• 27. ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາ
  • 28. ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບ
  • 1. ເມືອງຊຽງຄໍ້ຈັດພິທີ ປາຖະກະຖາ ວັນສ້
  • ເມືອງຊຽງຄໍ້ ແຂວງຫົວພັນ ເຊື່ອມຊຶມມະ
  • ພິທີເປີດຮຽນ ເອກະສານ ອົບຮົມມະຫາຊົນຜ
  • ເມືອງກວັນ ແຂວງຫົວພັນ ຈັດພິທີເຊື່ອມ
27. ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາມຊຸກຍູ້ວຽກງານຮອບດ້ານ ປະຈຳປີ 2023 ຢູ່ 8 ເມືອງຂອງແຂວງຫົວພັນ

27. ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາມຊຸກຍູ້ວຽກງານຮອບດ້ານ ປະຈຳປີ 2023 ຢູ່ 8 ເມືອງຂອງແຂວງຫົວພັນ

ຄະນະໂຄສະນາອົບຮົມແຂວງ ໄດ້ລົງຕິດຕາມຊຸກຍູ້ວຽກງານຮອບດ້ານຢູ່ 8 ເມືອງຂອງແຂວງຫົວພັນ     ...
28. ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ

28. ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ

ຄະນະໂຄສະນາອົບຮົມແຂວງເປີດຮຽນສະໜັບສະໜູນໃຫ້ມະຫາຊົນກ້າວໜ້າເພື່ອຂະຫຍາຍເຂົ້າພັກປະຊາຊົນປະຕິວັດລາວ ...
 

1. ເມືອງຊຽງຄໍ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ

ເມືອງຊຽງຄໍ້ຈັດພິທີ ປາຖະກະຖາ ວັນສ້າງຕັ້ງສະຫະພັນນັກຮົບເກົ່າແຫ່ງຊາດ      ຕອນເຊົ...
 

ເມືອງຊຽງຄໍ້ ແຂວງຫົວພັນ ເຊື່ອມຊຶມມະຕິຂອງສູນກາງພັກ, ມະຕິຂອງແຂວງ ແລະ ມະຕິຂອງເມືອງ

ເມືອງຊຽງຄໍ້ ແຂວງຫົວພັນ ເຊື່ອມຊຶມມະຕິຂອງສູນກາງພັກ, ມະຕິຂອງແຂວງ ແລະ ມະຕິຂອງເມືອງ    ...
 

ພິທີເປີດຮຽນ ເອກະສານ ອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຈໍາປີ 2023.

ພິທີເປີດຮຽນ ເອກະສານ ອົບຮົມມະຫາຊົນຜູ້ທີ່ຈະຂະຫຍາຍເຂົ້າເປັນສະມາຊິກພັກປະຈໍາປີ 2023.   &nbs...
 

ເມືອງກວັນ ແຂວງຫົວພັນ ຈັດພິທີເຊື່ອມຊືມເອກະສານສຳຄັນຂອງພັກ

ເມືອງກວັນ ແຂວງຫົວພັນຈັດພິທີເຊື່ອມຊືມເອກະສານສຳຄັນຂອງພັກ      ຕອນເຊົ້າວັນທີ 26...
Previous
Next

ຂ່າວໃໝ່

6. ຄະນະໂຄສະນາອົບຮົມແຂວງເປີດກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງຫົວພັນ.

6. ຄະນະໂຄສະນາອົບຮົມແຂວງເປີດກອງປະຊຸມສະຫຼຸບວຽກງານໂຄສະນາອົບຮົມທົ່ວແຂວງຫົວພັນ.

ໃນວັນທີ 5 ກຸມພາ 2021 ຜ່ານມານີ້, ຄະນະໂຄສະນາອົບຮົມແຂວງຫົວພັນ ໄດ້ເປີດກອງປະຊຸມສະຫຼຸບວຽກງານຄະນະໂຄສະນາອົບຮົມທົ່ວແຂວງຫົວພັນປະ​ຈໍາປີ ປີ 2020​ ແລະ ວາງທິດທາງແຜນການ ປີ 2021 ຂຶ້ນທີ່ຫ້ອງປະຊຸມໃຫຍ່ຊັ້ນ V ຫ້ອງວ່າການປົກຄອງແຂວງຫົວພັນ ເປັນເວລາ 1 ວັນ. ພາຍໃຕ້ການເປັນປະທານຂອງທ່ານ ເຜີດ ມາປັນຍາ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ປະຈໍາການ, ຜູ້ຊີ້ນໍາຂົງເຂດວຽກງານການເມືອງ, ວຽກງານແນວຄິດ - ທິດສະດີ ແລະ ວຽກງານພັກ-ພະນັກງານ ແລະ ການເຂົ້າຮ່ວມຂອງ ທ່ານ ຕົງລິ ເຕັ່ງ ຄະນະກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ພ້ອມດ້ວຍຄະນະ, ມີບັນດາຫົວໜ້າ, ຮອງຫົວໜ້າພະແນກການອ້ອມຂ້າງແຂວງ ຜູ້ທີ່ເຮັດວຽກງານການເມືອງ-ແນວຄິດອ້ອມຂ້າງແຂວງ ແລະ ບັນດາເລຂາພັກເມືອງ, ຮອງເລຂາພັກເມືອງຜູ້ຊີ້ນໍາວຽກງານແນວຄິດ-ທິດສະດີຂັ້ນເມືອງ, ຫົວໜ້າ, ຮອງຫົວໜ້າຄະນະໂຄສະນາອົບຮົມເມືອງ ແລະ ພະນັກງານລັດຖະກອນທີ່ສັງກັດຢູ່ໂຄສະນາອົບຮົມແຂວງເຂົ້າຮ່ວມທັງໝົດ 97 ກວ່າຄົນ, ຍິງ 20 ຄົນ.

ກອງປະຊຸມໄດ້ຮັບຟັງການຜ່ານບົດສະຫຼຸບການເຄື່ອນໄຫວວຽກງານໂຄສະນາອົບຮົມ ປະຈໍາປີ 2020 ແລະ ວາງທິດທາງແຜນການປະຈໍາປີ 2021. ທີ່ມີຄວາມໝາຍ ແລະ ຄວາມສໍາຄັນເຊິ່ງພວກເຮົາຈະໄດ້ພ້ອມກັນຍົກສູງຄວາມຮັບຜິດຊອບຕໍ່ກອງປະຊຸມ ແລະ ຈະສຸມໃສ່ບາງວຽກງານດັ່ງນີ້: ຈະໄດ້ພ້ອມກັນຕີລາຄາຄືນໃນການນໍາພາ-ຊີ້ນໍາວຽກງານໂຄສະນາອົບຮົມການເມືອງ-ແນວຄິດ ໃນທົ່ວແຂວງໃນ 1 ປີທີ່ຜ່ານມາເຊິ່ງບົດສະຫຼຸບໄດ້ຕີລາຄາ ດ້ານດີ-ດ້ານອ່ອນ, ສິ່ງຄົງຄ້າງ ແລະ ບົຮຽນທີ່ຖອດຖອນໄດ້ ແລະ ທິດທາງໜ້າທີ່, ການເມືອງ ຂອງວຽກງານໂຄສະນາສຶກສາອົບຮົມການ ເມືອງ-ແນວຄິດໃນປີ 2021; ຈະໄດ້ຮັບຟັງບົດປະກອບຄໍາເຫັນຈາກຄະນະໂຄສະນາອົບຮົມເມືອງບາງເມືອງ; ຜູ້ແທນກອງປະຊຸມຈະໄດ້ພ້ອມກັນປະກອບຄໍາເຫັນໃສ່ບົດສະຫຼຸບ ແລະ ທິດທາງເພື່ອນໍາໄປຈັດຕັ້ງປະຕິບັດຮັບປະກັນທາງປະ ລິມານ ແລະ ຄຸນນະພາບເພື່ອແນໃສ່ໃນການປົດປ່ອຍ 3 ກະແສແນວຄິດ ທີ່ເປັນການກົດໜ່ວງທ່ວງດຶງໃນການສ້າງສາພັດທະນາແຂວງຫົວພັນເວົ້າລວມເວົ້າສະເພາະແມ່ນບັນດາຂະແໜງການ, ທ້ອງຖິ່ນໃນທົ່ວແຂວງໃຫ້ມີການຫັນປ່ຽນທີ່ຕັ້ງໜ້າ, ນໍາພາປະຊາຊົນສ້າງວຽກເຮັດງານທໍາມີອາຊີບທີ່ໝັ້ນຄົງ ແລະ ມີລາຍຮັບທີ່ແນ່ນອນ; ກອງປະຊຸມປະຈໍາປີໃນຄັ້ງນີ້ຄະນະໂຄສະນາອົບຮົມຈະໄດ້ມອບໃບຍ້ອງຍໍປະຈໍາປີ 2020 ນີ້ໃຫ້ບຸກຄົນ ແລະ ການຈັດຕັ້ງທີ່ເຄື່ອນໄຫວພົ້ນເດັ່ນ; ກອງປະຊຸມພວກເຮົາຈະໄດ້ຮັບຟັງຄໍາເຫັນໂອ້ລົມ ຂອງຂັ້ນເທິງເພື່ອຊີ້ທິດເຍືອງທາງໃຫ້ຄະນະພັກ, ແຕ່ລະຂັ້ນນໍາໄປຜັນຂະຫຍາຍເຮັດໃຫ້ມະຕິ, ຄໍາສັ່ງ, ແນວທາງນະໂຍບາຍຂອງພັກ-ລັດ ເປັນຮູບປະທໍາ ສາມາດແກ້ໄຂຄວາມທຸກຍາກຂອງປະຊາຊົນເສີມຂະຫຍາຍຈິດໃຈເພິ່ງຕົນເອງ. ກຸມຕົນເອງ ແລະ ສ້າງຄວາມເຂັ້ມແຂງດ້ວຍຕົນເອງ. ຫຼັງຈາກນັ້ນບັນດາທ່ານຜູ້ແທນກອງປະຊຸມຍັງໄດ້ພ້ອມກັນປະກອບຄໍາຄິດຄໍາເຫັນໃສ່ເນື້ອໃນເອກະສານດັ່ງກ່າວ ແລະ ພ້ອມກັນເອ ກະພາບຮັບຮອງເອົາ. ໃນຕອນທ້າຍທ່ານ ຕົງລີ ເຕັ່ງ ຄະນະກໍາມະການພັກແຂວງ, ຫົວໜ້າຄະນະໂຄສະນາອົບຮົມແຂວງ, ໄດ້ຂັ້ນມອບໃບຍ້ອງຍໍຂອງທ່ານເຈົ້າແຂວງໃຫ້ແກ່ພະນັກງານ-ລັດຖະກອນ ຜູ້ທີ່ມີຜົນງານດີເດັ່ນໃນການຈັດຕັ້ງປະຕິບັດວຽກງານປະຈໍາສົກປີ 2020 ຂອງຄະນະໂຄສະນາອົບຮົມແຂວງ, ເມືອງ ຈໍານວນ 28 ທ່ານ, ພະແນກການ 1 ພະແນກ, ຍິງ 7 ທ່ານ. ເພື່ອເຮັດໃຫ້ເນື້ອໃນກອງປະຊຸມໄດ້ຮັບການຈັດຕັ້ງປະຕິບັດໃຫ້ເກີດດອກອອກຜົນນັ້ນ ກອງປະ ຊຸມໄດ້ຮັຍຟັງການໂອ້ລົມຈາກ ທ່ານ ເຜີດ ມາປັນຍາ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ປະຈໍາການ, ຜູ້ຊີ້ນໍາຂົງເຂດວຽກງານການເມືອງ, ວຽກງານແນວຄິດ-ທິດສະດີ ແລະ ວຽກງານພັກ-ພະນັກງານ; ເພື່ອຍົກສູງວຽກງານການ ເມືອງ-ແນວຄິດ ໃຫ້ບັນດາສະຫາຍຖືເອົາວຽກງານການເມືອງ-ແນວຄິດຕິດພັນກັບບັນດາແຜນງານທີ່ສະເໜີຜ່ານໄປນັ້ນ, ໃຫ້ເອົາບັນດາແຜນງານອັນລະອຽດຂອງພວກສະຫາຍເພື່ອນໍາໄປຈັດຕັ້ງປະຕິບັດໃຫ້ເກີດຜົນເປັນຈິງ, ໃນນີ້ຕ້ອງເອົາໃຈ ໃສ່ຕໍ່ກັບການສ້າງ ແລະ ຊີ້ນໍາຕາໜ່າງເພື່ອນຮ່ວມງານມີການເຄື່ອນໄຫວ, ເພື່ອເກັບກໍາສະພາບ-ຫາງສຽງສັງຄົມເພາະມັນເປັນການປົກປ້ອງແນວທາງ, ຕີຖອຍການປັ່ນປ່ວນໃສ່ຮ້າຍປ້າຍສີແນວທາງ ແລະ ບົດບາດການນໍາຂອງພັກເຮົາ.

ກອງປະຊຸມໄດ້ປິດລົງໃນເວລາ 4 ໂມງຂອງວັນດຽວກັນນັ້ນ.

ຄຳນັບຮັບຕ້ອນກອງປະຊຸມໃຫຍ່ຄັ້ງທີ່ X ຂອງພັກ

ຊົມເຊີຍວັນສະຖາປະນາ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ ຄົບຮອບ 40 ປີ

ຊົມເຊີມວັນສ້າງຕັ້ງ ພັກປະຊາຊົນປະຕິວັດລາວ ຄົບຮອບ 60 ປີ

ວາລະສານອາລຸນໃໝ່

ເຊື່ອມຕໍ່ເວບໄຊ້ທ

ເລກໂທ ສຸກເສີນ

ແຈ້ງໄຟໄໝ້:   1190
ຕຳຫຼວດ:       1191
ລົດໂຮງໝໍ:    1195
ໄຟຟ້າ:          1199
ນໍ້າປະປາ:      1169

ຈຳນວນຄົນອອນໄລ໌ທ

ມີ 11  ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌

ສະຖິຕິຜູ້ເຂົ້າຊົມ:

254895
ມື້ນີ້ມື້ນີ້52
ມື້ວານນີ້ມື້ວານນີ້200
ອາທິດນີ້ອາທິດນີ້385
ເດືອນນີ້ເດືອນນີ້694
ທັງໝົດທັງໝົດ254895

 

?>