• 27. ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາ
  • 28. ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບ
  • 1. ເມືອງຊຽງຄໍ້ຈັດພິທີ ປາຖະກະຖາ ວັນສ້
  • ເມືອງຊຽງຄໍ້ ແຂວງຫົວພັນ ເຊື່ອມຊຶມມະ
  • ພິທີເປີດຮຽນ ເອກະສານ ອົບຮົມມະຫາຊົນຜ
  • ເມືອງກວັນ ແຂວງຫົວພັນ ຈັດພິທີເຊື່ອມ
27. ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາມຊຸກຍູ້ວຽກງານຮອບດ້ານ ປະຈຳປີ 2023 ຢູ່ 8 ເມືອງຂອງແຂວງຫົວພັນ

27. ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາມຊຸກຍູ້ວຽກງານຮອບດ້ານ ປະຈຳປີ 2023 ຢູ່ 8 ເມືອງຂອງແຂວງຫົວພັນ

ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາມຊຸກຍູ້ວຽກງານຮອບດ້ານຢູ່ 8 ເມືອງຂອງແຂວງຫົວພັນ     ...
28. ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ

28. ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ

ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ ...
 

1. ເມືອງຊຽງຄໍ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ

ເມືອງຊຽງຄໍ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ      ຕອນເຊົ...
 

ເມືອງຊຽງຄໍ້ ແຂວງຫົວພັນ ເຊື່ອມຊຶມມະຕິຂອງສູນກາງພັກ, ມະຕິຂອງແຂວງ ແລະ ມະຕິຂອງເມືອງ

ເມືອງຊຽງຄໍ້ ແຂວງຫົວພັນ ເຊື່ອມຊຶມມະຕິຂອງສູນກາງພັກ, ມະຕິຂອງແຂວງ ແລະ ມະຕິຂອງເມືອງ    ...
 

ພິທີເປີດຮຽນ ເອກະສານ ອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຈໍາປີ 2023.

ພິທີເປີດຮຽນ ເອກະສານ ອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຈໍາປີ 2023.   &nbs...
 

ເມືອງກວັນ ແຂວງຫົວພັນ ຈັດພິທີເຊື່ອມຊືມເອກະສານສຳຄັນຂອງພັກ

ເມືອງກວັນ ແຂວງຫົວພັນຈັດພິທີເຊື່ອມຊືມເອກະສານສຳຄັນຂອງພັກ      ຕອນເຊົ້າວັນທີ 26...
Previous
Next

ຂ່າວໃໝ່

6. ເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກ

ຄະນະໂຄສະນາອົບຮົມແຂວງຫົວພັນ ເປີດຮຽນສະໜັບສະໜູນ ໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າ ເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ປະຊາຊົນປະຕິວັດລາວ

         ໃນຕອນເຊົ້າວັນທີ 03 ມີນາ 2023 ນີ້ ຄະນະໂຄສະນາອົບຮົມແຂວງໄດ້ເປີດຮຽນສະໜັບສະໜຸນໃຫ້ມະຫາຊົນຜູ້ທີ່ມີຄວາມກ້າວໜ້າເພື່ອຂະຫຍາຍເຂົ້າເປັນສະມາຊິກພັກ ເຊີ່ງຈັດຂື້ນຢູ່ຫ້ອງປະຊຸມນ້ອຍຊັ້ນ 4 ຕືກຫ້ອງວ່າການແຂວງຫຼັງເກົ່າ ໂດຍໃຫ້ກຽດເຂົ້າຮ່ວມ ແລະ ບັນລະຍາຍເອກະສານ ຂອງ ສະຫາຍ ອົ້ມ ອິນທະລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ. ໃນພິທີດັ່ງກ່າວນີ້ມີມະຫາຊົນຜູ້ທີ່ກ້າວໜ້າ ມາຈາກບັນດາຮາກຖານພັກ, ໜ່ວຍພັກ ອ້ອມຂ້າງແຂວງ ມີມະຫາຊົນກ້າວໜ້າເຂົ້າຮຽນທັງໝົດ 20 ສະຫາຍ, ຍິງ 12 ສະຫາຍ.

     ໃນພິທີມະຫາຊົນຜູ້ທີ່ມີຄວາມກ້າວໜ້າໄດ້ຮັບຟັງການເຊື່ອມຊືມເອກະສານຕ່າງໆ ກ່ຽວກັບການນໍາໃຊ້ເອກະສານອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ເຊິ່ງປະກອບມີ 17 ຄໍາຖາມ 17 ຄໍາຕອບ ກ່ຽວກັບພັກປະຊາຊົນປະຕິວັດລາວມາຈັດຕັ້ງເຜີຍແຜ່, ຮໍ່າຮຽນໃຫ້ມະຫາຊົນກ້າວໜ້າເຂົ້າໃຈຢ່າງເລິກເຊິ່ງ ຜ່ານການເຊື່ອມຊຶມເອກະສານສຶກສາອົບຮົມເປົ້າໝາຍຂະຫຍາຍເຂົ້າພັກ ໄດ້ເຮັດໃຫ້ມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ໄດ້ຮັບຮູ້ເຂົ້າໃຈເບື້ອງຕົ້ນ ກ່ຽວກັບປະຫວັດຄວາມເປັນມາ, ອຸດົມການ ແລະ ທາດແທ້ຂອງພັກ, ເຂົ້າໃຈກ່ຽວກັບມາດຖານ, ເງື່ອນໄຂ ແລະ ຜົນປະໂຫຍດທີ່ຈະໄດ້ຮັບຂອງສະມາຊິກພັກ.

           ພ້ອມດຽວກັນນັ້ນ ສະຫາຍ ອົ້ມ ອິນທະລາ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ກໍ່ໄດ້ມອບໃບຢັ້ງຢືນໃຫ້ແກ່ມະຫາຊົນກ້າວໜ້າ ທີ່ໄດ້ຜ່ານການຮຽນສະໜັບສະໜູນຄັ້ງນີ້ ເພື່ອເປັນການຢັ້ງຢືນ ແລະ ເປັນການທົດສອບໃນການຝຶກຝົນຫຼໍ່ຫຼອມວຽກງານຂອງມະຫາຊົນ ຜູ້ທີ່ມີຄວາມກ້າວໜ້າ ຕາມການມອບໝາຍຂອງຂັ້ນເທິງ.

     ພິທີດັ່ງກ່າວໄດ້ປິດລົງໃນເວລາ 16: 00 ຂອງວັນດັ່ງກ່າວຢ່າງຈົບງາມ.

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 6  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

254901
ມື້ນີ້ມື້ນີ້58
ມື້ວານນີ້ມື້ວານນີ້200
ອາທິດນີ້ອາທິດນີ້391
ເດືອນນີ້ເດືອນນີ້700
ທັງໝົດທັງໝົດ254901

 

?>