• 14, ຄະນະໂຄສະນາອົບຮົມ ແຂວງຫົວພັນ ແລະ ຄະ
  • ເມືອງຊຽງຄໍ້ຈັດພິທີປາຖະກະຖາວັນສ້າງ
  • ເມືອງກວັນ ແຂວງຫົວພັນໄດ້ສຳເລັດພິທີເ
  • 13. ຄະນະໂຄສະນາອົບຮົມແຂວງ ຈັດພິທີ ປາຖະ
  • ເມືອງຮ້ຽມ ແຂວງຫົວພັນ ປາຖະກະຖາ ວັ້ນສ
  • ເມືອງຮ້ຽມ ແຂວງຫົວພັນ ຈັດພິທີ ປາຖະກະ
 

14, ຄະນະໂຄສະນາອົບຮົມ ແຂວງຫົວພັນ ແລະ ຄະນະໂຄສະນາສືກສາພັກ ແຂວງເຊີນລາ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ

ຄະນະໂຄສະນາອົບຮົມ ແຂວງຫົວພັນ ແລະ ຄະນະໂຄສະນາສືກສາພັກ ແຂວງເຊີນລາ ສສ ຫວຽດນາມ ພົບປະແລກປ່ຽນບົດຮຽນ ...
 

ເມືອງຊຽງຄໍ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວ

ເມືອງຊຽງຄໍ້ຈັດພິທີປາຖະກະຖາວັນສ້າງຕັ້ງພັກປະຊາຊົນປະຕິວັດລາວຄົບຮອບ 68 ປີ ແລະ ວັນລະນືກເສຍອົງຄະ - ເສຍສ...
 

ເມືອງກວັນ ແຂວງຫົວພັນໄດ້ສຳເລັດພິທີເປີດຊຸດຝຶກອົບຮົມທິດສະດີການເມືອງ-ການປົກຄອງ ໄລຍະ 10 ວັນໃຫ້ເລຂາ, ຄະນະພັກບ້ານ

ເມືອງກວັນ ແຂວງຫົວພັນໄດ້ສຳເລັດພິທີ​ເປີດຊຸດ​ຝຶກ​ອົບຮົມ​ທິດ​ສະ​ດີກາ​ນ​ເມືອງ​-ການ​ປົກຄອງ ​ໄລຍະ 10 ວັນ...
13. ຄະນະໂຄສະນາອົບຮົມແຂວງ ຈັດພິທີ ປາຖະກະຖາ ວັນສໍາຄັນຂອງພັກ, ຂອງຊາດ, ຂອງສາກົນ ປະຈໍາເດືອນ ພຶດສະພາ.

13. ຄະນະໂຄສະນາອົບຮົມແຂວງ ຈັດພິທີ ປາຖະກະຖາ ວັນສໍາຄັນຂອງພັກ, ຂອງຊາດ, ຂອງສາກົນ ປະຈໍາເດືອນ ພຶດສະພາ.

ຄະນະໂຄສະນາອົບຮົມແຂວງ ຈັດພິທີ ປາຖະກະຖາ ວັນສໍາຄັນຂອງພັກ, ຂອງຊາດ, ຂອງສາກົນ ປະຈໍາເດືອນ ພຶດສະພາ. ...
 

ເມືອງຮ້ຽມ ແຂວງຫົວພັນ ປາຖະກະຖາ ວັ້ນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ

ເມືອງ​ຮ້ຽ​ມ ແຂວງ​ຫົວ​ພັນ ​ປາ​ຖະ​ກະ​ຖາ ວັ້ນສ້າງຕັ້ງກອງທັບປະຊາຊົນລາວ ຄົບຮອບ 74 ປີ   ...
 

ເມືອງຮ້ຽມ ແຂວງຫົວພັນ ຈັດພິທີ ປາຖະກະຖາ ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ ແລະ ວັນສ້າງພັກກອມມູນິດຫວຽດນາມ ຄົບຮອບ 93 ປີ.

ເມືອງ​ຮ້ຽ​ມ ແຂວງ​ຫົວ​ພັນ ຈັດພິທີ ປາຖະກະຖາ ວັນສ້າງຕັ້ງກໍາມະບານລາວ ຄົບຮອບ 67 ປີ ແລະ ວັນສ້າງພັກ...
Previous
Next

ຂ່າວໃໝ່

1. ແຂວງຫົວພັນເຜີຍແຜ່ຜົນສຳເລັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ

ແຂວງຫົວພັນເຜີຍແຜ່ຜົນສຳເລັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ ຕິດພັນກັບວຽກງານພັດທະນາຊົນນະບົດ ຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງທົ່ວປະເທດ.

   ຕອນເຊົ້າວັນທີ 4 ມັງກອນ 2023 ນີ້ ແຂວງຫົວພັນໄດ້ຈັດຕັ້ງກອງປະຊຸມເຜີຍແຜ່ ແລະ ຜັນຂະຫຍາຍຜົນສຳເລັດກອງປະຊຸມວຽກງານກໍ່ສ້າງຮາກຖານການເມືອງ, ຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງທົ່ວປະເທດ ເຊີ່ງພິທີໄດ້ຈັດຂື້ນຢູ່ທີສະໂມສອນຫຼັງໃໝ່ແຂວງຫົວພັນ ໂດຍໃຫ້ກຽດເຂົ້າຮວ່ມຂອງ ສະຫາຍ ວັນໄຊ ແພງຊຸມມາ ກຳມະການສູນກາງພັກ ເລຂາພັກແຂວງ ເຈົ້າແຂວງໆຫົວພັນ, ມີບັນດາທ່ານ ຄະນະປະຈຳ, ການນຳແຂວງ, ການນຳເມືອງ, ພະແນກການອ້ອມຂ້າງແຂວງ, ອົງການທະຫານ, ຕຳຫລວດ ແລະບັນດາຫ້ອງການ ຂອງເມືອງຊຳເໜືອເຂົ້າທັງໝົດ 521 ສະຫາຍ ຍິງ 161 ສະຫາຍ.

   ກອງປະຊຸມໄດ້ຮັບຟັງການເຜີຍແຜ່ເນື້ອໃນເອະສານສຳຄັນເຊີ່ງປະກອບມີ: ມະຕິກອງປະຊຸມຄົບຄະນະຄັ້ງທີ 5 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI, ບົດຄຳເຫັນໂອ້ລົມຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດແຫ່ງ ສປປລາວ, ຜົນສຳເລັດວຽກງານກໍ່ສ້າງຮາກຖານການເມືອງຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານ ແກ້ໄຂຄວາມທຸກຍາກ ແລະ ວຽກງານ 3 ສ້າງ. ໃນການເຜີຍແຜ່ ​ເຊື່ອມ​ຊືມ​ບັນດາເນື້ອໃນເອກະສານໃນ​ຄັ້ງ​ນີ້​ກໍ່​ເພື່ອເຮັດໃຫ້ພະນັກງານນໍາພາ - ຄຸ້ມຄອງທຸກຂັ້ນ, ພະນັກງານສະມາຊິກພັກ, ລັດຖະກອນທະຫານ, ຕໍາຫຼວດໄດ້ຮັບຮູ້, ເຂົ້າໃຈ, ກຳແໜ້ນ, ເຊື່ອມຊຶມ ແລະ ເປັນເອກະພາບຢ່າງສູງກັບທັດສະນະ, ທິດທາງວິທີການ ແລະມາດຕະການທີ່ກອງປະຊຸມກໍ່ສ້າງຮາກຖານເມືອງຕິດພັນກັບວຽກງານພັດທະນາຊົນນະບົດຮອບດ້ານແກ້ໄຂຄວາມທຸກຍາກ ແລະ 3 ສ້າງວາງອອກ, ສ້າງຄວາມຕັດສິນໃຈເດັດດ່ຽວແກ້ໄຂຄວາມຫຍຸ້ງຍາກທາງດ້ານເສດຖະກິດ-ການເງິນໃນຕໍ່ໜ້າ. ເປັນບ່ອນອີງໃຫ້ແກ່ຄະນະພັກ, ຄະນະນຳແຕ່ລະຂັ້ນ ໃນການຜັນຂະຫຍາຍເນື້ອໃນກອງປະຊຸມດັ່ງກ່າວ ໃຫ້ເປັນແຜນງານ, ໂຄງການລະອຽດ ຕິດພັນກັບການຜັນຂະຫຍາຍມະຕິກອງປະຊຸມໃຫຍ່ ແລະ ແຜນພັດທະນາຂະແໜງການ, ທ້ອງຖີ່ນຕົນ; ບົນຈິດໃຈນັ້ນ, ຍູ້ແຮງການຈັດຕັ້ງຜັນຂະຫຍາຍ ເຂົ້າສູ່ຊີວິດຕົວຈີງກາຍເປັນຂະບວນຟົດຟື້ນ, ກວ້າງຂວາງ.

ກອງປະຊຸມໄດ້ປິດລົງຢ່າງເປັນທາງການໃນເວລາ 11:00 ຂອງວັນດຽວກັນ.

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 19  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

230387
ມື້ນີ້ມື້ນີ້75
ມື້ວານນີ້ມື້ວານນີ້145
ອາທິດນີ້ອາທິດນີ້1003
ເດືອນນີ້ເດືອນນີ້2120
ທັງໝົດທັງໝົດ230387

 

?>