ຕອນເຊົ້າວັນທີ 4 ມັງກອນ 2023 ນີ້ ແຂວງຫົວພັນໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ, ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງທົ່ວປະເທດ ເຊີ່ງພິທີໄດ້ຈັດຂື້ນຢູ່ທີສະໂມສອນຫຼັງໃໝ່ແຂວງຫົວພັນ ໂດຍໃຫ້ກຽດເຂົ້າຮວ່ມຂອງ ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫົວພັນ, ມີບັນດາທ່ານ ຄະນະປະຈຳ, ການນຳແຂວງ, ການນຳເມືອງ, ພະແນກການອ້ອມຂ້າງແຂວງ, ອົງການທະຫານ, ຕຳຫລວດ ແລະບັນດາຫ້ອງການ ຂອງເມືອງຊຳເໜືອເຂົ້າທັງໝົດ 521 ສະຫາຍ ຍິງ 161 ສະຫາຍ.
ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເນື້ອໃນເອະສານສຳຄັນເຊີ່ງປະກອບມີ: ມະຕິກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ບົດຄຳເຫັນໂອ້ລົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປລາວ, ຜົນສຳເລັດວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ. ໃນການເຜີຍແຜ່ ເຊື່ອມຊືມບັນດາເນື້ອໃນເອກະສານໃນຄັ້ງນີ້ກໍ່ເພື່ອເຮັດໃຫ້ພະນັກງານນໍາພາ - ຄຸ້ມຄອງທຸກຂັ້ນ, ພະນັກງານສະມາຊິກພັກ, ລັດຖະກອນທະຫານ, ຕໍາຫຼວດໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນ, ເຊື່ອມຊຶມ ແລະ ເປັນເອກະພາບຢ່າງສູງກັບທັດສະນະ, ທິດທາງວິທີການ ແລະມາດຕະການທີ່ກອງປະຊຸມກໍ່ສ້າງຮາກຖານເມືອງຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ 3 ສ້າງວາງອອກ, ສ້າງຄວາມຕັດສິນໃຈເດັດດ່ຽວແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນຕໍ່ໜ້າ. ເປັນບ່ອນອີງໃຫ້ແກ່ຄະນະພັກ, ຄະນະນຳແຕ່ລະຂັ້ນ ໃນການຜັນຂະຫຍາຍເນື້ອໃນກອງປະຊຸມດັ່ງກ່າວ ໃຫ້ເປັນແຜນງານ, ໂຄງການລະອຽດ ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ແລະ ແຜນພັດທະນາຂະແໜງການ, ທ້ອງຖີ່ນຕົນ; ບົນຈິດໃຈນັ້ນ, ຍູ້ແຮງການຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ຊີວິດຕົວຈີງກາຍເປັນຂະບວນຟົດຟື້ນ, ກວ້າງຂວາງ.
ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 11:00 ຂອງວັນດຽວກັນ.
ມີ 16 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 38 |
![]() | ມື້ວານນີ້ | 200 |
![]() | ອາທິດນີ້ | 371 |
![]() | ເດືອນນີ້ | 680 |
![]() | ທັງໝົດ | 254881 |