ອົງການປະກັນສັງຄົມແຫ່ງຊາດ ເຊັນສັນຍາບໍລິການປິ່ນປົວສຸຂະພາບ ຮ່ວມກັບ ໂຮງໝໍແຂວງ ຫົວພັນ ແລະ ໂຮງໝໍ 9 ເມືອງ

ອົງການປະກັນສັງຄົມແຫ່ງຊາດ ເຊັນສັນຍາບໍລິການປິ່ນປົວສຸຂະພາບ ຮ່ວມກັບ ໂຮງໝໍແຂວງ ຫົວພັນ ແລະ ໂຮງໝໍ 9 ເມືອງ


ວັນທີ 27 ສິງຫາ 2026 ນີ້, ຢູ່ທີ່ຫ້ອງການປະກັນສັງຄົມແຂວງຫົວພັນ ໄດ້ມີພິທີເຊັນສັນຍາການບໍລິການປິ່ນປົວສຸຂະພາບ ລະຫວ່າງ ອົງການປະກັນສັງຄົມແຫ່ງຊາດ (ອປຊ) ຮ່ວມກັບ ໂຮງໝໍແຂວງຫົວພັນ ແລະ ໂຮງໝໍ 9 ເມືອງທົ່ວແຂວງ. ໂດຍມີ ທ່ານ ນ. ຄໍາໂພໄຊ ແກ້ວມີໄຊ ຮອງຫົວໜ້າພະແນກສາທາລະນະສຸກແຂວງ, ທ່ານ ທອງພັນ ໄຊຍະລາດ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ, ພ້ອມດ້ວຍບັນດາອຳນວຍການໂຮງໝໍ ແລະ ພາກສ່ວນກ່ຽວຂ້ອງເຂົ້າ


