• 14, ຄະນະໂຄສະນາອົບຮົມ ແຂວງຫົວພັນ ແລະ ຄະ
  • ເມືອງຊຽງຄໍ້ຈັດພິທີປາຖະກະຖາວັນສ້າງ
  • ເມືອງກວັນ ແຂວງຫົວພັນໄດ້ສຳເລັດພິທີເ
  • 13. ຄະນະໂຄສະນາອົບຮົມແຂວງ ຈັດພິທີ ປາຖະ
  • ເມືອງຮ້ຽມ ແຂວງຫົວພັນ ປາຖະກະຖາ ວັ້ນສ
  • ເມືອງຮ້ຽມ ແຂວງຫົວພັນ ຈັດພິທີ ປາຖະກະ
 

14, ຄະນະໂຄສະນາອົບຮົມ ແຂວງຫົວພັນ ແລະ ຄະນະໂຄສະນາສືກສາພັກ ແຂວງເຊີນລາ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ

ຄະນະໂຄສະນາອົບຮົມ ແຂວງຫົວພັນ ແລະ ຄະນະໂຄສະນາສືກສາພັກ ແຂວງເຊີນລາ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ ...
 

ເມືອງຊຽງຄໍ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ເມືອງຊຽງຄໍ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 68 ປີ ແລະ ວັນລະນືກເສຍອົງຄະ - ເສຍສ...
 

ເມືອງກວັນ ແຂວງຫົວພັນໄດ້ສຳເລັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະ 10 ວັນໃຫ້ເລຂາ, ຄະນະພັກບ້ານ

ເມືອງກວັນ ແຂວງຫົວພັນໄດ້ສຳເລັດພິທີ​ເປີດຊຸດ​ຝຶກ​ອົບຮົມ​ທິດ​ສະ​ດີກາ​ນ​ເມືອງ​-ການ​ປົກຄອງ ​ໄລຍະ 10 ວັນ...
13. ຄະນະໂຄສະນາອົບຮົມແຂວງ ຈັດພິທີ ປາຖະກະຖາ ວັນສໍາຄັນຂອງພັກ, ຂອງຊາດ, ຂອງສາກົນ ປະຈໍາເດືອນ ພຶດສະພາ.

13. ຄະນະໂຄສະນາອົບຮົມແຂວງ ຈັດພິທີ ປາຖະກະຖາ ວັນສໍາຄັນຂອງພັກ, ຂອງຊາດ, ຂອງສາກົນ ປະຈໍາເດືອນ ພຶດສະພາ.

ຄະນະໂຄສະນາອົບຮົມແຂວງ ຈັດພິທີ ປາຖະກະຖາ ວັນສໍາຄັນຂອງພັກ, ຂອງຊາດ, ຂອງສາກົນ ປະຈໍາເດືອນ ພຶດສະພາ. ...
 

ເມືອງຮ້ຽມ ແຂວງຫົວພັນ ປາຖະກະຖາ ວັ້ນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ

ເມືອງ​ຮ້ຽ​ມ ແຂວງ​ຫົວ​ພັນ ​ປາ​ຖະ​ກະ​ຖາ ວັ້ນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ   ...
 

ເມືອງຮ້ຽມ ແຂວງຫົວພັນ ຈັດພິທີ ປາຖະກະຖາ ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ ແລະ ວັນສ້າງພັກກອມມູນິດຫວຽດນາມ ຄົບຮອບ 93 ປີ.

ເມືອງ​ຮ້ຽ​ມ ແຂວງ​ຫົວ​ພັນ ຈັດພິທີ ປາຖະກະຖາ ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ ແລະ ວັນສ້າງພັກ...
Previous
Next

ຂ່າວໃໝ່

4. ແຂວງຫົວພັນ ເຊື່ອມຊຶມເນື້ອໃນວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V

ແຂວງຫົວພັນ ເຊື່ອມຊຶມເນື້ອໃນວຽກງານ

ການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V

        ວັນທີ 20 ກຸມພາ 2023 ທີ່ຜ່ານມານີ້ ແຂວງຫົວພັນໄດ້ຈັດຕັ້ງເຊື່ອມຊຶມເນື້ອໃນກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ V ຢູ່ທີ່ຫ້ອງວ່າການແຂວງ ໃຫ້ກຽດຜ່ານເນື້ອໃນເອກະສານໂດຍ ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງຫົວພັນ ມີບັນດາຄະນະປະຈຳພັກແຂວງ, ກຳມະການພັກແຂວງ, ເລຂາຄະນະພັກຮາກຖານ, ເລຂາໜ່ວຍພັກເອກະລາດ ແລະ ເລຂາໜ່ວຍພັກທີ່ຂຶ້ນກັບຮາກຖານພັກເຂົ້າຮ່ວມຢ່າງພ້ອມພຽງ.

   ເອກະສານທີ່ນໍາມາເຊື່ອມຊຶມຄັ້ງນີ້ ໄດ້ຜ່ານສະຫຼຸບຕີລາຄາສະພາບການຈັດຕັ້ງປະຕິບັດວຽກງານການເມືອງ-ແນວຄິດໃນໄລຍະ 2003-2022 ແລະ ທິດທາງຮອດປີ 2025, ເອກະສານຜັນຂະຫຍາຍມະຕິວ່າດ້ວຍການຍົກສູງຄຸນນະພາບວຽກງານການເມືອງແນວ-ແນວຄິດ ໃນໄລຍະໃໝ່ ເຂົ້າສູ່ຊີວິດຕົວຈິງ, ຜ່ານມະຕິກອງປະຊຸມວຽກງານການເມືອງ-ແນວຄິດ ແລະ ບົດຄຳເຫັນຊີ້ນຳຂອງສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ພັກປະຊາຊົນປະຕິວັດລາວ. ເພື່ອໃຫ້ຄະນະພັກບັນດາພະແນກການ, ອົງການທຽບເທົ່າ, ສະພາປະຊາຊົນ, ແນວລາວສ້າງຊາດ, ອົງການຈັດຕັ້ງມະຫາຊົນ, ເລຂາຄະນະພັກຮາກຖານ, ຫນ່ວຍພັກເອກະລາດອ້ອມຂ້າງແຂວງ, ອົງຄະນະພັກກອງບັນຊາການ ທະຫານ, ອົງຄະນະພັກກອງບັນຊາການຕໍາຫຼວດ, ຄະນະບໍລິຫານງານພັກເມືອງ, ເລຂາຫນ່ວຍພັກທີ່ຂຶ້ນກັບຮາກຖານພັກພະແນກການ, ອົງການທຽບເທົ່າອ້ອມຂ້າງແຂວງ, ປະຊາຊົນລາວບັນດາເຜົ່າ ແລະ ຊັ້ນຄົນຕ່າງໆໃນສັງຄົມໄດ້ ຮັບຮູ້, ເຂົ້າໃຈ, ກໍາແຫນ້ນເນື້ອໃນຂອງກອງປະຊຸມວຽກງານການເມືອງ-ແນວຄິດ ທົ່ວປະເທດ ຄັ້ງທີ່ V ຢ່າງເລິກເຊິ່ງ, ຍົກສູງນໍ້າໃຈຮັກຊາດ, ຈິດໃຈເອກະລາດ, ເປັນເຈົ້າຕົນເອງ, ເສີມສ້າງຄວາມສາມັກຄີເປັນປຶກແຜ່ນ, ເພີ່ງຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ເພື່ອສ້າງກຳລັງແຮງ, ແຫ່ງຄວາມເປັນເອກະພາບທາງດ້ານການເມືອງ, ແນວຄິດ ແລະ ກໍາລັງແຮງການ ປະຕິວັດພາລະກິດຂອງພັກ, ຮັບປະກັນໃຫ້ປະເທດຊາດ ກໍ່ຄືແຂວງຫົວພັນ ມີສະຖຽນລະພາບທາງດ້ານການເມືອງ, ມີຄວາມຫມັ້ນຄົງ ແລະ ຄວາມສະຫງົບສຸກຂອງສັງຄົມ, ເສດຖະກິດສືບຕໍ່ໄດ້ຮັບການພັດທະນາ ແລະ ຊີວິດການເປັນຢູ່ຂອງປະຊາຊົນບັນດາເຜົ່ານັບມື້ດີຂື້ນ. ສະນັ້ນ ຄະນະພັກ, ອຳນາດການປົກຄອງແຕ່ລະຂັ້ນ ຕ້ອງຍົກສູງຄວາມສາມາດ ແລະ ຄວາມຮັບຜິດຊອບຂອງຕົນ ໃນການເຄື່ອນໄຫວວຽກງານການເມືອງ-ແນວຄິດຢູ່ໃນທ່າບຸກ ໂດຍຫັນເອົາການໂຄສະນາສຶກສາອົບຮົມ ການເມືອງ-ແນວຄິດໃຫ້ສະມາຊິກພັກ, ພະນັກງານ, ທະຫານ, ຕໍາຫຼວດ, ປະຊາຊົນບັນດາເຜົ່າ ແລະ ທຸກຊັ້ນຄົນໃນ ສັງຄົມຢ່າງກວ້າງຂວາງ.

    ພິທີດັ່ງກ່າວໄດ້ດຳເນີນເປັນເວລາ 1 ວັນເຕັມ

 

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 19  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

230376
ມື້ນີ້ມື້ນີ້64
ມື້ວານນີ້ມື້ວານນີ້145
ອາທິດນີ້ອາທິດນີ້992
ເດືອນນີ້ເດືອນນີ້2109
ທັງໝົດທັງໝົດ230376

 

?>