ມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນມັດທະຍົມ ບວມຟາດ ເມືອງຊ່ອນ ແຂວງຫົວພັນ ມູນຄ່າ 7,5 ຕື້ກວ່າກີບ

ໃນວັນທີ 31 ສິງຫາ 2026 ຜ່ານມານີ້, ຢູ່ເມືອງຊ່ອນ ແຂວງຫົວພັນ ໄດ້ມີພິທີມອບ-ຮັບ ໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນ ບວມຟາດ ຢ່າງເປັນທາງການ ໂດຍໃຫ້ກຽດເຂົ້າຮ່ວມຂອງ ທ່ານ ວົງໄຊ ຍະສິງທອນ ກໍາມະການພັກແຂວງ, ຫົວໜ້າພະແນກສຶກສາທິການ ແລະ ກິລາແຂວງ, ແລະ ທ່ານ ສະຫຼັກໃຈ ກຸມມະນີຄໍາຊ້ອຍ ຮອງຄະນະກໍາມະການປົກຄອງເມືອງຊ່ອນ, ພ້ອມດ້ວຍຄະນະກຳມະການຄຸ້ມຄອງໂຄງການຂັ້ນແຂວງ, ຂັ້ນເມືອງ, ອຳນາດການປົກຄອງທ້ອງຖິ່ນ, ຄູ-ອາຈານ, ນ້ອງຫຼານນັກຮຽນ ແລະ ຕົວແທນຈາກບໍລິສັດຜູ້ຮັບເໝົາເຂົ້າຮ່ວມເປັນສັກຂີພິຍານນຳ.


ໃນພິທີ, ທ່ານ ຮຽວຄຳ ຍອດສີເມືອງ ຜູ້ອຳນວຍການ ບໍລິສັດ ນິລະກອນ ກໍ່ສ້າງ, ຕິດຕັ້ງ ແລະ ສ້ອມແປງ ເຄຫາສະຖານ, ຊົນລະປະທານ ແລະ ການໄຟຟ້າ (ບໍລິສັດຜູ້ຮັບເໝົາ) ໄດ້ຂຶ້ນລາຍງານຜົນການຈັດຕັ້ງປະຕິບັດໂຄງການ. ທ່ານໄດ້ໃຫ້ຮູ້ວ່າ: ໂຄງການກໍ່ສ້າງໂຮງຮຽນມັດທະຍົມຕອນຕົ້ນບວມຟາດ ໂດຍແມ່ນໄດ້ຮັບທຶນການຊ່ວຍເຫຼືອຈາກ ບໍລິສັດນ້ຳເທີນ 2 ຜ່ານກະຊວງສຶກສາທິການ ແລະ ກິລາ, ດຳເນີນການໂດຍ ພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ໃນນາມເປັນເຈົ້າຂອງໂຄງການ ຕາມສັນຍາເລກທີ 288/ສກຂ, ລົງວັນທີ 26 ມານາ 2025.
ໂຄງການດັ່ງກ່າວໄດ້ເລີ່ມລົງມືກໍ່ສ້າງຕົວຈິງມານັບແຕ່ວັນທີ 30 ມິຖຸນາ 2025 ແລະ ໄດ້ສໍາເລັດ 100% ໃນວັນທີ 31 ສິງຫາ 2026 (ລວມໄລຍະເວລາກໍ່ສ້າງ 14 ເດືອນ) ໂດຍມີມູນຄ່າການກໍ່ສ້າງທັງໝົດ 7,5 ຕື້ກວ່າກີບ. ເຊິ່ງປະກອບດ້ວຍບັນດາກິດຈະກຳຄື:
ອາຄານຮຽນ 01 ຫຼັງ: ຂະໜາດກວ້າງ 9ແມັດ, ຍາວ 54.25 ແມັດ, ສູງ 3.45 ແມັດ, ມີ 07 ຫ້ອງ (ເປັນອາຄານເບຕົງເສີມເຫຼັກຊັ້ນດຽວ, ຝາກໍ່ດ້ວຍດິນຈີ່, ຫຼັງຄາມຸງກະເບື້ອງສີແດງ, ພື້ນປູເບຕົງເສີມເຫຼັກ, ມີລະບົບໄຟຟ້າ ແລະ ເຟີນີເຈີຄົບຊຸດ); ຫໍພັກນັກຮຽນ 02 ຫຼັງ: ຂະໜາດກວ້າງ 6.5ແມັດ, ຍາວ 28 ແມັດ, ສູງ 3.45 ແມັດ (ເປັນຫ້ອງໂລ່ງ ແລະ ມີຫ້ອງໂຖງເຄິ່ງກາງ); ເຮືອນຄົວ 01 ຫຼັງ: ຂະໜາດກວ້າງ 5 ແມັດ, ຍາວ 8 ແມັດ (ຝາເຄິ່ງກໍ່+ຕາໜ່າງເຫຼັກ); ຫ້ອງນ້ຳ 02 ຫຼັງ: ຂະໜາດກວ້າວ 2.9ແມັດ, ຍາວ 4.8 ແມັດ, ສູງ 2.7 ແມັດ, ມີ 04 ຫ້ອງ (ອາຄານເບຕົງເສີມເຫຼັກ, ຝາກໍ່ດິນຈີ່, ຫຼັງຄາມຸງກະເບື້ອງສີແດງ, ພື້ນປູກະໂລ ແລະ ຕິດຕັ້ງເຄື່ອງສຸຂະພັນຄົບຊຸດ).
ໂຄງການດັ່ງກ່າວມີໄລຍະຮັບປະກັນຄຸນນະພາບການກໍ່ສ້າງເປັນເວລາ 1 ປີ (365 ວັນ) ນັບຕັ້ງແຕ່ວັນທີ 31 ສິງຫາ 2026 ຫາ ວັນທີ 31 ສິງຫາ 2027.
ໃນພິທີໄດ້ມີການມອບ-ຮັບ ອາຄານຮຽນ ແລະ ສິ່ງເອື້ອອຳນວຍຄວາມສະດວກທັງໝົດໃຫ້ ພະແນກສຶກສາທິການ ແລະ ກິລາ ແຂວງຫົວພັນ ເພື່ອນຳໃຊ້ເຂົ້າໃນການປະຕິບັດການຮຽນ-ການສອນ ຕາມວັດຖຸປະສົງຕໍ່ໄປໃຫ້ເກີດຜົນປະໂຫຍດສູງສຸດ.
ໂຄງການນີ້ເປັນການລົງທຶນດ້ານການສຶກສາທີ່ສຳຄັນ ເພື່ອຍົກສູງສະພາບແວດລ້ອມການຮຽນ-ການສອນ ແລະ ສ້າງໂອກາດດ້ານການສຶກສາໃຫ້ແກ່ນັກຮຽນໃນເມືອງຊ່ອນ.