ຄອຂ ຫົວພັນ ລົງຊຸກຍູ້ວຽກງານວິຊາການ ຢູ່ເມືອງຊຳເໜືອ

ໃນວັນທີ 5 ພະຈິກ 2026, ຄະນະໂຄສະນາອົບຮົມແຂວງ (ຄອຂ) ຫົວພັນ ນຳໂດຍ ທ່ານ ເພັດ ມະນີພອນ ກຳມະການພັກແຂວງ, ຫົວໜ້າ ຄອຂ ຫົວພັນ ໄດ້ນຳຄະນະລົງເຄື່ອນໄຫວພົບປະ, ແລກປ່ຽນບົດຮຽນ ແລະ ຊຸກຍູ້ວຽກງານວິຊາການຢູ່ເມືອງຊຳເໜືອ, ໂດຍໄດ້ຮັບການຕ້ອນຮັບຈາກ ທ່ານ ອຸ້ຍມີໄຊ ສີບຸນເຮືອງ ຮອງເລຂາພັກເມືອງ ຜູ້ປະຈຳການ ແລະ ຄະນະວິຊາການຂອງເມືອງ.
ໃນໂອກາດດັ່ງກ່າວ, ທ່ານ ນາງ ພວງແສງ ອຸດົມມີໄຊ ຫົວໜ້າຄະນະໂຄສະນາອົບຮົມເມືອງຊຳເໜືອ ໄດ້ລາຍງານຜົນການຈັດຕັ້ງປະຕິບັດວຽກງານໃນໄລຍະຜ່ານມາ
ໂດຍສຸມໃສ່ການປະສານສົມທົບກັບຄະນະພັກທຸກຂັ້ນ ແລະ ອຳນາດການປົກຄອງຕາແສງ, ບ້ານ ໃນການນຳພາ-ຊີ້ນຳວຽກງານການເມືອງ-ແນວຄິດ, ຄົ້ນຄວ້າເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ມະຕິ, ຄຳສັ່ງ ແລະ ລະບຽບກົດໝາຍຂອງລັດ ລວມທັງມູນເຊື້ອອັນດີງາມຂອງພັກ, ຂອງຊາດ ແລະ ສາກົນ ເພື່ອເຜີຍແຜ່ໃຫ້ພະນັກງານ, ສະມາຊິກພັກ ແລະ ມະຫາຊົນໄດ້ຮັບຮູ້ ແລະ ເຂົ້າໃຈຢ່າງທົ່ວເຖິງ.
ພ້ອມນີ້, ໃນໄລຍະ 9 ເດືອນຜ່ານມາ ຄະນະໂຄສະນາອົບຮົມເມືອງຍັງໄດ້ເອົາໃຈໃສ່ຕິດຕາມ, ເກັບກຳຫາງສຽງສັງຄົມ, ຄຳສະເໜີ, ຄຳຮ້ອງ ແລະ ບັດສົນເທ ຊຶ່ງສາມາດສັງລວມໄດ້ 6 ບັນຫາສຳຄັນ ປະກອບມີ: ບັນຫາການບຸກລຸກພື້ນທີ່ປ່າສະຫງວນ ແລະ ອຸທິຍານແຫ່ງຊາດນ້ຳແອດ-ພູເລີຍ; ບັນຫາການໃຫ້ບໍລິການອອກບັດປະຈຳຕົວຂອງເຈົ້າໜ້າທີ່ຍັງຊັກຊ້າ ແລະ ການສື່ສານກັບປະຊາຊົນບໍ່ເໝາະສົມ; ບັນຫາຂີ້ເຫຍື້ອຕາມແຄມນ້ຳຊຳ, ສວນສາທາລະນະຫົວພັນ-ກວາງນິງ ແລະ ພື້ນທີ່ດິນຫວ່າງ; ບັນຫາການຮຽກຮັບເງິນນອກລະບຽບຈາກບຸກຄະລາກອນທາງການແພດ ແລະ ການໃຫ້ບໍລິການດ້ານສາທາລະນະສຸກ; ບັນຫາການຖ່ວງດຶງເອກະສານ ແລະ ການໃຊ້ວາຈາບໍ່ເໝາະສົມຂອງເຈົ້າໜ້າທີ່; ລວມທັງບັນຫາຢາເສບຕິດ ແລະ ການຂັບຂີ່ລົດຈັກສ້າງສຽງລົບກວນໃນຕົວເມືອງ.
