9. ພິທີປະກາດຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຜູ້ໃໝ່.
ໃນ 9: 30 ຂອງມື້ວັນທີ 3 ມີນາ 2021 ຄະນະໂຄສະນາອົບຮົມແຂວງ ໄດ້ຈັດຕັ້ງພິທີປະກາດ ຮອງຫົວໜ້າຄະນະໂຄສະນາອົບຮົມແຂວງ ຜູ້ໃໝ່ຂຶ້ນຢ່າງເປັນທາງການ, ຢູ່ທີ່ຫ້ອງປະຊຸມນ້ອຍຊັ້ນ v ຫ້ອງວ່າການແຂວງ, ໂດຍພາຍໃຕ້ການເປັນປະທານຂອງ ທ່ານ ຮິນທອງ ດວງຈັນສຸກ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງຫົວພັນ ແລະ ການເຂົ້າຮ່ວມຂອງທ່ານ ຕົງ ລີເຕັ່ງ ກໍາມະການພັກແຂວງ ຫົວຫນ້າຄະນະໂຄສະນາອົບຮົມແຂວງ, ມີທ່ານຫົວໜ້າ, ຮອງຫົວໜ້າ ແລະ ຜູ້ຕາງໜ້າຄະນະຈັດຕັ້ງ, ຄະນະກວດກາພັກ, ພະແນກກວດກາລັດ, ພະແນກພາຍໃນ, ຫົວໜ້າຂະ ແໜງ, ຮອງຂະແໜງຈາກຄະນະໂຄສະນາອົບຮົມແຂວງ ພ້ອມດ້ວຍພະນັກງານ-ລັດຖະກອນ ເຂົ້າຮ່ວມນໍາທັງຫມົດ 21 ທ່ານ, ຍິງ 5 ທ່ານ.
ໃນພິທີໄດ້ຮັບຟັງທ່ານ ນາງ ວຽງພຸດ ຈັນວິໄຊ ວິຊາການຄະນະຈັດຕັ້ງແຂວງ ຜ່ານຂໍ້ຕົກລົງ ວ່າດ້ວຍການແຕ່ງຕັ້ງຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງຫົວພັນ. ຄະນະໃໝ່ຄື: ແຕ່ງຕັ້ງທ່ານ ທ່ານ ອົ້ມ ອິນທະລາ ເລຂາໜ່ວຍພັກ ວ່າການຫົວຫນ້າໂຮງຮຽນການເມືອງການປົກຄອງແຂວງຫົວພັນ ມາເປັນຮອງຫົວໜ້າຄະນະໂຄສະນາອົບຮົມແຂວງຫົວພັນ. ໃນໂອກາດດັ່ງກ່າວ ທ່ານ ຮິນທອງ ດວງຈັນສຸກ ຄະນະປະຈໍາພັກແຂວງ ປະທານກວດກາພັກ-ລັດແຂວງຫົວພັນ ໄດ້ມີຄໍາເຫັນ ຮຽກຮ້ອງໃຫ້ທ່ານ ອົ້ມ ອິນທະລາ ເອົາໃຈໃສ່ອຸທິດຕົນໃຫ້ແກ່ການປະຕິວັດ, ພ້ອມທັງຮຽກຮ້ອງໃຫ້ສະມາຊິກພັກ, ພະນັກງານທຸກຄົນປົກປັກຮັກສາ ແລະ ກໍ່ສ້າງພາຍໃນຄະນະໂຄສະນາອົບຮົມແຂວງ ໃຫ້ມີຄວາມຫນັກແຫນ້ນເຂັ້ມແຂງຂຶ້ນເລື້ອຍໆໃນຂົງເຂດວຽກງານແນວຄິດ.
ຕອນທ້າຍຂອງພິທີທ່ານ ທ່ານ ອົ້ມ ອິນທະລາ ຮອງຫົວຫນ້າຄະນະໂຄສະນາອົບຮົມແຂວງຜູ້ໃໝ່ຂື້ນກ່າວຮັບ ຫນ້າທີ່ ແລະ ຄໍາໂອວາດຂອງຂັ້ນເທິງ ພິທີ ໄດ້ປິດລົງຢ່າງເປັນທາງການໃນເວລາ 11: 30 ຂອງວັນດັ່ງກ່າວດ້ວຍຜົນສໍາເລັດ ອັນຈົບງາມ.
ມີ 28 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 63 |
![]() | ມື້ວານນີ້ | 145 |
![]() | ອາທິດນີ້ | 991 |
![]() | ເດືອນນີ້ | 2108 |
![]() | ທັງໝົດ | 230375 |