
ໃນວັນທີ 6 ຕຸລາ 2026 ຄະນະໂຄສະນາອົບຮົມສູນກາງພັກ ຈັດກອງປະຊຸມເຜີຍແຜ່ ເຊື່ອມຊຶມເອກະສານກ່ຽວກັບ ການສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງຂັ້ນສູນກາງຄຸ້ມຄອງ ແລະ ຂັ້ນຄະນະໂຄສະນາອົບຮົມສຸນກາງພັກຄຸ້ມຄອງ ຂຶ້ນທີ່ຫ້ອງປະຊຸມໃຫຍ່ ຄອສພ (ຫຼັກ6) ເຊິ່ງໃຫ້ກຽດເປັນປະທານໂດຍ ສະຫາຍ ຄໍາພັນ ເຜີຍຍະວົງ ກໍາມະການກົມການເມືອງສູນກາງພັກ, ເລຂາຄະນະພັກ, ຫົວໜ້າຄະນະໂຄສະນາອົບຮົມສູນກາງພັກ, ຮອງປະທານສະພາທິດສະດີສູນກາງພັກ ເຂົ້າຮ່ວມມີ: ຄະນະບໍລິຫານພັກ, ບັນດາຫົວໜ້າກົມ, ທຽບເທົ່າກົມ, ຮອງຫົວໜ້າກົມ, ຫົວໜ້າພະແນກ, ຮອງຫົວໜ້າພະແນກ ທີ່ຂຶ້ນກັບຄະນະໂຄສະນາອົບຮົມສູນກາງພັກ.
ກອງປະຊຸມ ສະຫາຍ ຄໍາພັນ ເຜີຍຍະວົງ ໄດ້ກ່າວເປີດກອງປະຊຸມ ແລະ ເຜີຍແຜ່ເນື້ອໃນມະຕິຕົກລົງຂອງກົມການເມືອງສູນກາງພັກ ສະບັບເລກທີ 64/ກມສພ ລົງວັນທີ 24 ກໍລະກົດ 2026 ວ່າດ້ວຍວຽກງານສ້າງແຜນກໍານົດພະນັກງານນໍາພາ-ຄຸ້ມຄອງ ຊຶ່ງທ່ານໄດ້ເນັ້ນໃຫ້ເຫັນວ່າ: ກອງປະຊຸມຄັ້ງນີ້ມີຄວາມໝາຍຄວາມສຳຄັນຢ່າງຍິ່ງເຂົ້າໃນການຈັດຕັ້ງຜັນຂະຫຍາຍມະຕິຂອງກອງປະຊຸມໃຫຍ່ຄັ້ງທີ XII ຂອງພັກ ເພື່ອສ້າງ ແລະ ຄຸ້ມຄອງແຜນກຳນົດພະນັກງານນຳພາ-ຄຸ້ມຄອງ, ເພີ່ມທະວີຄວາມຮູ້-ຄວາມສາມາດເພື່ອຕອບສະໜອງຕາມຄວາມຮຽກຮ້ອງຕ້ອງການຂອງວຽກງານໃນໄລຍະໃໝ່ ແລະ ຄາດຄະເນເປົ້າໝາຍ, ການຈັດວາງ, ສັບຊ້ອນ ຕໍາ ແໜ່ງພະນັກງານນໍາພາ-ຄຸ້ມຄອງ ແຕ່ລະຂັ້ນ, ແຕ່ລະຂະ ແໜງການຢ່າງພຽງພໍ ແລະ ມີຄຸນນະພາບ ແນໃສ່ຮັບປະກັນລັກສະນະສືບທອດປ່ຽນແທນຕໍ່ເນື່ອງໃນແຕ່ລະສະໄໝ ກອງປະຊຸມໃຫຍ່ຂອງພັກແຕ່ລະຂັ້ນ ແລະ ຖືເປັນວຽກງານທີ່ສໍາຄັນຕົ້ນຕໍໃນວຽກງານພັກ-ພະນັກງານ ເພື່ອເຮັດໃຫ້ທຸກວຽກງານດໍາເນີນໄປຢ່າງຖືກຕ້ອງຕາມຂັ້ນຕອນ ລະບຽບແບບແຜນ ແລະ ສາມາດຕອບສະໜອງໜ້າທີ່ການເມືອງຂອງພັກ-ລັດໃນແຕ່ລະສະໄໝໃຫ້ມີປະສິດທິພາບສູງສຸດ.