ສໍາເລັດການຝຶກອົບຮົມວຽກງານ ໄອທີ ແລະ ມອບເວັບໄຊສ
ໃນວັນທີ 27–28 ພຶດສະພາ 2019 ຜ່ານມານີ້, ຄະນະໂຄສະນາອົບຮົມສູນກາງພັກ, ກົມຂໍ້ມູນຂ່າວສານໄດ້ຈັດກອງປະຊຸມຝຶກອົບຮົມວຽກ ງານໄອທີ ແລະ ມອບເວັບໄຊສໃຫ້ຄະນະໂຄສະນາອົບຮົມແຂວງຫົວພັນຢູ່ທີ່ຫ້ອງປະຊຸມນ້ອຍຊັ້ນ 4 ຫ້ອງວ່າການແຂວງ, ພາຍໃຕ້ການຊີ້ນໍາຂອງ ທ່ານນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ແລະ ທ່ານ ເກດແກ້ວ ນາມໂພໄຊ ຮອງຫົວໜ້າພະແນກ ພ້ອມດ້ວຍນັກວິ ທະຍາກອນມາຈາກຄະນະໂຄສະນາອົບຮົມສູນກາງພັກ ແລະ ມີນັກສໍາມະນາກອນຈາກຄະນະໂຄສະນາອົບຮົມແຂວງ ເຂົ້າຮ່ວມທັງໝົດຈໍານວນ 10 ກວ່າທ່ານ, ຍິງ 4 ທ່ານ.
ກອງປະຊຸມຝຶກອົບຮົມຄັ້ງນີ້ ນັກສໍາມະນາກອນໄດ້ຮັບຟັງການອະທິບາຍ, ການຮ່ຳຮຽນຄວາມຮູ້ກ່ຽວກັບການຄຸ້ມຄອງ, ການພັດທະນາ ແລະ ການນໍາໃຊ້ເວັບໄຊສ໌, ພາຍຫຼັງທີ່ຮຽນພາກທິດສະດີສຳເລັດແລ້ວ ຍັງໄດ້ໃຫ້ຜູ້ທີ່ຮັບຜິດຊອບໂດຍກົງຂຶ້ນປະຕິບັດຕົວຈິງ. ຜ່ານການຝຶກ ອົບຮົມຄັ້ງນີ້ ໄດ້ເຮັດໃຫ້ນັກສຳມະນາກອນມີຄວາມຮັບຮູ້, ຄວາມເຂົ້າໃຈ ເນື້ອໃນທີ່ສຳຄັນຕົ້ນຕໍ ເປັນຕົ້ນແມ່ນວິທີການຄຸ້ມຄອງ, ການພັດທະ ນາ ແລະ ການນໍາໃຊ້ເວັບໄຊສ໌ໄດ້ດີພໍສົມຄວນ.
ການຝຶກອົບຮົມວຽກງານດັ່ງກ່າວ ແມ່ນເພື່ອຍົກສູງຄຸນນະພາບວຽກງານການເມືອງ - ແນວຄິດ ເວົ້າລວມ, ເວົ້າສະເພາະແມ່ນການໂຄສະ ນາເຜີຍແຜ່ແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດໃຫ້ສັງຄົມໄດ້ຮັບຮູ້ຢ່າງ ກວ້າງຂວາງ, ທົ່ວເຖິງ ແລະ ທັນເວລາ ໂດຍການ ຜ່ານໜ້າດະດານຂ່າວເອເລັກໂຕຼນິກ ( ເວັບໄຊສ໌ ) ແລະ ຈະເປັນເຄືອງມືອັນສຳຄັນເພື່ອຕອບຕ້ານຖອຍຖ້ອຍທໍານອງປິດເປືອນ, ໃສ່ຮ້າຍປ້າຍ ສີການນໍາພາຂອງພັກ, ການຄຸ້ມຄອງຂອງລັດ, ອີກດ້ານໜຶ່ງກໍເພື່ອແນໃສ່ຍົກລະດັບຄວາມຮູ້, ຄວາມສາມາດດ້ານໄອທີ ໃຫ້ແກ່ພະນັກງານວິ ຊາການຂອງຄະນະໂຄສະນາອົບຮົມແຂວງຫົວພັນໃຫ້ນັບມື້ສູງຂຶ້ນ. ກອງປະຊຸມຝຶກອົບຮົມວຽກງານອັນສຳຄັນນີ້ ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານຍັງໄດ້ໃຫ້ກຽດມີຄຳເຫັນໃຫ້ທິດຊີ້ນຳ ໂດຍເໜັ້ນໜັກເຖີງຄວາມໝາຍສໍາຄັນຂອງວຽກງານດັ່ງກ່າວ ແລະ ທ່ານຍັງໄດ້ຮຽກຮ້ອງໃຫ້ບັນດາສະຫາຍນັກສໍາມະນາກອນທີ່ເຂົ້າຝຶກອົບຮົມໃນຄັ້ງນີ້ ໃຫ້ນໍາເອົາຄວາມຮູ້ ແລະ ບົດຮຽນທີ່ໄດ້ຮຽນທີ່ໄດ້ຝຶກອົບຮົມນໍາໃຊ້ເຂົ້າໃນວຽກງານຕົວຈິງໃຫ້ເກີດດອກອອກຜົນ.
ໃນຕອນທ້າຍຂອງກອງປະຊຸມ ທ່ານ ນາງ ມອນສະຫວັນ ແສນໄຕ ຮອງຫົວໜ້າກົມຂໍ້ມູນຂ່າວສານ ໄດ້ຂຶ້ນມອບມອບເວັບໄຊສ໌ໃຫ້ຄະນະໂຄ ສະນາອົບຮົມແຂວງຫົວພັນຢ່າງເປັນທາງການ ແລະ ກອງປະຊຸມໄດ້ປິດລົງໃນວັນທີ 28 ພຶດສະພາ 2019 ຢ່າງຈົບງາມ.
ມີ 13 ຂາສັນຈອນ ແລະ ບໍ່ມີສະມາຊິກອອນໄລນ໌ ອອນໄລນ໌
![]() | ມື້ນີ້ | 37 |
![]() | ມື້ວານນີ້ | 200 |
![]() | ອາທິດນີ້ | 370 |
![]() | ເດືອນນີ້ | 679 |
![]() | ທັງໝົດ | 254880 |