ສຳລັບບັນຫາຕ່າງໆທີ່ປະຊາຊົນສະທ້ອນມານັ້ນ, ຄະນະໂຄສະນາອົບຮົມເມືອງໄດ້ປະສານກັບພາກສ່ວນກ່ຽວຂ້ອງ ນຳໄປພິຈາລະນາ ແລະ ຈັດຕັ້ງແກ້ໄຂຕາມໜ້າທີ່ຮັບຜິດຊອບ ພ້ອມທັງລາຍງານຜົນໃຫ້ຄະນະປະຈຳພັກເມືອງ ແລະ ຄະນະໂຄສະນາອົບຮົມແຂວງຮັບຊາບ.
ທາງດ້ານວຽກງານໂຄສະນາອົບຮົມ, ໃນໄລຍະຜ່ານມາ ເມືອງຊຳເໜືອໄດ້ເປີດຮຽນສະໜັບສະໜູນ ແລະ ອອກໃບຢັ້ງຢືນໃຫ້ມະຫາຊົນກ້າວໜ້າຈຳນວນ 94 ສະຫາຍ, ຍິງ 35 ສະຫາຍ; ຈັດຝຶກອົບຮົມທິດສະດີຂັ້ນຕົ້ນໄລຍະສັ້ນໃຫ້ແກ່ເລຂາ ແລະ ຄະນະພັກບ້ານ ຈາກ 110 ບ້ານ ມີຜູ້ເຂົ້າຮ່ວມ 110 ສະຫາຍ, ຍິງ 4 ສະຫາຍ; ພ້ອມທັງຈັດຝຶກອົບຮົມທິດສະດີການເມືອງ-ການປົກຄອງໄລຍະ 10 ວັນ ໃຫ້ແກ່ພະນັກງານ-ລັດຖະກອນທີ່ຍັງບໍ່ຜ່ານການຮຽນ ມີຜູ້ເຂົ້າຮ່ວມ 35 ສະຫາຍ, ຍິງ 16 ສະຫາຍ.
ນອກຈາກນັ້ນ, ຍັງໄດ້ສຸມໃສ່ການເຜີຍແຜ່, ເຊື່ອມຊຶມແນວທາງນະໂຍບາຍຂອງພັກ, ບັນດາມະຕິຂອງກົມການເມືອງສູນກາງພັກ, ຄະນະບໍລິຫານງານພັກແຂວງ ແລະ ພັກເມືອງ ໃຫ້ແກ່ພະນັກງານນຳພາ-ຄຸ້ມຄອງທຸກຂັ້ນ ເພື່ອຍົກສູງຄວາມຮັບຮູ້ ແລະ ຄວາມເຂົ້າໃຈໃນການນຳເອົາແນວທາງຂອງພັກໄປຈັດຕັ້ງປະຕິບັດ.
ການລົງຊຸກຍູ້ວຽກງານວິຊາການໃນຄັ້ງນີ້ ເປັນໂອກາດອັນດີໃນການແລກປ່ຽນບົດຮຽນ, ຕິດຕາມຜົນການປະຕິບັດວຽກງານ ແລະ ຮັບຟັງບັນດາຂໍ້ສະເໜີຈາກພື້ນຖານ ເພື່ອນຳໄປປັບປຸງວຽກງານໂຄສະນາອົບຮົມ, ວຽກງານການເມືອງ-ແນວຄິດ ແລະ ການຕິດຕາມຫາງສຽງສັງຄົມໃຫ້ມີປະສິດທິຜົນດີຂຶ້ນ. ໂອກາດດັ່ງກ່າວ, ຄອຂ ຫົວພັນ ຍັງໄດ້ມອບອຸປະກອນຈຳນວນໜຶ່ງເພື່ອຮັບໃຊ້ເຂົ້າໃນວຽກງານວິຊາສະເພາະ ປະກອບດ້ວຍຮູບພາບຄະນະກົມການເມືອງສູນກາງພັກ, ຄອມພິວເຕີໜຶ່ງຊຸດ ແລະ ປື້ມຄູ່ມືຈຳນວນໜຶ່ງ.