ການເຊັນສັນຍາໄດ້ກຳນົດຂອບເຂດຄວາມຮັບຜິດຊອບ, ວິທີການ ແລະ ມາດຕະການໃນການສະໜອງການບໍລິການປິ່ນປົ່ວສຸຂະພາບ ຕາມລະບົບປະກັນສັງຄົມ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນສູງສຸດ. ໃນນີ້, ໄດ້ແບ່ງຄວາມຮັບຜິດຊອບຂອງແຕ່ລະຝ່າຍຢ່າງຈະແຈ້ງ. ອົງການປະກັນສັງຄົມແຫ່ງຊາດ ຮັບຜິດຊອບຈັດສົ່ງຂໍ້ມູນຜູ້ມີສິດປິ່ນປົວສຸຂະພາບພາກປະກັນສັງຄົມ, ກະຊວງປ້ອງກັນຄວາມສະຫງົບ ໃຫ້ທາງໂຮງໝໍ 1 ຄັ້ງຕໍ່ອາທິດ. ການຈ່າຍເງິນຄ່າບໍລິການປິ່ນປົວສຸຂະພາບ ຕາມຕົກລົງວ່າດ້ວຍຜົນປະໂຫຍດທາງການແພດ ແລະ ວິທີການຈ່າຍເງິນປະກັນສຸຂະພາບ ສະບັບເລກທີ 2790/ຮສສ, ລົງວັນທີ 16 ກໍລະກົດ 2026. ໂດຍກໍລະນີກວດເຂດນອກ ຈະຈ່າຍເປັນລາຍເດືອນໃຫ້ໂຮງໝໍ ທຸກໆວັນທີ 15 ຂອງເດືອນ; ສ່ວນກໍລະນີນອນໂຮງໝໍ ຈະຈ່າຍພາຍໃນເດືອນທຳອິດຂອງງວດຖັດໄປ. ກໍລະນີບໍ່ມີຊື່ຜູ້ເກີດສິດໃນຖານຂໍ້ມູນໂຮງໝໍ ແຕ່ລາຍຊື່ຍັງຄ້າງຢູ່ ອປຊ, ທາງ ອປຊ ຈະເປັນຜູ້ຮັບຜິດຊອບ ທົດແທນຄ່າປິ່ນປົວໃຫ້ໂຮງໝໍທີ່ຜູ້ເກີດສິດໄປໃຊ້ບໍລິການ. ເຜີຍແຜ່ເນື້ອໃນສັນຍາ, ນິຕິກຳທີ່ກ່ຽວຂ້ອງ ພ້ອມທັງຈັດຝຶກອົບຮົມການບັນທຶກ ແລະ ການນຳໃຊ້ລະບົບຂໍ້ມູນຂ່າວສານການແພດ ໃຫ້ພະນັກງານໂຮງໝໍ ເພື່ອໃຫ້ເກີດຄວາມເຂົ້າໃຈ ແລະ ເປັນເອກະພາບກັນໃນການປະຕິບັດວຽກງານ. ຄວາມຮັບຜິດຊອບຂອງຜູ້ໃຫ້ບໍລິການ ໂຮງໝໍແຂວງ ແລະ ໂຮງໝໍເມືອງ ພະນັກງານຕ້ອນຮັບໃນໂຮງໝໍ ມີໜ້າທີ່ກວດກາບັດປະຈຳຕົວ, ສຳມະໂນຄົວ ຫຼື ເອກະສານຢັ້ງຢືນຕົວຕົນອື່ນໆ ຂອງຜູ້ມາໃຊ້ບໍລິການ ເພື່ອຄວາມຖືກຕ້ອງ. ໃຫ້ການບໍລິການກວດ, ບົ່ງມະຕິ ແລະ ປິ່ນປົວຜູ້ເກີດສິດຕາມຖານຂໍ້ມູນທີ່ ອປຊ ສົ່ງໃຫ້; ທັງນີ້ ລູກທີ່ມີອາຍຸບໍ່ເກີນ 3 ເດືອນ ທີ່ຍັງບໍ່ໄດ້ຂຶ້ນທະບຽນ, ສະມາຊິກສາມາດນຳໃຊ້ບັດປະກັນສັງຄົມຂອງພໍ່ ຫຼື ແມ່ ເພື່ອຮັບບໍລິການໄດ້; ກໍລະນີຜູ້ມີບັດປະກັນສັງຄົມ ແຕ່ບໍ່ມີຊື່ໃນຖານຂໍ້ມູນ, ໂຮງໝໍຈະປະສານຫາ ອປຊ ເພື່ອກວດກາ ແລະ ຢັ້ງຢືນສິດ, ຖ້າຂໍ້ມູນຄ້າງຢູ່ ອປຊ ໃຫ້ໂຮງໝໍປິ່ນປົວຕາມລະບຽບ ແລ້ວຈຶ່ງສະຫຼຸບເອກະສານ ເພື່ອຂໍຖອນເງິນນໍາ ອປຊ ພາຍຫຼັງ.
ຮ່ວມລົງນາມໃນສັນຍາ ໂດຍທ່ານ ທອງພັນ ໄຊຍະລາດ ຮອງຫົວໜ້າອົງການປະກັນສັງຄົມແຫ່ງຊາດ ແລະ ບັນດາຜູ້ອໍານວຍການໂຮງໝໍແຂວງ ແລະ ໂຮງໝໍ 9 ເມືອງ. ພິທີເຊັນສັນຍາບໍລິການປິ່ນປົວສຸຂະພາບໃນຄັ້ງນີ້ ຖືເປັນບາດກ້າວສໍາຄັນໃນການຍົກລະດັບມາດຕະຖານການບໍລິການສາທາລະນະສຸກ ຢູ່ແຂວງຫົວພັນ ໃຫ້ມີຄວາມສອດຄ່ອງ, ໂປ່ງໃສ, ຮັບປະກັນສິດປະໂຫຍດຂອງຜູ້ປະກັນສັງຄົມຢ່າງເຕັມຮູບແບບ ແລະ ສ້າງຄວາມເຂັ້ມແຂງໃຫ້ກັບລະບົບປະກັນສຸຂະພາບແຫ່ງຊາດຢ່າງຍືນຍົງ.

ใส่ความเห็น

อีเมลของคุณจะไม่แสดงให้คนอื่นเห็น ช่องข้อมูลจำเป็นถูกทำเครื่องหมาย *

slot, slot pulsa, slot deposit pulsa, deposit pulsa, deposit pulsa tanpa potongan, slot pulsa 2024, slot pulsa terpercaya slot pulsa slot pulsa