• 27. ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາ
  • 28. ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບ
  • 1. ເມືອງຊຽງຄໍ້ຈັດພິທີ ປາຖະກະຖາ ວັນສ້
  • ເມືອງຊຽງຄໍ້ ແຂວງຫົວພັນ ເຊື່ອມຊຶມມະ
  • ພິທີເປີດຮຽນ ເອກະສານ ອົບຮົມມະຫາຊົນຜ
  • ເມືອງກວັນ ແຂວງຫົວພັນ ຈັດພິທີເຊື່ອມ
27. ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາມຊຸກຍູ້ວຽກງານຮອບດ້ານ ປະຈຳປີ 2023 ຢູ່ 8 ເມືອງຂອງແຂວງຫົວພັນ

27. ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາມຊຸກຍູ້ວຽກງານຮອບດ້ານ ປະຈຳປີ 2023 ຢູ່ 8 ເມືອງຂອງແຂວງຫົວພັນ

ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາມຊຸກຍູ້ວຽກງານຮອບດ້ານຢູ່ 8 ເມືອງຂອງແຂວງຫົວພັນ     ...
28. ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ

28. ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ

ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ ...
 

1. ເມືອງຊຽງຄໍ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ

ເມືອງຊຽງຄໍ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ      ຕອນເຊົ...
 

ເມືອງຊຽງຄໍ້ ແຂວງຫົວພັນ ເຊື່ອມຊຶມມະຕິຂອງສູນກາງພັກ, ມະຕິຂອງແຂວງ ແລະ ມະຕິຂອງເມືອງ

ເມືອງຊຽງຄໍ້ ແຂວງຫົວພັນ ເຊື່ອມຊຶມມະຕິຂອງສູນກາງພັກ, ມະຕິຂອງແຂວງ ແລະ ມະຕິຂອງເມືອງ    ...
 

ພິທີເປີດຮຽນ ເອກະສານ ອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຈໍາປີ 2023.

ພິທີເປີດຮຽນ ເອກະສານ ອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຈໍາປີ 2023.   &nbs...
 

ເມືອງກວັນ ແຂວງຫົວພັນ ຈັດພິທີເຊື່ອມຊືມເອກະສານສຳຄັນຂອງພັກ

ເມືອງກວັນ ແຂວງຫົວພັນຈັດພິທີເຊື່ອມຊືມເອກະສານສຳຄັນຂອງພັກ      ຕອນເຊົ້າວັນທີ 26...
Previous
Next

ຂ່າວໃໝ່

7. ກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ I

ກອງປະຊຸມສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ ຄະນະໂຄສະນາອົບຮົມແຂວງທົ່ວປະເທດ ປະຈຳໄຕມາດ I ປີ 2023

       ຕອນເຊົ້າຂອງວັນທີ 28 ມີນາ 2023 ນີ້ ກົມຂໍ້ມູນຂ່າວສານ ແລະ ຝືກອົບຮົມ ຄະນະໂຄສະນາອົບຮົມສູນກາງພັກ ໄດ້ຈັດກອງປະຊຸມທາງໄກ ( Video Conference ) ສ່ອງແສງລາຍງານການຈັດຕັ້ງປະຕິບັດວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ ປະຈຳໄຕມາດ I ປີ 2023 ຮ່ວມກັບບັນດາຄະນະໂຄສະນາອົບຮົມແຂວງ 17 ແຂວງ ແລະ 1 ນະຄອນຫຼວງໃນທົ່ວປະເທດ. ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ. ຕາງໜ້າຄະນະໂຄສະນາອົບຮົມແຂວງຫົວພັນ ເຂົ້າຮ່ວມກອງປະຊຸມຄັ້ງນີ້ຊື່ງມີ ທ່ານ ສຸກເສີມ ຢາງຈາງ, ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ, ວິຊາການຮັບຜິດຊອບວຽກງານໂຄສະນາຜ່ານສື່ເອເລັກໂຕຣນີກ (ເວັບໄຊ) ແລະ ພະນັກງານທີ່ກ່ຽວຂ້ອງເຂົ້າຮ່ວມຢ່າງພ້ອມພຽງ.

         ກອງປະຊຸມ ໄດ້ພ້ອມກັນຮັບຟັງຜົນສໍາເລັດໃນການປະຕິບັດວຽກງານ, ຂໍ້ສະດວກ, ຂໍ້ຫຍຸ້ງຍາກ ຂອງແຕ່ລະແຂວງ  ເພື່ອຖອດຖອນບົດຮຽນການຫັນເປັນທັນສະໄໝ ແລະ ສາມາດຕອບສະໜອງຄວາມຮຽກຮ້ອງຕ້ອງການຂອງໜ້າທີ່ການເມືອງ ໂດຍສະເພາະວຽກງານ ການເມືອງ-ແນວຄິດ ໃນໄລຍະໃໝ່, ພ້ອມທັງປືກສາຫາລືກ່ຽວກັບບຸກຄະລາກອນທີ່ຈະຮັບຜິດຊອບຂະແໜງຂໍ້ມູນຂ່າວສານຂອງຄະນະໂຄສະນາອົບຮົມແຂວງເພື່ອປະສານງານຫາສູນກາງໃຫ້ມີຄວາມຂ້ອງແຂ້ວ ແລະ ມີປະສິດທິພາບສູງ, ເຮັດໃຫ້ການເຄື່ອນໄຫວຈັດຕັ້ງປະຕິບັດວຽກງານຜ່ານສື່ເອເລັກໂຕຮນີກຂອງຄະນະໂຄສະນາອົບຮົມແຕ່ລະແຂວງ ສາມາດເຄື່ອນໄຫວໄດ້ປົກກະຕິມີຄວາມສະດວກວ່ອງໄວ, ທັນສະໄໝ ໃຫ້ທັນກັບສະພາບການ. ຫຼັງຈາກນັ້ນ ຄະນະຮັບຜິດຊອບແຕ່ລະແຂວງໄດ້ລາຍງານຫຍໍ້ການເຄື່ອນໄຫວຈັດຕັ້ງປະຕິວັດວຽກງານເວບໄຊຂອງ ຄະນະໂຄສະນາອົບຮົມແຂວງ ປະຈຳໄຕມາດ I ເຊີ່ງມີທັງດ້ານດີຜົນງານ, ຂໍ້ສະດວກ, ຂໍ້ຫຍຸ້ງຫຍາກ ແລະ ທິດທາງແຜນການໃນຕໍ່ໜ້າຂອງບັນດາແຂວງໃນທົ່ວປະເທດ.

        ໃນຕອນທ້າຍຂອງກອງປະຊຸມ ທ່ານ ນາງ ວິລະວອນ ພັນທະວົງ ຄະນະປະຈຳພັກ ຮອງຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ ຍັງໄດ້ຮຽກຮ້ອງມາຍັງກອງປະຊຸມໃຫ້ເອົາໃຈໃສ່ບາງບັນຫາ ດັ່ງນີ້:

        1. ເພື່ອຮັບປະກັນໃຫ້ແກ່ການປັບປຸງກົງຈັກການຈັດຕັ້ງ ໃຫ້ໄດ້ຮັບຜົນດີຕາມລະດັບຄາດໝາຍ ແລະ ສອດຄ່ອງຕາມທິດຊີ້ນໍາຂອງຂັ້ນເທິງ ແລະ ໃຫ້ສອດຄ່ອງກັບ ພາລະບົດບາດ ຂອງກົມຂໍ້ມູນຂ່າວສານ ແລະ ຝຶກອົບຮົມໄດ້ກໍານົດອອກນັ້ນ, ຮຽກຮ້ອງໃຫ້ຄະນະພັກ, ຄະນະນໍາຂອງຄະນະໂຄສະນາອົບຮົມແຕ່ລະແຂວງ ປັບປຸງໜ້າທີ່ຂອງຂະແໜງຂໍ້ມູນຂ່າວສານໃຫ້ສ່ອດຄ່ອງກົມກຽວກັບສູນກາງເພື່ອການເຄື່ອນໄຫວວຽກງານເຕັກໂຕໂລຊີຂໍ້ມູນຂ່າວສານເວົ້າລວມເວົ້າສະເພາະກໍ່ຄືເວັບໄຊ ຄອຂ ໃຫ້ທັນຍຸກທັນສະໄໝ ແລະ ກາຍເປັນເສນາທິການທາງດ້ານຂໍ້ມູນໃຫ້ຄະນະພັກ, ຄະນະນໍາ.

        2. ສະເໜີ ໃຫ້ແຕ່ລະແຂວງປະສານສົມທົບກັບໂຄສະນາອົບຮົມເມືອງພາຍໃນແຂວງຂອງຕົນໃນການກໍ່ສ້າງພະນັກງານທີ່ຮັບຜິດຊອບວຽກງານເຕັກໂນໂລຊີຂໍ້ມູນຂ່າວສານ(ເວັບໄຊ) ມີຄວາມຮູ້ຄວາມສາມາດ ແລະ ເຄື່ອນໄຫວວຽກງານດັ່ງກ່າວໃຫ້ເປັນປົກກະຕິ.

      3. ຕ້ອງເພີ່ມທະວີໃນການຕິດຕາມກວດກາ ການອອນລາຍຂອງໜ້າກະດານຂ່າວ, ປະສານສົມທົບ ແລກປ່ຽນບົດຮຽນ ໃນຂອດການຈັດຕັ້ງປະຕິບັດວຽກງານກັບຄະນະແອັດມິນສູນກາງ.

       4. ພາຍຫຼັງສໍາເລັດການປັບປຸງ ແລະ ແຕ່ງຕັ້ງຄະນະຮັບຜິດຊອບຄຸ້ມຄອງເວັບໄຊຂອງຄະນະໂຄສະນາອົບຮົມແຂວງ, ໃຫ້ບັນດາແຂວງມີການສະຫຼຸບຕີລາຄາ ແລະ ລາຍງານໃຫ້ ຄະນະຮັບຜິດຊອບຄຸ້ມຄອງເວັບ ໄຊຂອງຄະນະໂຄສະນາອົບຮົມສູນກາງພັກ.

  ກອງປະຊຸມໄດ້ປິດລົງໃນເວລາ 12:00 ດ້ວຍໝາກຜົນອັນຈົບງາມ.

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 13  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

254895
ມື້ນີ້ມື້ນີ້52
ມື້ວານນີ້ມື້ວານນີ້200
ອາທິດນີ້ອາທິດນີ້385
ເດືອນນີ້ເດືອນນີ້694
ທັງໝົດທັງໝົດ254895

 

?>