກາງ ແລະ ພາກໃຕ້ຂອງລາວ; ຢູ່ຫວຽດນາມ ໄດ້ເປີດບັ້ນຮົບປົດປ່ອຍລາຍເຈົ້າ ແລະ ບັ້ນຮົບດຽນບຽນຟູ ໃນປີ 1954 ໄດ້ຮັບໄຊຊະນະອັນຍິ່ງໃຫຍ່, ບັງຄັບໃຫ້ພວກລ່າເມືອງຂຶ້ນຝຣັ່ງ ຕ້ອງຍອມເຊັນສັນຍາເຊີແນວກ່ຽວກັບ ອິນດູຈີນໃນປີ 1954, ຮັບຮູ້ເອກະລາດ, ອະທິປະໄຕ, ເອກະພາບ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງ 3 ປະເທດ ຫວຽດນາມ, ລາວ ແລະ ກໍາປູເຈຍ, ພາກເໜືອຫວຽດນາມ ໄດ້ຮັບການປົດປ່ອຍກ້າວຂຶ້ນສັງຄົມນິຍົມ; ຝ່າຍປະເທດລາວ ໄດ້ມີ 2 ແຂວງເຕົ້າໂຮມ (ແຂວງຫົວພັນ ແລະ ຜົ້ງສາລີ), ໄຊຊະນະດັ່ງກ່າວ ໄດ້ຢຸດຕິການປົກຄອງຂອງພວກລ່າເມືອງຂຶ້ນ ຝຣັ່ງແບບເກົ່າຢູ່ອິນດູຈີນ ແລະ ເປີດສາກໃຫ້ແກ່ການລົ້ມລະລາຍ ຂອງລະບອບຫົວເມືອງຂຶ້ນແບບເກົ່າໃນທົ່ວໂລກ.
2. ປະຫວັດສາດແຫ່ງການຕໍ່ສູ້ຕ້ານລັດທິລ່າເມືອງຂຶ້ນແບບໃໝ່ (1955-1975).
ໂດຍຢຶດໝັ້ນສາຍພົວພັນ, ຄວາມສາມັກຄີ ການຊ່ວຍເຫຼືອເຊິ່ງກັນ ແລະ ກັນ ລະຫວ່າງ ລາວຫວຽດນາມ ໄດ້ຂະຫຍາຍຕົວຂຶ້ນສູ່ລະດັບສູງສຸດ, ການຮ່ວມສໍາພັນສູ້ຮົບຍຸດທະສາດ ຕ້ານກັບພວກຈັກກະພັດອາເມຣິກາ, ໄດ້ກາຍເປັນແບບຢ່າງທີ່ຫາຍາກ ກ່ຽວກັບຄວາມສາມັກຄີສູ້ຮົບ ສະໜັບສະໜູນຊ່ວຍເຫຼືອກັນໃນທຸກດ້ານ, ດ້ວຍຄວາມບໍລິສຸດຜຸດຜ່ອງຕໍ່ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຊື່ສັດບໍລິສຸດຕໍ່ລັດທິສາກົນຂອງຊົນຊັ້ນກໍາມະກອນ, ພັກ ແລະ ປະຊາຊົນຫວຽດນາມ ໄດ້ໃຫ້ການຊ່ວຍເຫຼືອ, ອູ້ມຊູທັງດ້ານວັດຖຸ ແລະ ຈິດໃຈ ໃຫ້ຂະບວນການຕໍ່ສູ້ຂອງປະຊາຊົນລາວ, ກົງກັນຂ້າມ ພັກ ແລະ ປະຊາຊົນລາວ ກໍໄດ້ສ້າງທຸກເງື່ອນໄຂສະດວກ, ສະໜັບສະໜູນຢ່າງໝົດຈິດໝົດໃຈ ແລະ ຊ່ວຍເຫຼືອຫວຽດນາມ ຢ່າງຈິງໃຈໃນ ພາລະກິດປົດປ່ອຍພາກໃຕ້ຫວຽດນາມ ເພື່ອປະເທດຊາດເປັນເອກະພາບ. ທັງສອງປະເທດ ສືບຕໍ່ດໍາເນີນການ.ຕໍ່ສູ້ກູ້ຊາດຕ້ານຈັກກະພັດອາເມຣິກາ, ໂດຍເສີມຂະຫຍາຍມູນເຊື້ອຄວາມສາມັກຄີຊ່ວຍເຫຼືອເຊິ່ງກັນ ແລະ ກັນ “ເຂົ້າເມັດຫັກ ຜັກເສັ້ນດຽວກໍແບ່ງປັນກັນກິນ” ສອງຊາດລາວ ແລະ ຫວຽດນາມ ຍິ່ງໄດ້ຮັດແໜ້ນ ແລະ ສົມທົບກັນສູ້ຮົບທັບມ້າງຍຸດທະສາດສົງຄາມພິເສດ ຂອງຈັກກະພັດ ໃຫ້ປະລາໄຊລົງຢ່າງເຈັບແສບໃນຫຼາຍບັ້ນຮົບຢູ່ລາວ ແລະ ຫວຽດນາມ.
ໃນຊຸມປີ 1959-1960, ບັນດາຜູ້ນໍາຂອງສອງພັກ (ພັກແຮງງານຫວຽດນາມ ແລະ ພັກປະຊາຊົນລາວ) ໄດ້ພົບປະ, ປຶກສາຫາລືກັນ ແລະ ເປັນເອກະພາບກັນທາງດ້ານຍຸດທະສາດ, ຍຸດໂທບາຍ ແລະ ວິທີປະຕິວັດ ເພື່ອຕີເອົາຊະນະຈັກກະພັດອາເມຣິກາ. ໃນໄລຍະນີ້, ກອງທັບ ແລະ ປະຊາຊົນຫວຽດນາມ ມີຄວາມຈໍາເປັນທີ່ສຸດຕ້ອງມີເສັ້ນທາງຜ່ານດິນແດນຂອງລາວລົງໄປສູ່ພາກໃຕ້ຫວຽດນາມ, ໂດຍຕອບສະໜອງຄວາມຮຽກຮ້ອງຕ້ອງການອັນຈໍາເປັນຂອງຝ່າຍ ຫວຽດນາມ, ສູນກາງພັກປະຊາຊົນປະຕິວັດລາວ ໂດຍປະທານ ໄກສອນ ພົມວິຫານ ເປັນຜູ້ນໍາໜ້າໄດ້ຕອບສະໜອງບົນຈິດໃຈສາມັກຄີອັນສະໜິດສະໜົມ, ປະທານ ໄກສອນ ພົມວິຫານ ໄດ້ກ່າວວ່າ “ຊາຕາກໍາຂອງສອງປະເທດພວກເຮົາໄດ້ສະໜິດຕິດພັນກັນຢ່າງແໜ້ນແຟ້ນ, ປະຊາຊົນລາວຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນໄຊຊະນະຂອງປະຊາຊົນ ຫວຽດນາມອ້າຍນ້ອງ”. ດັ່ງນັ້ນ, ໃນພຶດຕິກໍາຕົວຈິງແລ້ວເສັ້ນທາງໂຮ່ຈິມິນ ໄດ້ຕິດພັນສະໜິດແໜ້ນຂອງຄວາມສາມັກຄີຮ່ວມສໍາພັນສູ້ຮົບແບບພິເສດ ແລະ ການຮ່ວມມື ລະຫວ່າງ ລາວ-ຫວຽດນາມ ເຊິ່ງການຮ່ວມ ສໍາພັນສູ້ຮົບຢູ່ໃນຫຼາຍບັ້ນຮົບ ແລະ ໃນຫຼາຍສະໜາມຮົບຢູ່ໃນລາວ ເປັນຕົ້ນ: ບັ້ນຮົບປົດປ່ອຍແຂວງຫົວພັນ, ບັ້ນຮົບປົດປ່ອຍທົ່ງໄຫຫີນ, ບັ້ນຮົບປົດປ່ອຍຫຼວງນໍ້າທາ.... ແຕ່ລະບັ້ນຮົບລ້ວນແຕ່ໄດ້ຮັບໄຊຊະນະອັນຍິ່ງໃຫຍ່ໃນການຕໍ່ສູ້ທັບມ້າງສົງຄາມພິເສດ ຂອງພວກຈັກກະພັດອາເມຣິກາ ແລະ ລູກມືໃຫ້ປະລາໄຊ, ຍ້ອນຖືກປະລາໄຊໜັກຢ່າງຕໍ່ເນື່ອງໃນທຸກສະໜາມຮົບຈັກກະພັດອາເມຣິກາ ແລະ ລູກມື ຈໍາຕ້ອງຍອມເຊັນສັນຍາເຊີແນວ ໃນວັນທີ 23 ກໍລະກົດ 1962 ກ່ຽວກັບລາວ ຍອມຮັບຮູ້ຄວາມເປັນເອກະລາດ, ເປັນກາງ, ເອກະພາບ, ອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງລາວ, ຮັບຮູ້ລັດຖະບານປະສົມ 3 ຝ່າຍ ທີ່ໄດ້ຮັບການສ້າງຕັ້ງຂຶ້ນໃນວັນທີ 12 ມີຖຸນາ 1962. ສັນຍາເຊີແນວ ປີ 1962 ກ່ຽວກັບລາວ ເປັນໄຊຊະນະທາງດ້ານການທະຫານ, ການເມືອງ ແລະ ການຕ່າງປະເທດ, ເປັນຂີດໝາຍແຫ່ງການຂະຫຍາຍຕົວໃໝ່ ທີ່ມີລັກສະນະກະໂດດຂັ້ນ ຂອງກໍາລັງປະຕິວັດ. ການເຊັນສັນຍາເຊີແນວ ປີ 1962 ກ່ຽວກັບລາວ ຍັງແມ່ນໄຊຊະນະແຫ່ງຄວາມສາມັກຄີ ຊ່ວຍເຫຼືອເຊິ່ງກັນ ແລະ ກັນລະຫວ່າງປະຊາຊົນ ລາວ-ຫວຽດນາມ ອ້າຍນ້ອງແມ່ນການປະສານສົມທົບສູ້ຮົບ ຢ່າງແໜ້ນແຟ້ນ ລະຫວ່າງ ກອງທັບປະຊາຊົນລາວກັບກອງທັບປະຊາຊົນຫວຽດນາມ ໃນສະໜາມຮົບຕ້ານສັດຕູໂຕດຽວກັນ ແມ່ນການສະໜັບສະໜູນຂອງບັນດາປະເທດສັງຄົມນິຍົມອ້າຍນ້ອງ ແລະ ບັນດາປະເທດເພື່ອນມິດກໍຄື ປະ ເທດທີ່ຮັກຫອມສັນຕິພາບ ແລະ ຄວາມກ້າວໜ້າໃນໂລກ.
ເຫດການປະຫວັດສາດອັນໜຶ່ງທີ່ມີຄວາມໝາຍສໍາຄັນ ໃນວັນທີ 05/09/1962 ລັດຖະບານສາທາ ລະນະລັດ ປະຊາທິປະໄຕ ຫວຽດນາມ ແລະ ລັດຖະບານລາຊະອານາຈັກລາວ (ລັດຖະບານປະສົມ 3 ຝ່າຍ) ໄດ້ສ້າງສາຍພົວພັນການທູດນໍາກັນຢ່າງເປັນທາງການ. ເຫດການດັ່ງກ່າວນີ້ ມີຄວາມໝາຍສໍາຄັນທາງປະຫວັດສາດ ຂອງສອງຊາດລາວ-ຫວຽດນາມ; ໃນດ້ານໜຶ່ງແມ່ນເຮັດໃຫ້ລັດຖະບານລາຊະອານາຈັກລາວ ຕ້ອງຕັດຄວາມສໍາພັນການທູດກັບອໍານາດຫຸ່ນໄຊງ່ອນ, ໄປພ້ອມດຽວກັນນັ້ນ, ຫວຽດນາມ ກໍມີປະເທດລາວ ເປັນປະເທດໃກ້ຄຽງທີ່ມີສັນຕິພາບ, ເປັນກາງ ຢູ່ເບື້ອງຕາເວັນຕົກຂອງຕົນ ເປັນເທື່ອທໍາອິດທີ່ຊາວໂລກຮັບຮູ້ນໍາ, ດິນແດນເຄິ່ງໜຶ່ງເປັນຖານທີ່ໝັ້ນຂອງການປະຕິວັດລາວ.
- ໄລຍະປີ 1964-1968, ຈັກກະພັດອາເມຣິກາ ໄດ້ເພີ່ມທະວີສົງຄາມຮຸກຮານຢູ່ລາວ ແລະ ພາກໃຕ້ ຫວຽດນາມ, ໂດຍສະເພາະພວກຈັກກະພັດອາເມຣິກາ ໄດ້ນໍາໃຊ້ກອງທັບອາກາດຂອງພວກເຂົາໃຊ້ເຮືອບິນຖິ້ມລະ ເບີດໃສ່ເຂດປົດປ່ອຍ ແລະ ໃຊ້ກໍາລັງທະຫານຫຸ່ນເປີດບັ້ນບຸກໂຈມຕີບຽດຢຶດເຂົ້າເຂດປົດປ່ອຍດ້ວຍ ການປະສົມປະສານກັນຢ່າງໜັກແໜ້ນ ແລະ ມີຄວາມໝາຍຍຸດທະສາດຢູ່ ໃນສະໜາມຮົບລະຫວ່າງລາວ ແລະ ຫວຽດນາມ, ໃນປີ 1968 ຢູ່ພາກໃຕ້ຫວຽດນາມ ກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ລູກຂຶ້ນຕໍ່ສູ້ ສົງຄາມພາກສ່ວນຂອງຈັກກະພັດອາເມຣິກາໃຫ້ພັງທະລາຍລົງ, ໃນໄລຍະດຽວກັນນັ້ນ ກອງທັບ ແລະ ປະຊາ ຊົນລາວ ໄດ້ເປີດບັ້ນຮົບປົດປ່ອຍນໍ້າບາກ ແຂວງຫຼວງພະບາງ, ບັ້ນຮົບປົດປ່ອຍຜາຖີ່ (ແຂວງຫົວພັນ) ບຸກຕີສັດຕູໃຫ້ປະລາໄຊຢ່າງເຈັບແສບ, ອັນນັ້ນ ແມ່ນການສົມທົບຢ່າງແໜ້ນແຟ້ນລະຫວ່າງສອງສະໜາມຮົບຂອງ ລາວ-ຫວຽດນາມ ໄດ້ໂມ່ງບາດຄ້ອນອັນໜັກໃສ່ສັດຕູໂຕດຽວກັນ, ເຮັດໃຫ້ຍຸດທະສາດສົງຄາມພິເສດຂອງ ໂຢນເຊີນຖືກພັງທະລາຍ.
- ໄລຍະປີ 1969-1973 ກອງທັບ ແລະ ປະຊາຊົນລາວ ພ້ອມກັບກອງທັບ ແລະ ປະຊາຊົນຫວຽດນາມ ໄດ້ສາມັກຄີຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຕີເອົາຊະນະສົງຄາມພິເສດ ເພີ່ມທະວີຂອງຈັກກະພັດອາເມຣິກາ. ປີ 1959 ນິກເຊີນຂຶ້ນເປັນປະທານທິບໍດີສະຫະລັດອາເມຣິກາ, ຕໍ່ກັບລາວ ພວກເຂົາໄດ້ເຮັດໃຫ້ສົງຄາມເປັນສົງຄາມພິເສດ ເພີ່ມທະວີຫຼາຍກໍາລັງເຂົ້າຮ່ວມ ຂອງກອງທັບອາກາດອາເມຣິກາ, ຂອງກອງທະຫານໄທເລວຮັບຈ້າງ ແລະ ທະຫານຫຸ່ນໄຊງ່ອນ, ພ້ອມກັນນັ້ນ ກໍເປີດກວ້າງສົງຄາມອອກໄປທົ່ວອິນດູຈີນ. ດ້ວຍການນໍາພາຂອງພັກ ແລະ ດ້ວຍຈິດໃຈປະຕິວັດອັນສູງສົ່ງຂອງກອງທັບປະຊາຊົນລາວ ແລະ ດ້ວຍຄວາມສາມັກຄີຮ່ວມ ສໍາພັນສູ້ຮົບອັນສະໜິດແໜ້ນຂອງສອງພັກ, ສອງກອງທັບ ແລະ ປະຊາຊົນສອງປະເທດ ໄດ້ພ້ອມກັນຄຽງບ່າຄຽງໄຫຼ່ກັນຕໍ່ສູ້ຢ່າງເດັດດ່ຽວພິລະອາດຫານ ໃນຫຼາຍບັ້ນຮົບ ອັນພົ້ນເດັ່ນແມ່ນ ບັ້ນຮົບລາມເຊີນ 719 (ທາງເລກ 9) ແຂວງສະຫວັນນະເຂດ ໃນປີ 1971 ໄຊຊະນະຂອງບັ້ນຮົບລາມເຊິນ 719 ເປັນມະຫາໄຊຊະນະທີ່ບໍ່ເຄີຍມີມາກ່ອນ, ເປັນການຕີເອົາຊະນະກັບທິດສະດີນິກເຊີນ ແລະ ຕີເອົາຊະນະກໍາລັງສູ້ຮົບຍຸດທະສາດຂອງຈັກກະພັດອາເມຣິກາ, ສ້າງໄດ້ທ່ວງທ່າອັນໃໝ່ ໃຫ້ແກ່ການປະຕິວັດລາວ ແລະ ການປະຕິວັດຫວຽດນາມກ້າວຂຶ້ນຍາດເອົາໄຊຊະນະອັນໃຫຍ່ຫຼວງ ໃນຊຸມປີ 1971-1972 ກອງທັບ ແລະ ປະຊາຊົນລາວ ປະສານສົມທົບກັບກອງທະຫານອາສາສະໝັກຫວຽດນາມ ໄດ້ເປີດບັ້ນຮົບບູກໂຈມຕີຢ່າງຕໍ່ເນື່ອງ ໃນຫຼາຍບັ້ນຮົບຍຸດທະສາດສໍາຄັນ ເຊັ່ນ: ບັ້ນຮົບປົດປ່ອຍທົ່ງໄຫຫີນ-ຊຽງຂວາງ, ທົ່ງໄຫຫີນ-ລ້ອງແຈ້ງ... ໃນທຸກສະໜາມຮົບລ້ວນ ແຕ່ໄດ້ສ້າງທ່າແຮງ ແລະ ກໍາລັງໜູນໜີບບັງຄັບໃຫ້ຝ່າຍວຽງຈັນຕ້ອງຍອມເຊັນສັນຍາ, ປະຕິບັດຄວາມຖືກຕ້ອງປອງດອງ ແລະ ຄວາມເປັນເອກະພາບຂອງຊາດ ຄັ້ງທີ III ໃນວັນທີ 21 ກຸມພາ ປີ 1973, ສ້າງເງື່ອນໄຂ ອັນສະດວກໃຫ້ການປັບປຸງ ແລະ ກໍ່ສ້າງກໍາລັງປະຕິວັດໃນທຸກດ້ານ ໄດ້ເຮັດໃຫ້ມີການຫັນ ປ່ຽນທີ່ເປັນຜົນດີ ໃຫ້ແກ່ການປະຕິວັດທັງສາມປະເທດອິນດູຈີນ; ວັນທີ 17 ເມສາ 1975 ກອງທັບ ແລະ ປະຊາຊົນກໍາປູເຈຍຕີປົດປ່ອຍພະນົມເປັນ ແລະ ທົ່ວປະເທດຢ່າງສົມບູນ; ວັນທີ 30 ເມສາ 1975 ກອງທັບ ແລະ ປະຊາຊົນພາກໃຕ້ຫວຽດນາມ ບຸກຕີເຂົ້າປົດປ່ອຍໄຊງ່ອນ ແລະ ທົ່ວພາກໃຕ້ຫວຽດນາມ ໄດ້ຮັບໄຊຊະນະຢ່າງສົມບູນເຊິ່ງໄດ້ທ້ອນໂຮມປະເທດຫວຽດນາມ ເປັນເອກະພາບອັນໜຶ່ງອັນດຽວ; ໄຊຊະນະຂອງສອງປະເທດອ້າຍນ້ອງ ດັ່ງກ່າວໄດ້ສ້າງໂອກາດພັນປີມີເທື່ອໜຶ່ງ, ພັກປະຊາຊົນປະຕິວັດລາວ ໄດ້ນໍາພາປະຊາຊົນລາວບັນດາເຜົ່າລຸກຮື້ຂຶ້ນຢຶດອໍານາດການປົກຄອງດ້ວຍ 3 ບາດຄ້ອນຍຸດທະສາດ ໄດ້ຮັບໄຊຊະນະຢ່າງສົມບູນ ໃນຂອບເຂດທົ່ວປະເທດ ແລະ ສະຖາ ປະນາເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ໃນວັນທີ 2 ທັນວາ 1975, ໄຊຊະນະອັນຍິ່ງໃຫຍ່ຂອງການປະຕິວັດລາວ ດັ່ງກ່າວນັ້ນບັນຫາໜຶ່ງທີ່ສໍາຄັນແມ່ນໄຊຊະນະຂອງການສໍາພັນຮ່ວມຮົບລະຫວ່າງ ປະ ຊາຊົນລາວ, ປະຊາຊົນຫວຽດນາມ ທີ່ໄດ້ຄຽງບ່າຄຽງໄຫຼ່ກັນຕ້ານສັດຕູໂຕດຽວກັນຕະຫຼອດໄລຍະ 45 ປີຜ່ານມາ.
III. ໄລຍະປົກປັກຮັກສາ ແລະ ສ້າງສາພັດທະນາປະເທດຊາດ (1975 ເຖິງປັດຈຸບັນ).
ພາຍຫຼັງປະເທດຊາດໄດ້ຮັບການປົດປ່ອຍ, ທັງສອງປະເທດລາວ ແລະ ຫວຽດນາມ ລ້ວນແຕ່ຕົກຢູ່ໃນ ສະພາບທີ່ຫຍຸ້ງຍາກສັບສົນທີ່ສຸດ ບໍ່ວ່າທາງດ້ານການເມືອງ, ເສດຖະກິດ-ສັງຄົມ, ວັດທະນະທໍາ, ການທະຫານ, ການຕ່າງປະເທດ ແລະ ອື່ນໆ ແຕ່ລາວ-ຫວຽດນາມ ກໍໄດ້ສືບຕໍ່ພົວພັນກັນຢ່າງສະໜິດແໜ້ນ, ໃຫ້ການ ສະໜັບສະໜູນຊ່ວຍເຫຼືອກັນ ແລະ ຮ່ວມມືກັນ ໃນດ້ານຕ່າງໆຢ່າງໃກ້ຊິດ ຊຶ່ງສະແດງອອກ ດັ່ງນີ້:
ວັນທີ 18/7/1977 ລາວ ແລະ ຫວຽດນາມ ໄດ້ເຊັນສົນທິສັນຍາມິດຕະພາບ ແລະ ການຮ່ວມມືນໍາກັນ ໂດຍແມ່ນປະທານ ໄກສອນ ພົມວິຫານ ປະທານສະພາລັດຖະມົນຕີ ແລະ ທ່ານ ຟ້າມວັນດົງ ນາຍົກ ລັດຖະມົນຕີ ຂອງຫວຽດນາມເປັນຜູ້ລົງນາມ. ເຫດການດັ່ງກ່າວໄດ້ເປັນຂີດໝາຍໜຶ່ງທີ່ສໍາຄັນປະກອບສ່ວນ ເຂົ້າໃນການປັບປຸງ ແລະ ເສີມຂະຫຍາຍມິດຕະພາບອັນຍິ່ງໃຫຍ່ ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ລາວ ແລະ ຫວຽດນາມ; ຕັ້ງແຕ່ນັ້ນມາການຮ່ວມມືຮອບດ້ານລະຫວ່າງ ລາວ ຫວຽດນາມ ແລະ ຫວຽດນາມ-ລາວ ໄດ້ເລີ່ມຕົ້ນສັກກະລາດໃຫມ່ໃນເງື່ອນໄຂໃໝ່.
ປີ 1986 ລາວ ແລະ ຫວຽດນາມ ໄດ້ດໍາເນີນການປ່ຽນແປງໃໝ່, ທັງສອງພັກ, ສອງລັດໄດ້ຮ່ວມກັນ ປຶກສາຫາລື ແລະ ປະສານສົມທົບກັນດ້ານແນວທາງນະໂຍບາຍ ແລະ ທັດສະນະຕ່າງໆ, ມີການຖອດຖອນ ບົດຮຽນນໍາກັນ, ພ້ອມທັງໃຫ້ການຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນຕົວຈິງ.
ໃນທ້າຍຊຸມປີ 80 ຫາ ຕົ້ນຊຸມປີ 90 ສະຕະວັດທີ 20) ສະຫະພາບໂຊວຽດ ແລະ ບັນດາປະເທດ ສັງຄົມນິຍົມເອີຣົບຕາເວັນອອກຖືກລົ້ມລະລາຍ, ລາວ ແລະ ຫວຽດນາມ ຍິ່ງໄດ້ເພີ່ມທະວີຄວາມສາມັກຄີ ແລະ ຊ່ວຍເຫຼືອເຊິ່ງກັນ ແລະ ກັນ ຢ່າງໜັກແໜ້ນ...
ໃນໄລຍະໃໝ່ນີ້, ເຖິງວ່າສະພາບແວດລ້ອມສາກົນຈະຜັນແປໄປຄືແນວໃດກໍຕາມ ແລະ ຢູ່ພາຍໃນ ຂອງແຕ່ລະປະເທດຈະມີຂໍ້ສະດວກ ແລະ ຄວາມຫຍຸ້ງຍາກຄືແນວໃດກໍຕາມ, ແຕ່ສອງພັກ ສອງລັດ ລາວຫວຽດນາມ ກໍຍັງສືບຕໍ່ເສີມຂະຫຍາຍສາຍພົວພັນຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານນໍາກັນຢ່າງບໍ່ຢຸດຢັ້ງ ທັງທາງກວ້າງ ແລະ ທາງເລິກ, ທັງລະດັບສູນກາງ ແລະ ທ້ອງຖິ່ນ ຊຶ່ງໄດ້ເປັນປັດໄຈສໍາຄັນຕັດ ສິນອັນໜຶ່ງຕໍ່ຜົນສໍາເລັດ ແລະ ໄຊຊະນະຂອງພາລະກິດປ່ຽນແປງໃໝ່ຢູ່ໃນສອງປະເທດ, ສາມາດຕອບສະໜອງຜົນປະໂຫຍດຂອງປະຊາຊົນທັງສອງຊາດໄດ້ເປັນຢ່າງດີ.
IV. 45 ປີ ແຫ່ງການປະຕິບັດສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ.
ຕະຫຼອດໄລຍະ 60 ປີ ແຫ່ງການສ້າງຕັ້ງສາຍພົວພັນການທູດລະຫວ່າງ ລາວ-ຫວຽດນາມ ແລະ 45 ປີ ແຫ່ງການປະຕິບັດສົນທິສັນຍາມິດຕະພາບ ແລະ ການຮ່ວມມືຮອບດ້ານ ລະຫວ່າງ ລາວ-ຫວຽດນາມ; ສອງຊາດ ລາວ-ຫວຽດນາມ ໄດ້ພ້ອມກັນເພີ່ມພູນຄູນສ້າງມິດຕະພາບແບບພິເສດ, ການພົວພັນຮ່ວມມືຮອບດ້ານນັບມື້ຍິ່ງຂະ ຫຍາຍຕົວກ້າວເຂົ້າສູ່ລວງເລິກ, ແທດເໝາະກັບສະພາບການຕົວຈິງ ແລະ ມີປະສິດທິຜົນ, ສາມາດຕອບສະໜອງຄວາມມຸ່ງມາດປາຖະໜາຂອງປະຊາຊົນສອງຊາດ, ເພື່ອສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.
1. ດ້ານການເມືອງ, ການຕ່າງປະເທດ.
- ໄດ້ຮັບການປັບປຸງ ແລະ ເສີມຂະຫຍາຍຢ່າງໜັກແໜ້ນ, ສ້າງຄວາມໄວ້ເນື້ອເຊື່ອໃຈເຊິ່ງກັນ ແລະ ກັນ, ຄວາມຜູກພັນລະຫວ່າງການນໍາ ແລະ ປະຊາຊົນສອງປະເທດມີຄວາມເລິກເຊິ່ງກວ່າເກົ່າ.
- ໄດ້ເພີ່ມທະວີການຮ່ວມມື ເຂົ້າສູ່ລວງເລິກ, ຮັກສາບົດບາດການກໍານົດທິດລວມຂອງການຮ່ວມມື ສອງຝ່າຍ ແລະ ຍົກສູງປະສິດທິພາບ ບັນດາກົນໄກການຮ່ວມມື, ຈັດຕັ້ງປະຕິບັດເປັນຢ່າງດີ ແລະ ມີປະສິດທິຜົນບັນດາຖະແຫຼ່ງການຮ່ວມ, ສັນຍາ, ຂໍ້ຕົກລົງ, ເອກະສານຮ່ວມມືສອງຝ່າຍ ກໍຄືການຢ້ຽມຢາມ ແລະ ການພົບປະເຮັດວຽກ ລະຫວ່າງ ການນໍາຂັ້ນສູງສອງພັກ, ສອງລັດ, ທຸກຂັ້ນ, ບັນດາກະຊວງ-ອົງການ ແລະ ທ້ອງຖິ່ນ ດ້ວຍຫຼາຍຮູບການທີ່ເໝາະສົມ.
- ພິເສດໃນປີ 2011 ລາວ ແລະ ຫວຽດນາມ ໄດ້ເຮັດສໍາເລັດໂຄງການຮຽບຮຽງປຶ້ມປະຫວັດສາດ ສາຍພົວພັນພິເສດ ລາວ-ຫວຽດນາມ ( 1930-2007 ), ສໍາເລັດກອງປະຊຸມສໍາມະນາວິທະຍາສາດກ່ຽວກັບການພັດທະ ນາເສດຖະກິດ-ສັງຄົມ ລາວ-ຫວຽດນາມ ໄລຍະ 2011-2020 ແລະ ໄດ້ເຊັນບັນດາເອກະສານ ສໍາຄັນຄື: ຍຸດທະສາດການຮ່ວມມື ໄລຍະ 2011-2020 ສັນຍາຮ່ວມມື 5 ປີ 2011-2015, ສັນຍາຮ່ວມມື ປະຈໍາປີ 2011, ໂຄງການຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມື ລາວ-ຫວຽດນາມ ໃນຂົງເຂດ ການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດໄລຍະ 2011-2020 ແລະ ຂໍ້ຕົກລົງອື່ນໆ.
- ໃນປີ 2021 ເລຂາທິການໃຫຍ່, ປະທານປະເທດ ທອງລຸນ ສີສຸລິດ ແລະ ເລຂາທິ ການໃຫຍ່ ຫງ ວຽນຟູຈ້ອງ ໄດ້ເປັນສັກຂີພິຍານ ໃນພິທີເຊັນບັນດາເອກະສານການຮ່ວມມື ລະຫວ່າງສອງປະເທດ, ໃນນັ້ນມີ ຂໍ້ຕົກລົງວ່າດ້ວຍຍຸດທະສາດຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2021-2030; ສັນຍາຮ່ວມມືສອງຝ່າຍ ລາວ-ຫວຽດນາມ ໄລຍະ 2021-2025; ຂໍ້ຕົກລົງວ່າດ້ວຍການຮ່ວມມື ລະຫວ່າງ ຫ້ອງວ່າການສູນກາງພັກ ປະຊາຊົນປະຕິວັດລາວ ແລະ ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ ໄລຍະ 2021-2025; ຂໍ້ ຕົກລົງວ່າດ້ວຍການຮ່ວມມືລະຫວ່າງ ຄະນະກໍາມະການສູນກາງແນວລາວສ້າງຊາດ ແລະ ຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດ ຫວຽດນາມ ໄລຍະ 2021-2025; ຂໍ້ຕົກລົງວ່າດ້ວຍການຮ່ວມມືລະຫວ່າງ ກະຊວງແຜນການ ແລະ ການລົງທຶນລາວ ແລະ ກະຊວງແຜນການ ແລະ ການລົງທຶນຂອງຫວຽດນາມ ໄລຍະ 2021-2023; ບົດບັນທຶກການຮ່ວມມືລະຫວ່າງ ສອງກະຊວງຖະແຫຼງຂ່າວລາວ ແລະ ຫວຽດນາມ ໄລຍະ 2021-2025; ແຜນການຮ່ວມມືວັດທະນະທໍາ, ສິລະປະ ແລະ ທ່ອງທ່ຽວ ລະຫວ່າງ ກະຊວງຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວລາວ ແລະ ກະຊວງວັດທະນະທໍາ, ກິລາ ແລະ ທ່ອງທ່ຽວ ຫວຽດນາມ ໄລຍະ 2021-2025 ແລະ ບາງສັນຍາເສດຖະກິດ ລະຫວ່າງ ວິສາຫະກິດ ລາວ ແລະ ຫວຽດນາມ.
ແຂວງຫົວພັນໄດ້ຈັດຕັ້ງປະຕິບັດນະໂຍບາຍຂອງສອງພັກ, ສອງລັດ ວ່າດ້ວຍການປົກປັກຮັກສາ, ເພີ່ມພູນ ຄູນສ້າງສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງ ປະ ເທດ ລາວ - ຫວຽດນາມ, ອົງຄະນະພັກ, ອົງການປົກຄອງ ແລະ ປະຊາຊົນບັນດາເຜົ່າຂອງແຂວງຫົວພັນ ແລະ ບັນ ດາແຂວງ ສສ ຫວຽດນາມ, ໂດຍສະເພາະແມ່ນບັນດາແຂວງຕິດຈອດຊາຍແດນ ໄດ້ປັບປຸງ, ພັດທະນາ, ນໍາເອົາການພົວພັນຮ່ວມມື ນັບມື້ເຂົ້າສູ່ລວງເລິກ ແລະ ປະກົດຜົນເປັນຈິງ;
2. ດ້ານປ້ອງກັນຊາດ - ປ້ອງກັນຄວາມສະຫງົບ.
- ລາວ ແລະ ຫວຽດນາມ ໄດ້ສືບຕໍ່ປະສານສົມທົບກັນຢ່າງແໜ້ນແຟ້ນ, ຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມຢູ່ແຕ່ລະປະເທດ, ຮ່ວມມືກັນພັດທະນາເຂດຊາຍແດນຮອບດ້ານ ເພື່ອຍົກລະດັບຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນໃຫ້ດີຂຶ້ນ.
- ຊຸກຍູ້ການຮ່ວມມືປົກປັກຮັກສາເຂດຊາຍແດນ, ສະກັດກັ້ນ, ຕໍ່ສູ້ຕ້ານບັນດາອາຊະຍາກໍາຂ້າມຊາດ ໂດຍສະເພາະ ອາຊະຍາກໍາຢາເສບຕິດ, ຄ້າມະນຸດ, ຄ້າຂາຍເຖື່ອນ...ປະສານສົມທົບກັນແກ້ໄຂບັນຫາຍົກຍ້າຍ, ຕັ້ງພູມລໍາເນົາຕາມລໍາພັງໃຈ ຂອງປະຊາຊົນບັນດາເຜົ່າ, ການເຂົ້າ-ອອກເມືອງຜິດກົດໝາຍ ແລະ ບັນຫາຄວາມ ບໍ່ສະຫງົບທີ່ອາດເກີດຂຶ້ນ; ສ້າງເຂດຊາຍແດນໃຫ້ເປັນເຂດສັນຕິພາບ, ສະຖຽນລະພາບ, ມິດຕະພາບ ແລະ ພັດທະນາຮອບດ້ານ.
ໄດ້ຖືເອົາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບເປັນວຽກງານສໍາຄັນພິເສດ, ການນໍາແຂວງຫົວພັນ ແລະ ການນໍາບັນດາແຂວງທີ່ມີຊາຍແດນຕິດກັບແຂວງຫົວພັນຂອງ ສສ ຫວຽດນາມໄດ້ຊີ້ນໍາບັນດາກອງບັນຊາການ ປ້ອງກັນຄວາມສະຫງົບ, ກອງບັນຊາການທະຫານສອງຝ່າຍໃຫ້ຕັ້ງໜ້າປະສານສົມທົບກັນເປັນປົກກະຕິໃນການຜັນ ຂະຫຍາຍ ແລະ ປະຕິບັດຢ່າງສະໝໍາສະເໜີບັນດາຫຼັກການຮ່ວມມືປ້ອງກັນຊາດ-ປ້ອງກັນຄວາມສະຫງົບ, ເພື່ອສ້າງ ຄວາມປອດໄພພາຍໃນສັງຄົມ ແລະ ໃນພາກພື້ນຂອງສອງປະເທດ.
3. ການຮ່ວມມືດ້ານເສດຖະກິດ.
ລັດຖະບານສອງຝ່າຍ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນ ໃນການພົວພັນຮ່ວມມືດ້ານເສດຖະກິດ ໂດຍມີການແລກປ່ຽນຂໍ້ມູນຂ່າວສານ ໃນການສ້າງແຜນຜັນຂະຫຍາຍກົນໄກ, ນະໂຍບາຍການພັດທະນາເສດຖະ ກິດ ແລະ ສ້າງເງື່ອນໄຂອໍານວຍຄວາມສະດວກ ໃຫ້ແກ່ບັນດາວິສາຫະກິດ, ນັກທຸລະກິດຫວຽດນາມ ມາລົງທຶນຢູ່ລາວໃນຂົງເຂດຕ່າງໆ ນັບມື້ມີການຂະຫຍາຍຕົວ.
- ການລົງທຶນ: ນັບແຕ່ປີ 1989 ເຖິງປັດຈຸບັນ ວິສາຫະກິດຫວຽດນາມ ທີ່ມາລົງທຶນຢູ່ລາວ ມີທັງໝົດ 417 ໂຄງການ, ມູນຄ່າການລົງທຶນທັງຫມົດ 4,3 ຕື້ ໂດລາສະຫະລັດ, ໃນນັ້ນ ສສ ຫວຽດນາມ ລົງທຶນ 100% ມີ 287 ໂຄງການ, ມູນຄ່າການລົງທຶນ 3,5 ຕື້ໂດລາສະຫະລັດ ແລະ ການລົງທຶນຮ່ວມທຸລະກິດ ມີ 122 ໂຄງການ, ມູນຄ່າການລົງທຶນ 622 ລ້ານ ໂດລາສະຫະລັດ, ຈັດຢູ່ໃນລໍາດັບທີ 3 ໃນຈໍານວນ 54 ປະເທດ ແລະ ເຂດແຄວ້ນທີ່ມາລົງທຶນຢູ່ລາວ.
- ການຄ້າ: ລາວ ແລະ ຫວຽດນາມ ໄດ້ສືບຕໍ່ປະຕິບັດກົນໄກບູລິມະສິດຜ່ອນຜັນດ້ານອັດຕາພາສີຂາເຂົ້າເຊິ່ງກັນ ແລະ ກັນ ສໍາລັບສິນຄ້າທີ່ມີແຫຼ່ງກໍາເນີດຈາກແຕ່ລະປະເທດ, ສືບຕໍ່ປະສານສົມທົບກັນຄົ້ນຄວ້າເປີດກວ້າງລາຍການບັນດາປະເພດສິນຄ້າທີ່ໄດ້ຮັບອັດຕາພາສີຂາເຂົ້າ 0%.
ໃນປີ 2020 ຜ່ານມາ ເຖິງວ່າພົບຄວາມຫຍຸ້ງຍາກຈາກສະພາບການແພ່ລະບາດ ຂອງພະຍາດໂຄວິດ19 ກໍຕາມ, ແຕ່ຍອດມູນຄ່າການຄ້າສອງປະເທດ ຍັງມີການເຕີບໂຕແບບກ້າວກະໂດດ, ມູນຄ່າການຄ້າສອງຝາຍ ບັນລຸ 1,37 ຕື້ ໂດລາສະຫະລັດ, ເພີ່ມຂຶ້ນ 33,3% ເມື່ອທຽບໃສ່ ປີ 2020
ແຂວງຫົວພັນໄດ້ເພີ່ມທະວີການພົວພັນຮ່ວມມືກັບບັນດາແຂວງແຮກສ່ຽວ ແລະ ບັນດາແຂວງຕ່າງໆຂອງ ສສ ຫວຽດນາມ ເພື່ອແນ່ໃສ່ການເປີດກ້ວາງການພົວພັນຮ່ວມມືຮອບດ້ານ ແລກປ່ຽນບົດຮຽນເຊີ່ງກັນ ແລະ ກັນ ໃນການພັດທະນາເສດຖະກິດ-ສັງຄົມສອງຊາດໃຫ້ນັບມື້ເຂັ້ມແຂງຍິ່ງຂຶ້ນ, ໃນໄລຍະ 5 ປີ 2016-2020 ມູນຄ່າສິນຄ້ານໍາເຂົ້າ-ສົ່ງອອກບັນລຸໄດ້ 73,970,087 ໂດລາ ເພີ່ມຂຶ້ນ 18 %ທຽບໃສ່ປີ 2011-2015.
4. ດ້ານຄົມມະນາຄົມ-ຂົນສົ່ງ.
ລັດຖະບານແຫ່ງ ສປປ ລາວ ແລະ ສສ ຫວຽດນາມ ໄດ້ສືບຕໍ່ຍຸດທະສາດການຮ່ວມມືດ້ານຄົມມະນາ ຄົມ-ຂົນສົ່ງ ໃນໄລຍະ ປີ 2016-2025 ແລະ ວິໄສທັດ ປີ 2030, ສອງຝ່າຍໄດ້ຊອກຫາແຫຼ່ງທຶນ ເພື່ອຜັນຂະຫຍາຍບັນດາໂຄງການທີ່ສໍາຄັນ ເປັນຕົ້ນ ເສັ້ນທາງດ່ວນເຊື່ອມຕໍ່ວຽງຈັນ-ຮ່າໂນ້ຍ, ເສັ້ນທາງລົດໄຟ ວຽງຈັນ-ທ່າແຂກ-ເຕິນເອີບ-ຫວຸ້ງອາງແລະບັນດາເສັ້ນທາງສໍາຄັນອື່ນໆ. ບົລາຍງານຜົນການສຶກສາຄວາມເປັນໄປໄດ້ຂອງໂຄງການຍົກລະດັບເສັ້ນທາງ 18 B ແຂວງ ອັດຕະປື, ປັດຈຸບັນຢູ່ ໃນຂັ້ນຕອນປະເມີນຜົນກະທົບໂຄງການເຊື່ອມຕໍ່ແລວທາງເສດຖະກິດຕາເວັນອອກ-ຕາເວັນຕົກ ແລະ ເຊື່ອມຕໍ່ກັບພາກພື້ນໂຄງການພັດທະນາຄົມມະນາຄົມ-ຂົນສົ່ງ ໃນບັນດາປະເທດ ASEAN ແລະ GMS ພິຈາລະນາໃຫ້ບູລິມະສິດຈັດຕັ້ງຜັນຂະຫຍາຍເສັ້ນທາງຕາມແລວທາງຫຼວງແຫ່ງຊາດເລກ 8 ຂອງສອງປະເທດ.
ການເຊື່ອມໂຍງດ້ານຄົມມະນາຄົມ ແລະ ຂົນສົ່ງ ລະຫ່ວາງສອງແຂວງ ໄດ້ຮັບການເອົາໃຈໃສ່, ປັບປຸງສະດວກດີຂຶ້ນກວ່າເກົ່າ, ສອງຝ່າຍໄດ້ເປັນເຈົ້າການນໍາສະເໜີລັດຖະບານສອງປະເທດ ຄົ້ນຄວ້າພິຈາລະນາໃນການລົງທຶນຍົກລະດັບ ແລະ ຂະຫຍາຍໜ້າທາງບັນດາເສັ້ນທາງແຫ່ງຊາດ, ເສັ້ນທາງຫຼວງຂັ້ນແຂວງຄື: ເສັ້ນທາງນັບແຕ່ໃຈກາງຕາແສງອຽນເຄື່ອງ ໄປຫາປ່ອງຂ້າມລອຍຊາຍແດນອຽນເຄືອງ, ເມືອງລາງແຈ້ງ ເຊື່ອມໂຍງກັບກຸ່ມບ້ານໂພນໄຊ, ເມືອງຊໍາໃຕ້; ຍົກລະດັບ, ຂະຫຍາຍເສັ້ນທາງຫຼວງແຫ່ງຊາດ 217 ນັບແຕ່ ດ໋ແລນ ໄປເຖິງຕາແສງນາແມວ ໄລຍະ 1; ຍົກລະດັບ, ຂະຫຍາຍເສັ້ນທາງ ໂຮ້ຍຊ້ວນ - ແຕ່ນຕັນ.
5. ດ້ານວັດທະນະທໍາ - ສັງຄົມ
- ສປປ ລາວ ໄດ້ສ້າງອະນຸສາວະລີນໍ້າໃຈສາມັກຄີຮ່ວມຮົບ ຢູ່ແຂວງຊຽງຂວາງ, ດົມໄຊ, ອັດຕະປື, ສະ ຫວັນນະເຂດ. ເພື່ອສະແດງຄວາມຮູ້ບຸນຄຸນຕໍ່ທະຫານອາສາສະໝັກຫວຽດນາມ ທີ່ມາເຮັດໜ້າທີ່ສາກົນ ຢູ່ລາວ ໃນໄລຍະການປະຕິວັດປົດປ່ອຍຊາດ ແລະ ໄດ້ຕົກລົງກັນກໍ່ສ້າງທະນູສອນສະຖານ ປະທານ ໂຮ່ຈີມິນບ້ານຊຽງຫວາງ, ເມືອງໜອງບົກ, ແຂວງຄໍາມ່ວນ ຊຶ່ງເປັນສະຖານທີ່ ທີ່ປະທານ ໂຮເມີນ ເຂົ້າມາລາວ ໃນປີ 1928 ເພື່ອເຄື່ອນໄຫວ ແລະ ສ້າງຮາກຖານປະຕິວັດ.
- ໄດ້ຮ່ວມມືກັນປະຕິບັດການຊອກຄົ້ນ, ເກັບກູ້ ແລະ ທ້ອນໂຮມອັດຖິຂອງຊ່ຽວຊານ ແລະ ທີ່ທະຫານອາສາສະໝັກຫວຽດນາມ ທີ່ເສຍຊີວິດຢູ່ລາວໃນສະໄໝສົງຄາມ ກັບຄືນປະເທດໄດ້ 20,000 ກວ່າຄົນ.
- ຫວຽດນາມ ໄດ້ຊ່ວຍສ້າງໂຮງຮຽນສິລະປະດົນຕີແຫ່ງຊາດ ສະ ຖານີວິທະຍຸ, ໂທລະພາບ ຢູ່ສູນກາງ ແລະ ບາງທ້ອງຖິ່ນ ຄື: ຫຼວງພະບາງ ແລະ ຈໍາປາສັກ ພ້ອມນັ້ນ ກໍໄດ້ມີການແລກປ່ຽນສິລະປະວັດທະນະທໍານໍາກັນເປັນປົກກະຕິ
- ລາວ ແລະ ຫວຽດນາມ ໄດ້ປະສານສົມທົບກັນຢ່າງແໜ້ນແຟ້ນໃນການປ້ອງກັນ, ຄວບຄຸມການແຜ່ ລະບາດຂອງພະຍາດໂຄວິດ-19 ແລະ ຍູ້ແຮງການຮ່ວມມື, ສະໜັບສະໜູນກັນ, ພ້ອມກັນຂ້າມຜ່ານຄວາມ ຫຍຸ້ງຍາກ ເພື່ອພັດທະນາເສດຖະກິດ-ສັງຄົມ.
ໃນ 10 ປີ ຜ່ານມາແຂວງຫົວພັນ ໄດ້ປະສານສົມທົບແໜ້ນແຟ້ນ ແລະ ອໍານວຍຄວາມສະດວກກັບໜ່ວຍປະຕິບັດງານພິເສດແຂວງແທ້ງຮ່ວາ ຊອກຫາທ້ອນໂຮມອະຖິສົບທະຫານອາສາສະໝັກຫວຽດນາມ ທີ່ເສຍສະຫຼະຊີວິດຢູ່ລາວກັບຄືນ ປະເທດໄດ້ຈໍານວນ 390 ອັດຖິສົບ.
6. ການຮ່ວມມືດ້ານການສຶກສາ, ພັດທະນາແຫຼ່ງຊັບພະຍາກອນມະນຸດ ແລະ ບໍາລຸງສ້າງວິຊາຊີບ.
ລັດຖະບານ ລາວ - ຫວຽດນາມ ໄດ້ສຶບຕໍ່ປະສານສົມທົບປະຕິບັດະທະນສັນຍາວ່າດ້ວຍການປະສານສົມທົບປະຕິບັດອະນຸສັນຍາວ່າດ້ວຍການຮ່ວມມືດ້ານການສຶກສາ ແລະ ບໍາລຸງສ້າງ ໄລຍະ 2017-2022 ຢ່າງມີປະ ສິດຜົນ ແລະ ສຸມໃສ່ປະຕິບັດບັນດາມາດຕະການ, ໜ້າທີ່ຮັບຜິດຊອບທີ່ລະບຸໄວ້ ຢູ່ໃນໂຄງການຍົກສູງຄຸນນະພາບ ແລະ ປະສິດທິຜົນການຮ່ວມມື ລາວ-ຫວຽດນາມ ໃນຂົງເຂດການສຶກສາ ແລະ ພັດທະນາຊັບພະຍາກອນມະນຸດ ໄລຍະ 2021-2030.
- ການພົວພັນຮ່ວມມືໃນການພັດທະນາຊັບພະຍາກອນມະນຸດ ໄດ້ຮັບການເປີດກວ້າງດ້ວຍຫຼາຍຮູບການ, ຕອບສະໜອງກັບຄວາມຮຽກຮ້ອງຕ້ອງການ ໃນການປົກປັກຮັກສາ ແລະ ພັດທະນາຂອງແຕ່ລະປະເທດ. ໃນປີ 2021 ນັກສຶກສາລາວທີ່ມີຫນ້າກໍາລັງຮຽນຢູ່ຫວຽດນາມ ມີທັງໝົດ 14.000 ຄົນ.
ໄລຍະປີ 2016-2020, ມີພະນັກງານ ແລະ ນັກສຶກສາຈາກແຂວງຫົວພັນໄດ້ຮັບທຶນການສຶກສາຈາກລັດຖະບານ ສສ ຫວຽດນາມ ແລະ ບັນດາແຂວງໄປສຶກສາຢູ່ທີ່ປະເທດ ສສ ຫວຽດນາມລວມທັງໝົດມີ 1.665 ຄົນ.
7. ການຊ່ວຍເຫຼືອລ້າຂອງຫວຽດນາມໃຫ້ແກ່ລາວ.
ປີ 2021 ສສ ຫວຽດນາມ ໄດ້ໃຫ້ທຶນຊ່ວຍເຫຼືອລ້າ ຈໍານວນ 719,3 ຕື້ດົ່ງ ເພື່ອນໍາໃຊ້ເຂົ້າໃນກິດຈະກໍາ, ໂຄງການຕ່າງໆ ເປັນຕົ້ນແມ່ນໂຄງການປູກສ້າງຫໍສະພາແຫ່ງຊາດຫຼັງໃໝ່, ໂຄງການສະຖານີວິທະຍຸ-ໂທລະພາບແຂວງ ບໍ່ແກ້ວ, ໂຄງການປ່ຽນອຸປະກອນສະຖານີວິທະຍຸກະຈາຍສຽງແຫ່ງຊາດ, ໂຮງຫມໍແຂວງຊຽງຂວາງ, ແບ່ງເຂດຜະລິດກະສິກໍາ ຢູ່ແຂວງຫົວພັນ ແລະ ຊຽງຂວາງ.
ແຂວງຫົວພັນ ໄດ້ຮັບການຊ່ວຍເຫຼືອ ຈາກປະເທດ ເພື່ອນບ້ານ ສສ ຫວຽດນາມ ຫຼາຍໂຄງການ ໂດຍສະເພາະແມ່ນ ບັນດາໂຄງການກໍ່ສ້າງພື້ນຖານໂຄງລ່າງທີ່ຈໍາເປັນແກ່ແຂວງ ເຊັ່ນ: ສໍານັກງານຫ້ອງວ່າການແຂວງຫົວພັນ (ທຶນຊ່ວຍເຫຼືອຈາກນະຄອນ ໂຮ່ຈິມິນ), ສວນສາທາລະນະຫົວພັນ-ກວ້າງນິງ, ໂຮງຮຽນການເມືອງ-ການປົກຄອງແຂວງຫົວພັນ, ເຮືອນຮັບແຂກມິດຕະພາບຫົວພັນ-ແທັງຮວ່າ, ສວນສາທາລະນະມິດຕະພາບ ແລະ ກັນເຈື່ອນແຄມນໍ້າຊໍາ, ສະໂມສອນເເຂວງຫົວພັນ, ໂຮງ ໝໍມິດຕະ ພາບ ລາວ-ຫວຽດນາມ ແຂວງຫົວພັນ, ໂຮງຮຽນ ມສ ບວມງາມ ເມືອງຫົວເມືອງ, ຊົນລະປະທານນໍ້າລ້ອງ ເມືອງສົບເບົາ, ສູນສົ່ງ ເສີມເຕັກນິກກະສິກໍາ ບ້ານອົງ, ເມືອງຊໍາເຫນືອ ແລະ ບັນດາໂຄງການອື່ນໆອີກ.
ນອກຈາກນັ້ນ, ບັນດາເມືອງ, ບ້ານ, ພະແນກການ, ຂະແໜງການອ້ອມຂ້າງແຂວງ, ກອງບັນຊາການ ປກສ , ກອງບັນຊາການ ປກຊ ກໍຍັງໄດ້ຮັບການຊ່ວຍເຫຼືອຈາກຄູ່ຮ່ວມຕໍາແໜ່ງ ໃນການຊ່ວຍກໍ່ສ້າງບັນດາຫ້ອງການ, ສະໝອງອຸປະ ກອນຮັບໃຊ້ຫ້ອງການ ແລະ ອື່ນໆ.
ໃນໄລຍະມີການລະບາດຂອງພະຍາດໂຄວິດ 19, ແຂວງຫົວພັນໄດ້ຮັບການຊ່ວຍເຫຼືອ ຈາກບັນດາ ແຂວງຂອງ ສສ ຫວຽດນາມ ແລະ ບັນດາຫົວຫນ່ວຍທຸລະກິດ, ສະມາຄົມຊາວຫວຽດນາມຢູ່ແຂວງຫົວພັນເຊັ່ນ: ລວມເປັນເງິນເງິນສົດ, ອຸປະກອນການແພດ, ເຄື່ອງບໍລິໂພກຕ່າງໆ ເພື່ອປະກອບສ່ວນໃຫ້ແຂວງຫົວພັນ ນໍາໃຊ້ເຂົ້າໃນວຽກງານຕ້ານ ແລະ ສະກັດກັ້ນພະຍາດໂຄວິດ 19 ຢູ່ແຂວງ.
V. ສືບຕໍ່ເສີມຂະຫຍາຍມູນເຊື້ອສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ.
1. ສືບຕໍ່ເສີມຂະຫຍາຍສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານ ລາວ-ຫວຽດນາມ ໃຫ້ເຂົ້າສູ່ລວງເລິກ, ສູ້ຊົນເຮັດໃຫ້ການພົວພັນຮ່ວມມືດ້ານເສດຖະກິດ-ການຄ້າສົມຄູ່ກັບຜົນສໍາເລັດໃນການພົວພັນດ້ານການເມືອງ ແລະ ຄວາມໝັ້ນຄົງ.
2. ເພີ່ມທະວີການໂຄສະນາສຶກສາອົບຮົມພະນັກງານ, ນັກຮົບ, ລັດຖະກອນ ແລະ ປະຊາຊົນບັນດາເຜົ່າ, ເປັນຕົ້ນຄົນຮຸ່ນໜຸ່ມໃຫ້ມີຄວາມຮັບຮູ້-ເຂົ້າໃຈ ກ່ຽວກັບມູນເຊື້ອສາມັກຄີພິເສດ, ການຮ່ວມມືຮອບດ້ານ ລະຫວ່າງ ລາວ - ຫວຽດນາມ, ດັ່ງຄໍາສັ່ງສອນຂອງປະທານສຸພານຸວົງ "... ທະນຸຖະໜອມມິດຕະພາບນັ້ນຄືກັນກັບເກືອຮັກສາຄວາມເຄັມ, ໝາກເພັດຮັກສາຄວາມຮ້ອນ, ຕາບໃດຍັງມີຟ້າ ແລະ ດິນ, ຕາບນັ້ນກໍຍັງມີຄວາມສາມັກຄີ ລາວ-ຫວຽດນາມ”.
3. ເພີ່ມທະວີຄວາມຕັ້ງໜ້າເປັນເຈົ້າການໃນການຄົ້ນຄວ້າເຊື່ອມຊຶມ ແລະ ຈັດຕັ້ງປະຕິບັດສົນທິສັນຍາ, ສັນຍາ ແລະ ຂໍ້ຕົກລົງຂອງ 2 ກົມການເມືອງ ແລະ ລັດຖະບານຂອງ 2 ປະເທດ ລວມທັງສັນຍາ ແລະ ຂໍ້ຕົກລົງຕ່າງໆລະຫວ່າງຂະແໜງການ ແລະ ທ້ອງຖິ່ນຂອງສອງປະເທດໃຫ້ເກີດຜົນເປັນຈິງ, ປະສານສົມທົບກັບຫວຽດນາມຢ່າງແໜ້ນແຟ້ນ ເພື່ອແກ້ໄຂບັນຫາຕ່າງໆນໍາກັນດ້ວຍຄວາມຈິງໃຈ, ໄວ້ເນື້ອເຊື່ອໃຈ ແລະ ເຫັນອົກເຫັນໃຈກັນຖານສະຫາຍອ້າຍນ້ອງ.
4. ອອກແຮງຊຸກຍູ້ ສ້າງບາດກ້າວບຸກທະລຸໃນການຍົກສູງປະສິດທິຜົນຂອງການຮ່ວມມືດ້ານເສດຖະກິດ, ວັດທະນະທໍາ, ວິທະຍາສາດ-ເຕັກນິກ ບົນພື້ນຖານເສີມຂະຫຍາຍທ່າແຮງບົ່ມຊ້ອນ ແລະ ຄວາມອາດສາມາດຂອງແຕ່ລະປະເທດ ໃຫ້ໄດ້ຫລາຍທີ່ສຸດ; ຍູ້ແຮງການປະຕິບັດບັນດາສົນທິສັນຍາ, ບົດບັນທຶກການຮ່ວມມື ລະຫວ່າງ ສອງລັດຖະບານ ແລະ ບັນດາແຜນການຮ່ວມມື ລະຫວ່າງບັນດາກະຊວງ, ຂະແຫນງການ ແລະ ທ້ອງຖິ່ນຂອງສອງປະເທດ ຢ່າງມີປະສິດທິຜົນ.
5. ເອົາໃຈໃສ່ຄົ້ນຄວ້າປັບປຸງລະບຽບການ ແລະ ກົນໄກໃຫ້ແທດເໝາະກັບການພົວພັນພິເສດ ເຊິ່ງກັນ ແລະ ກັນ ທັງສອດຄ່ອງກັບລະບຽບການເຊື່ອມໂຍງພາກພື້ນ ແລະ ສາກົນ, ທັງນີ້ກໍເພື່ອຊຸກຍູ້ສົ່ງເສີມການຮ່ວມມືດ້ານຕ່າງໆລະດັບສູນກາງ ແລະ ທ້ອງຖິ່ນ ໃຫ້ຂະຫຍາຍຕົວເພີ່ມຂຶ້ນຕາມຄາດໝາຍທີ່ວາງໄວ້.
6. ໃນເງື່ອນໄຂທີ່ສະພາບແວດລ້ອມສາກົນມີການຜັນແປໄປຢ່າງສັບສົນ ແລະ ຄາດຄະເນໄດ້ຍາກນີ້ ພວກເຮົາຕ້ອງສືບຕໍ່ປົກປັກຮັກສາການພົວພັນ ແລະ ຄວາມສາມັກຄີພິເສດລະຫວ່າງ ລາວ - ຫວຽດນາມ ໄວ້ໃຫ້ໝັ້ນຄົງ, ມີສະຕິລະວັງຕົວ ແລະ ເປັນເຈົ້າການສະກັດກັ້ນ - ຕີຖອຍທຸກກົນອຸບາຍມ້າງເພທໍາລາຍຂອງອິດທິກໍາລັງປໍລະປັກ ພ້ອມກັນນັ້ນ ກໍເພີ່ມທະວີການຮ່ວມມື ແລະ ການປະສານສົມທົບການເຄື່ອນໄຫວໃນເວທີພາກພື້ນ ແລະ ສາກົນ ຢ່າງຄ່ອງແຄ້ວ ແລະ ເປັນເອກະພາບກັນ.
ມີ 14 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 68 |
![]() | ມື້ວານນີ້ | 145 |
![]() | ອາທິດນີ້ | 996 |
![]() | ເດືອນນີ້ | 2113 |
![]() | ທັງໝົດ | 230380 |