• 27. ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາ
  • 28. ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບ
  • 1. ເມືອງຊຽງຄໍ້ຈັດພິທີ ປາຖະກະຖາ ວັນສ້
  • ເມືອງຊຽງຄໍ້ ແຂວງຫົວພັນ ເຊື່ອມຊຶມມະ
  • ພິທີເປີດຮຽນ ເອກະສານ ອົບຮົມມະຫາຊົນຜ
  • ເມືອງກວັນ ແຂວງຫົວພັນ ຈັດພິທີເຊື່ອມ
27. ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາມຊຸກຍູ້ວຽກງານຮອບດ້ານ ປະຈຳປີ 2023 ຢູ່ 8 ເມືອງຂອງແຂວງຫົວພັນ

27. ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາມຊຸກຍູ້ວຽກງານຮອບດ້ານ ປະຈຳປີ 2023 ຢູ່ 8 ເມືອງຂອງແຂວງຫົວພັນ

ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາມຊຸກຍູ້ວຽກງານຮອບດ້ານຢູ່ 8 ເມືອງຂອງແຂວງຫົວພັນ     ...
28. ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ

28. ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ

ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ ...
 

1. ເມືອງຊຽງຄໍ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ

ເມືອງຊຽງຄໍ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ      ຕອນເຊົ...
 

ເມືອງຊຽງຄໍ້ ແຂວງຫົວພັນ ເຊື່ອມຊຶມມະຕິຂອງສູນກາງພັກ, ມະຕິຂອງແຂວງ ແລະ ມະຕິຂອງເມືອງ

ເມືອງຊຽງຄໍ້ ແຂວງຫົວພັນ ເຊື່ອມຊຶມມະຕິຂອງສູນກາງພັກ, ມະຕິຂອງແຂວງ ແລະ ມະຕິຂອງເມືອງ    ...
 

ພິທີເປີດຮຽນ ເອກະສານ ອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຈໍາປີ 2023.

ພິທີເປີດຮຽນ ເອກະສານ ອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຈໍາປີ 2023.   &nbs...
 

ເມືອງກວັນ ແຂວງຫົວພັນ ຈັດພິທີເຊື່ອມຊືມເອກະສານສຳຄັນຂອງພັກ

ເມືອງກວັນ ແຂວງຫົວພັນຈັດພິທີເຊື່ອມຊືມເອກະສານສຳຄັນຂອງພັກ      ຕອນເຊົ້າວັນທີ 26...
Previous
Next

ຂ່າວໃໝ່

14, ຄະນະໂຄສະນາອົບຮົມ ແຂວງຫົວພັນ ແລະ ຄະນະໂຄສະນາສືກສາພັກ ແຂວງເຊີນລາ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ

ຄະນະໂຄສະນາອົບຮົມ ແຂວງຫົວພັນ ແລະ ຄະນະໂຄສະນາສືກສາພັກ ແຂວງເຊີນລາ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ

       ໃນວັນທີ່ 4 ມີຖຸນາ 2023 ທີ່ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງຫົວພັນ ເຊີ່ງນຳໂດຍ ສະຫາຍ ຕົງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ຕ້ອນຮັບຄະນະຜູ້ແທນຄະນະໂຄສະນາສືກສາພັກ ແຂວງເຊີນລາ  ສສ ຫວຽດນາມ ເຊິ່ງນຳໂດຍ ສະຫາຍ ດິງທິ ບິກທ້າວ ຄະນະປະຈໍາພັກແຂວງ, ຫົວໜ້າຄະນະໂຄສະນາສືກສາພັກ ແຂວງເຊີນລາ ເນື່ອງໃນໂອກາດທີ່ຄະນະດັ່ງກ່າວເດີນທາງມາຢ້ຽມຢາມ ແລະ ເຮັດວຽກຢູ່ແຂວງຫົວພັນຢ່າງເປັນທາງການ.

      ມື້ດຽວກັນນີ້, ຄະນະຜູ້ແທນຄະນະໂຄສະນາສືກສາພັກແຂວງເຊີນ  ໄດ້ເຂົ້າວາງກະຕ່າດອກໄມ້ຢຸ່ຮູບປັ່ນ ປະທານ ໄກສອນ ພົມວິຫານ ເພື່ອເປັນການສະແດງເຖິງຄວາມເຄົາລົບຮັກ, ຄວາມກະຕັນຍູຮູ້ບຸນຄຸນ, ລະນຶກເຖິງຄຸນງາມ ຄວາມດີ ແລະ ຜົນງານອັນໃຫຍ່ຫລວງຂອງ ປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຕະຫລອດຊີວິດໃຫ້ແກ່ການປະຕິວັດ ແລະ ປະເທດຊາດ.                 
     ໃນເວລາ 14 ໂມງ 00 ນາທີ ກອງປະຊຸມພົບປະແລກປ່ຽນບົດຮຽນ ໄດ້ຈັດຂື້ນຢູ່ທີ່ ຫ້ອງປະຊຸມ ຊັ້ນ 5 ຕືກສຳນັກງານປົກຄອງແຂວງຫົົວພັນ ລະຫວ່າງ ຄະນະໂຄສະນາອົບຮົມແຂວງຫົວພັນ ເຊີ່ງນຳໂດຍ ທ່ານ ຕົ່ງລີ ເຕັ່ງ ກຳມະການພັກແຂວງ ຫົວໜ້າຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍຄະນະ ແລະ ຄະນະຜູ້ແທນຄະນະໂຄສະນາສຶກສາ ແຂວງເຊີນລາ ນຳໂດຍ ທ່ານ ດິງທິ ບິກທ້າວ ຄະນະປະຈໍາພັກແຂວງ ຫົວໜ້າຄະນະໂຄສະນາສືກສາພັກ ແຂວງເຊີນລາ ພ້ອມດ້ວຍຄະນະ ເຂົ້າຮ່ວມຢ່າງພ້ອມພຽງໃນຖ້າມກາງບັນຍາກາດທີ່ເຕັມໄປດ້ວຍຄວາມສາມັກຄີ, ມິດຕະພາບພິເສດ, ສອງຝ່າຍໄດ້ພັດປ່ຽນກັນລາຍງານໂດຍຫຍໍ້ສະພາບການເຄື່ອນໄຫວວຽກງານໂຄສະນາສຶກສາ-ໂຄສະນາອົບຮົມ ຂອງແຕ່ລະຝ່າຍ ແລະ ເອກະພາບບາງໃນເນື້ອໃນການຮ່ວມມືໃນຕໍ່ໜ້າດັ່ງນີ້:

1. ເພີ່ມທະວີວຽກງານໂຄສະນາສຶກສາອົບຮົມ ໃຫ້ປະຊາຊົນ 2 ແຂວງ ເວົ້າລວມ, ເວົ້າສະເພາະ ປະຊາຊົນຢູ່ບໍລິເວນຊາຍແດນ, ພ້ອມກັນຮັກສາ ແລະ ເພີ່ມທະວີ ຄວາມສາມັກຄີມິດຕະພາບພິເສດ ລາວ - ຫວຽດນາມ, ຫົວພັນ - ເຊີນລາ ນັບມື້ນັບພັດທະນາຂຶ້ນເລື່ອຍໆ.

2. ຮັກສາການຮ່ວມມືແລກປ່ຽນ 2 ປີ/ຄັ້ງ, ສະຖານທີ່ແມ່ນພັດປ່ຽນກັນຈັດຕັ້ງເປັນເຈົ້າພາບ, ແຕ່ລະຝ່າຍແຕ່ງຕັ້ງຄະນະເຮັດວຽກ ໂດຍນໍາໂດຍສະຫາຍຫົວໜ້າຄະນະ ຫຼື ຮອງຫົວໜ້າຄະນະ ເປັນຫົວໜ້າຄະນະມາຢ້ຽມຢາມ, ແລກປ່ຽນສະພາບ ແລະ ວິທີການຮ່ວມມືໃນຕໍ່ໜ້າ.

3. ສືບຕໍ່ປະສານສົມທົບແລກປ່ຽນບົດຮຽນ ກ່ຽວກັບວຽກງານໂຄສະນາສຶກສາ, ແນວຄິດການເມືອງ ແລະບັນດາຂົງເຂດວຽກງານໂຄສະນາສຶກສາ - ໂຄສະນາອົບຮົມ ຂອງແຕ່ລະຝ່າຍ.

       ໃນຕອນຄ່ຳຂອງວັນດຽວກັນ ໄດ້ມີພິທີບາສີສູ່ຂວັນ ເນື່ອງໃນໂອກາດປິໃໝ່ລາວ ໃຫ້ແກ່ຄະນະຜູ້ແທນ ທັ້ງນີ້ກໍ່ເພື່ອເປັນການປະຕິບັດຮີດຄອງປະເພນີຂະນົບທຳນຽມທີ່ເປັນມູນເຊື້ອ ອັນດີງາມ ທີ່ເຄີຍປະຕິບັດກັນມາແຕ່ດົນນານ, ທັງເປັນການຮ່ວມອວຍພອນຊຶ່ງກັນ ແລະ ກັນ, ໃຫ້ມີແຕ່ສິ່ງດີງາມເຂົ້າມາໃນຊີວິດສ່ວນຕົວ ແລະ ຄອບຄົວ ດ້ວຍຄຳເວົ້າທີ່ເປັນມຸງຄຸນໃຫ້ມີໂຊກມີໄຊ ແລະ ຫົດນຳອວຍພອນເຊິ່ງກັນ ແລະກັນດ້ວຍບັນຍາກາດເບີກບານມ່ວນຊື່ນ.

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 25  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

254890
ມື້ນີ້ມື້ນີ້47
ມື້ວານນີ້ມື້ວານນີ້200
ອາທິດນີ້ອາທິດນີ້380
ເດືອນນີ້ເດືອນນີ້689
ທັງໝົດທັງໝົດ254890

 

?>