ປິດອົບຮົມ-ຫັດແອບວຽກງານສຶກສາປ້ອງກັນຊາດ – ປ້ອງກັນຄວາມສະຫງົບໃຫ້ພະນັກງານນຳພາຄຸ້ມຄອງ

ປິດອົບຮົມ-ຫັດແອບວຽກງານສຶກສາປ້ອງກັນຊາດ – ປ້ອງກັນຄວາມສະຫງົບໃຫ້ພະນັກງານນຳພາຄຸ້ມຄອງ

ຕອນເຊົ້າ ວັນທີ 3 ກັນຍາ 2026, ຢູ່ກອງພັນ 163 ໄດ້ມີພິທີປິດອົບຮົມ-ຫັດແອບວຽກງານສຶກສາປ້ອງກັນຊາດ – ປ້ອງກັນຄວາມສະຫງົບໃຫ້ພະນັກງານນຳພາ-ຄຸ້ມຄອງ(ເປົ້າໝາຍ3) ຂອງແຂວງຫົວພັນ ຊຸດທີ IV. ໃຫ້ກຽດເຂົ້າຮ່ວມເປັນປະທານຂອງທ່ານ ຄອນປະພັນ ເລືອງສີຈັນທອງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ປະຈຳການ. ມີທ່ານ ພົນຈັດຕະວາ ຄຳເມືອງ ໂຄດວົງຄຸນ ຫົວໜ້າການທະຫານກອງບັນຊາການທະຫານແຂວງ, ທ່ານ ພົນຈັດຕະວາ ເພັດສອນ ອິນສຸພັນ ຫົວໜ້າກອງບັນຊາການ ປກສ ແຂວງຫົວພັນ, ມີຄະນະຮັບຜິດຊອບ, ຄູ-ອາຈານ, ນັກອົບຮົມ ແລະ ພະນັກງານນັກຮົບ ງໍ 163 ເຂົ້າຮ່ວມ.


ຊຸດເຝິກອົບຮົມຄັ້ງນີ້ ມີນັກອົບຮົມເຂົ້າຮ່ວມທັງໝົດ 29 ສະຫາຍ, ຍິງ 5 ສະຫາຍ, ປະກອບດ້ວຍຮອງຫົວໜ້າພະແນກ, ປະທານ/ຮອງປະທານປົກຄອງເມືອງ ແລະ ຫົວໜ້າ-ຮອງຫົວໜ້າຫ້ອງການເມືອງ, ໃຊ້ເວລາ 25 ວັນ ນັບແຕ່ ວັນທີ 10 ສິງຫາ – 03 ກັນຍາ 2026. ຜ່ານການຈັດຕັ້ງອົບຮົມເຫັນວ່ານັກອົບຮົມຮັກສາລະບຽບວິໄນ-ຈຳນວນພົນໄດ້ດີ, ຄວາມສາມັກຄີລະຫວ່າງນັກອົບຮົມ-ຄະນະຮັບຜິດຊອບ-ຄູອາຈານ, ແຕ່ລະສະຫາຍເອົາໃຈໃສ່ສຶກສາຄົ້ນຄວ້າຮ່ຳຮຽນ ໃນນັ້ນ, ສາມາດປະເມີນໄດ້ພາກການເມືອງ 12 ບົດ ໄດ້ 90%; ພາກການທະຫານ 3 ບົດ ບວກກັບບົດຍິງອາຊຽນ ແລະ ບົດຍິງປືນສັ້ນ K-59 ໄດ້ 87%; ສະເລ່ຍລວມຊຸດອົບຮົມໄດ້ 88,5%.
ໂອກາດນີ້, ທ່ານ ຄອນປະພັນ ເລືອງສີຈັນທອງ ຮອງເລຂາຄະນະບໍລິຫານງານພັກແຂວງ, ຜູ້ປະຈຳການ ໄດ້ມີຄຳເຫັນຕໍ່ພິທີ. ເຊິ່ງທ່ານໄດ້ຕີລາຄາສູງຕໍ່ຊຸດເຝິກອົບຮົມ ພ້ອມທັງຮຽກຮ້ອງໃຫ້ນັກອົບຮົມສືບຕໍ່ຊອກຮູ້ຫາຮຽນວຽກງານ ປກຊ-ປກສ ໃຫ້ຫຼາຍຂຶ້ນຕື່ມ; ກຳແໜ້ນສະພາບຂອງສາກົນ, ພາກພື້ນ, ສະພາບການພາຍໃນປະເທດ, ພາຍໃນແຂວງ ພາຍໃນພະແນກການກົມກອງທ້ອງຖິ່ນຂອງຕົນ ອັນຕົ້ນຕໍແມ່ນສະພາບກົນອຸບາຍ, ແຜນການເຄື່ອນໄຫວຂອງສັດຕູ ແລະ ກຸ່ມຄົນບໍ່ດີ, ເພື່ອມີແຜນການສະກັດກັ້ນ ທັບມ້າງແກ້ໄຂໃຫ້ທັນການ; ນໍາເອົາບົດຮຽນທີ່ໄດ້ຮຽນມາໝູນໃຊ້ເຂົ້າໃນການນໍາພາ-ຊີ້ນຳ ການເຄື່ອນໄຫວວຽກງານຕົວຈິງ; ເອົາໃຈໃສ່ໃນການຮັກສາຄວາມສະຫງົບປອດໄພ ຂອງພະນັກງານອົງການ, ຄວາມສະຫງົບທາງດ້ານແນວຄິດ, ຄວາມສະຫງົບທາງດ້ານການຈັດຕັ້ງ, ຄວາມເປັນລະບຽບຮຽບຮ້ອຍ ແລະ ປອດໄພຂອງສຳນັກງານອົງການຕ່າງໆ; ນຳພາປຸກລະດົມທົ່ວປວງຊົນເຂົ້າຮ່ວມວຽກງານ ປກຊ-ປກສ ຢ່າງເລິກເຊິ່ງ, ກ້ວາງຂວາງປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງກຳລັງ ປກຊ-ປກສ ທຸກຂັ້ນໃຫ້ມີຄວາມໜັກແໜ້ນເຂັ້ມແຂງ ແລະ ຕັ້ງໜ້າຫັນລົງກໍ່ສ້າງຮາກຖານການເມືອງ, ແກ້ໄຂປະກົດການຫຍໍ້ທໍ້ສັງຄົມ, ແກ້ໄຂຄວາມທຸກຍາກຂອປະຊາຊົນ.
ການອົບຮົມນີ້ບໍ່ພຽງແຕ່ເປັນການຝຶກອົບຮົມດ້ານວິຊາການເທົ່ານັ້ນ ແຕ່ຍັງເປັນເຄື່ອງມືສຳຄັນໃນການສ້າງກຳລັງແກນນຳ ທີ່ມີທັງຄວາມຮູ້, ຈຸດຢືນທາງການເມືອງ ແລະ ຄວາມສາມາດໃນການປົກປັກຮັກສາຄວາມໝັ້ນຄົງ ຂອງທ້ອງຖິ່ນ ແລະ ຊາດໂດຍລວມ. ເຊິ່ງການອົບຮົມຄັ້ງນີ້ຊ່ວຍໃຫ້ພະນັກງານການນຳ ຂັ້ນແຂວງ-ເມືອງ ມີຄວາມຮູ້ ແລະ ທັກສະດ້ານການທະຫານ (ຈັ່ງຫວະເຄື່ອນທີ່, ການໃຊ້ອາວຸດ, ຍຸດທະວິທີ) ເພື່ອສາມາດຄຸ້ມຄອງ ແລະ ນຳພາວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ທ້ອງຖິ່ນຂອງຕົນໄດ້ຢ່າງມີປະສິດທິພາບ; ໂດຍຜ່ານ 12 ບົດຮຽນການເມືອງ (ດຳລັດ, ມະຕິຕົກລົງ, ຍຸດທະສາດປ້ອງກັນ-ຕ້ານການຫັນປ່ຽນໂດຍສັນຕິ) ຊ່ວຍໃຫ້ພະນັກງານມີຈຸດຢືນທີ່ໜັກແໜ້ນ ເຂົ້າໃຈແນວທາງນະໂຍບາຍຂອງພັກ-ລັດ ແລະ ສາມາດປ້ອງກັນ-ຕ້ານກົນອຸບາຍຂອງສັດຕູທີ່ພະຍາຍາມສວຍໃຊ້ບັນຫາສິດທິມະນຸດ, ຊົນເຜົ່າ, ສາສະໜາ ມາບິດເບືອນສ້າງຄວາມແຕກແຍກ. ພ້ອມນີ້, ຍັງເປັນການສ້າງກຳລັງແກນນຳໃນການຈັດຕັ້ງປະຕິບັດວຽກງານ ປກຊ-ປກສ ເຊິ່ງພະນັກງານທີ່ຜ່ານການອົບຮົມຈະກາຍເປັນແກນນຳໃນການປຸກລະດົມ-ຂົນຂວາຍມະຫາຊົນ ເຂົ້າຮ່ວມວຽກງານປ້ອງກັນຊາດ-ປ້ອງກັນຄວາມສະຫງົບຢູ່ຂັ້ນທ້ອງຖິ່ນ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa