ກອງປະຊຸມ…….

“ວັນທີ 22 ກຸມພາ 2025, ການນຳສູງສຸດ ຂອງພັກ-ລັດສາມຊາດ ລາວ, ຫວຽດນາມ ແລະ ກຳປູເຈັຍ ໄດ້ມີການພົບປະກັນ (ເລຂາທິການໃຫຍ່ ແລະ ນາຍົກລັດຖະມົນຕີ) ຢູ່ນະຄອນໂຮຈີມິນ ສສຫວຽດນາມ”.

ໃນການພົບປະຂອງສາມການນໍາສູງສຸດຂອງພັກ-ລັດ 3 ຊາດ ໄດ້ແລກປ່ຽນຄໍາຄິດເຫັນກ່ຽວກັບ ສະພາບການພົ້ນເດັ່ນຂອງພາກພື້ນ ແລະ ສາກົນໃນໄລຍະມໍ່ໆມານີ້ທັງແຈ້ງໃຫ້ກັນຊາບກ່ຽວກັບສະພາບ ການຂອງແຕ່ລະພັກ, ແຕ່ລະປະ ເທດ ໃນປີທີ່ຜ່ານມາ; ຕີລາຄາໝາກຜົນຂອງການຮ່ວມມື ແລະ ວາງທິດທາງການຮ່ວມມື ລະ ຫວ່າງ ສາມພັກ, ສາມປະເທດໃນຕໍ່ໜ້າ.

ໃນການພົບປະຄັ້ງນີ້ທັງສາມຊາດໄດ້ມີຄວາມເປັນເອກະພາບສູງພ້ອມກັນຕີລາຄາຕໍ່ບັນຫາທີ່ສຳຄັນດັ່ງນີ້:

  1. ສາມການນໍາສູງສຸດ ໄດ້ສະແດງຄວາມຊົມເຊີຍຕໍ່ບັນດາຜົນສໍາເລັດອັນໃຫຍ່ຫລວງ ທີ່ສາມ ພັກ, ສາມປະເທດ ສາມາດຍາດມາໄດ້ ເປັນຕົ້ນແມ່ນ ຮັບປະກັນໄດ້ດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ເສດຖະ ກິດຂະຫຍາຍຕົວຢ່າງຕັ້ງໜ້າ, ຊີວິດການເປັນຢູ່ຂອງປະຊາຊົນມີຄວາມໝັ້ນຄົງ ແລະ ນັບມື້ນັບໄດ້ຮັບການ ປັງປຸງເທື່ອລະກ້າວ;
  2. ສາມຝ່າຍ ເນັ້ນໜັກວ່າ ສາຍພົວພັນອັນໃກ້ຊິດ, ສະໜິດແໜ້ນ ແລະ ມີຄວາມໝາຍຍຸດທະສາດ ລະຫວ່າງສາມປະເທດ, ເນັ້ນ ໜັກເຖິງສະຖຽນລະພາບ, ຄວາມສະຫງົບ ແລະ ການພັດທະນາຂອງປະເທດນີ້ ກໍຈະເປັນສະຖຽນລະພາບ, ຄວາມສະຫງົບ ແລະ ການພັດທະນາຂອງອີກສອງປະເທດທີ່ຍັງເຫລືອ;
  3. ພ້ອມກັນນັ້ນ ກໍຢືນຢັນຕໍ່ກັບນະໂຍບາຍອັນສະເໝີຕົ້ນສະເໝີປາຍຂອງສາມພັກ, ສາມປະເທດ ເຊິ່ງຍາມໃດກໍໃຫ້ບຸລິມະສິດອັນດັບຕົ້ນແກ່ການພົວພັນມິດຕະພາບອັນເປັນມູນເຊື້ອລະຫວ່າງສາມພັກ, ສາມລັດ ແລະ ປະຊາຊົນສາມປະເທດລາວ-ຫວຽດນາມ-ກໍາປູເຈຍ;
  4. ສາມການນໍາສູງສຸດ ສະແດງຄວາມປິຕິຍິນດີທີ່ເຫັນວ່າ ການພົວພັນຮ່ວມມືລະຫວ່າງ ສາມປະເທດສາມາດ ບັນລຸໄດ້ຫລາຍຜົນສໍາເລັດເປັນທີ່ເພິ່ງພໍໃຈ ແລະ ນັບມື້ນັບໄດ້ຮັບການປັບປຸງ ແລະ ພັດທະນາ;
  5. ໃນນັ້ນ, ການພົວພັນທາງດ້ານການເມືອງ ສືບຕໍ່ເປັນພື້ນຖານໃຫ້ແກ່ການພົວພັນສາມພັກ, ມີບົດບາດໃນການກໍານົດ ທິດໃຫ້ແກ່ການພົວພັນຂອງສາມປະເທດ;

ໄດ້ມີການພົບປະກັນ (ເລຂາທິການໃຫຍ່ ແລະ ນາຍົກລັດຖະມົນຕີ) ຢູ່ນະຄອນໂຮຈີມິນ ສສຫວຽດນາມ”.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa