ແຂວງຫົວພັນປາຖະກະຖາວັນຊາດທີ່ 2 ທັນວາຄົບຮອບ 44 ປີ
ວັນທີ່ 6 ທັນວາ 2019 ນີ້, ແຂວງຫົວພັນໄດ້ຈັດພິທີປາຖະກະຖາ ວັນຊາດ, 2 ທັນວາ ຄົບຮອບ 44 ປີ ຢູ່ທີ່ຫໍວັດທະນະທໍາຂອງແຂວງ, ເປັນກຽດເຂົ້າຮ່ວມ ແລະ ປາຖະກະຖາຄັ້ງນີ້ ໂດຍທ່ານ ວັນໄຊ ແພງຊຸມມາ ເຈົ້າແຂວງຫົວພັນ, ມີບັນດາທ່ານ ການນໍາແຂວງ, ພະ ແນກການ - ກົມກອງອ້ອມຂ້າງແຂວງ, ນາຍ ແລະ ພົນທະຫານ, ນາຍ ແລະ ພົນຕໍາຫຼວດ ຕະຫຼອດຮອດພະນັກງານ - ລັດຖະກອນ ແລະ ພວກນ້ອງນັກຮຽນເຂົ້າຮ່ວມຢ່າງຫຼວງຫຼາຍ, ໃນພິທີຄັ້ງນີ້ໄດ້ຍົກໃຫ້ເຫັນ
ມູນເຊື້ອ ແລະ ຄວາມຫມາຍສໍາຄັນ ຂອງວັນຊາດທີ່ 2 ທັນວາ, ຊື່ງຊາດລາວແມ່ນຊາດຫນື່ງທີ່ມີ ປະຫວັດສາດອັນຍາວນານຫຼາຍພັນປີ, ມີມູນເຊື້ອທີ່ສະຫງ່າອົງອາດແຫ່ງການຕໍ່ສູ້ຕ້ານ ການຮຸກຮານຂອງສັດຕູຈາກພາຍນອກ ແລະ ມີມູນເຊື້ອສ້າງສາພັດທະນາມາຫຼາຍ ເຊັ່ນຄົນ, ວັນຊາດທີ່ 2 ທັນວາ ແມ່ນວັນທີ່ມີຄວາມຫມາຍສໍາຄັນ ຂອງທົ່ວພັກ, ທົ່ວລັດ ແລະ ທົ່ວປວງຊົນລາວທັງຊາດ, ເປັນວັນສະຖາປະນາປະເທດລາວ ເປັນປະເທດ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ແມ່ນວັນແຫ່ງໄຊສະນະອັນຍິ່ງໃຫຍ່ ໃນປະຫວັດສາດແຫ່ງການຕໍ່ສູ້ອັນຍືດເຍື້ອຍາວນານ ຂອງຊາດລາວ, ແມ່ນວັນ ປະຊາຊົນລາວບັນດາເຜົ່າໄດ້ມີອິດສະຫຼະພາບ, ມີເອກະລາດຢ່າງສົມບູນ, ມີອະທິປະ ໄຕຢ່າງຄົບຖ້ວນ ແລະ ໄດ້ເປັນເຈົ້າຂອງປະເທດຊາດຢ່າງແທ້ຈິງ, ມີທີ່ຕັ້ງອັນສົມກຽດ, ມີຖານະເທົ່າທຽມກັບປະເທດ ອື່ນໆ ໃນເວທີປະຊາຄົມໂລກ ແລະ ກ້າວຂື້ນສູ່ຍຸກສະໄຫມໃຫມ່ແຫ່ງການສ້າງປະເທດລາວ ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ, ພ້ອມກັນນີ້ຍັງໄດ້ ປາຖະກະຖາ ວັນຄ້າຍວັນເກີດ ແລະ ມູນເຊື້ອ ການເຄື່ອນໄຫວປະຕິວັດຊາດອັນສະຫຼາດສ່ອງໃສ ຂອງທ່ານປະທານໄກສອນ ພົມວິຫານ ຜູ້ນໍາທີ່ແສນເຄົາລົບຮັກຂອງປວງຊົນລາວ ຄົບຮອບ 99 ປີ ອີກດ້ວຍ.
ມີ 8 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 34 |
![]() | ມື້ວານນີ້ | 200 |
![]() | ອາທິດນີ້ | 367 |
![]() | ເດືອນນີ້ | 676 |
![]() | ທັງໝົດ | 254877 |